ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

17:51 | 27/10/2020

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ ໄຂສົກຮຽນພາສາຫວຽດສຳລັບລູກຫຼານພີ່ນ້ອງຊາວຫວຽດນາມຢູ່ເຂດພາກເໜືອ Morava (ສາທາລະນະລັດເຊັກ)
ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ ຊາວຫວຽດນາມ ຢູ່ ສ.ເກົາຫຼີ ແລະ ໄທ ໄດ້ບໍລິຈາກເງິນຫຼາຍກ່ວາ 700 ລ້ານດົ່ງໃຫ້ແກ່ແນວໂຮມປະເທດຊາດຫວຽດນາມ ເພື່ອການປ້ອງກັນ ແລະ ຄວບຄຸມ COVID-19

ວັນທີ 24 ຕຸລາ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງສະຖານທູດຫວຽດນາມ ປະຈຳສິງກະໂປ ໃຫ້ການບໍລິຈາກ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນພາກກາງປະສົບກັບຄວາມຫຍຸ້ງຍາກ, ຄະນະປະສານງານຊຸມຊົນຫວຽດນາມ ປະຈຳສິງກະໂປ ໄດ້ບໍລິຈາກເງິນຈຳນວນ 1,000 SGD (ໜຶ່ງພັນໂດລາສິງກະໂປ) ໂດຍຜ່ານສະຖານທູດຫວຽດນາມ ປະຈຳສິງກະໂປ ເພື່ອໂອນກັບຄືນປະເທດ.

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ
ສະຖານທູດຫວຽດນາມ ປະຈຳສິງກະໂປ ໃຫ້ການບໍລິຈາກ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນພາກກາງ. (ພາບ: TTXVN)

ພ້ອມກັນນັ້ນ, ຄະນະປະສານງານຊຸມຊົນຫວຽດນາມ ຢູ່ສິງກະໂປ ໄດ້ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມຢູ່ສິງກະໂປຮ່ວມແຮງຮ່ວມໃຈເພື່ອຊ່ວຍເຫຼືອປະຊາຊົນຢູ່ພາກກາງຫວຽດນາມໃຫ້ຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ຜ່ານຜ່າຜົນສະທ້ອນຈາກໄພນ້ຳຖ້ວມ.

ກ່ອນນັ້ນ, ໃນວັນທີ 24 ຕຸລາ, ສະມາຄົມຊາວຫວຽດນາມຢູ່ແຂວງອຸດອນທານີ (ທາງທິດຕາເວັນອອກສຽງເໜືອ ຂອງປະເທດໄທ) ໄດ້ຈັດພິທີບໍລິຈາກເງິນ ເພື່ອໜູນຊ່ວຍປະຊາຊົນຢູ່ເຂດພາກກາງ ເພື່ອຜ່ານຜ່າຜົນສະທ້ອນຈາກໄພນ້ຳຖ້ວມ ແລະ ສະຖຽນລະພາບຊີວິດຂອງປະຊາຊົນ.

ປະທານສະມາຄົມຊາວຫວຽດນາມແຂວງອຸດອນທານີ, ທ່ານ ເລືອງຊ່ວນຫ່ວາ ໃຫ້ຮູ້ວ່າ ເພື່ອຕອບສະໜອງການຮຽກຮ້ອງຂອງບັນດາອົງການ, ອົງການຈັດຕັ້ງມະຫາຊົນພາຍໃນປະເທດ ໃນຊຸມມື້ທີ່ຜ່ານມາ, ປະຊາຄົມຊາວຫວຽດນາມຢູ່ແຂວງ ອຸດອນທານີ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືຊ່ວຍເຫຼືອປະຊາຊົນໃນ 5 ແຂວງພາກກາງ ເພື່ອແກ້ໄຂຜົນກະທົບຈາກໄພນ້ຳຖ້ວມທີ່ໜັກໜ່ວງທີ່ສຸດໃນປະຫວັດສາດ.

ມາຮອດວັນທີ 24 ຕຸລາ, ບັນດາບຸກຄົນ ແລະ ສະຫະພັນຊາວຫວຽດນາມຢູ່ແຂວງອຸດອນທານີ ໄດ້ລະດົມເງິນປະມານ 600.000 ບາດ (445 ລ້ານດົ່ງ).

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ
ສະມາຄົມຊາວຫວຽດນາມຢູ່ແຂວງອຸດອນທານີ ໄດ້ຈັດພິທີບໍລິຈາກເງິນ ເພື່ອໜູນຊ່ວຍປະຊາຊົນຢູ່ເຂດພາກກາງ ເພື່ອຜ່ານຜ່າຜົນສະທ້ອນຈາກໄພນ້ຳຖ້ວມ. (ພາບ: TTXVN)

ຕາມທ່ານ ເລືອງຊ່ວນຫ່ວາ, ສະມາຄົມຊາວຫວຽດນາມແຂວງ ອຸດອນທານີ ໄດ້ລະດົມເງີນປະມານ 1 ຕື້ດົ່ງ. ຈຳນວນເງິນທັງໝົດທີ່ໄດ້ຮັບໃນໂອກາດນີ້ ຈະໄດ້ໂອນກັບຄືນຫວຽດນາມໂດຍຜ່ານ ຄະນະກຳມະການແຫ່ງລັດສຳລັບຊາວຫວຽດນາມຢູ່ຕ່າງປະເທດ ໂດຍໄວ ເພື່ອຊ່ວຍເຫຼືອປະຊາຊົນໃນ 5 ແຂວງພາກກາງ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ເສຍຫາຍຍ້ອນໄພນ້ຳຖ້ວມ.

ແລະກໍ່ໃນວັນທີ 23 ຕຸລາ, ຢູ່ສູນການຄ້າ SAPA, ນະຄອນຫຼວງ Prague, ສະມາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກ ໄດ້ຈັດພິທີບໍລິຈາກເງິນ ດ້ວຍຈຳນວນເງິນບໍລິຈາກແມ່ນ 1,020.000.000 ດົ່ງ ໃຫ້ແກ່ຜູ້ຕາງໜ້າຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ. ໃນນັ້ນມີ 920 ລ້ານດົ່ງ ຈະໄດ້ສະໜັບສະໜູນໃຫ້ແກ່ 5 ແຂວງພາກກາງ ແລະ 100 ລ້ານດົ່ງ ໃຫ້ແກ່ກອງທຶນໜູນຊ່ວຍຄົນທຸກຍາກໃນປີ 2020.

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງການປຸກລະດົມບໍລິຈາກເງິນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

ປະຊາຄ ມຊາວຫວຽດນາມຢ ສ ງກະໂປ ໄທ ແລະ ສາທາລະນະລ ດເຊ ກ ມ ງໄປເຖ ງປະຊາຊ ນເຂດພາກກາງ ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ

ຍສໝ - ໃນວັນທີ 22 ຕຸລາ, ສະຖານທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ຈັດພິທີການປຸກລະດົມການຊ່ວຍເຫືອປະຊາຊົນພາກກາງ ສສ.ຫວຽດນາມ ຜູ້ທີ່ຖືກຮັບຜົນສະທ້ອນ ເນື່ອງຈາກ ໄພທໍາມະຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.