ລັດຖະບານ ກຳນົດເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ 5 ປີ ຕໍ່ໜ້າເປັນວາລະແຫ່ງຊາດ

17:17 | 23/03/2021

ຍສໝ - ລັດຖະບານ ໄດ້ກຳນົດເອົາບັນຫາ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ - ການເງິນໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການ ຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຕາມພາ ລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບ ເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ອາດຈະຕົກເຂົ້າສູ່ວິກິດ ໃຫ້ສາມາດປະຄັບປະຄອງ ແລະ ກ້າວເຂົ້າສູ່ ສະພາບປົກກະຕິ.

ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ VUFO ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ປີ 2021 ດ້ວຍ 5 ເນື້ອ​ໃນ​ຕົ້ນ​ຕໍ
ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ໃນວັນທີ 22 ມີນາ 2021 ໃຫ້ຮູ້ວ່າ: ການກຳນົດເອົາບັນຫາ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ດັ່ງນີ້: ປັບໂຄງສ້າງງົບປະມານແຫ່ງລັດ ເພື່ອໃຫ້ມີການສົມດູນ ທາງດ້ານລາຍຮັບ ແລະ ລາຍຈ່າຍ ແນໃສ່ຮັບປະກັນ ໃຫ້ມີການສະສົມ ເພື່ອຊຳລະໜີ້ສິນຕ່າງປະເທດ ດ້ວຍມາດຕະການ ສ້າງຖານລາຍຮັບເພີ່ມ ແລະ ການເກັບລາຍຮັບ ໃຫ້ຄົບຖ້ວນ ແລະ ເພີ່ມຂຶ້ນຕາມກົດໝາຍ.

ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ
ລັດຖະບານສປປ.ລາວ ກຳນົດເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ 5 ປີ ຕໍ່ໜ້າເປັນວາລະແຫ່ງຊາດ. (ພາບ: KPL)

ສ່ວນເພດານລາຍຈ່າຍ ຈະສູ້ຊົນໃຫ້ຮັກສາ ໃນລະດັບປັດຈຸບັນ ເພື່ອເອົາລາຍຮັບ ທີ່ເພີ່ມຂຶ້ນໄປສະສົມເພີ່ມ; ສູ້ຊົນເກັບລາຍຮັບ ຈາກພື້ນຖານລາຍຮັບ ທີ່ມີໃນປັດຈຸບັນ ໃຫ້ຄົບຖ້ວນ, ອັດຊ່ອງວ່າງການຮົ່ວໄຫລ ແລະ ກຳນົດນະໂຍບາຍໃໝ່ ເພື່ອສ້າງຖານລາຍຮັບໃໝ່ ຕາມທິດຍືນຍົງ ເພື່ອຮັບ ປະກັນການເພີ່ມຂຶ້ນ ຂອງລາຍຮັບພາຍໃນ ສະເລ່ຍໃນລະຫວ່າງ 10-13% ຕໍ່ປີ; ປັບໂຄງສ້າງ ລາຍຈ່າຍງົບປະມານແຫ່ງລັດ ໂດຍກຳນົດເພດານ ດ້ານລາຍຈ່າຍ ແຕ່ລະປະເພດ ເຊັ່ນ: ລາຍຈ່າຍບໍລິຫານປົກ ກະຕິບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນ, ໃນນັ້ນລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ໃຫ້ມີທ່າອ່ຽງຫລຸດລົງ ຈາກ 52% ໃນປີ 2021 ມາຢູ່ໃນລະດັບ 40% ໃນປີ 2025 (ສະເລ່ຍ 5 ປີ ບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ), ລາຍຈ່າຍບໍລິຫານ, ຊື້ໃໝ່ ແລະ ດັດສົມສົ່ງເສີມ ບໍ່ໃຫ້ເກີນ 14% ຂອງລາຍຮັບພາຍໃນ; ພ້ອມທັງປະຕິບັດ ນະໂຍບາຍປະຢັດ, ຮັດສາຍແອວ ໂດຍຫລຸດຜ່ອນ ລາຍຈ່າຍທີ່ບໍ່ຈຳ ເປັນລົງຕື່ມ ເປັນຕົ້ນ ຄ່າໄຟຟ້າ, ນ້ຳປະປາ, ບຳລຸງຮັກສາ-ເຄື່ອງໃຊ້ຫ້ອງການ, ລົດບໍລິຫານລັດ, ການຈັດກອງປະຊຸມ, ການເຄື່ອນໄຫວວຽກງານ ທາງການພາຍໃນ ແລະ ຕ່າງປະເທດ ທີ່ບໍ່ຈຳເປັນ ແລະ ຄ່າໃຊ້ຈ່າຍອື່ນ ໄປຄຽງຄູ່ກັບການ ຫັນຫົວໜ່ວຍ ງົບປະມານວິຊາການຈຳນວນໜຶ່ງ ໄປກຸ້ມຕົນເອງເພື່ອຫລຸດ ຜ່ອນພາລະແບກຫາບ ລາຍຈ່າຍບໍລິຫານພາກລັດ.

