ສະຫະປະຊາຊາດຢັ້ງຢືນວ່າ ຈະສະໜັບສະໜູນ ຫວຽດນາມ ໃນທຸກຂົງເຂດ

12:45 | 11/03/2020

ຍສໝ - ທ່ານ Kamal Malhotra ໄດ້ຂອບໃຈ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ໄດ້ຕ້ອນຮັບ, ແລະ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຢຸດຕິການແຜ່ລະບາດຂອງ Covid-19.

ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານ ສະຫະປະຊາຊາດ ປະຈຳຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍ ສປຊ ໄດ້ສົມທົບ ຫນູນຊ່ວຍຫວຽດນາມ ໃນການປ້ອງກັນ ຄວບຄຸມ ເຊື້ອພະຍາດ Covid-19 ແລະ ເນັ້ນຫນັກວ່າ ຫວຽດນາມ ຕັດສິນໃຈສະກັດກັ້ນ ຄວບຄຸມໂລກລະບາດ, ພິເສດແມ່ນ ການແຍກຕົວ.

ສະຫະປະຊາຊາດຢັ້ງຢືນວ່າ ຈະສະໜັບສະໜູນ ຫວຽດນາມ ໃນທຸກຂົງເຂດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຜູ້ປະສານງານ ສະຫະປະຊາຊາດ ປະຈຳຫວຽດນາມ. (ພາບ: TTXVN)

ຫວຽດນາມ ໄດ້ປະຕິບັດບົດບາດຫນ້າທີ່ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ແລະ ປະທານສະພາຄວາມໝັ້ນຄົງ ສປຊ ເມື່ອເດືອນມັງກອນປີ 2020 ເປັນຢ່າງດີ. ໃນທຸກການເຄື່ອນໄຫວ, ຫວຽດນາມ ລ້ວນແຕ່ເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການ ດ້ວຍແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ຫລັກໝັ້ນຫລັກການ ຍາມໃດກໍ່ມີຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ເພື່ອສັນຕິພາບ ສະຖຽນລະພາບຢູ່ບັນດາພາກພື້ນ.

ທ່ານ Kamal Malhotra ໄດ້ຂອບໃຈ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ໄດ້ຕ້ອນຮັບ, ແລະ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຢຸດຕິການແຜ່ລະບາດຂອງ Covid-19. ຕາມນັ້ນແລ້ວ, ສະຫະປະຊາຊາດ ໄດ້ແບ່ງປັນປະສົບການທີ່ປະສົບຜົນສຳເລັດຂອງ ຫວຽດນາມ ໃນໄລຍະທຳອິດຂອງການຕໍ່ສູ້ຕ້ານໂລກລະບາດກັບຫຼາຍປະເທດ. ທ່ານ Kamal Malhotra ເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດດັ່ງກ່າວໄດ້ ແລະ ສະເຫນີ ຫວຽດນາມ ຈົ່ງເປັນເຈົ້າການ, ຂ້ຽວຂາດກວ່າອີກ. ສະຫະປະຊາຊາດ ຍາມໃດກໍ່ຮຽງບ່າຮຽງໄລ່ກັບຫວຽດນາມ ໃນໄລຍະ 2 ຂອງວິວັດການຄວບຄຸມໂລກລະບາດ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.