ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບ​າດ ຈົ່ງ​ຖື​ສຸ​ຂະ​ພາບ​ເໜືອ​ກ່​ວາໝາກ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ

16:35 | 15/05/2020

ຍສໝ - ທ່ານ​ນາງ​ເຈິ່​ນ​ອ​ວຽນ​ເຟືອງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ເຕິນ​ຮຽບ​ຟາດ​ໃຫ້​ຮູ້​ວ່າ ວ​ຽກ​ງານ​ທີ່​ຈຳ​ເປັນ​ທີ່​ສຸດ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ແມ່ນ​ຕ້ອງ​ສ້າງ​ກຸ່ມ​ປ້ອງ​ປົກ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊ​ົນ​ໂດຍ​ໄວ​ແທນ​ທີ່​ສ້າງ​ປຶກ​ສາ​ຫາ​ລື​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ

ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ ນະ​ຄອນ​ເຫວ້ ປະ​ດັບ​ປະ​ດາ ເອກ​ຍ້ອງ ຢ່າງ​ມີ​ສີ​ສັນ ຕ​ອ້ນ​ຮັບ ວັນ​ວິ​ສາ​ຂະ​ບູ​ຊາ 2562
ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ​ ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນີ​ເຊ​ເຣຍ - ຫວຽດ​ນາມ
ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ
ທ່ານ​ນາງ ​ເຈິ່ນອ​ວຽນ​ເຟືອງ (ພາບ: vtv)

ທ່ານ​ນາງ​ເຈິ່ນອ​ວຽນ​ເຟືອງ ຮອງ​ຜູ້​ອຳ​ນວຍ​ການໃຫຍ່​ບໍ​ລິ​ສັດ​ເຕິນ​ຮຽບ​ພາດ, ເລົ່າ​ສູ່​ຟັງ​ວ່າ ​ໄລ​ຍະປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ, ມື້​ໃດເພິ່ມກໍ່​ຮູ້​ສຶກ​ລຳ​ບາກ​ໃຈ​ກັບ​ຄຳ​ຖາມ​ວ່າ ຈ​ະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ປະ​ໃຫ້​ພະ​ນັກ​ງານ​ ຕິດເຊື້ອ​ Covid. ທ່ານ​ນາງເຂົ້າ​ໃຈ​ວ່າ ຖ້າ​ມີ​ພຽງ​ແຕ່ຄົນໜຶ່ງ​ຕິດ​ເຊື້ອ ມັນ​ຈະ​ເຮັດ​ໃຫ້​ທົ່ວ​ລະ​ບົບ​ ຖືກຢຸດ​ສະ​ຫງັກ. ​​ທ່ານ​ນາງ​ກ່​ວາ​ວ່າ:

“ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຂ້າ​ພະ​ເຈົ້າ​ໃນ​ຂະ​ນະ​ນັ້ນ ແມ່ນ​ສຸ​ຂະ​ພາບ​ຂອງ ພະ​ນັກ​ງານ, ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ການຮັບປະ​ກັນ​ຜະ​ລິດ​ຕະ​ພັນ​ທີ່​ປອດ​ໄພ​ໃຫ້​ແກ່​ສຸ​ຂະ​ພາບ​ຂອງ​ຜູ້​ບໍ​ລິ​ໂພກ, ບໍ່​ພຽງ​ແຕ່​ບັນ​ດາ​ຂາຍ​ເຄື່ອງ​ເທົ່າ​ນັ້ນ. ຖ້າ​ຫາ​ວ່າ​ມີ​ຜູ້​ໜຶ່ງ​ຕິດ​ເຊື້ອ ມັນ​ບໍ່​ພຽງ​ແຕ່ກໍ່​ຜົນ​ສະ​ທ້​ອນ​ອັນ​ໜັກ​ໜ່ວງ​ເຖິງ​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ ຫາກ​ຍັງ​ມັນ​ຈະ​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ​ອີກ​ດ້ວຍ.​”

