ສາຍພົວພັນແບບພິເສດ ລາວ-ຫວຽດນາມ

16:14 | 21/11/2020

ລາວ-ຫວຽດນາມ, ຫວຽດນາມ-ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຮ່​ວມ​ສາຍ​ພູຫລວງ, ​ຮ່ວມ​ແມ່​ນ້ຳ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ ​ຖານ​ອ້າຍ​ນ້ອງ ​ລະ​ຫວ່າງ​ສອງ​ຊາດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ໃນ​ປະ​ຫວັດ​ສາດ ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ ປະ​ເທ​ດ​ຊາດ. ການ​ພົວ​ພັນ​ມູນ​ເຊື້ອ​ອັນ​ດີ​ງາມ, ຄວາມ​ສະ​ໜິດ​ຕິ​ດ​ພັນ​ ຈິດ​ໜຶ່ງ​ໃຈ​ດຽວ​ ລະ​ຫວ່າງ ​ປະ​ຊາ​ຊົນ​ ສອງ​ປະ​ເທດ ລາວ-ຫວຽດ​ນາມ, ຫວຽດນາມ - ລາວ, ໂດຍ​ປະ​ທານ​ໂຮ່​ຈິມິງ ແລະ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ເປັນ​ຜູ້ກໍ່​ຕັ້ງ, ການນໍາຮຸ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອ​ງ​ປະ​ເທດ ​ເພີ່​ມ​ພູນ​ຄູນ​ສ້າງ. ນີ້​ແມ່ນ​ຊັບ​ສົມ​ບັດ ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເໝາະ​ສົມ​ກັບ​ກົດ​ເກນ​ ພັດ​ທະ​ນາ​ລວມ​ ຂອງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ທາງ​ ແຫ່ງ​ການ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ວັດ​​ທະ​ນາ​ຖາ​ວອນ​, ປະ​ຊາ​ຊົນ​ອີ່ມໜຳ​ສຳ​ລານ ແລະ ມີ​ຄວາມ​ຜາ​ສຸກ.

ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນໜູນຊ່ວຍ ແລະອຸປະກອນການແພດທີ່ມີມູນຄ່າເກືອບ 1,5 ຕື້ດົ່ງໃຫ້ແກ່ກະຊວງປ້ອງກັນປະເທດລາວ
ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ ປຶກສາດ້ານການເມືອງ ໃນລະດັບຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ - ໂປໂລຍ
ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ
ພາບປະກອບ

​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ​ ຍາດ​ເອົາ​ເອ​ກະ​ລາດ ຂອງ​ແຕ່​ລະ​ປະ​ເທດ, ຄວາມ​ສະ​ໜິ​ດ​ຕິດ​ພັນ​ທີ່​ສະ​ໜິດ​ແໜ້ນ, ການ​ສົມ​ທົບ​ກັນ, ການ​ຊ່ວຍ​ເຫລືອທີ່ບໍ່​ລຳ​ອ​ຽງ, ສຸດ​ອົກ​ສຸດ​ໃຈ ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຊາດລາວ-ຫວຽດນາມ ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ ອັນ​ໃຫຍ່ຫລວງ ແລະ ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ນຳ​ການ ​ປະ​ຕິ​ວັດ​ສອງ​ປະ​ເທດ​ ໄປ​ສູ່​ໄຊ​ຊະ​ນະ​ສົມ​ບູນ ​ເມື່ອ​ປີ 1975.

