| ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ |
![]() |
| ທ່ານ ເຈິ່ນເກີມຕູ໋, ປະຈຳຄະນະເລຂາທິການກາງ ໃຫ້ການຕ້ອນຮັບ ທ່ານ Révérien Ndikuriyo, ເລຂາທິການໃຫຍ່ ພັກສະພາແຫ່ງຊາດເພື່ອປົກປ້ອງປະຊາທິປະໄຕ - ກອງກຳລັງປົກປ້ອງປະຊາທິປະໄຕ (CNDD-FDD) ຂອງ ບູຣຸນດີ. |
ໃນການຕ້ອນຮັບ, ທ່ານ ເຈິ່ນເກີມຕູ໋ ໄດ້ກ່າວຕ້ອນຮັບ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ Révérien Ndikuriyo ເລຂາທິການໃຫຍ່ ແລະ ຄະນະຜູ້ແທນພັກ CNDD-FDD ຈະປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ກໍ່ຄື ການຮ່ວມມືຢ່າງເປັນຮູບປະທຳ ລະຫວ່າງສອງພັກ ແລະ ສອງປະເທດ ໃນໄລຍະຕໍ່ໄປ.
ໂດຍໄດ້ຕີລາຄາສູງ ຕໍ່ບັນດາໝາກຜົນສຳຄັນ ດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານການຕ່າງປະເທດ ຂອງ ບູຣຸນດີ ພາຍໃຕ້ການນຳພາຂອງພັກ CNDD-FDD, ທ່ານ ເຈິ່ນເກີມຕູ໋ ໄດ້ສະແດງຄວາມຍິນດີ ຕໍ່ ທ່ານ Révérien Ndikuriyo ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ CNDD-FDD ໃຫ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ພັກ ສືບຕໍ່ອີກໃນສະໄໝ 2026-2031 ແລະ ໄດ້ສົ່ງຄຳອວຍພອນເຖິງ ທ່ານ Évariste Ndayishimiye, ປະທານພັກ CNDD-FDD ແລະ ປະທານາທິບໍດີ ບູຣຸນດີ, ທີ່ໄດ້ຮັບການຄັດເລືອກເປັນຜູ້ສະໝັກຂອງພັກ ໃນການເລືອກຕັ້ງປະທານາທິບໍດີ ທີ່ຄາດວ່າຈະຈັດຂຶ້ນໃນເດືອນພຶດສະພາ ປີ 2027.
ໂດຍໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າໃນທາງບວກ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງພັກ ແລະ ສອງປະເທດ ໃນຊຸມປີຜ່ານມາ, ໂດຍສະເພາະ ນັບແຕ່ຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງ ປະທານາທິບໍດີ ບູຣຸນດີ ໃນເດືອນເມສາ ປີ 2025, ທ່ານ ກຳມະການກົມການເມືອງ, ປະຈຳຄະນະເລຂາທິການກາງ ໄດ້ຢືນຢັນວ່າ ພັກຄອມມູນິດຫວຽດນາມ ຍາມໃດກໍ່ຖືສຳຄັນ ແລະ ປາຖະໜາຂະຫຍາຍສາຍພົວພັນການຕ່າງປະເທດ ກັບບັນດາພັກການເມືອງເພື່ອນມິດໃນອາຟຣິກາ, ໃນນັ້ນມີ ພັກ CNDD-FDD.
ຕາມນັ້ນ, ປະຈຳຄະນະເລຂາທິການກາງ ໄດ້ສະເໜີໃຫ້ສອງພັກ ເລັ່ງລັດການຈັດຕັ້ງບົດບັນທຶກຄວາມຈຳວ່າດ້ວຍການຮ່ວມມື ທີ່ຫາກໍ່ໄດ້ລົງນາມ ໃນການເຈລະຈາລະຫວ່າງ ທ່ານ Révérien Ndikuriyo ແລະ ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ; ຊຸກຍູ້ການພົບປະ, ການແລກປ່ຽນຄະນະຜູ້ແທນທຸກລະດັບ, ການຝຶກອົບຮົມພະນັກງານ, ແລະ ເພີ່ມທະວີການແບ່ງປັນປະສົບການ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການລົບລ້າງຄວາມອຶດຫິວ, ວຽກງານກໍ່ສ້າງ ແລະ ປັບປຸງພັກ ພ້ອມທັງລະບົບການເມືອງ.
ກ່ຽວກັບການຮ່ວມມືດ້ານເສດຖະກິດສອງຝ່າຍ, ທ່ານ ກຳມະການກົມການເມືອງ, ປະຈຳຄະນະເລຂາທິການກາງ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ Révérien Ndikuriyo ທີ່ໄດ້ໃຫ້ການສະໜັບສະໜູນໂດຍກົງ ແກ່ບໍລິສັດຮ່ວມທຶນດ້ານໂທລະຄົມຂອງກຸ່ມ Viettel ຢູ່ ບູຣຸນດີ (Lumitel) ໃຫ້ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ. ທ່ານ ເຈິ່ນເກີມຕູ໋ ໄດ້ສະເໜີໃຫ້ ພັກ CNDD-FDD ແລະ ລັດຖະບານ ບູຣຸນດີ ສືບຕໍ່ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ບໍລິສັດຮ່ວມທຶນ Lumitel ກໍ່ຄື ບັນດາວິສາຫະກິດອື່ນໆຂອງ ຫວຽດນາມ ໃຫ້ສາມາດລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງເປັນຮູບປະທຳ ໃຫ້ແກ່ການພັດທະນາສາຍພົວພັນຮ່ວມມືສອງຝ່າຍ.