ການເຮັດໃຫ້ອຸ່ນອຽນໃຈແມ​່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ​ການ​ນຳ​ບໍ​ລິ​ສັດ​ນີ້, ໃນ​ສະ​ພາບ​ການ​ຖັນ​ແຖວ​ພະ​ນັກ​ງານ​ມີ​ຄວາມ​ວິ​ຕົກ​ກັງ​ວົນ ຍ້ອນ​ວ່າ ມີ​ຂ່າວ​ທີ່​ບໍ່​ຈະ​ແຈ້ງ​ກ່ຽວ​ກັບ​ໂລກ​ລະ​ບາດ. ຊ​້ຳ​ບ​ໍ່​ໜຳ, ຍັງ​ມີ​ຜູ້​ຂໍ​ລະ​ພັກ​ໃນໄລ​ຍະ​ຍາວ. ສ່ວນ​ຍັງ​ເຫຼືອ​ຕົກ​ເຂົ້າ​ສູ່​ສະ​ພາບ ຫວາດຫວັ່ນໃຈ ຍ້ອນ​ວ່າ ໄປ​ໃສ​ກໍ່​ພົ​ບ​ປະ​ໂລກ​ລະ​ບາດ. ພຽງ​ແຕ່​ມີ​ອາ​ການ​ເປັນ​ໄອ້, ເປັນ​ໄຂ່​ກໍ່​ກາຍ​ເປັນ​ເປົ້າ​ໝາຍ​ທີ່​ຖືກທຸກ​ຄົນຫຼີກ​ໜີ.

ແທນ​ທີ່​ຈະ​ດັດ​ປັບ​ແຜນ​ການ​ດຳ​ເນີ​ນ​ທຸ​ລະ​ກິດ​ຄື​ບໍ​ລິ​ສັດ​ແຫ່ງ​ຕ່າງໆ, ໜ້າ​ທີ່​ທຳ​ອິດ​ຂອງ​ບໍ​ລິ​ສັດ​ເຕິນ​ຮຽ​ບ​ເຟືອງ ​ແມ່ນ​ສ້າງ​ກຸ່ມ​ຮັບ​ມື​ໂດຍ​ໄວ​ລວມ​ມີ​ບັນ​ດາ​ຫົວ​ໜ້າ​ພາກ​ສ່ວນ​ຕ່າງໆ ແລະ ຄະ​ນະ​ຊີ້​ນຳ. ບໍ່​ວ່າ​ເວ​ລາ​ໃດ, ເມື່ອ​ຈຳ​ເປັນ​ກຸ່ມ​ຈະ​ຈັດ​ກອງ​ປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື​ວິ​ທີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດຢ່າງ​ທັນ​ທີ.

ຫົວ​ຂໍ້​ຂອງ​ແຕ່​ລະ​ວັນ​, ຍາມ​ໃດ​ກໍ່​ແມ່ນ​ຜັນ​ຂະ​ຫຍາຍ​ບັ​ນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ພະ​ນັກ​ງານ​ນັບ​ພັນໆ​ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່ໜ້າ​ຈັບ​ໃຈ ຊຶ່ງທ່ານ​ນາງ​ເຟືອງ​ພົບ​ເຫັນ​ແມ່ນ ຍິ່ງ​ໃນ​ສະ​ພາບ​ວິ​ກິດ​ການ ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຂໍ້​ມູນ​ຂ່າວ​ສານ​ພາຍ​ໃນ​ກຸ່ມ. ບໍ່​ປະ​ໃຫ້​ຂ່າວ​ລື​ແຜ່​ລາມ​ໃນ​ວົງ​ກ້​ວາງ. ທຸກໆ​ຂໍ້​ມູນ​ລ້ວນ​ແຕ່​ໄດ້​ຮັບ​ການກວດ​ກາ​ຢັ້ງ​ຢືນຈາກກຸ່ມ​ຮັບ​ມື​ໂດຍ​ໄວ. ທ່ານ​ນາງ​ເຟືອງ​ໃຫ້​ຮູ້​ຕື່ມ​ອີກວ່າ:

ສິ່ງ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ​ຂອງ​ອົງ​ການ​ໜຶ່ງ​ ແມ່ນ​ພາຍ​ໃນ​ກຸ່ມ​ມີ​ຄວາມ​ສົງ​ໄສ​ກັນ, ມີ​ການຊາ​ລື, ເດົາ​ເອົາກ່ຽວ​ກັບ​ສະ​ພາບ​ການ​ຂ​ອງ​ຜູ້​ອື່ນ. ການ​ອັບ​ເດດ​ຂໍ້​ມູນ​ຢ່າງ​ໂປ່ງ​ໃສ, ເປ​ີດ​ເຜີຍ ແລະ ໄວ​ວ່າ​ແມ່ນ​ວິ​ທີ​ທີ່​ພວກ​ຂ້າ​ພະ​ເຈົ້າ​ນຳ​ໃຊ້​ເພື່ອ​ຮັກ​ສາ​ຄວາມ​ໄວ້​ວາງ​ໃຈ. ພາຍຫຼັງ​ການ​ປະ​ຕິ​ບັດ​ເປັນ​ເວ​ລາ 2 ອະ​ທິດ, ພະ​ນັກ​ງານກໍ່​ຮູ້​ສຶກ​ລຶ້ງ​ເຄີຍ​ກັບ​ສະ​ພາບ​ການ “ປົກ​ປະ​ຕິ​ໃໝ່”, ທຸກ​ຄົນ​ຮູ້​ສຶກ​ສະ​ບາຍ​ໃຈ ແລະ ການ​ພົວ​ພັນແລກ​ປ່ຽນ​ພາຍ​ໃນ​ກຸ່ມ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ເກົ່າ”.