ໃນ​ໄລ​ຍະ​ໃໝ່, ສອງ​ປະ​ເທດ​ເຫັນ​ ໄດ້​ຄວາມ​ສຳ​ຄັນ​ ຕ້ອງ​ສືບ​ຕໍ່​ພັດ​ທະ​ນາ​ ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ບົນ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ເອ​ກະ​ລາດ. ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ໄດ້​ຮັບ ​ການ​ລົງ​ນາມ​ໃນ​ ປີ 1977 ແມ່ນ​ໜຶ່ງ​ໃນ​ບັນ​ດາ ​ເຫດ​ການ​ປະ​ຫວັດ​ສາດ ​ສຳ​ຄັນ, ແມ່ນ​ພື້ນ​ຖານ​ໃຫ້ ​ແກ່​ການ​ພົວ​ພັນ​ ລະ​ຫວ່າງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ໃໝ່. ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ​ ສອງ​ປະ​ເທດ​ ໃນ​ທຸກ​ຂົງ​ເຂດ​ສືບ​ຕໍ່​ ໄດ້​ຮັບ​ການ​ປັບ​ປຸງ, ນຳເອົາ​ການ​ພົວ​ພັນ​ຮ່ວມ​ມື​ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ. ການ​ພົວ​ພັນ​ທາງ​ ດ້ານ​ການ​ເມືອງ​ ນັບ​ມື້​ນັບ​ມີ​ຄ​ວາມ​ສະ​ໜິດ​ຕິດ​ພັນ, ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ເຫັນ​ດີ​ເຫັ​ນ​ພ້ອມ​ສູງ​ ໃນ​ບັນ​ດາ​ເວ​ທີ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ ຂອງ​ແຕ່​ລະ​ປະ​ເທດ ແລະ ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ​ ແລະ ສາກົນ. ​ສອງ​ຝ່​າຍ​ໄດ້​ສົມ​ທົບ​ ກັນການ​ຮ່ວມ​ມື​ທາງ​ ດ້ານ​ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ​ຢ່າງ​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ບັນ​ດາ ​ອະ​ນຸ​ສັນ​ຍາ​ລະ​ຫວ່າງ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ ແລະ ກະ​ຊວງ​ຕຳຫລວດ ສສ ຫວຽດນາມ; ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ ​ກົດ​ລະ​ບຽບ​ການ​ຄຸ້ມ​ຄອງ​ ເຂດ​ຊາຍ​ແດນ; ສົມ​ທົບ​ກັນ​ຂຸດ​ຄົ້ນ, ຊອ​ກຫາ ແລະ ​ສົ່ງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານຫວຽດ​ນາມ ທີ່​ເສຍ​ສະຫ​ລະ​ຢູ່ ສປປ ລາວ ກັບຄືນ​ປະ​ເທດ.

ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຊຸກ​ຍູ້​ເພື່ອ​ສົມ​ກັບ ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ຂອງ​ສອງ​ປະ​ເທດ. ຫວຽດ​ນາມ ແມ່ນ​ປະ​ເທດ​​ອັນ​ດັບທີ​ສາມ​ ໃນ​ຈຳ​ນວນ​ບັນ​ດາ ​ປະ​ເທດໄດ້​ລົງ​ທຶນ​ຢູ່​ລາວ. ລວມມີ 413 ໂຄງ​ການ​ ໄດ້​ຮັບ​ໃບ​ອະ​ນຸ​ຍາດ ແລະ ດ້ວຍ​ຈຳ​ນວນ​ເງິນ ​ລົງ​ທຶນ​ປະ​ມານ 4,2 ຕື້​ໂດ​ລາ​ສະ​ຫະ​ລັດ. ຫລາຍ​ໂຄງ​ການ​ລົງ​ທຶນ ໄດ້​ເສີມ​ຂະ​ຫຍາຍມີ​ປະ​ສິດ​ທິ​ຜົນ, ການ​ຜະ​ລິດ​ດຳ​ເນີນ ​ທຸ​ລະ​ກິດ​ມີ​ກຳ​ໄລ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ ​ເຂົ້າ​ໃນ​ພາ​ລະ​ກິດ​ ແຫ່ງ​ການ​ພັດ​ທະ​ນາ​ ຂອງ​ສອງ​ປະ​ເທດ, ສ້າງວຽກ​ເຮັດ​ງານ​ທຳ, ສະ​ຫວັດ​ດີ​ການ​ສັງ​ຄົມ, ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ອື່ນໆ ໂດຍໄດ້​ຮັບ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ ຈາກ​ຝ່າຍ​ລາວ.

