ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

15:05 | 09/10/2020

ມາຮອດເວລາ 17:00 ໂມງຂອງວັນທີ 8 ຕຸລາ 2020 ຜ່ານການກວດກາ ຜູ້ເດີນທາງເຂົ້າມາປະເທດລາວ ຜ່ານດ່ານຕ່າງໆ ຈໍານວນ1.894 ຄົນ ແລະ ເກັບຕົວຢ່າງຂອງ ຜູ້ຈໍາກັດບໍລິເວນຢູ່ສູນ 42 ແຫ່ງໃນທົ່ວປະເທດ ຈໍານວນ 3.147ຄົນ ເຫັນວ່າບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ໝາຍວ່າຕົວເລກສະສົມ ຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະ ເທດເຮົາມີ 23 ຄົນ, ໃນນີ້ ປິ່ນປົວດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ມິດຕະພາບ 1 ຄົນ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິ-19 ເພີ່ມ
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ໃນວັນທີ 9 ຕຸລາ 2020 ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່​ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ມາຮອດເວລາ 17:00 ໂມງຂອງວັນທີ 8 ຕຸລາ 2020 ຜ່ານການກວດກາ ຜູ້ເດີນທາງເຂົ້າມາປະເທດລາວ ຜ່ານດ່ານຕ່າງໆ ຈໍານວນ1.894 ຄົນ ແລະ ເກັບຕົວຢ່າງຂອງ ຜູ້ຈໍາກັດບໍລິເວນຢູ່ສູນ 42 ແຫ່ງໃນທົ່ວປະເທດ ຈໍານວນ 3.147ຄົນ ເຫັນວ່າບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ໝາຍວ່າຕົວເລກສະສົມ ຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະ ເທດເຮົາມີ 23 ຄົນ, ໃນນີ້ ປິ່ນປົວດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ມິດຕະພາບ 1 ຄົນ.

ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ຕື່ມວ່າ: ມາຮອດວັນທີ 9 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດທັງໝົດ 214 ປະເທດ/ເຂດ, ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອ COVID-19 ຫລາຍກວ່າ 36 ລ້ານຄົນ. ໃນນີ້, ເສຍຊິວິດຫລາຍກວ່າ 1 ລ້ານກວ່າຄົນ ແລະ ປີ່ນປົວຫາຍດີ 27 ລ້ານກວ່າຄົນ. ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທຸກ ພາກສ່ວນໃນສັງຄົມ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນແມ່ນ ອອກຈາກບ້ານເມື່ອມີຄວາມຈຳ ເປັນ, ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອ, ປະຕິບັດການຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດເຮືອນຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ, ການປະຕິບັດທັງໝົດນີ້ ກໍແມ່ນເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 2 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 1 ຕຸລາ 2020, ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.275 ຄົນ. ໃນນີ້, ຜ່ານດ່ານ ລາວ-ໄທ ຈໍານວນ 157 ຄົນ,​ ດ່ານລາວ-ຈີນ ມີ 233 ຄົນ, ດ່ານລາວ-ຫວຽດນາມ ມີ 681 ຄົນ, ໂດຍທັງໝົດແມ່ນ ໄດ້ຮັບການແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບ ຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ ຈໍາກັດບໍລິເວນຈົນຄົບ 14 ມື້.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 22 ກັນຍາ 2020, ຢູ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະ ພາບການລະບາດ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ ອັກເສບປອດຈາກ ເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ COVID-19 ຢູ່ ສປປ ລາວ ວ່າ: ມາຮອດເວລາ 17:00 ໂມງຂອງວັນທີ 21 ກັນຍາ 2020, ມີຜູ້ເດີນທາງຜ່ານ ດ່ານຕ່າງໆເຂົ້າມາ ສປປ ລາວ ທັງໝົດ 2.047 ຄົນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.