ຫວຽດນາມ: ການ​ສົ່ງ​ອອກ​ເຂົ້າສານ​ບັນລຸເກືອບ 2 ຕື້ໂດລາສະຫະລັດ ພາຍຫຼັງ 8 ​ເດືອນ ຕົ້ນປີ 2020

16:53 | 22/08/2020

ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງລຽນຕິດ ແລະ ປະຈຸບັນ ໄດ້ລື່ນກາຍລາຄາເຂົ້າສານປະເພດດຽວກັນຂອງຫຼາຍປະເທດ, ບືນຂຶ້ນນຳໜ້າໂລກ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020 ພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນຈາກອົດສະຕາລີ ໄດ້ກັບຄືນບ້ານຢ່າງປອດໄພ

ຍສໝ - ວັນທີ 21 ສິງຫາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກຕາງໜ້າຊາວຫວຽດນາມຢູ່ອົດສະຕາລີ ແລະ ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 340 ຄົນກັບຄືນບ້ານຢ່າງປອດໄພ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020 ບັນດາວິສາຫະກິດຕ່າງປະເທດ ເຊື່ອໝັ້ນຕໍ່ການຟື້ນຕົວຂອງພື້ນຖານເສດຖະກິດຫວຽດນາມ

ຍສໝ - ວິທີການຮັບມືຂອງຫວຽດນາມ ສຳຫຼັບການລະບາດຂອງພະຍາດ COVID-19 ຄັ້ງທຳອິດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຫຼາຍໃນປະເທດ ແລະ ຈະເຮັດໃຫ້ຊຸກຍູ້ຂະບວນການຟື້ນຟູພື້ນຖານເສດຖະກິດ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020
ພາບປະກອບ

ວິສາຫະກິດສົ່ງອອກເຂົ້າສານຫຼາຍແຫ່ງໄດ້ໃຫ້ຂໍ້ສັງເກດວ່າ ບັນດານັກນຳເຂົ້າໄດ້ເກັບຊື້ເຂົ້າສານຫວຽດນາມ ດ້ວຍລາຄາສູງ ແມ່ນຍ້ອນຄຸນນະພາບເຂົ້າສານຫວຽດນາມ ໄດ້ຮັບການປົວແປງດີຂຶ້ນຫຼາຍ. ນັກຊ່ຽວຊານຫຼາຍທ່ານຖືວ່າ: ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ພວມມີທ່າອ່ຽງດີຂຶ້ນ ສ່ວນໜຶ່ງແມ່ນຍ້ອນຜົນກະທົບທີ່ຕັ້ງໜ້າ ຈາກສັນຍາການຄ້າເສລີຫວຽດນາມ - EU (EVFTA).

ຕາມການສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນ 7 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ປະມານ 3.9 ລ້ານໂຕນ, ບັນລຸວົງເງິນ 1.9 ຕື້ USD, ຫລຸດລົງ 1,4% ທາງດ້ານປະລິມານ ແຕ່ເພີ່ມ 10,9% ທາງດ້ານຄຸນຄ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2019.

ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ມູນຄ່າສົ່ງອອກພືດຜັກໃນໄລຍະ 7 ເດືອນຕົ້ນປີ 2020 ບັນລຸເກືອບ 2 ຕື້ USD, ຫຼຸດລົງກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ມູນຄ່າສົ່ງອອກພືດຜັກມີສ່ວນຫຼຸດລົງ ແມ່ນຍ້ອນການສົ່ງອອກບາງປະເພດສິນຄ້າຫຼຸດລົງ; ໃນນັ້ນ, ມີໝາກມັງກອນ ເຊິ່ງເປັນປະເພດສິນຄ້າທີ່ກວມເອົາອັດຕາສ່ວນໃນຕະຫຼາດຫຼາຍທີ່ສຸດ ໄດ້ຫຼຸດລົງ 6%; ໝາກກວ້ຍຫຼຸດລົງ 9,5%; ໝາກທົ່ວລຽນຫຼຸດລົງ 71%; ໝາກແຕ່ງຫຼຸດລົງ 38,5%. ໃນຂະນະນັ້ນ, ໝາກລິ້ນຈີ່ພັດມີການເຕີບໂຕຢ່າງແຮງ ດ້ວຍ 164.700 ໂຕນ, ເພີ່ມຂຶ້ນ 109% ເມື່ອທຽບໃສ່ປີ 2019.

ການສົ່ງອອກຂອງຫວຽດນາມຍັງຄົງເປັນປົກກະຕິ (ເທົ່າກັບເດືອນ ກໍລະກົດ ປີ 2019), ໄດ້ສະແດງໃຫ້ກຳລັງຄວາມສາມາດໃນການຮັບມືທີ່ດີກ່ວາການຄາດຄະເນໃນສະພາບການສາກົນພວມຊັກຊ້າ, ຕົ້ນຕໍແມ່ນຍ້ອນມີການປະກອບສ່ວນຂອງບັນດາວິສາຫະກິດພາຍໃນປະເທດ, ໃນຂະນະທີ່ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດຫຼຸດລົງພຽງປະມານ 7% ໃນ 7 ເດືອນ ທີ່ຜ່ານມາ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ທັງປະເທດມີໄດ້ສົ່ງອອກເຂົ້າເກືອບ 3,9 ລ້ານໂຕນ, ເຊິ່ງເທົ່າກັບ 1,9 ຕື້ USD. ເຖິງວ່າປະລິມານຫຼຸດລົງກໍຕາມ ແຕ່ຄິດໄລ່ດ້ານມູນຄ່າແມ່ນໄດ້ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ລາຄາເຂົ້າສານຢູ່ບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໄດ້ເພີ່ມຂຶ້ນໃນເຄິ່ງຕົ້ນເດືອນກໍລະກົດ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ການສົ່ງອອກເຂົ້າສານຂອງຫວຽດນາມ ແລະ ຕະຫຼາດເຂົ້າສານຢູ່ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມໃນຊຸມເດືອນຂອງເຄິ່ງທ້າຍປີ 2020 ນີ້ ຈະສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ເພາະວ່າມີຫຼາຍປະເທດສົ່ງອອກເຂົ້າສານຖືກຫຼຸດປະລິມານລົງ.