ພ້ອມກັນນີ້, ຕ້ອງປັບໂຄງສ້າງ ແລະ ບໍລິຫານໜີ້ສິນສາທາລະນະ ໃຫ້ສາມາດຄວບຄຸມໄດ້ ເພື່ອຮັບປະກັນຄວາມປອດໄພ ໂດຍມີແຜນການແກ້ໄຂ ໜີ້ສິນພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບ ດ້ວຍການມີສ່ວນຮ່ວມ ຈາກຫລາຍພາກສ່ວນ, ມີແຜນວຽກລະອຽດ, ມີການແບ່ງຄວາມ ຮັບຜິດຊອບ ໃຫ້ຂະ ແໜງການ ແລະ ທ້ອງຖິ່ນຢ່າງຈະແຈ້ງ, ມີການຮັບຮອງເເຜນ ແລະ ມີມາດຕະການໃນການ ຕິດຕາມກວດກາ ແລະ ປະເມີນຜົນຄືນ ບັນດາໂຄງການທີ່ພວມ ຈັດຕັ້ງປະຕິບັດ. ພ້ອມນັ້ນ, ການກູ້ຢືມໃໝ່ ຕ້ອງມີບົດວິພາກເສດຖະກິດ ໂດຍແນໃສ່ໂຄງການ ທີ່ມີປະສິດທິຜົນ ໃຫ້ມີຜົນຕອບແທນໄວ, ການບໍລິຫານໜີ້ສິນ ດ້ວຍການ ກູ້ຢືມໃໝ່ໃນເງື່ອນໄຂ ດອກເບ້ຍທຸລະກິດ ຕ້ອງນຳໃຊ້ສະເພາະ ການຊຳລະໜີ້ ທີ່ມີເງື່ອນໄຂ ດອກເບ້ຍທຸລະກິດເທົ່ານັ້ນ.

ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ ແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ ຫວຽດນາມ ແລະ ໂຮນລັງ

ຍສໝ - ໂຮນລັງ ປາດຖະໜາຢາກເພີ່ມທະວີການສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນຄືຈັດຕັ້ງການເຈລະຈາ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດດັ່ງກ່າວກວ່າອີກ.

ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ WB ຕີລາຄາສະພາບເສດຖະກິດຫວຽດນາມໃນຊຸມເດືອນຕົ້ນປີ 2021

ໃນ 2 ເດືອນຕົ້ນປີ 2021, ດັດຊະນີການຜະລິດອຸດສາຫະກຳໄດ້ຮັບຮູ້ລະດັບເຕີບໂຕ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019

ລ ດຖະບານ ກຳນ ດເອ າການແກ ໄຂຄວາມຫຍ ງຍາກ ດ ານເສດຖະກ ດ ການເງ ນ 5 ປ ຕ ໜ າເປ ນວາລະແຫ ງຊາດ ໃນປີ 2020, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕສູງທີ່ສຸດໃນໂລກ

ຍສໝ - ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕສູງທີ່ສຸດໃນໂລກ ຍ້ອນມີການຟື້ນຟູການເຄື່ອນໄຫວຢູ່ໃນປະເທດໂດຍໄວ ແລະມີການເຄື່ອນໄຫວສົ່ງອອກຢ່າງແຮງ...

kpl.gov.la

ເຫດການ
302 Found

Found

The document has moved here.