ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນແກ້ໄຂຜົ້ນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

16:26 | 29/10/2020

ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ.

ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ ລັດຖະບານ ລາວ ຮັບປະກັນໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ
ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ ສປປ.ລາວ: ໃນ 9 ເດືອນຕົ້ນປີ 2020 ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້
ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ
ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນເຮັດອະນາໄມເຮືອນຊານ ແລະເຊັດຖູໂຕະຕັ່ງ. (ພາບ: htu.edu.vn)

“ອາຈານເອີຍ, ພວກນ້ອງຢາກຊ່ວຍເຫຼືອປະຊາຊົນ”

ນໍ້າຖວ້ມຍິ່ງຂຶ້ນສູງ, ໄຟຟ້າມອດ, ບໍ່ມີອາຫານ... ແມ່ນທຸກສິ່ງ ເຊິ່ງ ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລຮ່າຕີ້ງ ໄດ້ເຄີຍຜ່ານ ໃນຊຸມວັນຝົນຕົກນໍ້າຖ້ວມ. ອ້າຍ ບ້ຽນວັນກ່ວຽນ ເລຂາຄະນະຊາວໜຸ່ມ ມະຫາວິທະຍາໄລຮ່າຕີ້ງ ແບ່ງປັນວ່າ “ໃນຫຼາຍປີຜ່ານມາ, ຂ້າພະເຈົ້າຍັງບໍ່ທັນເຫັນປະຈັກຕາໄພນໍ້າຖ້ວມໃຫຍ່ຄືຄັ້ງນີ້. ນັກສຶກສາ ຂາດສະບຽງອາຫານ, ເຮືອນຊານຂອງປະຊາຊົນຖືກນໍ້າຖ້ວມເລິກ, ສະພາບການແມ່ນຫຍຸ້ງຍາກທີ່ສຸດ. ຕໍ່ໜ້າສະພາບການດັ່ງກ່າວ, ໂຮງຮຽນ ແລະຄູອາຈານ, ນັກສຶກສາ ໄດ້ຂີ່ເຮືອເພື່ອຂົນສົ່ງສະບຽງອາຫານເຂົ້າເຖິງ ນັກສຶກສາລາວ”. ໂດຍຖືກຕັກແຍກໃນນໍ້າຖ້ວມ, ບັນດານັກສຶກສາລາວ ຍິ່ງຮູ້ສຶກໄດ້ ຄວາມຫຍຸ້ງຍາກຂອງປະຊາຊົຢູ່ທີ່ນີ້, ເພາະສະນັ້ນ, ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ກຸ່ມນັກສຶກສາລາວໄດ້ຕິດຕໍ່ກັບອ້າຍ ກວ່ຽນ ເພື່ອພ້ອມກັບໂຮງຮຽນໄປໜູນຊ່ວຍປະຊາຊົນ.

“ໄປເຖິງບ່ອນໃດ ຊ່ວຍເຫຼືອປະຊາຊົນຢູ່ບ່ອນນັ້ນ”

ເລີ່ມແຕ່ເວລາ 8 ໂມງເຊົ້າຂອງວັນທີ 22 ຕຸລາ, ກຸ່ມນັກສຶກສາລາວ ໄດ້ເຕົ້າໂຮມເພື່ອຮັບຟັງຄູຈານຕັກເຕືອນ, ຈຶ່ງຂຶ້ນລົດໄປເຖິງບັນດາ ຕາແສງເພື່ອຊ່ວຍເຫຼືອປະຊາຊົນເຮັດອະນາໄມພາຍຫຼັງໄພນໍ້າຖ້ວມ. ພາຫະນະແມ່ນອຸດົມສົມບຸນຄືລົດຖີບ ແລະລົດຈັກ... ນ້ອງ ຢາຍ ວິລາຍສິດ (ນັກສຶກສາລາວ ຢູ່ມະຫາວິທະຍາໄລຮ່າຕີ້ງ) ແມ່ນໜຶ່ງ ໃນບັນດານັກສຶກສາເຂົ້າຮ່ວມການເຮັດອະນາໄມຢູ່ເມືອງເກີ໊ມ ຊວຽນ ແບ່ງປັນວ່າ “ພວກນ້ອງໄປເຖິງບ່ອນໃດ ເຮັດອະນາໄມຢູ່ບ່ອນນັ້ນ, ຄອບຄົວໃດພວມຕາກເຂົ້າເປືອກ, ພວກນ້ອງເຂົ້າມາຊ່ວຍເຫຼືອ, ຄອບຄົວໃດຕ້ອງການມີຜູ້ເຊັດຖູໂຕະຕັ່ງ, ພວກນ້ອງກໍ່ເຂົ້າເຖິງ”.