ນັບແຕ່ກາງເດືອນກໍລະກົດ, ລາຄາເຂົ້າສົ່ງອອກຂອງຫວຽດນາມສືບຕໍ່ເພີ່ມຂຶ້ນ, ໄລ່ຮອດປັດຈຸບັນ, ລາຄາເຂົ້າປະເພດດຽວກັນໄດ້ລື່ນກາຍຫລາຍປະເທດເປັນຕົ້ນປະເທດໄທ, ຈັດເປັນອັນດັບ 1 ຂອງໂລກ. ຕາຕະລາງລາຄາເຂົ້າສົ່ງອອກຂອງ VFA ໃນວັນທີ 14 ສິງຫາຜ່ານມາ ລວມມີ 493-497 ໂດລາຕໍ່ໂຕນ,​ ກວມເອົາ 5%. ໃນຂະນະທ່ີລາຄາເຂົ້າປະເພດດຽວກັນຂອງໄທບັນລຸ 473-477 ໂດລາຕໍ່ໂຕນ, ເຂົ້າປາກິດສະຖານ 423-427 ໂດລາຕໍ່ໂຕນ ແລະອື່ນໆ.

ຟີລິບປິນຢືນອັນດັບທີ 1 ກ່ຽວກັບຕະຫຼາດສົ່ງອອກເຂົ້າຂອງຫວຽດນາມ ດ້ວຍອັດຕາສ່ວນການຕະຫຼາດກວມ 36,9%, ບັນດາຕະຫຼາດສົ່ງອອກທີ່ມີມູນຄ່າເພີ່ມຂຶ້ນຢ່າງແຮງທີ່ສຸດແມ່ນເຊເນການ, ອິນໂດເນເຊຍ ແລະ ຈີນ.

ໜັງສືພິມ The Business Times ວັນທີ 11 ສິງຫາ ໄດ້ລົງບົດຂຽນໃນນັ້ນ ໄດ້ຖືວ່າ ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແມ່ນຂີດໝາຍປະຫວັດສາດສໍາຄັນກ່ຽວກັບພື້ນຖານເສດຖະກິດສໍາລັບ ຫວຽດນາມ. ໂດຍມີຜົນສັກສິດໃນວັນທີ 01 ສິງຫາ ຜ່ານມາ, ສັນຍາການຄ້າສະບັບດັ່ງກ່າວ ຈະຫຼຸດພາສີລົງຫຼາຍພໍສົມຄວນລະຫວ່າງສອງຄູ່ຮ່ວມມືການຄ້າ ແລະ ສຸດທ້າຍຈະຍົກເວັ້ນ 99% ປະເພດພາສີໃນອະນາຄົດ.

ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍລວມມີ ເຄື່ອງອາໄຫຼ່ໂທລະຄົມມະນາຄົມ, ເອເລັກໂຕນິກ, ເຄື່ອງຕັດຫຍິບ, ບັນດາຜະລິດຕະພັນອຸດສາຫະກໍາໜູນຊ່ວຍ ແລະ ສະບຽງອາຫານ. ສັນຍາ EVFTA ມີຜົນສັກສິດ, 70% ປະເພດສິນຄ້າຂອງຫວຽດນາມ ຈະໄດ້ຍົກເວັ້ນພາສີ ເມື່ອສົ່ງອອກໄປຍັງ 26 ປະເທດສະມາຊິກຂອງ ອີຢູ. ບັນດາປະເພດສິນຄ້າທີ່ຍັງເສຍພາສີຢູ່ນັ້ນ ຈະໄດ້ຫຼຸດລົງເທື່ອລະໜ້ອຍພາຍໃນ 7 ປີ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020 ແຂວງເຮົ້າຢາງ ສສ.ຫວຽດນາມ - ສ.ເກົາຫຼີ: ຊຸກຍູ້ການຮ່ວມມື 5 ເນື້ອໃນສຳຄັນ

ຍສໝ - ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ກໍ່ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ບັນດາການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງຫວຽດນາມ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020 ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ

ຍສໝ - ໄລ່ຮອດຈຸດເວລານີ້, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ.

ຫວຽດນາມ ການ ສ ງ ອອກ ເຂ າສານ ບ ນລ ເກ ອບ 2 ຕ ໂດລາສະຫະລ ດ ພາຍຫ ງ 8 ເດ ອນ ຕ ນປ 2020 ພະຍາດ COVID-19: ການນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໄຊພອນ

ເຫດການ
302 Found

Found

The document has moved here.