ຫວຽດນາມ: ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ອາດຈະບັນລຸ 5%-6% ໃນປີ 2025

07:48 | 30/03/2021

ຍສໝ - ປັດຈຸບັນຂະແໜງບໍລິການ logistics ຫວຽດນາມ ກໍາລັງຍູ້ແຮງວິວັດການຫັນປ່ຽນດີຈີຕອນເພື່ອຕອບສະໜອງຄວາມຕ້ອງການພັດທະນາຢ່າງແຮງພາຍຫຼັງພະຍາດໂຄວິດ-19.

ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025 ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ
ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025 ຫວຽດນາມ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບຜູ້ອຳນວຍການໃຫຍ່ຂອງອົງການ WTO ໃນບັນດາການເຄື່ອນໄຫວ
ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025
ພາບປະກອບ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປັບປຸງ, ເພີ່ມເຕີມຂໍ້ຕົກລົງກ່ຽວກັບການອະນຸມັດຜ່ານແຜນການກະທຳຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ ຮອດປີ 2025. ຕາມນັ້ນແລ້ວ, ຮອດປີ 2025, ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ຈະບັນລຸ 5-6%, ລະດັບເຕີບໂຕການບໍລິການ logistics ບັນລຸ 15%-20%, ອັດຕາສ່ວນເຊົ່າການບໍລິການ logistics ຈາກພາຍນອກບັນລຸ 50%-60%, ຄ່າໃຊ້ຈ່າຍ logistics ຫຼຸດລົງເທົ່າກັບ 16%-20% GDP, ການຈັດອັນດັບຕາມດັດຊະນີ LPI ໃນໂລກແມ່ນຢູ່ໃນລະດັບ 50 ຂຶ້ນໄປ.

ກ່ອນໜ້ານັ້ນ, ທີ່ເວທີປາໄສ Logistics ຫວຽດນາມ 2020 ດ້ວຍຫົວຂໍ້ວ່າ “ຫຼຸດຜ່ອນຄ່າ Logistics ລົງ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃນສະພາບເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”, ທ່ານຈິ່ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄ້ວາ, ສ້າງແຜນຮ່າງບູລະນະກົງຈັກບຸກຄະລາກອນໃຫ້ເໝາະສົມເພື່ອຊ່ວຍວຽກຄະນະກຳມະການຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງຄວາມສະດວກດ້ານການຄ້າ ເພື່ອຜັນຂະຫຍາຍໜ້າທີ່ປະສານງານແລະພັດທະນາ Logistics ແຫ່ງຊາດ. ຈາກນັ້ນເສີມຂະຫຍາຍປະສິດທິພາບ, ປະສິດທິຜົນຂອງກົນໄກລະຫວ່າງ ຂະແໜງຢ່າງແຮງ, ສົມທົບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນເພື່ອສ້າງໂຄງປະກອບລະບົບສະໜອງ, ການບໍລິການ Logistics ສາກົນ ແລະ ພາຍໃນປະເທດຄືນໃໝ່ຢ່າງທັນການ ພາຍຫຼັງໂລກລະບາດໂຄວິດ - 19 ສິ້ນສຸດ ເພື່ອຟື້ນຟູເສດຖະກິດ.

ແລະ ກໍ່ໃນເຫດການທີ່ກ່ຽວຂ້ອງ, ທີ່ເວທີປາໄສເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ແລະ ອາເມລິກາໃຕ້ ເຊື່ອມຕໍ່, ເປີດກ້ວາງ, ສ້າງຫຼາຍກາລະໂອກາດຮ່ວມມືດຳເນີນທຸລະກິດ ແລະ ລົງທຶນໃນຂົງເຂດ Logisti. ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງພາກພື້ນອາເມລິກາໃຕ້, ຢູ່ເວທີປາໄສບັນດານັກຊ່ຽວຊານໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຂໍ້ສະດວກເພື່ອພ້ອມກັນຊອກຫາວິທີການ, ນຳໃຊ້ແຫຼ່ງກຳລັງຂອງກັນ, ບັນດາກາລະໂອກາດໃນການຮ່ວມດຳເນີນທຸລະກິດ, ຮ່ວມສຳພັນເພື່ອຍົກອອກການບໍລິການ Logistics ທີ່ສາມາດຕອບສະໜອງ ຄຸນນະພາບການສົ່ງອອກ ນຳເຂົ້າສິນຄ້າ ລະຫວ່າງ ຫວຽດນາມ ແລະ ພາກພື້ນອາເມລິກາໃຕ້ໄດ້ຢ່າງທັນການ.

ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025 ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບວິກິດການມະນຸດສະທຳທີ່ຮ້າຍແຮງຢູ່ຊີຣີ

ຍສໝ - ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Mark Lowcock ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ຊີຣີ ກຳລັງຢູ່ລະດັບຮ້າຍແຮງສູງ.

ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025 ຫວຽດນາມ ໄດ້ສະເໜີຜູ້ອອກສະໝັກ ເຂົ້າໃນຄະນະກຳມະການກົດໝາຍສາກົນ

ຍສໝ - ຄະນະຜູ້ແທນຖາວອນຂອງຫວຽດນາມ ປະຈຳສະຫະປະຊາຊາດທີ່ນິວຢອກ ແລະ ເຈນີວາໄດ້ສົ່ງຈົດໝາຍທາງການ ຂອງທ່ານເອກອັກຄະລັດຖະທູດ ຫງວຽນຫົງຖາວ ໄປເຖິງເຂົ້າ ILC ສຳລັບໄລຍະ 2023-2027 ຕໍ່ສະຫະປະຊາຊາດ ແລະ ປະເທດອື່ນໆ.

ຫວຽດນາມ ມາດຕາສ ວນປະກອບຂອງການບ ລ ການ logistics ເຂ າ gdp ອາດຈະບ ນລ 5 6 ໃນປ 2025 ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ໄຊພອນ

ເຫດການ
302 Found

Found

The document has moved here.