ບິ່ງ​ເຢືອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ແຂວງ Yamaguchi, ປະ​ເທດ​ຍີ່​ປຸ່ນ

09:08 | 28/03/2021

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ຢູ່​ຈຸດ​ຖ່າຍ​ທອດ​ສົດ​ປະ​ເທດ​ຍີ່​ປຸ່ນ​ມີ​ທ່ານ Muraoka Tsugumasa ຜູ້​ວ່າ​ການ​ແຂວງ Yamaguchi, ຝ່າຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ​ມີ​ທ່ານ ຫງວຽນ​ຮ່​ວາງ​ທາວ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງບິ່ງ​ເຢືອງ.

ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ
ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ ຜູ້​ອຳ​ນວຍ​ການ Veri ຍີ່​ປຸ່ນ: ຜົນ​ງານມະ​ຫັດ​ສະ​ຈັນ​​ຂອງ ຫວຽດ​ນາມ​
ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ
ຝ່າຍ​ການ​ນຳ​ແຂວງ​ບິ່ງ​ເຢືອງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

ຫວ່າງ​ແລ້ວນີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ແຂວງ Yamaguchi, ປະ​ເທດ ​ຍີ່​ປຸ່ນ. ທາງ​ແຂວງ​ບິ່ງ​ເຢືອງ​ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ກັບ​ແຂວງ Yamaguchi ໃນ​ບັນ​ດາ​ຂົງ​ເຂດ​ຄື: ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ - ບຳ​ລຸງ​ສ້າງ, ການ​ແພດ, ກິ​ລາ… ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ສອງ​ທ້ອງ​ຖິ່ນ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ຢູ່​ຈຸດ​ຖ່າຍ​ທອດ​ສົດ​ປະ​ເທດ​ຍີ່​ປຸ່ນ​ມີ​ທ່ານ Muraoka Tsugumasa ຜູ້​ວ່າ​ການ​ແຂວງ Yamaguchi, ຝ່າຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ​ມີ​ທ່ານ ຫງວຽນ​ຮ່​ວາງ​ທາວ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງບິ່ງ​ເຢືອງ.

ພາຍຫຼັງ​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ປີ 2014, ແຂວງ​ບິ່ງ​ເຢືອງ ແລະ ແຂວງ Yamaguchi ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ສຶກ​ສາ, ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ…

ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ບິ່ງ​ເຢືອງກໍ່​ຕັ້ງ​ໜ້າ​ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ໃນຫຼາຍ​ຂົງ​ເຂດ. ມາ​ຮອດ​ປັດ​ຈຸ​ບັນ, ບິ່ງ​ເຢືອງ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ກັບ 10 ແຂວງ, ນະ​ຄອນ​ຢູ່​ຕ່າງ​ປະ​ເທດ ແລະ ແມ່ນ​ສະ​ມາ​ຊິກທາງ​ການ ແລະ ຄູ່​ຮ່ວມ​ມື​ທີ່​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ 4 ອົງ​ການ​ຈັດ​ຕັ້ງ​ກາ​ນ່​ຮວມ​ມື​ສາ​ກົນຫຼາຍ​ຝ່າຍ​ລວມ​ມີ: ສະ​ມາ​ຄົມ​ຕົວ​ເມືອງວິ​ທະ​ຍາ​ສາດ​ໂລກ, ເວ​ທີ​ປາ​ໄສ​ປະ​ຊາ​ຄົມ​ອັດ​ສະ​ລິ​ຍະ, ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ແລະ ສະ​ມາ​ຄົມ​ສູນ​ການ​ຄ້າ​ໂລກ.

ທຸກ​ໆ​ປີ​ການ​ນຳ​ອຳ​ນາດ​ການ​ປົກ​ຄອງ ແລະ ການ​ນຳ​ສະ​ພາ​ແຂວງ Yamaguchi ລ້ວນ​ແຕ່​ຈັດ​ຕັ້ງ​ບັນ​ດາ​ການ​ຢ້ຽມ​ຢາມ​, ເຮັດ​ວຽກ ແລະ ຊອກ​ຫາ​ກ່ຽວ​ກັ​ບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ​ຢູ່​ແຂວງ​ບິ່ງ​ເຢືອງ. ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ແຂວງ​ບິ່ງ​ເຢືອງ​ກໍ່​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ດຶງ​ດູດ​ການ​ລົງ​ທຶນ​ຢູ່​ແຂວງ Yamaguchi ແລະ ບັນ​ດາ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຍີ່​ປຸ່ນ ເປັນ​ປະ​ຈຳ.

ທ່ານ​ຮ່​ວາງວັນ​ທາວ​ເນັ້ນ​ໜັກ​ວ່າ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ​ໃນ​ປີ 2021 ແລະ ຊຸມ​ປີ​ຕໍ່​ໄປ, ແຂວງ​ບິ່ງ​ເຢືອງ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ແຂວງ Yamaguchi. ບິ່ງ​ເຢືອງ​ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ​ແຂວງ Yamaguchi ໃນຫຼາຍ​ຂົງ​ເຂດ.

ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຍ​ສ​ໝ - ສະ​ມາ​ຄົມ​ການ​ສຶກ​ສາພາ​ສາ​ຍີ່​ປຸ່ນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ດ້າຍ​ນາມ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ສົມ​ທົບ​ກັນ​ຮ່ວມ​ມື​ຍຸດ​ທ​ະ​ສາດ​ສ້າງ​ສະ​ຖາ​ບັນ​ບຳ​ລຸງ​ສ້າງ​ສາ​ກົນ ຫວຽດ​ນາມ - ຍີ່​ປຸ່ນ (VJII).

ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ ຜູ້​ອຳ​ນວຍ​ການ Veri ຍີ່​ປຸ່ນ: ຜົນ​ງານມະ​ຫັດ​ສະ​ຈັນ​​ຂອງ ຫວຽດ​ນາມ​

ຍ​ສ​ໝ - ທ່ານ Hiroyuki Moribe, ຜູ້​ອຳ​ນ​ວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ຫວຽດ​ນາມ ຂອງ​ຍີ່​ປຸ່ນ, ໄດ້​ຢັ້ງ​ຢືນ​ເມື່ອ​ຕອບ​ສຳ​ພາດ​ກ່ຽວ​ກັບ​ເລື່ອງ ຫ​ວຽດ​ນາມ​ຍັງ​ຄົງ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ຕັ້ງ​ໜ້າ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລ​ະ​ບາດ ໂຄວິດ - 19.

ບ ງ ເຢ ອງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການ ຮ ວມ ມ ກ ບ ແຂວງ yamaguchi ປະ ເທດ ຍ ປ ນ 11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ

ຍ​ສ​ໝ - ທ່ານຮອງລັດຖະມົນຕີກະຊວງແຜນການແລະການລົງທຶນເຈິ່ນ​ຢຸຍ​ດົງ ຢືນຢັນວ່າຂໍ້ລິເລີ່ມຮ່ວມມືລະ​ຫວ່າງຫວຽດນາມ - ຍີ່ປຸ່ນແມ່ນຮູບແບບການຮ່ວມມືພິເສດ ແລະ ມີປະສິດທິຜົນທີ່ສຸດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນການ​ປະ​ຕິ​ບັດ​ມາ​ເປັນ 17 ປີ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.