ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິ-19 ເພີ່ມ

16:28 | 06/10/2020

ໃນວັນທີ 6 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ: ໃນວັນທີ 05 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 723 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 384 ຕົວຢ່າງ, ແຮງງານຈີນ 278 ຕົວຢ່າງ, ແຮງງານຫວຽດນາມ 43 ຕົວຢ່າງ, ແຮງງານໄທ 11 ຕົວຢ່າງ, ແຮງງານລາວມາແຕ່ຈີນ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 04 ຕົວຢ່າງ ແລະ ບຸກຄົນທົ່ວໄປ ທີ່ບໍ່ມີອາການ 01 ຕົວຢ່າງ ຜົນອອກມາທັງໝົດແມ່ນ ບໍ່ມີຜູ້ຕິດເຊື້ອໃໝ່. ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19  ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ
ພາບປະກອບ

ສຳລັບການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.990 ຄົນ ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 782 ຄົນ (ແຮງງານລາວ ກັບມາແຕ່ໄທ 226 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 132 ຄົນ, ໃນນັ້ນແຮງງານຈີນ 25 ຄົນ, ເຫລືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ, ຈຸດຜ່ານດ່ານ ລາວ-ຫວຽດນາມ 765 ຄົນ, ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ (ໃນນັ້ນມີນັກສຶກສາ 11 ຄົນ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫລາຍແມ່ນ ເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ), ຈຸດຜ່ານດ່ານ ລາວ-ກຳປູເຈຍ ແມ່ນບໍ່ມີ, ເດີນທາງຜ່ານດ່ານ ລາວ-ມຽນມາ ບໍ່ມີ, ດີນທາງຜ່ານ ສະໜາມບິນສາກົນວັດໄຕ 311 ຄົນ (ຄົນຈີນ 277 ຄົນ, ຄົນລາວ 02 ຄົນ ແລະ ຕ່າງປະເທດ 32 ຄົນ), ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ ທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພ້ອມນີ້, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຍັງໄດ້ຮຽກຮ້ອງຈາກ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ແມ່ນໃສ່ຜ້າປິດປາກດັງ, ໃຊ້ຂໍ້ສອກແຂນປິດປາກເມື່ອໄອຈາມ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ. ພ້ອມດຽວກັນນັ້ນ, ພາກັນເອົາໃຈໃສ່ສຶກສາແຈ້ງການ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ວ່າດ້ວຍການສືບຕໍ່ປະຕິບັດມາດຕະ ການຜ່ອນຜັນ ເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງເຄັ່ງຄັດ ເພື່ອຜ່ານຜ່າວິກິດພະຍາດ COVID-19 ນີ້ ໄປພ້ອມກັນ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ ຫວຽດນາມ - ລາວ ແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຊາຍແດນຂອງສອງປະເທດ

ມາຮອດປະຈຸບັນ, ສອງຝ່າຍໄດ້ປະສານສົມທົບເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີຜົນສຳເລັດຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງສອງປະເທດ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ຄະນະວິສາຫະກິດສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ວ່າ: ສະ​ມາ​ຄົມ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ຊຽນ​ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດສະ​ມາ​ຊິກ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ກ່ຽວ​ກັບ​ຕະຫຼາດ​ອາ​ຊຽ​ໜ ໂດຍ​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ 19 ເພ ມ ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ

ຍສໝ - ປະຈຸບັນ, ຫວຽດນາມແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ, ດ້ວຍມູນຄ່າການຄ້າສອງຝ່າຍບັນລຸ 7,98 ຕື້ CAD ໃນປີ 2019.

kpl.gov.la

ເຫດການ
302 Found

Found

The document has moved here.