ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ

11:36 | 15/01/2021

ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ ຕ່າງປະເທດ ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນ38 ລ້ານກວ່າຄົນ
ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ
ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າ ວັນທີ 13 ມັງກອນ 2021. ພາບ: ຂປລ

ໃນໄລຍະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ອະນຸກຳມະການໂຄສະນາ ໄດ້ຈັດຕັ້ງ ສູນຂ່າວ ເພື່ອປະກອບສ່ວນຮັບໃຊ້ ໃນການສະໜອງຂໍ້ມູນຂ່າວສານ ຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະ ການດຳເນີນກອງປະຊຸມ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ, ໂດຍອີງໃສ່ຕາມ ກົດລະບຽບຂອງສູນຂ່າວ ເຮັດໃຫ້ມີ ບັນຍາການທີ່ດີ, ຮູບການທີ່ດີ ແລະ ເນື້ອໃນທີ່ດີ, ທັງນີ້ເພື່ອຮັບປະກັນ ໃນການເຜີຍແຜ່ຂໍ້ມູນຂ່າວສານ ອອກສູ່ສັງຄົມທີ່ຖືກຕ້ອງຊັດເຈັນ.

ຕາມ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວໜ້າໜ່ວຍງານ ຮັບຜິດຊອບສູນຂ່າວ ຂອງອະນຸກຳມະການໂຄສະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລ້ວ, ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງຫົວໜ້າຮັບຜິດຊອບສູນຂ່າວ ຂອງໜ່ວຍງານໂຄສະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ໃນຖານະຮັບຜິດຊອບສູນຂ່າວ ຖືວ່າເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນນາມສື່ມວນ ຊົນລາວ, ທີ່ໄດ້ຮັບໃຊ້ໃນບັ້ນໂຄສະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງສູນຂ່າວພວກເຮົາ ໄດ້ເຮັດໜ້າທີ່ ສະໜອງຂໍ້ມູນ, ເອກະສານທີ່ກ່ຽວກັບກອງປະຊຸມ, ສະໜອງຮູບພາບນີ່ງ ແລະ ພາບການເຄື່ອນໄຫວ ທີ່ມີການບັນທຶກຢູ່ໃນຫ້ອງປະຊຸມ ໃຫ້ສື່ມວນຊົນ ທຸກພາກສ່ວນ ທີ່ມາປະຕິບັດວຽກງານ ສາມາດສົ່ງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ໄດ້ຢ່າງວ່ອງໄວ, ມີຄວາຖືກຕ້ອງຊັດເຈນ ແລະ ບໍ່ໃຫ້ເກີດຄວາມສັບສົນ. ນອກຈາກນັ້ນ, ຍັງສະໜອງການ ຖ່າຍທອດສົດ ເພື່ອໃຫ້ນັກຂ່າວ ຫລື ສື່ມວນຊົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດຕິດຕາມເອົາ ທຸກເຫດການທີ່ເກີດຂຶ້ນ ຢູ່ໃນກອງປະຊຸມ ເພື່ອເຜີຍແຜ່ຕໍ່ຢູ່ໃນສື່ຂອງຕົນ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າ ວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ມີກຳມະການກົມ ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາ ສະມາຊິກພັກສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກ ໃຫ້ຕາງໜ້າອົງຄະນະພັກ ຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວ ບັນດາເຜົ່າເຂົ້າຮ່ວມ.

ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ ສື່ມວນຊົນລາວ: ຕ້ອງໄດ້ປົກປ້ອງ ແລະ ຖະນຸຖະໜອມສາຍພົວພັນພິເສດ ລາວ - ຫວຽດນາມ

ຍສໝ - ໃນຊຸມມື້ຜ່ານມາ, ສື່ມວນຊົນລາວ ໄດ້ລົງພິມບົດຂຽນຫຼາຍບົດກ່ຽວກັບຊີວິດ ແລະ ອາຊີບຂອງ ປະທານ ໂຮ່ຈີມິນ ຢ່າງຕໍ່ເນື່ອງ; ກ່ຽວກັບສາຍພົວພັນສະໜິດສະໜົມ ຂອງ ເພິ່ນກັບການປະຕິວັດລາວ…

ສ ມວນຊ ນລາວ ມ ຄວາມຮ ບຜ ດຊອບສ ງໃນການສະໜອງຂ ມ ນຂ າວສານຂອງກອງປະຊ ມໃຫຍ ໃຫ ແກ ບ ນດາສ ມ ວນຊ ນທ ງພາຍໃນ ແລະ ຕ າງປະເທດ ຕະຫລອດໄລຍະການດຳເນ ນກອງປະຊ ມ ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ໄຊພອນ

ເຫດການ
302 Found

Found

The document has moved here.