ຫຼັງ​ຈາກ​ຮັບ​ປະ​ກັນ​ໄດ້​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້​ແກ່​ທຸກ​ຄົນ​ແລ້ວ, ​ບໍ​ລິ​ສັດ​ນີ້ ໄດ້ເຊີນ​ທ່ານ​ໝໍ​ມາ​ແກ້​ໄຂ​ຂໍ​້​ຄົງ​ຂ້າງ​ໂດຍ​ກົງ. ເພີ່ມ​ທະ​ວີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວິ​ທີ​ການ​ປ້ອ​ງ​ກັນ​ໂລກ​ລະ​ບາດ​ດ້ວຍຫຼາຍ​ຮູບ​ແບບ​ຄື: ວັດແທກ​ອຸນ​ຫະ​ພຸມ​ຮ່າງ​ກາຍ, ໃສ່​ຜ້າ​ອັດ​ປາກ - ດັງ, ລ້າງ​ມື​ດ້ວຍ​ຢາ​ຂ້າ​ເຊື້ອ​ຢູ່​ທຸກໆ​ແຫ່ງ​ໃນ​ໂຮງ​ງານ ເພື່ອ​ຍາ​ມ​ໃດ​ພະ​ນັກ​ງານກໍ່​ສາ​ມາດ​ນຳ​ໃຊ້​ໄດ້​ຢ່າງ​ງ່າຍ​ດາຍ. ກຳ​ນົດເວ​ລາ​ກິນ​ເຂົ້າ​​ຢ່າງ​ເໝາະ​ສົມ​ເພື່ອ​ບໍ່​ປະ​ໃຫ້​ມີ​ການເຕົ້າ​ໂຮມ​ເປັນຫຼາຍ​ຄົນ​ຢູ່​ຫ້ອງ​ກິນ.

ຄ້າຍ​ຄື​ກັນ​ນັ້ນ, ດ້ວຍ​ແຮງ​ງານ​ກ່​ວາ 2500 ຄົນ, ບໍ​ລິ​ວັດ ໄຊ​ງອນ Food ກໍ່​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ຂຶ້ນ​ຢູ່​ແຖວ​ໜ້າ, ແຕ່​ວ່າ ດ້ວຍ​ການ​ເຄື່ອນ​ໄຫວ​ຂອງ​ກົນ​ຈັກ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ສິນ​ຄ້າ​ສຳ​ເລັດ​ຮູບ​ໄດ້​ຮັບ​ການ​ຊົມ​ໃຊ້​ເປັນ​ຈຳ​ນວນຫຼວງຫຼາຍ​, ສ້າງ​ຄວາມ​ກົດ​ດັນ​ແຮງ​ຕໍ່​ການ​ຜະ​ລິດ.

ທ່ານ​ນາງ​ ເລ​ທິ​ແທັງ​ເລິມ - ຮອງ​ຜູ້​ອຳ​ນວຍ​ການ ບໍ​ລິ​ສັດ ໄຊ​ງອນ Food ໃຫ້​ຮູ້​ວ່າຫຼັງ​ຈາກ​ບຸນ​ເຕັດ, ກຳ​ມະ​ການ​ໄດ້​ກັບ​ຄືນ​ມາ​ໂຮງ​ງານ​ຢ່າງ​ຄົບ​ຖ້ວນ ເພື່ອ​ເຮັດ​ວຽກເປັນ​ປົກ​ກະ​ຕິ. ພ້ອມ​ທັງວິ​ສາ​ຫະ​ກິດ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ກາ​ນ​ປ້ອງ​ກັນຄື: ໃສ່​ຜ້າ​ອັດ​ປາກ - ດັງ, ລ້າງ​ມື​ດ້ວຍ​ຢາ​ຂ້າ​ເຊ​ື້ອ…ທ່ານ​ນາງ​ກ່​ວາ​ວ່າ:

