ໂຄວິດ - 19: ຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ຢູ່ ຫວຽດນາມເປັນ 1.430 ຄົນ

10:56 | 27/01/2021

ຍສໝ - ວັນທີ 26 ມັງກອນ 2021, ຢູ່ ຫວຽດນາມ ມີຄົນເຈັບ 5 ຄົນ ຕິດເຊື້ອ ໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ເປັນ 1.430  ຄົນ.

ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM) ຄັ້ງທີ 20
ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ
ພາບປະກອບ

ໃນຕອນບ່າຍ ຂອງ ວັນທີ 26 ມັງກອນ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ - 19 ຕື່ມອີກ 2 ຄົນ ມາຈາກຕ່າງປະເທດ ແລະ ພວກເຂົາໄດ້ຖືກແຍກຕົວໃນທັນທີ. ນອກຈາກນັ້ນ, ມີຄົນເຈັບ 5 ຄົນ ຕິດເຊື້ອ ໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ສະນັ້ນຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ເປັນ 1.430 ຄົນ.

ປະຈຸບັນ, ສະພາບການພະຍາດໂຄວິດ-19 ໃນໂລກຍັງມີການຜັນແປຢ່າງສັບສົນ, ມີຜູ້ຕິດເຊື້ອເກືອບ 100 ລ້ານຄົນແລ້ວ. ພ້ອມກັນນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ແລະເສຍຊີວິດມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ. ຕາມທ່ານ ປອ. Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ຫວຽດນາມ ແລ້ວ, ໂດຍພື້ນຖານຫວຽດນາມ ຄວບຄຸມໂລກພະຍາດໄດ້ເປັນຢ່າງດີ, ແຕ່ວ່າຍັງສືບຕໍ່ມີກໍລະນີຕິດເຊື້ອພະຍາດໃໝ່ຈາກຕ່າງປະເທດທີ່ເຂົ້າມາປະເທດຫວຽດນາມ. ທ່ານ ປອ. Kidong Park ຖືວ່າ ຫວຽດນາມ ໄດ້ ແລະພວມຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຮັກສາໄດ້ຈຳນວນຜູ້ຕິດພະຍາດ ແລະເສຍຊີວິດຢູ່ໃນລະດັບຕ່ຳເມື່ອທຽບໃສ່ກັບປະເທດຕ່າງໆ.

ປັດຈຸບັນ ທົ່ວປະເທດ ລາວ ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.117 ຄົນ, ​ໃນ​ນັ້ນໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ​ແມ່ນບໍ່ພົບຜູ້ຕິດເຊື້ອ. ກະຊວງສາທາລະນະສຸກລາວ ຫາກໍ່່ໄດ້ຮັບວັກຊິນ Sputnik V ຂອງລັດເຊຍ 1.000 ຫຼອດ ຜ່ານກອງທຶນລັດເຊຍໂດຍກົງ, ນີ້ແມ່ນການມອບ-ຮັບວັກຊິນ ຄັ້ງທໍາອິດໃນສັນຍາ 2 ລ້ານຫຼອດ ເຊິ່ງລັດຖະບານສອງປະເທດໄດ້ຕົກລົງກັນ. ຕາມ ທ່ານ V. Karinin ເອກອັກຄະລັດຖະທູດລັດເຊຍ ປະຈໍາລາວ ແລ້ວ, ລັດເຊຍ ແລະລາວ ໄດ້ຕົກລົງເຫັນດີນໍາໃນການສະໜອງວັກຊິນ Sputnik V ໃຫ້ແກ່ລາວ ດ້ວຍປະລິມານ 2 ລ້ານຫຼອດ. ເປັນອັນວ່າ, ໃນໄລຍະຈະມາເຖິງມີພົນລະເມືອງລາວ 25% ຈະໄດ້ສັກວັກຊິນກັນພະຍາດໂຄວິດ-19.

ວັນທີ 23 ມັງກອນ 2021 ແມ່ນ ຄົບຮອບ 1 ປີແຫ່ງວັນ ນະຄອນອຸຫັ້ນ ປິດເມືອງຍ້ອນໂລກລະບາດໂຄວິດ - 19. ໂລກລະບາດໂຄວິດ - 19 ໄດ້ກວດພົບຜູ້ຕິດເຊື້ອທຳອິດ ຢູ່ນະຄອນ ອຸຫັ້ນ, ເມືອງເອກຂອງແຂວງ ຮູ້ເປີຍ, ປະເທດຈີນ. ມີໂຮງໝໍແຫ່ງໜຶ່ງຢູ່ອຸຫັ້ນ ໄດ້ປະກາດໃຫ້ສູນຄວນຄຸມ ແລະ ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ທ້ອງຖິ່ນ ໃນວັນທີ 27 ທັນວາ 2019.

ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.

ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ ຄວາມຫວັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ສົ່ງເຖິງກອງປະຊຸມໃຫຍ່ຂອງພັກ

ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.

ໂຄວ ດ 19 ຍອດຈຳນວນຄ ນເຈ ບໄດ ຮ ບການປ ນປ ວຫາຍດ ຢ ຫວຽດນາມເປ ນ 1 430 ຄ ນ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.