ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ

06:13 | 28/03/2021

ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca
ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ
ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ
ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ (ລາວ)

ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງ ເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ. ໃນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫລັກການຮ່ວມມືຫລາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ; ໄດ້ສືບຕໍ່ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ ຫວຽດ​ນາມ ແລະ ບ​ຣູ​ໄນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຄວາມ​ສະ​ໜິດ​ຕິດ​ພັນ​ພາຍ​ໃນ​ກຸ່ມ​ອາ​ຊຽນ

ຍ​ສ​ໝ - ທີ່​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ, ທ່ານ​ລັດ​ຖະ​ມົນ​ຕີ Dato Erywan Pehin Yusof ໄດ້​ສະ​ແດງ​ຄວາມອວຍ​ພອນ​ຫວຽດ​ນາມ​ທີ່​ໄດ້​ປະ​ຕິ​ບັດ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ຢ່າງ​ສຳ​ເລັດ, ພິ​ເສດ​ແມ່ນ​ໄດ້​ນຳ​ພາ​ອາ​ຊຽນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຄວາມ​ຫຍຸ້ງ​ຍາກ ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun ...

ລ ດຖະມ ນຕ ຕ າງປະເທດ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດອາຊຽນ ແບບບ ເປ ນທາງການ ຫວຽດ​ນາມ​ເຂົ້າ​ຮ່ວມເວ​ທີ​ປາ​ໄສທາງອ​ອນ​ລາຍ​ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ ຄັ້ງ​ທີ 32

ຍ​ສໝ - ທ່ານ​ຫົວ​ໜ້າ​​ຄະ​ນະ​ຝ່າຍອົດ​ສະ​ຕາ​ລີ​ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​​ສະ​ດວກ​ໃຫ້​ແກ່​ພົນ​ລະ​ເມືອງ ແລະ ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ ອາ​ຊຽນ​ທີ່ພວມ​ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ອົດ​ສະ​ຕາ​ລີ​ໃນ​ໄລ​ຍະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກນີ້.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.