ໂລກ​ລະ​ບາດ Covid – 19 ອັນ​ຕະ​ລາຍ​ຫຼາຍແຕ່​ວ່າ ຖ້າ​ພວກ​ເຮົ​າ​ຮູ້​ວິ​ທີ​ການ​ປ້ອງ​ກັນ ມັນ​ຈະ​ບໍ່​ແມ່ນ​ຄວ​າມ​ສ່ຽງ​ສູງ. ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ຕ​ັກ​ເຕືອນ​ທຸກ​ໆ​ຄົນ​ຕ້ອງ​ມີ​ຄວາມ​ທຸ່ນທ່ຽງໃຈ ແລະ ປະ​ຕິ​ບັດການ​ແນະ​ນຳ​ຢ່າງ​ຖ​ືກ​ຕ້ອງ​ເພື່ອ​ຮັບ​ປ​ະ​ກັນ​ສຸ​ຂະ​ພາບ.

ຮັກ​ສາ​ກຳ​ລັງ​ໜູນ​ການ​ເຮັດ​ວຽກ

ບັນ​ຫາ​ອື່ນໆ ທີ່​ເຮັດ​ໃຫ້​ການ​ນຳ​ວິ​ສາ​ຫະ​ກິດຫຼາຍ​ຄົນ​ຮ​ູ​້​ສຶກ​ລຳ​ບາກ​ໃຈ​ນັ້ນ​ແມ່ນກອງ​ທຶນ​ເງິນ​ເດືອນ​ໃນ​ສະ​ພາບ​ການ​ລາຍ​ຮັບຫຼຸດ​ລົງ. ຄຳ​ຖາມ​ວ່າ​​ເງິນ​ເດືອນ​ຈ​ະຫຼຸດ​ລົງ ຫຼື​ ຮັກ​ສາ​ຄື​ເກົາ, ຫຼື​ຈະຫຼຸດ​ເທົາ​ໃດ, ຍາ​ມ​ໃດ​ກໍ່​ຕິດ​ຕາມ​ບັນ​ດາ​ທ່ານ. ​ເພື່ອ​ເລືອກ​ເອົາໄດ້ ​ບໍ່​ແມ່ນ​ເລື່ອງ​ງ່າຍ, ຍ້ອນ​ວ່າມັ​ນຕ້​ອງ​ອີງ​​ໃສ່​ດ້ານ​ການ​ເງິນ ແລະ ອີງ​ໃສ່​ບັນ​ດາ​ປັດ​ໄຈ​​ການດຳ​ເນີນ​ທຸ​ລະ​ກິດ​ອີກ​ດ້ວຍ. ​ທ່ານ​ນາງ ເລ​ຮ່​ວາງອ​ວຽນ​ວີ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານກອງ​ລົງ​ທຶນ ESP ຢັ້ງ​ຢືນ​ວ່າ ໜຶ່ງ​ໃນ​ບັນ​ດາ​ຄ​່າ​ທຳ​ນຽມ​ຫຼາຍ​ທີ່​ສຸດ​ຂອງວິ​ສາ​ຫະ​ກິດ​ແມ່ນ​ບຸກ​ຄະ​ນະ​ກອນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວິ​ທີຫຼຸດ​ຜ່ອນ​ພະ​ນັກ​ງານ​ຕ້ອງ​ໄດ້​ຮັບ​ການ​ຕັດ​ສິນ​ໃຈ​ຢ່າງ​ລະ​ມ​ັດ​ລະ​ວັງ.

