ມູນຄ່າການສົ່ງອອກຂອງລາວໄດ້ຟື້ນຕົວຄືນ

18:00 | 30/09/2020

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ.

ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ ສະມາຄົມມິດຕະພາບຫວຽດນາມ - ມຽນມາ ຂົນຂວາຍຊ່ວຍເຫຼືອ ປະຊາຊົນມຽນມາ ໃນການຕໍ່ຕ້ານພະຍາດ COVID-19
ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ ມະຫາວິທະຍາໄລຍີ່ປຸ່ນ ສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ນັກສຶກສາ ຫວຽດນາມ
ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ
ພາບປະກອບ

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ກາເຟ ແລະ ຢາງພາລາ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ຝຸ່ນ (ປຸຍ) ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່ປະມານ: ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 21 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 10 ລ້ານໂດລາສະຫະລັດ.

ທີ່ກອງປະຊຸມສະໄໝສາມັນໃນເດືອນກັນຍາຜ່ານມາ, ລັດຖະບານລາວ ໄດ້ເຫັນດີກ່ຽວກັບຫຼັກການຮັບຮອງເອົາແຜນການສັງລວມກ່ຽວກັບເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025), ໃນນັ້ນກໍານົດວ່າ ເສດຖະກິດດີຈີຕອນແມ່ນຮູບການເສດຖະກິດແບບໃໝ່, ໂດຍອີງໃສ່ພື້ນຖານແມ່ນນໍາໃຊ້ດີຈີຕອນ, ແມ່ນເຄື່ອງມືເພື່ອບໍລິຫານວຽກງານຂອງລັດຖະບານໃຫ້ບັນລຸປະສິດທິຜົນສູງສຸດ. ທີ່ກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຊີ້ນໍາໃຫ້ສຸມໃສ່ຈັດຕັ້ງການປະຕິບັດ 11 ມາດຕະການຄືສືບຕໍ່ປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການເພື່ອແກ້ໄຂ ແລະຫຼຸດຜ່ອນການກະທົບຈາກພະຍາດໂຄວິດ-19; ສຸມໃສ່ການເກັບລາຍຮັບງົບປະມານຈາກບັນດາຮາກຖານດໍາເນີນທຸລະກິດທີ່ບໍ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19, ສືບຕໍ່ປະຕິບັດປະຢັດມັດທະຍັດ, ຈໍາກັດການໃຊ້ຈ່າຍເປັນເງິນຕາຕ່າງປະເທດ, ຄົ້ນຄວ້າຊອກຫາແຫຼ່ງລາຍຮັບເພື່ອເພີ່ມການສະສົມເງິນຕາຕ່າງປະເທດ ຄືຊຸກຍູ້ການສົ່ງອອກ, ຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ, ສົ່ງເສີມການນໍາໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ; ສືບຕໍ່ສໍາຫຼວດກວດກາບັນດາໂຄງການລົງທຶນພາກລັດທີ່ເຮັດສໍາເລັດແລ້ວ ແລະປຶກສາຫາລືກ່ຽວກັບມູນຄ່າບັນດາໂຄງການໃໝ່.

ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ ຫວີງຟຸກ: ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ສະຫະພັນລັດເຊຍ

ຍສໝ - ລາຍການດັ່ງກ່າວແນໃສ່ເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີລະຫວ່າງປະຊາຊົນສອງປະເທດເວົ້າລວມ ແລະລະຫວ່າງສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ, ສູນວິທະຍາສາດ ແລະວັດທະນະທຳ ລັດເຊຍ ຢູ່ ຮ່າໂນ້ຍ ແລະ ບັນດາອົງການຈັດຕັ້ງສາກົນ ຂອງ ລັດເຊຍ ກັບປະຊາຊົນແຂວງ ຫວີງຟຸກ ເວົ້າສະເພາະ.

ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10

ຍສໝ - ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ມ ນຄ າການສ ງອອກຂອງລາວໄດ ຟ ນຕ ວຄ ນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 33.541.703 ຄົນ, ໃນນັ້ນ ມີ 1.006.072 ຄົນເສຍຊີວິດ

ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປະຈຸບັນແມ່ນ 24.868.567 ຄົນ.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.