ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ

16:07 | 24/10/2020

ຍສໝ - ໃນວັນທີ 22 ຕຸລາ, ສະຖານທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ຈັດພິທີການປຸກລະດົມການຊ່ວຍເຫືອປະຊາຊົນພາກກາງ ສສ.ຫວຽດນາມ ຜູ້ທີ່ຖືກຮັບຜົນສະທ້ອນ ເນື່ອງຈາກ ໄພທໍາມະຊາດ. 

ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ
ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ເພື່ອເສີມຂະຫຍາຍມຸນເຊື້ອ ສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສະຖານທຸດຫວຽດນາມປະຈຳຢູ່ບຣຸໃນ ໄດ້ຈັດພິທີຮ່ວມກັນຊ່ວຍເຫຼືອປະຊາຊົນໄນພາກກາງ ທີ່ຖືຮັບຜົນສະທ້ອນເນື່ອງຈາກພາຍຸ ດ້ວຍການເຂົ້າຮ່ວມຂອງພະນັກງານທັງໝົດໃນສະຖານທຸດ, ທີ່ປືກສາທູດການທະຫານຫວຽດນາມ ປະຈຳຢູ່ບຣຸໃນ, ຕາງໜ້າວິສາຫະກິດ, ກຳມະກອນຢູ່ໂຄງການຂອງບໍລິສັດ LILAMA ແລະ ພີ່ນ້ອງຮ່ວມຊາດຫວຽດນາມຢູ່ບຣຸໃນ ຈຳນວນຫຼາຍຮ້ອຍຄົນ.

ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ
ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຜ່ານຜ່າຜົນຮ້າຍພາຍຸ. (ພາບ: baoquocte)

ກ່າວຄຳເຫັນໃນພິທີ, ທ່ານເຈີນວັ່ນຄວາ - ເອກອັກຂະລັດຖະທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ແຈ້ງຂ່າວ ກ່ຽວກັບສະຖານະການການກະທົບຂອງພາຍຸລູກທີ 7 ຢູ່ບັນດາແຂວງໃນພາກກາງຫວຽດນາມ, ໃນນັ້ນມີບັນດາແຂວງຖືກເສຍຫາຍຢ່າງໜັກແຮງ ເນື່ອງຈາກພາຍຸ, ຄື: ກວາງບີງ, ກວາງຈີ້, ເຫວ້, ກວາງນາມ, ກວາງງ໊າຍ ແລະ ດາໜັ໊ງ. ເຮືອນຫຼາຍພັນຫຼັງຖືກຈົມໃນນໍ້າ, ມີຈຳນວນຫຼາຍຄົນເສຍຊີວິດ, ຖືກບາດເຈັບ ແລະ ຫາຍສາບສູນ. ມີການພະຍາກອນວ່າ ໄພພິບັດທາງທຳມະຊາດ ຈະສືບຕໍ່ມີຄວາມຜັນແປຢ່າງສັບສົນໃນອີກຫຼາຍມື້ຂ້າງໜ້າ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດ ແລະ ການຜະລິດຂອງປະຊາຊົນ.

ທ່ານເອກອັກຂະລັດຖະທຸດ ເຈີນວັ່ນຄວາ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ຊາວຫວຽດນາມຢູ່ບຣຸໃນ ຮ່ວມກັນຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງ ດ້ວຍການປະກອບສ່ວນການຊ່ວຍເຫຼືອຢ່າງແທ້ຈິງ.

ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.

ສະຖານທູດຫວຽດນາມ ປະຈຳ ປະເທດຊູແອດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ປະຊາຄົມຊາວຫວຽດນາມ ຢູ່ ປະເທດຊູແອດ

ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg...

ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

ຍ​ສ​ໝ - ທີ່ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່ Bern, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ທັງ​ຜັນ​ຂະ​ຫຍາ​ຍ​ຢ່າງ​ຕັ້ງ​ໜ້າ​ບົດ​ບາ​ດ​ເປັນ​ປະ​ທານ​ອາ​ຊຽນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ອາ​ຊຽນ ແລະ ກັບ​ບັນ​ຄູ່​ຮ່ວມ​ມື​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.