ສະມາຄົມນັກທຸລະກິດໝຸ່ມ ແຫ່ງຊາດລາວ ເລືອກຄະນະບໍລິຫານງານ ສະມາຄົມຊຸດໃໝ່

14:58 | 30/10/2020

ສະມາຄົມນັກທຸລະກິດໝຸ່ມ ແຫ່ງຊາດລາວ (ສທໜຊ) ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ໃນວັນທີ 29 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມນັກທຸລະກິດໝຸ່ມແຫ່ງຊາດລາວ, ມີ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ເພື່ອສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ, ພ້ອມທັງໄດ້ເລືອກຄະນະ ບໍລິຫານສະມາຄົມ ຊຸດໃໝ່ ຈຳນວນ 43 ທ່ານ, ໃນນັ້ນ, ກອງປະຊຸມໄດ້ເລືອກຕັ້ງ ທ່ານ ຄຳແສນ ສີສະວົງ ເປັນປະທານ ສທໜຊ ອີກໜຶ່ງໃໝ່ ແລະ ແຕ່ງຕັ້ງຮອງປະທານ ຈຳນວນ 12 ທ່ານ.

ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງແຫ່ງຊາດ
ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່
ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ
ພາບປະກອບ

ໃນກອງປະຊຸມ ໄດ້ຕີລາຄາຄືນຢ່າງ ຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິ ບັດທິດທາງ, ຄາດໝາຍ ແລະ ຈັດຕັ້ງປະຕິບັດວຽກງານ ທີ່ໄດ້ວາງອອກ ໃນກອງປະຊຸມໃຫຍ່ ຄັ້ງທີ III ສທໜຊ, ຍົກໃຫ້ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອນໍາໄປປັບປຸງໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍ່ກໍານົດທິດທາງ, ຄາດໝາຍສູ້ຊົນ, ໜ້າທີ່ວຽກງານຕະຫລອດໄລຍະກອງປະຊຸມໃຫຍ່ ຄັ້ງທີ IV ແນໃສ່ສືບຕໍ່ຜັນຂະຫຍາຍ ແນວທາງ ພັດທະນາ ເສດຖະກິດ-ສັງຄົມ ໃຫ້ເປັນແຜນວຽກ ລະອຽດແຕ່ລະໄລຍະ. ທັງນີ້, ກໍເພື່ອປັບປຸງພາຍໃນ ຄະນະບໍລິຫານງານ ສທໜຊ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ໃນເງື່ອນໄຂໃໝ່ ເງື່ອນໄຂແຫ່ງການເຊື່ອມໂຍງສາກົນ ແລະ ພາກພື້ນ.

ໂອກາດນີ້, ທ່ານ ອາລຸນໄຊ ສຸນນະລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກໍຄື ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໂດຍທ່ານ ໄດ້ເນັ້ນບາງບັນຫາສຳຄັນ ຄື: ສະຫາຍປະທານ ສທໜຊ ທີ່ຫາກໍໄດ້ຮັບເລືອກຕັ້ງມາໃໝ່ ຕ້ອງເປັນຜູ້ມີຄວາມເສຍສະຫລະສູງ ແລະ ມີຄວາມຈິງໃຈ ໃນການ ເຕົ້າໂຮມຄວາມ ສາມັກຄີໃນໝູ່ຄະນະ, ເອົາໃຈໃສ່ວຽກງານ ແນວຄິດ-ການເມືອງ ຂອງສະມາຊິກ, ນອກນັ້ນສະມາຊິກແຕ່ລະສະຫາຍ ກໍຕ້ອງໄດ້ເອົາໃຈໃສ່ ປຸກລະດົມພະນັກງານ ກໍາມະກອນ ທີ່ນອນຢູ່ໃນຫົວໜ່ວຍທຸລະກິດຂອງຕົນເອງ ໃຫ້ມີຄວາມໜັກແໜ້ນ ແລະ ຫ້າວຫັນປະຕິບັດ ວຽກງານທີ່ຖືກມອບໝາຍ, ບັນດາສະຫາຍ ໃນຄະນະບໍລິຫານງານ ຕ້ອງປະຕິບັດລະບຽບ ປະຊຸມສ່ອງແສງ ແລະ ລາຍງານຢ່າງເປັນປົກກະ ຕິ, ພ້ອມກັນເຊື່ອມຊຶມເຜີຍແຜ່ມະຕິ ກໍຄື ຜົນສໍາເລັດ ຂອງ ກອງປະຊຸມຄັ້ງນີ້ ໃຫ້ເລິກເຊິ່ງ ແລະ ຜັນຂະ ຫຍາຍເປັນແຜນການເຄື່ອນໄຫວ ແລະ ກິດຈະກໍາລະອຽດ ແລະ ບັນຫາສຳຄັນຕ່າງໆ.

ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃຫ້ປະຊາຊົນມີສະຕິພ້ອມກັນ ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກະຊວງ​ສາທາລະນະ​ສຸກ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 29 ຕຸລາ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃຫ້​ປະຊາຊົນ​​ລາວບັນດາ​ເຜົ່າ ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ຈົ່ງ​ມີ​ສະຕິ​ລະ​ວັງ​ໂຕ​ ​​ພ້ອມ​ກັນປະຕິບັດ​ມາດ​ຕະການ​ ທີ່​ທາງ​ຄະນະ​ສະ​ກິດ​ວາງ​ອອກ ດ້ວຍຄວາມຮັບຜິດຊອບສູງ ​ແນ​ໃສ່ເພື່ອປ້ອງ​ກັນ​ຕົນ​ເອງ, ​​ຄອບຄົວ ​ແລະ ​ເພື່ອ​ຄົນ​ທີ່​ທ່ານ​ຮັກ.

ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນແກ້ໄຂຜົ້ນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ.

ສະມາຄ ມນ ກທ ລະກ ດໝ ມ ແຫ ງຊາດລາວ ເລ ອກຄະນະບ ລ ຫານງານ ສະມາຄ ມຊ ດໃໝ ລັດຖະບານ ລາວ ຮັບປະກັນໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ

ປະຕິຮູບໂຄງສ້າງເສດຖະກິດເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວດ້ວຍຄຸນນະພາບທີ່ດີຂຶ້ນດ້ວຍການ ປະຕິຮູບໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ...

kpl.gov.la

ເຫດການ
302 Found

Found

The document has moved here.