ຜູ້​ອຳ​ນວຍ​ການ Veri ຍີ່​ປຸ່ນ: ຜົນ​ງານມະ​ຫັດ​ສະ​ຈັນ​​ຂອງ ຫວຽດ​ນາມ​

12:00 | 20/03/2021

ຍ​ສ​ໝ - ທ່ານ Hiroyuki Moribe, ຜູ້​ອຳ​ນ​ວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ຫວຽດ​ນາມ ຂອງ​ຍີ່​ປຸ່ນ, ໄດ້​ຢັ້ງ​ຢືນ​ເມື່ອ​ຕອບ​ສຳ​ພາດ​ກ່ຽວ​ກັບ​ເລື່ອງ ຫ​ວຽດ​ນາມ​ຍັງ​ຄົງ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ຕັ້ງ​ໜ້າ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລ​ະ​ບາດ ໂຄວິດ - 19.

ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຢູ່ ຫວຽດ​ນາມ
ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ 11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ
ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ
ທ່ານ Hiroyuki Moribe ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ຫວຽດ​ນາມ ຂອງ​ຍີ່​ປຸ່ນ (ພາ​ບ: TTXVN)

“ພາຍ​ໃຕ້​ແງ່​ມູນ​ຂອງ​ຊາວ​ຍີ່​ປຸ່ນ, ຜົນ​ງານ​ຂອງ​ຫວຽດ​ນາມ ແມ່ນ​ມະ​ຫັດ​ສະ​ຈັນ​ທີ່​ສຸດ. ຫວຽດ​ນາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ແມ່ນ​ປະ​ເທດ​ປອດ​ໄພ, ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ຍິ່ງ​ຕໍ່​ທ່າ​ໄດ້​ປຽບ​ແມ່ນມີ​ປະ​ຊາ​ຊົນ​ຫຼາຍ​ຄົນ”.

ທ່ານ Hiroyuki Moribe ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ຫວຽດ​ນາມ ຂອງ​ຍີ່​ປຸ່ນ ໄດ້​ຢັ້ງ​ຢືນ​ຄືນ​ແນວ​ນັ້ນ​ເມື່ອ​ໄດ້​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ​ກ່ຽວ​ກັ​ບ​ເລື່ອງ ຫວຽດ​ນາມ ຍັງ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ຕັ້ງ​ໜ້າ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ກໍ່​ຖື​ວ່າໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ສຳ​ຄັນ​ນັ້ນ​ແມ່ນ ເລື່ອງ ຫວຽດ​ນາມ​ໄດ້​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19. ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຄືນ​ໃໝ່​ແຕ່ ຫວຽດ​ນາມ ໄດ້​ຄວບ​ຄຸມ​ເປັນ​ຢ່າງ​ດີ, ແລະ ນີ້​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ສະ​ພາບ​ການ​ຢູ່​ອາ​ເມ​ລິ​ກາ, ເອີ​ລົບ, ອາ​ເມ​ລິ​ກາ​ໃຕ້​ສືບ​ຕໍ່​ຢັ້ງ​ຢືນ​ວ່າ​ມີ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່​ເພີ່ມ​ຂຶ້ນ.

ດ້ານ​ອື່ນ​, ອາດ​ເຫັນ​ໄດ້​ວ່າ ເລື່ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບ​າດ​ໂຄວິດ - 19 ໂດຍ​ໄວຄື​ປິດ​ປະ​ຕູ​ຊາຍ​ແດນ ແລະ ຊາວ​ຫວຽດ​ນາມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ເຂັ້ມ​ງວດ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຮັກ​ສາ​ໄດ້​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ຢ່າງ​ສະ​ດວກ, ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ບວກ​ໃນ​ປີ 2020.

ໃນ​ຂະ​ນະ​ນັ້ນ, ຢູ່​ຍີ່​ປຸ່ນ, ກະ​ແສ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຄັ້ງ​ທີ 3 ໄດ້​ເກີດ​ຂຶ້ນ​ຢ່າງ​ແຮງ ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ. ທ່ານ Hiroyuki Moribe ຖື​ວ່າ ຍີ່​ປຸ່ນ​ຕ້ອງ​ຮ່ຳ​ຮຽນ​ຕາມ​ຫວຽດ​ນາມຫຼາຍ​ສິ່ງຫຼາຍ​ຢ່າງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ.

ປັດ​ຈຸ​ບັນ, ການ​ເຄື່ອນ​ໄຫວ​ຜະ​ລິດ​ຢູ່ ຫວຽດ​ນາມ​ຍັງ​ດຳ​ເນີນ​ຢ່າງ​ສະ​ດວກ ແລະ ບໍ່​ຖືກ​ຜົນ​ສະ​ທ້ອນ. ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​. ໃນ​ຂະ​ນະ​ນັ້ນ ຢູ່​ຍີ່​ປຸ່ນ​ໄດ້​ຢຸດ​ຕິ​ໂຄງ​ການ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແລ້ວ.

ທ່ານ Hiroyuki Moribe ຖື​ວ່າ ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຮັບ​ການ​ຄວບ​ຄຸມ ແລະ ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ແລ້ວ, ການ​ເຄື່ອນ​ໄຫວ​ໄປ​ມາ​ລະ​ຫວ່າງ ບັນ​ດາ​ປະ​ເທດ​ຈະ​ງ່າຍ​ດາຍ​ກ່​ວາ ແລະ ຊາວ​ຕ່າງ​ປະ​ເທດ​ຈະ​ມາ​ຫວຽດ​ນາມຫຼາຍ​ກ່​ວາ​ເກົ່າ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ທາງ​ການ​ຄ້າ ແລະ ເສດ​ຖະ​ກິດ​ຂອງ ຫວຽດ​ນາມ.

ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຢູ່ ຫວຽດ​ນາມ

ຍ​ສ​ໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິ​ສາ​ຫະ​ກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້​​ລົມ​ສົນ​ທະ​ນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.

ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ 11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ

ຍ​ສ​ໝ - ທ່ານຮອງລັດຖະມົນຕີກະຊວງແຜນການແລະການລົງທຶນເຈິ່ນ​ຢຸຍ​ດົງ ຢືນຢັນວ່າຂໍ້ລິເລີ່ມຮ່ວມມືລະ​ຫວ່າງຫວຽດນາມ - ຍີ່ປຸ່ນແມ່ນຮູບແບບການຮ່ວມມືພິເສດ ແລະ ມີປະສິດທິຜົນທີ່ສຸດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນການ​ປະ​ຕິ​ບັດ​ມາ​ເປັນ 17 ປີ.

ຜ ອຳ ນວຍ ການ veri ຍ ປ ນ ຜ ນ ງານມະ ຫ ດ ສະ ຈ ນ ຂອງ ຫວຽດ ນາມ ບັນ​ດາວິ​ສາ​ຫະ​ກິດ ຍີ່​ປຸ່ນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ເສດ​ຖະ​ກິດ​ໂລກຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ບາງ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.