ການ​ຮ່ວມ​ມື​ດ້ານ​ການ​ສຶ​ກ​ສາ, ວັດ​ທ​ະ​ນະ​ທຳ, ເຕັກ​ໂນ​ໂລ​ຊີ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ກະ​ສິ ກຳ ແລະ ຂົງ​ເຂດ​ອື່ນໆ​ ລະ​ຫວ່າງ​ສອງ​ປະ​ເທດ ກໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ ຢ່າງບໍ່​ຢຸດຢັ້ງ, ເປີດ​ກວ້າງ, ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ເ​ໝາະ​ສົມ​ກັບ​ສະ​ພາບ ​ການ​ພັດ​ທະ​ນາ ​ຂອງ​ປະ​ເທດ​ຊາດ. ພິ​ເສດ, ຝ່າຍ​ລາວ​ ໄດ້​ຕີ​ລາ​ຄາ​ສູງ ​ພັກ, ລັດຫວຽດ​ນາມ ທີ່​ໄດ້​ສະ​ໜັບ​ສະ​ໜູນ ​ໃນ​ການ​ບຳ​ລຸງ​ສ້າງ​ບຸກຄະລາກອນ​ໃຫ້​ແກ່​ລາວ. ປັດຈຸ​ບັນມີ​ນັກ​ຮຽນ, ນັກ​ສຶກ​ສາ​ລາວ​ ຫລາຍກ​ວ່າ 16.000 ຄົນ​ ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ. ໃນນັ້ນ, ມີທັງຮູບແບບທຶນລັດຖະບານ, ທຶນແຮກສ່ຽວ, ທຶນສ່ວນຕົວ. ຈໍານວນພະນັກງານ ແລະ ນັກສຶກສາຫວຽດນາມ ທີ່ພວມຮຽນຢູ່ລາວ ປັດຈຸບັນກໍ່ມີເກືອບ 500 ຄົນ, ຊຶ່ງ​ແມ່ນ​ແຫລ່ງ​ກຳ​ລັງ​ອັນ​ລ້ຳ​ຄ່າ​ ໃຫ້​ແກ່​ການ​ພັດ​ທະ​ນາ​ ຂອງສອງປະ​ເທດ ​​ໃນ​ອະ​ນາ​ຄົດ. ສຳ​ລັບ​ຝ່າຍ​ລາວ​ແລ້ວ, ວັນ​ທີ 2 ທັນວາ 1975, ປະ​ເທດ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້​ນ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ ​ຂອງ​ປະ​ຊາ​ຊົນ​ລາວ​ ບັນ​ດາ​ເຜົ່າ, ພ້ອມ​ທັງ​ແມ່ນ​ໄຊ​ຊະ​ນະ​ອັນ​ໃຫຍ່ຫລ​ວງ​ ຂອງ​ການ​ພົວ​ພັນ​ພິ​ເສດ, ສຳ​ພັນ​ທະ​ມິດ​ສາ​ມັກ​ຄີ​ ຕໍ່​ສູ້​ຈິດ​ໜຶ່ງ​ໃຈ​ດຽວ, ບໍ​ລິ​ສຸດ​ຜຸດ​ຜ່ອງ​ ລະ​ຫວ່າງ​ສອງ​ຊາດ ລາວ-ຫວຽດນາມ.

ໃນ​ 45 ປີ ​ຜ່ານ​ມາ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ ສະຫລາດ​ສ່ອງໃສ​ ຂອງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ບັນ​ລຸ​ໄດ້ຫລາຍ​ຜົນ​ງານ ​ອັນ​ໃຫຍ່ຫລວງ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ: ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ​ໄດ້​ຮັບ​ການ​ຮັກ​ສາ​ ຢ່າງ​ໜັກ​ແໜ້ນ, ການ​ເມືອງ - ສັງ​ຄົມ​ສະ​ຖຽນ​ລະ​ພາບ, ເສດ​ຖະ​ກິ​ດ ​ໄດ້ຮັກ​ສາ​ທ່າ​ເຕີບ​ໂຕ​ພໍ​ສົມ​ຄວນ. ຍາມ​ໃດລາວ ກໍ່​ນອນ​ຢູ່ໃນ​ກຸ່ມ ​ບັນ​ດາ​ປະ​ເທດ​ເຕີບ​ໂຕ​ ເສດ​ຖະ​ກິດ​ສູງ​ທີ່​ສຸດ ​ໃນ​ກຸ່ມ​ອາ​ຊຽນ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ​ມີ​ຄວາມ​ສາ​ມັກ​ຄີ, ເຊື່ອ​ໝັ້ນ​ອະານາ​ຄົດ ​ທີ່​ສົດ​ໃສ​ຂອງ​ປະ​ເທດ​ຊາດ. ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ລາວ ນັບ​ມື້​ນັບ​ໄດ້​ຮັບ​ ການ​ຍົກ​ສູງ​ຢູ່​ເທິງເວທີພາກ​ພື້ນ ແລະ ​ສາ​ກົນ.

ໃນ​ອະ​ນາ​ຄົດ, ສ​ປ​ປ ລາວ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ ກອງ​ປະ​ຊຸມ​ໃຫຍ່ ​ທົ່ວ​ປະ​ເທດ ​ຄັ້​ງ​ທີ XI ຂອງ​ພັກ​ ແລະ ແຜນ​ການ​ພັດ​ທະ​ນາ​ ເສ​ດ​ຖະ​ກິດ - ສັງ​ຄົມ 5 ປີ​ ຄັ້ງ​ທີ IX ຢ່າງ​ມີ​ໄຊ, ສ້າງ​ສາ​ປະ​ເທດ​ລາວ​ ໃຫ້​ນັບ​ມື້​ນັບຈະ​ເລີນ​ຮັ່ງ​ມີ ແລະ ວັດ​ທະ​ນາ​ຖາ​ວອນ.

ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ ຖ້ຽວບິນໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ

ຍສໝ - ໃນວັນທີ 19 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຟີລິບປິນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຟີລິບປິນ ເພື່ອສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ.

ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ຜູ້ວ່າການແຂວງ Gunma ຂອງຍີ່ປຸ່ນ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Gunma ເວົ້າສະເພາະ.

ສາຍພ ວພ ນແບບພ ເສດ ລາວ ຫວຽດນາມ ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ

ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.

kpl.gov.la

302 Found

Found

The document has moved here.