ນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 270 ຄົນ ຈາກຣັດເຊຍກັບຄືນປະເທດຢ່າງປອດໄພ

11:45 | 28/09/2020

ຍສໝ - ບັນດາອົງການທີ່ມີໜ້າທີ່, ອົງການຜູ້ຕາງໜ້າຊາວຫວຽດນາມຢູ່ສະຫະພັນລັດເຊຍ ແລະ ບໍລິສັດການບິນ Bamboo Airways ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ລັດເຊຍ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນຫຼາຍກວ່າ 270 ຄົນກັບຄືນປະເທດໃນວັນທີ 26 ກັນຍາ.

ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ
ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 270 ຄົນຈາກຣັດເຊຍກັບຄືນປະເທດຢ່າງປອດໄພ. (ພາບ: TTXVN)

ໃນຂະນະທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍປະເທດໃນພາກພື້ນ, ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ Vladivostok, ຣັດເຊຍ. ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vladivostok, ຣັດເຊຍ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນ Bamboo Airways ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Bamboo Airways ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ ຊາວຫວຽດນາມຢູ່ອາເມລິກາ ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19"

ຍສໝ - ໂດຍປະເຊີນ​​ໜ້າກັບການລະບາດທີ່ສັບສົນຢູ່ຫວຽດນາມ, ມີຈຳນວນເກືອບ 20 ອົງການຈັດຕັ້ງຊ່ຽວຊານ ແລະ ຊຸມຊົນຊາວຫວຽດນາມໃນທົ່ວປະເທດສະຫະລັດອາເມລິກາ ໄດ້ເລີ່ມດຳເນີນຂະບວນການເພື່ອ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19".

ນຳສ ງພ ນລະເມ ອງຫວຽດນາມຫ າຍກວ າ 270 ຄ ນ ຈາກຣ ດເຊຍກ ບຄ ນປະເທດຢ າງປອດໄພ ຊາວຕ່າງປະເທດ ໄດ້ບຸກບືນເຂົ້າຮ່ວມໃນການສະກັດກັ້ນການລະບາດຂອງພະຍາດ COVID-19 ຢູ່ຫວຽດນາມ

ຍສໝ - ດ້ວຍຄວາມຮັກແພງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຊຸກຍູ້ໃຫ້ຊາວຕ່າງປະເທດ ເຂົ້າຮ່ວມຢ່າງຫ້າວຫັນໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ເພາະວ່າ ພວກເຂົາຖືຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງ ແລະ ຄົນຫວຽດນາມທີ່ເປັນພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.