ຄວາມຫຍຸ້ງຍາກທີ່ສຸດ ເຊິ່ງກຸ່ມນັກສຶກສາລາວປະສົບກັບເມື່ອເຂົ້າຮ່ວມ ເຮັດອະນາໄມແມ່ນຄວາມຂາດເຂີນກ່ຽວກັບເຄື່ອງມືປົກປ້ອງ. ນ້ອງ ຢາຍ ແບ່ງປັນວ່າ “ສອງສາມມື້ຜ່ານມາ, ປະຊາຊົນໄດ້ນໍາເອົາສະບຽງອາຫານ, ນໍ້າດື່ມບໍລິສຸດໃຫ້ແກ່ພວກນ້ອງ. ສະນັ້ນ, ເມື່ອປະຊາຊົນມີຄວາມຕ້ອງ ການ, ພວກນ້ອງຈະຊ່ວຍເຫຼືອ”.

ສ່ວນນ້ອງ ນິດນິລານ ແກ້ວດວງສີ (ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຮ່າຕີ້ງ) ແບ່ງປັນວ່າ “ໃນຍາມຫຍຸ້ງຍາກ, ພວກນ້ອງໄດ້ຮັບການຊ່ວຍເຫຼືອ ຈາກປະຊາຊົນຫວຽດນາມ, ດຽວນີ້ພວກນ້ອງຢາກສະແດງຄວາມຮູ້ບູນຄຸນ ດ້ວຍບັນດາການກະທໍາຢ່າງແທດຈິງ”. ສິ່ງພິເສດກວ່າໝູ່ແມ່ນພວກນ້ອງ ຍາມໃດກໍ່ຖືຫວຽດນາມແມ່ນບ້ານເກີດເມືອງນອນທີສອງຂອງຕົນ. ບັນດາການກະທໍາຂອງນັກສຶກສາລາວໄດ້ຊ່ວຍໃຫ້ຊີວິດການເປັນຢູ່່ຂອງ ປະຊາຊົນເປັນປົກກະຕິຄືນໃໝ່, ຊ່ວຍພວກນ້ອງນ້ອຍກັບຄືນໂຮງຮຽນ. ປັດຈຸບັນ, ວຽງການເຮັດອະນາໄມຢູ່ຕາແສງເກີ໊ມວີ້ງ ແລະເກີ໊ມຊວຽນ (ແຂວງຮ່າຕີ້ງ) ໄດ້ສໍາເລັດໂດຍພື້ນຖານ. ເຖິງວ່າ, ປະຊາຊົຢູ່ທີ່ນີ່ກໍ່ພວມກະກຽມທຸກສິ່ງເພື່ອປ້ອງກັນຫຼີກພາຍຸລູກທີ 9 ຢ່າງຮີບ ດ່ວນ.

ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ ສະຖານີວິທະຍຸ ແລະ ໂທລະພາບແຂວງໄຊສົມບູນ ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 70%

ສະຖານີວິທະຍຸໂທລະພາບນີ້ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ 118 ຕື້ດົງ, ໃນນີ້ລັດຖະ ບານລາວສົມທົບທຶນ 1,8 ຕື້ກີບໂດຍບໍລິສັດໂກເອໂກຫວຽດນາມຮັບເໝົາກໍ່ສ້າງແຕ່ເດືອນກຸມພາເປັນຕົ້ນມາ.

ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ ລາວ ເລີ່ມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ

ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.

ນ ກສ ກສາລາວ ຊ ວຍເຫ ອປະຊາຊ ນແກ ໄຂຜ ນຮ າຍຢ ອນຫ ງຈາກໄພນ າຖ ວມ ສປປ.ລາວ: ມູນຄ່າການ ນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນສາມາດປະຕິບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79% ຂອງແຜນດັດແກ້

ໃນນີ້ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%); ແລະ ຂະແໜງ ບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%).

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.