ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

16:49 | 12/10/2020

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິ-19 ເພີ່ມ
ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ນອກຈາກນີ້, ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງ ວັນທີ 11 ຕຸລາ 2020 ມີຄົນເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ມີຄົນເດີນທາງເຂົ້າມາທັງໝົດ 1.216 ຄົນ ແລະ ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ ແຕ່ບໍ່ພົບຄົນທີ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ໃນວັນທີ 11 ຕຸລາ 2020 ທີ່ຜ່ານມາ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 156 ຄົນ, ໃນນັ້ນມີແຮງງານລາວ ມາແຕ່ໄທ 107 ຕົວຢ່າງ, ແຮງງນໄທ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 41 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 02 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 01 ຕົວຢ່າງ, ຜົນກວດວິເຄາະ ທັງໝົດແມ່ນ ບໍ່ພົບເຊື້ອ, ສ່ວນຜູ້ຕິດເຊື້ອນ້ຳເບີ 23 ຍັງຄົງຮັກສາຕົວຢູ່ໂຮງໝໍມິດຕະພາບ ແລະ ອາການຍັງຄົງໂຕ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58.078 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ນອກຈາກນີ້, ບັນຫາສຳຄັນແມ່ນສະພາບ ການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແມ່ນຍັງສືບຕໍ່ ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ, ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ ການວາງມາດຕະການຕ່າງໆ ອອກມາກໍ່ແມ່ນເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມ ຂອງພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມືເປັນເຈົ້າການ ໃນການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການ ດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊີນເຄີຍ ເພື່ອໃຫ້ສະພາບການລະບາດ ຂອງພະຍາດ COVID-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານ ຕິດຕາມຂ່າວ ຈາກພາກ ປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະ ສຶກສາ.

ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 2 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 1 ຕຸລາ 2020, ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.275 ຄົນ. ໃນນີ້, ຜ່ານດ່ານ ລາວ-ໄທ ຈໍານວນ 157 ຄົນ,​ ດ່ານລາວ-ຈີນ ມີ 233 ຄົນ, ດ່ານລາວ-ຫວຽດນາມ ມີ 681 ຄົນ, ໂດຍທັງໝົດແມ່ນ ໄດ້ຮັບການແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບ ຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ ຈໍາກັດບໍລິເວນຈົນຄົບ 14 ມື້.

ສປປ ລາວ ມ ຜ ຖ ກຈຳກ ດບ ລ ເວນ 2 920 ຄ ນ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.