ພວກ​ເຮົາ​ຕ້ອງ​ຄິດ​ເຖິງພະ​ນັກ​ງານ, ເຮົາ​ຕ​້ອງ​ເຂົ້າ​ໃຈ​ວ່າ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງວິ​ສາ​ຫະ​ກິດ​ນັ້ນ​ແມ່ນ​ຄວາມ​ມາ​ນະ​ພະ​ຍາຍມ​ຂອງ​ພະ​ນັກ​ງານ. ເຂົ້າ​ເຈົ້າ​ແມ່ນ​ຜູ້​ທີ່​ຮ່ວມ​ເດີນ​ທາງ​ກັບ​ເຮົາ ນັບ​ທັງ ເວ​ລາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ທັງ​ເວ​ລາ​ປະ​ສົ​ທ​ກັບ​ຜົນ​ສຳ​ເລັດ. ແທນ​ທີ່ຫຼຸດ​ຜ່ອນ​ພະ​ນັກ​ງານ​ພວກເຮົາ​ອາດ​ຈະ​ຄິດ​ໄລ່​ເຖິງ​ບັນ​ດາ​ວິ​ທີ​ການ​ຈ່າຍ​ເງິນ​ເດືອນຕາມ​ສະ​ພາບ​ການ ແລະ ກ່ອນ​ອື່ນ​ໝົດ ບຸ​ລິ​ມະ​ສິດຫຼຸດ​ຜ່ອນ​ບັນ​ດາ​ຄ​່າ​ໃຊ້​ຈ່າຍອື່ນໆ.

ເມື່ອ​ມີສະ​ຕິ​ຄວາມ​ຮັບ​ຮູ້​ບົດ​ບາດ​ສຳ​ຄັນ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ມີ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່ຫຼາ​ຍ​ແຫ່ງຊອກ​ຫາ​ວິ​ທີ​ການ​ເພື່ອຫຼຸດ​ຜ່ານ​ຜົນ​ກະ​ທົບ​ເຖິງ​ລາຍ​ຮັບ​ຂອງ​ຜູ້​ອອກ​ແຮງ​ງານ. ທ່ານ ເຈືອງ​ຢາ​ບິ່ງ, ປະ​ທານ FPT ໂດຍ​ເປັນ​ກຸ່ມ​ບໍ​ລິ​ສັດ​ທີ່​ມີ​ພະ​ນັກ​ງານ 36.000 ຄົ​ນ ໄດ້​ສົ່ງ​ສານ​ທີ່​ວ່າ “ໂລກ​ລະ​ບາດ​ຈະບໍ່ເຮັດ​ໃຫ້​ຜູ້​ໃດ​ຖືກ​ເສຍ​ວຽກ​ເຮັດ​ງານ​ທຳ​​”. ສິ່ງນີ້​ແຕ່ກ​ຕ່າງ​ກັນ​ກັບ​ນະ​ໂຍ​ບາຍຫຼຸດ​ຜ່ອນ C10, C20 ເຊິ່ງ FPT ນຳ​ໃຊ້​ໃນ​ເຫດ​ວິ​ກິດ​ການ​ປີ 2008. ທ່ານ​ບິ່ງ​ເນັ້ນ​ໜັກ​ວ່າ:

ໃນ​ຈຸດ​ເວ​ລາ​ນັ້ນ ແມ່ນ​ການ​ວິ​ກິດ​ການ​ດ້ານ​ການ​ເງິນ. ແລະ ປັດ​ຈຸ​ບັນ ແມ່ນ​ວິ​ກິດ​ການ​ດ້ານ​ສຸ​ຂະ​ພາບ. Covid – 19 ບໍ່​ສາ​ມາດ​ເຮັດໃຫ້ຜູ້​ໃດ​ໃນ​ຈຳ​ນວນ 36.000 ຄົນ ​ຢູ່ FPT ຖືກ​ເສຍ​ວຽກ​ເຮັດ​ງານ​ທຳ. ນັ້ນ​ແມ່ນ​ຄຳ​ສາ​ບານ​ຕົວ​ຂອງ​ຂ້າ​ພະ​ເຈ​ົ້າ”.

ກັບ​ຄືນ​ສູ່​ເຕິນ​ຮຽບ​ຟາດ. ວິ​ສາ​ຫະ​ກິດນີ້​ບຸ​ລິ​ມະ​ກິດ​ການ​ຫຼຸດ​ຜ່​ອນ​ຄ່າ​ໃຊ້​ຈ່າຍ​ທາງ ໂຄ​ສະ​ນາ​ຢູ່​ບັນ​ດາ​ຊ່ອງ​ທາງທີ່​ມີ​ປະ​ສິດ​ທິ​ຜົນ​ຕ່ຳ​ຄື​ຍຸດ​ທະ​ສາດ, ເຫດ​ການ. ຄຽງ​ຄູ່​ກັນ​ນັ້ນ, ແມ່ນ​ເພີ່ມ​ທະ​ວີ​ການ​ຫັນເປັນອັດຕະໂນມັ, ເພີ່ມ​ທະ​ວີ​ການ​ສ້າງ​ບ້ວ​ງ​ເງິນ​ສຳ​ຮອງ, ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ບໍ່​ແຕະ​ຕ້ອງ​ເຖິງກອງ​ທຶນ​ເງິນ​ເດືອນ​ສາ​ຂອງ​ພະ​ນັກ​ງານ. ທ່ານ​ນາງ​ເຈິນອ​ວຽນ​ເຟືອງ​ຢັ້ງ​ຢືນ​ວ່າ:

