ບັນດາບົດຮຽນຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດເວົ້າລວມ ແລະ ສຳລັບລາວເວົ້າສະເພາະ

16:42 | 08/05/2020

ຍສໝ - ກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ. ລັດຖະບານຂອງສອງປະເທດໄດ້ຕົກລົງທີ່ຈະສ້າງເງື່ອນໄຂໃນການເພີ່ມແຮງງານເຕັກໂນໂລຢີສູງຂອງຫວຽດນາມ 100 ຄົນໃຫ້ ສຳເລັດໂຄງການ.

ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ ຕ້ອງການຢາກເອົາແຮງບັນດານໃຈຈາກປະເທດຫວຽດນາມ ພາຍຫຼັງ ທີ່ ຫວຽດນາມ ປະສົບຜົນສຳເລັດໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ Covid-19
ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19
ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໂອ້ລົງທາງໂທລະສັບກັບ ທ່ານນາງ ປານີ ຢາທໍ່ຕູ ປະທານສະພາແຫ່ງຊາດ ລາວ.(ພາບ:quochoi.vn)

ໃນຕອນເຊົ້າວັນທີ 07 ພຶດສະພາ 2020, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໂອ້ລົງທາງໂທລະສັບກັບ ທ່ານນາງ ປານີ ຢາທໍ່ຕູ ປະທານສະພາແຫ່ງຊາດ ລາວ ເພື່ອແລກປ່ຽນກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ແຕ່ລະປະເທດ, ການຮ່ວມມືລະຫວ່າງບັນດາລັດຖະສະພາສະມາຊິກ AIPA ຕໍ່ໜ້າໂລກລະບາດໂຄວິດ-19 ແລະ ກ່ຽວກັບຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດລາວ.

ເຂົ້າຮ່ວມການໂອ້ລົງທາງໂທລະສັບ ຝ່າຍຫວຽດນາມ ມີ ທ່ານ ຫງວຽນວັນເຢົ່າ ປະທານຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດ, ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງ ແລະ ທ່ານນາງ ຫງວຽນທິຖູຍເງິ່ນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ.

ໃນການໂອ້ລົງທາງໂທລະສັບ, ການນຳສະພາແຫ່ງຊາດຂອງສອງປະເທດໄດ້ທົບທວນສະພາບການປ້ອງກັນພະຍາດ ໂຄວິດ-19 ແລະ ເຫັນດີເປັນເອກະພາບວ່າຫວຽດນາມ ແລະ ລາວ ສາມາດຄວບຄຸມພະຍາດດັ່ງກ່າວໂດຍພື້ນຖານ ແລະ ກຳລັງຜ່ອນຜັນການແຍກຫ່າງໃນສັງຄົມເທື່ອລະກ້າວ.

ກ່ຽວກັບກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ສອງຝ່າຍຢັ້ງຢືນວ່າ ນີ້ແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ ແມ່ນ ກິດຈະກຳທີ່ມີຄວາມໝາຍດ້ານການເມືອງ - ການພົວພັນຕ່າງປະເທດ, ເປັນສັນຍາລັກຢ່າງເລິກເຊິ່ງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ. ລັດຖະບານຂອງສອງປະເທດໄດ້ຕົກລົງທີ່ຈະສ້າງເງື່ອນໄຂໃນການເພີ່ມແຮງງານເຕັກໂນໂລຢີສູງຂອງຫວຽດນາມ 100 ຄົນໃຫ້ ສຳ ເລັດໂຄງການ.

ດ້ວຍຖານະເປັນປະທານ AIPA, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການສະໜັບສະໜູນ, ເປັນຈິດໜຶ່ງໃຈດຽວຂອງບັນດາລັດຖະສະພາສະມາຊິກ AIPA ເພື່ອນຳມາເຊິ່ງຜົນສຳເລັດຂອງປີປະທານ, ເພື່ອສະພາບແວດລ້ອມແຫ່ງສັນຕິພາບ, ປອດໄພ, ຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງທຸກປະເທດ.

ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ໄດ້ສະແດງຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງກ່ຽວກັບຄຳເຫັນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ໃຫ້ຮູ້ວ່າ: ສະພາແຫ່ງຊາດລາວ ສະໜັບສະໜູນເລື່ອງແບ່ງປັນບົດຮຽນລະຫວ່າງລັດຖະສະພາບັນດາປະເທດສະມາຊິກ AIPA ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ພ້ອມທັງກໍ່ໄດ້ຢັ້ງຢືນວ່າ: ບັນດາບົດຮຽນຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດເວົ້າລວມ ແລະ ສຳລັບລາວເວົ້າສະເພາະ. ນອກຈາກນັ້ນ, ທ່ານນາງປະທານສະພາແຫ່ງຊາດ ລາວ ກໍ່ເຊື່ອໝັ້ນວ່າ ສະພາແຫ່ງຊາດ ຫວຽດນາມ ຈະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA-41 ປະສົບຜົນສຳເລັດໃນໄລຍະຈະມາເຖິງ.

ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ ຕ້ອງການຢາກເອົາແຮງບັນດານໃຈຈາກປະເທດຫວຽດນາມ ພາຍຫຼັງ ທີ່ ຫວຽດນາມ ປະສົບຜົນສຳເລັດໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ Covid-19

ຍສໝ - ໜັງສືພິມ Halo Noviny (ເຊັກ) ໃນວັນທີ 6 ພຶດສະພາ ໄດ້ອ້າງຄຳຖະແຫຼງການຂອງທ່ານ Vojtěch Filip, ຮອງປະທານຜູ້ທີໜຶ່ງ ຂອງສະພາຕໍ່າສາທາລະນະລັດເຊັກ, ປະທານຄະນະກຳມະການສູນກາງພັກກອມມູນິດເຊັກ ແລະ Morava (KSČM): “ເອົາແຮງບັນດານໃຈຈາກປະເທດຫວຽດນາມ, ເຊິ່ງປະສົບຜົນສຳເລັດໃນການເອົາຊະນະໄວຣັສ Corona!”.

ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19

ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses.

ບ ນດາບ ດຮຽນຂອງ ຫວຽດນາມ ໃນການປ ອງກ ນ ສະກ ດກ ນໂລກລະບາດແມ ນບ ດຮຽນອ ນລ ຳຄ າສຳລ ບບ ນດາປະເທດເວ າລວມ ແລະ ສຳລ ບລາວເວ າສະເພາະ ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ຮ້ານອາຫານຫວຽດນາມທີ່ມີຊື່ວ່າ ຍາຈາງ Restaurant ໃນ San Jose (California, ສະຫະລັດອາເມລິກາ) ໄດ້ສະໜັບສະໜູນອາຫານທີ່ແຊບ ແລະ ມີທາດບຳລຸງຫຼາຍຮ້ອຍຊະນິດເພື່ອຊ່ວຍແພດໝໍ ຢູ່ໂຮງໝໍ ໃນນະຄອນຕໍ່ສູ້ຕ້ານກັບ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.