ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ

15:32 | 04/05/2020

ຍສໝ - ຫວຽດນາມ ນັບມື້ນັບປ່ຽນແປງຢ່າງວ່ອງໄວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Mark Gillin, ອະດີດປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ (Acham Vietnam), ປະຈຸບັນແມ່ນຜູ້ອຳນວຍການບໍລິສັດ America Indochina Management (AIM) ໃນການຕອບສຳພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້.

ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງການກ່ຽວກັບການຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງ ຫວຽດນາມ ຈາກສະຫະລັດອາເມລິກາ ກັບຄືນປະເທດ ເພື່ອຫລີກລ້ຽງການລະບາດຂອງ Covid
ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ ໜັງສືພິມ Guardian (ອັງກິດ): ຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19
ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ
ທ່ານ Mark Gillin, ອະດີດປະທານ Acham Vietnam.(ພາບ: amchamvietnam)

ທ່ານ Mark Gillin, ອະດີດປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ (Acham Vietnam), ປະຈຸບັນແມ່ນຜູ້ອຳນວຍການບໍລິສັດ America Indochina Management (AIM) ໃຫ້ຮູ້ວ່າ, ພາຍຫຼັງ 25 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ, ປະຈຸບັນ ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ. ປີ 2020, ແມ່ນປີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທ່ານ Mark Gillin ໄດ້ຢືນຢັນວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນອະນາຄົດ.

ກະຊວງການຄ້າອາເມລິກາ (DOC) ໄດ້ແຈ້ງໃຫ້ຊາບໝາກຜົນການສຳຫຼວດພາສີຕ້ານການຂາຍບຸບລາຄາຄັ້ງທີ 15 ໃຫ້ແກ່ໄລຍະ ແຕ່ວັນທີ 01 ສິງຫາ 2017 – 31 ກໍລະກົດ 2018 ສຳລັບຜະລິດຕະພັນປາຈາ, ປາບາຊາ ຂອງຫວຽດນາມ ທີ່ສົ່ງອອກໄປຍັງອາເມລິກາ ຢ່າງເປັນທາງການ. ຕາມນັ້ນແລ້ວ, ອັດຕາພາສີສຸດທ້າຍທີ່ນຳໃຊ້ໃຫ້ວິສາຫະກິດບາງແຫ່ງທີ່ໄດ້ເຂົ້າຮ່ວມການຕອບຄຳຖາມ ແລະ ຮ່ວມມືກັບກະຊວງການຄ້າອາເມລິກາ ຫຼຸດຈາກລະດັບ 1,37 USD/ກິໂລກຣາມ ລົງເຫຼືອພຽງ 0,15 USD/ກິໂລກຣາມ (ເທົ່າກັບປະມານ 3,8% ລາຄາສົ່ງອອກ). ນອກນັ້ນ, ສ່ວນຫຼາຍວິສາຫະກິດສົ່ງອອກປາຈາທີ່ຂອບຂະໜາດໃຫຍ່ຂອງຫວຽດນາມ ຍັງສືບຕໍ່ໄດ້ຮັບອັດຕາພາສີ 0%.

ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ ວົງເງິນນໍາເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຂອງ 4 ເດືອນຕົ້ນປີ 2020 ຄາດວ່າບັນລຸກວ່າ 21,1 ຕື້ USD; ໃນນັ້ນ, ວົງເງິນສົ່ງອອກບັນລຸເກືອບ 12,9 ຕື້ USD. ກ່ຽວກັບຕະຫຼາດສົ່ງອອກ, ຈີນຍັງຄົງແມ່ນຕະຫຼາດທີ່ກວມເອົາອັດຕາສ່ວນຫຼາຍທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸເກືອບ 2,8 ຕື້ USD; ຖັດມາແມ່ນຕະຫຼາດ ເອເມລິກາ ແລະ ສະຫະພາບເອີຣົບ. ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ໄປຍັງບາງປະເທດຍັງມີການເຕີບໂຕເລັກໜ້ອຍເຊັ່ນ: ຍີ່ປຸ່ນ ບັນລຸເກືອບ 1,1 ຕື້ USD, ເພີ່ມຂຶ້ນເກືອບ 3%; ອາຊຽນບັນລຸເກືອບ 1,3 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 7%.