ມີ​ພະ​ນັກ​ງານ​ນັບ​ພັ​ນໆ​ຄົ​ນ​ທີ່​ການ​ຜູດ​ມັດ​ກັບ​ບໍ​ລິ​ສັດ​ເໝືອນ​ດັງ​ຄອບ​ຄົວ. ພວກ​ຂ້າ​ພະ​ເຈົ້າ​ສ້າງຫຼັກ​ການ, ​ມີ​ການໃຊ້​ຈ່າຍ​ຢ່າງ​ເໝາະ​ສົ​ມທີ່​ສຸດແຕ່​ວ່າ​ຍັ​ງ​ຕ້ອງ​ຮັບ​ປະ​ກັນ​ວຽກ​ເຮັດ​ງານ​ທຳ​ຂອງ​ຖັນ​ແຖວ​ພະ​ນັກ​ງານ. ກົນ​ຈັກ​ອາດ​ຈະ​ເພີ່ມ​ສະ​ມັດ​ຕະ​ພາບ. ແຕ່​ວ່າ ມະ​ນຸດ​ຈຶ່ງ​ແມ່ນ​ກຳ​ລັງ​ໜູນ​ທີ່​ຊ່ວຍ​ໃຫ້​ພ​ວກ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ທ່ານ​ເຕີບ​ໂຕ​ພາຍຫຼັງ​ໂລກ​ລະ​ບາດ”

ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ ນັກ​ທຸ​ລະ​ກິດ ຫວຽດ​ນາມ 4 ຄົນ ​ໄດ້​ຈັດ​ເຂົ້າ​ບັນ​ຊີ​ລາຍ​​ຊື່ເສດ​ຖີ​ຂອງວາ​ລະ​ສານ Forbes

ຍສໝ - ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ ປະຈຳປີ 2020,ໃນຕາຕະລາງຈັດອັນດັບເສດຖີ ປີ 2020 ຂອງ Forbes ມີນັກທຸລະກິດຫວຽດນາມ 4 ຄົນ.

ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ ໂລກ​ລະ​ບາດ Covid – 19 ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ເສດ​ຖະ​ກິດ​ອ​າ​ຊີ

ຍສໝ - ທະນາຄານໂລກ (WB) ໃຫ້ຮູ້ວ່າກໍລະນີທີ່ດີທີ່ສຸດວ່າແມ່ນ ເສດຖະກິດເລີ່ມຕົ້ນການຟື້ນຟູເລີ່ມແຕ່ລະດູແລ້ງຈະມາເຖິງ, ອັດຕາການເຕີບໂຕຂອງ ອາຊີຕາເວັນອອກ - ປາຊີຟິກຈະຫຼຸດແຕ່ ລະດັບ 5,8% ຂອງປີ 2019 ລົງ 2,1%ໃນປີ 2020.

ໃນ ໄລ ຍະ ເກ ດ ໂລກ ລະ ບ າດ ຈ ງ ຖ ສ ຂະ ພາບ ເໜ ອ ກ ວາໝາກ ຜ ນ ຂອງ ການ ດຳ ເນ ນ ທ ລະ ກ ດ ລັດ​ຖະບານ​ໄດ້​ຕັ້ງ​ຄາດ­ໝາຍ​ສູ້​ຊົນ​ການ​ພັດ­ທະ­ນາ ​ເສດ­ຖະ­ກິດ​ໃຫ້​ມີ​ຄວາມ​ສະ­ຖຽນ​ລະ​ພາບ

ໃນວັນທີ 9 ມັງກອນ 2020 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ເປີດບັ້ນ ການສຳຫລວດເສດຖະກິດ ທົ່ວປະເທດ ຄັ້ງທີ III ປີ 2020 ​ແລະ ການ​ສຳ​ຫລວດ​ສະ​ຖິຕິ​ ກະສິກຳ​ທົ່ວ​ປະ​ເທດ ຄັ້ງ​ທີ III ປີ 2019-2020 ຢູ່ ນະຄອນຫລວງ​ວຽງ​ຈັນ, ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.