ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກເພື່ອຕ້ານ ໂລກລະບາດ COVID-19

17:58 | 13/09/2020

ຍສໝ - ທ່ານເອກອັກຄະລັດຖະທູດ ເລວຽກຢຽນ ຢືນຢັນວ່າລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ.    

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19 ຫວຽດນາມ: ສ້າງກາລະໂອກາດແລກປ່ຽນການຄ້າຫຼາຍຢ່າງກວ່າໃຫ້ແກ່ບັນດາວິສາຫະກິດຜະລິດສົ່ງອອກ
ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19 ຊຸກຍູ້ການພົວພັນເສດຖະກິດຫວຽດນາມ-ອິນເດຍ ໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະສາທາລະນະສຸກ
ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19
ທ່ານເອກອັກຄະລັດຖະທູດ ເລວຽກຢຽນ.

ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ:“ສົ່ງເສີມ ແລະ ຊຸກຍູ້ການສົ່ງອອກອຸປະກອນການແພດປ້ອງກັນໂລກລະບາດ COVID-19” ລະຫວ່າງ ຫວຽດນາມ ແລະເວເນຊູເອລາ ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ເລວຽກຢຽນ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ເລວຽກຢຽນ ຢືນຢັນວ່າລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ ກັບ ເວເນຊູເອລາ ໃນການສ້າງສາ ແລະພັດທະນາປະເທດຊາດ, ພິເສດແມ່ນໃນສະພາບການລະບາດຂອງໂລກລະບາດ COVID-19 ທີ່ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດ ແລະສັງຄົມ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ໃນທົ່ວໂລກ ແລະພາກພື້ນ. ທ່ານເອກອັກຄະລັດຖະທູດກໍ່ໄດ້ແບ່ງປັນວ່າ, ໃນເບື້ອງຕົ້ນຫວຽດນາມໄດ້ປະສົບຜົນສຳ ເລັດໃນການປະຕິບັດເປົ້າໝາຍຄວບຄູ່ໃນການປ້ອງກັນພະຍາດລະບາດ ແລະຮັບປະກັນການພັດທະນາເສດຖະກິດ - ສັງຄົມ.

ຜ່ານກອງປະຊຸມສຳມະນາ, ບັນດາວິສາຫະກິດຫວຽດນາມໄດ້ມີການປະກອບສ່ວນທີ່ລ້ຳຄ່າ ແລະທັນເວລາໃຫ້ແກ່ລັດຖະບານ ແລະປະຊາຊົນເວເນຊູເອລາ, ໃນນັ້ນມີບໍລິສັດຫຸ້ນສ່ວນ ແທງລອງ Global ແລະບໍລິສັດ ການຢາ ທຽນເອິນ ຈຳກັດ ໄດ້ໃຫ້ຄຳໝັ້ນສັນຍາໃນການສະໜັບສະໜູນ ຜ້າອັດປາກດ້ານການແພດ 200.000 ອັນ ໃຫ້ແກ່ເວເນຊູເອລາ; ບໍລິສັດຫຸ້ນສ່ວນການຄ້າສາກົນ ທີ້ງລອງ ມອບຜ້າອັດປາກ N95 6.000 ອັນ ໃຫ້ກະຊວງສາທາລະນະສຸກເວເນຊູເອລາ.

ກ່ອນໜ້ານີ້, ວັນທີ 27 ສິງຫາ, ຢູ່ ສຳນັກງານໃຫຍ່ອົງການຜູ້ຕາງໜ້າ ປະຈໍາ Caracas, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີມອບອຸປະກອນການແພດໃຫ້ກະຊວງການຕ່າງປະເທດເວເນຊູເອລາ ແລະ ມອບຮັບຜ້າອັດປາກດ້ານການແພດ 20.000 ອັນ ໃຫ້ສະພາແຫ່ງຊາດເວເນຊູເອລາ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເລວຽກຢຽນ ໄດ້ຕີລາຄາສູງຕໍ່ການພັດທະນາອັນດີງາມໃນການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ແລະເວເນຊູເອລາ ໃນຊຸມປີມໍ່ໆມານີ້ພ້ອມທັງສະແດງຄວາມຮັກແພງ ແລະຄວາມມຸ່ງມາດປາຖະໜາຂອງສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນ ຫວຽດນາມໃນການສະ ໜັບສະໜູນລັດຖະບານ ແລະປະຊາຊົນເວເນຊູເອລາ ໃນການປ້ອງກັນການລະບາດຂອງໂລກລະບາດ COVID-19.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19 ທົ່ວໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 28,6 ລ້ານຄົນ

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກ.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19 ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ໃນຂ ງເຂດສາທາລະນະສ ກເພ ອຕ ານ ໂລກລະບາດ covid 19 ສະມາຄົມມິດຕະພາບຫວຽດນາມ - ອັງກິດ ໄດ້ປະສານສົມທົບກັບສະຖານທູດອັງກິດ ຈັດຕັ້ງປະຕິບັດວຽກງານຕ່າງໆເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ

ຍສໝ - ການເພີ່ມທະວີການແລກປ່ຽນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການສຶກສາ ລະຫວ່າງສອງປະເທດພ້ອມດ້ວຍການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດເຂົ້າສູ່ລວງເລິກ.

ໄຊພອນ

ເຫດການ
302 Found

Found

The document has moved here.