WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ | |
WB: ການເຕີບໂຕເສດຖະກິດຫວຽດນາມອາດຈະບັນລຸກ່ວາ 7%ໃນໄຕມາດ II 2021 |
![]() |
ພາບປະກອບ: TTXVN |
ຕາມບົດລາຍງານເຊິ່ງທະນາຄານໂລກ (WB) ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ແຕ່ຍັງເອົາໃຈໃສ່ເຖິງວຽກງານສັກວັກຊິນປ້ອງກັນ, ກໍ່ຄືຕ້ອງມີນະໂຍບາຍໜູນຊ່ວຍ, ແຊກແຊງເຂົ້າພາກເອກະຊົນຢ່າງທັນການ. WB ຕີລາຄາວ່າ, ບັນດາມາດຕະການຮັບມືຢ່າງທັນການຂອງລັດຖະບານຫວຽດນາມ ໄດ້ຊ່ວຍຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນທ້າຍເດືອນ ມັງກອນ 2021 ໂດຍໄວ.
ໃນ 2 ເດືອນຕົ້ນປີ 2021, ດັດຊະນີການຜະລິດອຸດສາຫະກຳໄດ້ຮັບຮູ້ລະດັບເຕີບໂຕ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ຍອດລະດັບການຂາຍຍ່ອຍ ແລະ ການບໍລິການເພີ່ມຂຶ້ນ 0,3% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈ, ໃນໄລຍະ 2 ເດືອນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ສ້າງລາຍຮັບເຂົ້າງົບປະມານ 286.700 ຕື້ດົ່ງ, ສູງກວ່າ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນຄັ້ງທຳອິດການສ້າງຍອດລາຍຮັບເຂົ້າງົບປະມານຂອງລັດເພີ່ມຂຶ້ນ ນັບແຕ່ເວລາເລີ່ມຕົ້ນການເກີດວິກິດການໂລກລະບາດໂຄວິດ-19 ເປັນເວລາ 1 ປີກ່ອນນີ້. ໝາກຜົນຕັ້ງໜ້າດັ່ງກ່າວເປັນການສ່ອງແສງການຟື້ນຟູເສດຖະກິດພວມດຳເນີນໄປ.
ໃນໄລຍະຈະມາເຖິງ, WB ຖືວ່າ ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຍ້ອນການເຄື່ອນໄຫວນີ້ຈະສົ່ງຜົນກະທົບເຖິງລະດັບເຕີບໂຕເສດຖະກິດຂອງຫວຽດນາມ.
![]() | WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ. |
![]() | WB: ການເຕີບໂຕເສດຖະກິດຫວຽດນາມອາດຈະບັນລຸກ່ວາ 7%ໃນໄຕມາດ II 2021 ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ |
![]() | WB: ຫວຽດນາມແມ່ນປະເທດ ທີ່ມີ ກຳລັງບືນຕົວຂຶ້ນທີ່ດີໃນຄວາມຫຍຸ້ງຍາກ ຍສໝ - ທ່ານ Jacques Morisset ເຊື່ອວ່ານີ້ແມ່ນກາລະໂອກາດທີ່ດີ ແລະ ຫວຽດນາມພວມຢູ່ໃນ "ສາຍຕາ" ຂອງນັກລົງທຶນຫຼາຍຄົນ. |
vovworld.vn
ຂ່າວທີ່ກ່ຽວຂ້ອງ

ເພື່ອນມິດສາກົນສົ່ງຄວາມຊົມເຊີຍຢ່າງອົບອຸ່ນມາຍັງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງຊາດ

ກຳລັງຕຳຫຼວດ ຫວຽດນາມ - ລາວ ປະກອບສ່ວນປົກປັກຮັກສາ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ

ຫວຽດນາມປາດຖະໜາຢາກພັດທະນາການພົວພັນກັບສະຫະພາບ ອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກ່ວາອີກ
ທ່ານອາດຈະມັກ

ການປະຕິວັດເດືອນສິງຫາ ແລະ ການປະກາດເອກະລາດແມ່ນຈຸດເລີ່ມຕົ້ນໃຫ້ຫວຽດນາມໃໝ່

ບາງຄວາມຄິດກ່ຽວກັບການປະຕິບັດແນວຄິດຂອງປະທານໂຮ່ຈິມິນ ກ່ຽວກັບວຽກງານການທູດຂອງປະຊາຊົນຫວຽດນາມ ໃນໄລຍະ 80 ປີຜ່ານມາ.
![[ຮູບພາບ] ສັນຍາລັກຂອງສວນສະໜາມ, ແຫ່ຂະບວນສະເຫຼືມສະຫຼອງແຫ່ງວັນຊາດໃນປະຫວັດສາດ](https://huunghivietlao.thoidai.com.vn/stores/news_dataimages/hangnt/092025/02/16/croped/3249_anh-dau-an-dieu-binh-dieu-hanh-qua-80-nam-quoc-khanh-20250826121924.jpg)
[ຮູບພາບ] ສັນຍາລັກຂອງສວນສະໜາມ, ແຫ່ຂະບວນສະເຫຼືມສະຫຼອງແຫ່ງວັນຊາດໃນປະຫວັດສາດ

ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ

ບົດທີ 3: ບົດຮຽນອັນລ້ຳຄ່າ