ທ່ານ Mike Pompeo ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາວ່າ ຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ໜູນຊ່ວຍຟື້ນຟູເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດກໍ່ຂຶ້ນ ແລະ ຟື້ນຟູການເຕີບໂຕທົ່ວໂລກ; ສືບຕໍ່ໃຫ້ຄຳໝັ້ນສັນຍາຮັກສາການລົງທຶນໄລຍະຍາວໃນການໜູນຊ່ວຍທາງດ້ານເຕັກນິກເສດຖະກິດ ແລະ ການພັດທະນາກຳລັງຄວາມສາມາດຂອງມະນຸດ ໂດຍຜ່ານໂຄງການ USAID 2 ຝ່າຍຢູ່ບັນດາປະເທດສະມາຊິກ ອາຊຽນ ຊື່ງລວມມີ ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢັັ້ງຢືນວ່າ: ອາເມລິກາ ແລະ ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສ້າງອະນາຄົດ ໂດຍອີງໃສ່ຫຼັກການລວມ - ບົດບາດເປັນໃຈກາງຂອງ ອາຊຽນ, ເປີດເຜີຍ, ໂປ່ງໃສ, ອີງໃສ່ກົດລະບຽບຂໍ້ບັງຄັບ, ຄຸ້ມຄອງບໍລິຫານໃຫ້ດີ ແລະ ເຄົາລົບອະທິປະໄຕ.

ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງການກ່ຽວກັບການຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງ ຫວຽດນາມ ຈາກສະຫະລັດອາເມລິກາ ກັບຄືນປະເທດ ເພື່ອຫລີກລ້ຽງການລະບາດຂອງ Covid

ຍສໝ - ກະຊວງການຕ່າງປະເທດກ່າວວ່າ, ເພາະວ່າຂັ້ນຕອນລະບຽບຂອງຝ່າຍອາເມລິກາກ່ຽວຂ້ອງກັບບັນດາອົງການເຈົ້າໜ້າທີ່ທີ່ແຕກຕ່າງກັນ, ສະນັ້ນສາຍການບິນແຫ່ງຊາດຫວຽດນາມຍັງບໍ່ໄດ້ຮັບໃບອະນຸຍາດທີ່ຈຳເປັນພຽງພໍເພື່ອຈັດຕັ້ງຖ້ຽວບິນຕາມເວລາກຳນົດ.

ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ ໜັງສືພິມ Guardian (ອັງກິດ): ຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19

ຍສໝ - ຫວ່າງມໍ່ໆນີ້ ໜັງສືພິມ The Guardian ໃຫ້ຮູ້ວ່າຄວາມທັນເວລາແມ່ນຄວາມຕ້ອງການທີ່ຊ່ວຍໃຫ້ ຫວຽດນາມ ຊະນະ COVID-19.

ຫວຽດນາມ ພວມແມ ນ 1 ໃນຈຳນວນ 16 ປະເທດນຳໜ າໃນການສ ງອອກສ ນຄ າໄປຍ ງປະເທດ ອາເມລ ກາ ແມ່ຍິງຫວຽດນາມ ຢູ່ ປະເທດມາເລເຊຍ ຊ່ວຍເຫຼືອຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ຍສໝ - ໃນ 10 ວັນທີ່ຜ່ານມາ, ສະໂມສອນແມ່ຍິງຫວຽດນາມ ປະຈຳ ມາເລເຊຍ ໄດ້ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດເນື່ອງຈາກໄດ້ຮັບຜົນກະທົບຈາກໂລກລະບາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.