ເອກອັກຄະລັດຖະທູດແຫ່ງ ສປປ.ລາວ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

16:30 | 23/03/2021

ຍສໝ - ໃນວັນທີ 18 ມີນາ 2021 ທ່ານ ນາງ ວຽງສະຫັວນ ສີປະເສີດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ຢັງດີ ເປີຕວນ ອາກົງ ອານ ຊຸນຕານ ອັບດູລາ ຣີ ອາຢາຕູດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ.

ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຊຸມ​ຊົນ
ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ ສະ​ຖານ​ທູດ ມາ​ເລ​ເຊຍ ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ໄຟ​ນ້ຳ​ຖ້ວມ​ເຂດ​ພາກ​ກາງຫວຽດ​ນາມ

ໃນໂອກາດນີ້, ທ່ານນາງ ວຽງສະຫວັນ ສີປະເສີດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ຣາຊາທິບໍດີແຫ່ງມາເລເຊຍ ທີ່ໄດ້ໃຫ້ກຽດຮັບສານຕາຕັ້ງໃນຄັ້ງນີ້, ພ້ອມດຽວກັນນີ້, ທ່ານທູດລາວ ຍັງໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດ ຈາກພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ຣາຊາທິບໍດີ ແຫ່ງ ມາເລເຊຍ ແລະ ອັກຄະມະເຫສີ ຈົ່ງມີຄວາມຜາສຸກ ແລະ ພາລະນາໄມສົມບູນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມ ສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ເຮັດໃຫ້ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ມາເລເຊຍ ໃຫ້ມີບາດກ້າວໃໝ່ຂະຫຍາຍ ຕົວຂຶ້ນເລື້ອຍໆ ຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດ ຢູ່ ມາເລເຊຍ.

ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ
ທ່ານນາງ ວຽງສະຫວັນ ສີປະເສີດ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ. (ພາບ: KPL)

ສປປ ລາວ ແລະ ມາເລເຊຍ ໄດ້ມີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມມາແຕ່ຍາວນານ, ເຊິ່ງໄດ້ສະແດງອອກ ໃນການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນຄັ້ງປະຫວັດສາດ ຂອງການນຳຂັ້ນສູງສຸດ ເຊັ່ນ: ການຢ້ຽມຢາມລາວ ຢ່າງເປັນທາງການ ຂອງຣາຊາທິບໍດີ ແຫ່ງມາເລເຊຍອົງທີ 13 ໃນປີ 2008. ການຢ້ຽມຢາມສປປ ລາວ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ ດາໂຕ ສຣິ ນາຈິບ ຕຸນ ອັບດຸນ ຣາຊັກ ໃນເດືອນມິຖຸນາ 2010; ການຢ້ຽມຢາມລັດຖະກິດມາເລເຊຍ ຂອງພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໃນເດືອນພະຈິກ 2010 ແລະ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໃນປີ 2017, ເຊິ່ງທັງໜົດນີ້ ໄດ້ເປັນພື້ນຖານອັນໜັກ ແໜ້ນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທັງເປັນການສົ່ງ ເສີມຄວາມເຂົ້າອົກເຂົ້າໃຈ ແລະ ສະໜັບສະໜູນຮ່ວມມືກັນ ໃຫ້ແໜ້ນແຝ້ນຍິ່ງໆຂຶ້ນ ເພື່ອຜົນປະ ໂຫຍດລວມຂອງປະຊາຊົນ ທັງສອງປະເທດ.

ໃນຂະນະດຽວກັນ, ຣາຊາທິບໍດີແຫ່ງມາເລເຊຍ ກໍ່ໄດ້ຝາກຄວາມຂອບໃຈ ແລະ ຄຳອວຍພອນອັນປະເສີດ ໄປຍັງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວ ຈົ່ງມີພາລະນາໄມສົມບູນ ແລະ ມີຄວາມສຸກ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳມາເລເຊຍ, ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດ ໜ້າທີ່ການທູດຢູ່ ມາເລເຊຍ ໃນຄັ້ງນີ້.

ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ

ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ...

ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ ມາເລເຊຍ ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະມີລັກສະນະສ້າງສັນ

ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.

ເອກອ ກຄະລ ດຖະທ ດແຫ ງ ສປປ ລາວ ຍ ນສານຕາຕ ງຕ ຣາຊາທ ບ ດ ແຫ ງ ມາເລເຊຍ ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ

ຍສໝ - ສະຖານທູດ ຫວຽດນາມ ປະຈໍາ ມາເລເຊຍ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ໄດ້ຕັ້ງໜ້າຮຽກຮ້ອງ, ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.