ລັດຖະບານ​ຫວຽດນາມຄາດ​ຄະ​ເນສອງ​ແຜນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2020

12:11 | 21/05/2020

ຍສໝ - ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງ ແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ. 

ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020 ເພື່ອ​ແນ​ໃສ່​ສະກັນ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ
ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020 ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບ​າດ ຈົ່ງ​ຖື​ສຸ​ຂະ​ພາບ​ເໜືອ​ກ່​ວາໝາກ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ
ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງ.(ພາບ: VGP)

ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2019 ແລະ ສະພາບການຜັນຂະຫຍານແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020.

ແຜນການທີ 1: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ກາງເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 3 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດ ຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 4,4 – 5,2% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 1,6 – 2,4% ຕາມເປົ້າໝາຍທີ່ໄດ້ວາງອອກ).

ແຜນການທີ 2: ໄລຍະທີ່ຫວຽດນາມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແມ່ນນັບແຕ່ທ້າຍເດືອນເມສາ 2020 ແລະ ບັນດາປະເທດ ທີ່ເປັນຄູ່ຮ່ວມມືດ້ານການຄ້າ, ການລົງທຶນສໍາຄັນສໍາລັບຫວຽດນາມ ໃນໄຕມາດ 4 ປີ 2020, ຕາມນັ້ນແລ້ວ ວີທີີການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸປະມານ 3,6 – 4,4% ເມື່ອທຽບໃສ່ປີ 2019 (ຕໍ່າກວ່າ 2,4 – 3,2% ຕາມເປົ້າໝາຍທີ່ໄດ້ວາງອອກ).

ນອກຈາກນັ້ນ, ລັດຖະບານ ຫວຽດນາມ ຈະເດັດດ່ຽວປະຕິບັດບັນດາມາດຕະການ, ຄວບຄຸມໂລກລະບາດ ໂຄວິດ-19 ໃຫ້ໄດ້ໂດຍໄວ. ພ້ອມທັງຜັນຂະຫຍາຍບັນດາມາດຕະການຄົບຊຸດ, ຊຸກຍູ້ພື້ນຖານເສດຖະກິດເພີ່ມຄວາມໄວພາຍຫລັງໂລກລະບາດ. ໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງກ້ວາງຂວາງ ແລະ ຍັງບໍ່ຮູ້ເວລາສິ້ນສຸດ, ຈຳນວນກໍລະນີຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນທົ່ວໂລກ ເມື່ອບໍ່ມີກໍລະນີເສຍຊີວິດ, ໃນເບື້ອງຕົ້ນສາມາດຄວບຄຸມໂລກລະບາດໄດ້ສຳເລັດຜົນ, ໄດ້ຮັບການຕີລາຄາສູງຈາກສາກົນ ກ່ຽວກັບລະດັບຄວາມຮູ້ດ້ານສາທາລະນະສຸກ, ບົດຮຽນຂອງ ຫວຽດນາມ ໃນການກວດພົບ, ແຍກຕົວ, ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຈິດໃຈແບ່ງປັນ, ຮ່ວມມືສາກົນ.

ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ ໄປຄຽງຄູ່ກັບການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ, ລັດຖະບານໄດ້ຊີ້ນຳຜັນຂະຫຍາຍບັນດາໜ້າທີ່, ມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ, ຂ້ຽວຂາດ ໃນນັ້ນ ສ້າງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

“ລັດຖະບານສືບຕໍ່ກໍ່ສ້າງ ແລະ ສະເໜີໃຫ້ສະພາແຫ່ງຊາດພິຈາລະນາ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍ, ມາດຕະການຊຸກຍູ້, ຟື້ນຟູ ແລະ ພັດທະນາເສດຖະກິດ, ພິຈາລະນາຍົກອອກບ້ວງເງິນກະຕຸ້ນເສດຖະກິດໃໝ່ ໃນສະພາບການໂລກລະບາດໂຄວິດ-19 ຍັງຄົງແກ່ຍາວໃນຂອບເຂດທົ່ວໂລກ; ກະຕຸ້ນໃຫ້ມີການບໍລິໂພກພາຍໃນປະເທດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ຫລຸດຜ່ອນອັດຕາວ່າງງານ; ຮັບປະກັນແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ໜູນຊ່ວຍສັງຄົມ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດ”.

ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020 ເພື່ອ​ແນ​ໃສ່​ສະກັນ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ

ລັດຖະບານ ລາວ ​ເຫັນ​ດີ​ໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເທົ່າ​ນັ້ນ.

ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020 ບັນດາປັດໄຈເພື່ອຟື້ນຟູທ່າເຕີບໂຕ​ເສດຖະກິດ​ຫວຽດນາມ ພາຍຫຼັງ​ໂລກລະບາດ​​ໂຄ​ວິດ - 19 ສິ້ນ​ສຸດ​ລົງ

ຍສໝ - ບັນດາແບບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid - 19 ສິ້ນສຸດລົງ ຈະໄດ້ຮັບການສ້າງຂຶ້ນໂດຍທັນທີໃນອາທິດນີ້ເຊິ່ງຈະກຳນົດບັນດາມາດຕະການຢ່າງຈະແຈ້ງເພື່ອໃຫ້ເສດຖະກິດຫວຽດນາມສາມາດຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ລ ດຖະບານ ຫວຽດນາມຄາດ ຄະ ເນສອງ ແຜນການ ເຕ ບ ໂຕ ຂອງ ເສດຖະກ ດ ຫວຽດນາມ ໃນ ປ 2020 ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020 ບັນລຸ 8,55 ຕື້ USD

ຍສໝ - ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີນາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ໄຊພອນ

ເຫດການ
302 Found

Found

The document has moved here.