ທ່ານ Révérien Ndikuriyo, ເລຂາທິການໃຫຍ່ພັກ CNDD-FDD, ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈ ທີ່ພັກ ແລະ ລັດ ຫວຽດນາມ ໄດ້ມອບໃຫ້ແກ່ຄະນະຜູ້ແທນ, ພ້ອມທັງ ໄດ້ນຳສົ່ງຄຳອວຍພອນຂອງ ທ່ານ Évariste Ndayishimiye, ປະທານາທິບໍດີ ບູຣຸນດີ ແລະ ປະທານພັກ CNDD-FDD, ມາຍັງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ທ່ານ ເຈິ່ນເກີມຕູ໋, ປະຈຳຄະນະເລຂາທິການກາງ ແລະ ບັນດາການນຳຂອງພັກ ແລະ ລັດ ຫວຽດນາມ.
![]() |
| ຜູ້ນຳທັງສອງທ່ານ ໄດ້ເຫັນດີໃຫ້ຈັດຕັ້ງກິດຈະກຳແລກປ່ຽນຄະນະຜູ້ແທນ ແລະ ການພົບປະແລກປ່ຽນ ລະຫວ່າງບັນດາອົງການການເມືອງ-ສັງຄົມ ໃຫ້ຫຼາຍຂຶ້ນ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ພ້ອມທັງ ສົ່ງເສີມບົດບາດນຳພາ ແລະ ຊີ້ນຳຂອງສອງພັກ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນຫຼາຍຂົງເຂດ. |
ໂດຍໄດ້ສະແດງຄວາມຊື່ນຊົມ ຕໍ່ບັນດາຜົນສຳເລັດອັນໂດດເດັ່ນຂອງ ຫວຽດນາມ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ, ທ່ານ Révérien Ndikuriyo ເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນແບບຢ່າງ ແລະ ແຫຼ່ງບັນດານໃຈ ໃຫ້ແກ່ ບູຣຸນດີ ແລະ ພັກ CNDD-FDD ໃນຂະບວນການສ້າງສາ ແລະ ພັດທະນາປະເທດ, ເພື່ອບັນລຸວິໄສທັດ 2040-2060 ທີ່ຈະນຳພາ ບູຣຸນດີ ກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2060.
ທ່ານ Révérien Ndikuriyo ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍພົວພັນລະຫວ່າງສອງພັກກຳອຳນາດ ໄດ້ມີການເຊື່ອມໂຍງທີ່ໃກ້ຊິດຍິ່ງຂຶ້ນ, ພ້ອມທັງ ໄດ້ເນັ້ນໜັກເຖິງຄວາມປາຖະໜາຂອງພັກ, ລັດ ແລະ ລັດຖະບານ ບູຣຸນດີ ໃນການພັດທະນາການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ໂດຍສະເພາະ ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ ແລະ ກະສິກຳ.
ໂດຍເນັ້ນໜັກວ່າ ບູຣຸນດີ ເປັນປະທານສະຫະພັນອາຟຣິກາ (AU) ໃນສົກປີ 2026-2027, ທ່ານ Révérien Ndikuriyo ໄດ້ຢືນຢັນວ່າ ບູຣຸນດີ ພ້ອມທີ່ຈະເປັນຂົວເຊື່ອມ ເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍສາຍພົວພັນ ແລະ ເຂົ້າຮ່ວມບັນດາຮູບແບບ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືທີ່ເປັນຮູບປະທຳ ກັບ AU.
ຜູ້ນຳທັງສອງທ່ານ ໄດ້ເຫັນດີໃຫ້ຈັດຕັ້ງກິດຈະກຳແລກປ່ຽນຄະນະຜູ້ແທນ ແລະ ການພົບປະແລກປ່ຽນ ລະຫວ່າງບັນດາອົງການການເມືອງ-ສັງຄົມ ໃຫ້ຫຼາຍຂຶ້ນ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ພ້ອມທັງ ສົ່ງເສີມບົດບາດນຳພາ ແລະ ຊີ້ນຳຂອງສອງພັກ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. ທັງສອງຝ່າຍ ຍັງເຫັນດີວ່າ ຈຳເປັນຕ້ອງເພີ່ມທະວີບົດບາດໃນການຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງ ໃຫ້ເລັ່ງລັດການເຈລະຈາ ແລະ ລົງນາມບັນດາເອກະສານ ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ, ໂດຍສະເພາະ ບັນດາເອກະສານສຳຄັນ ເຊັ່ນ ສັນຍາຫຼີກລ້ຽງການເກັບພາສີຊ້ຳຊ້ອນ ແລະ ສັນຍາສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ຍສໝ - ຜູ້ແທນເດັກນ້ອຍ 120 ຄົນ ຈາກ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເຂົ້າຮ່ວມງານມະໂຫຼານເດັກນ້ອຍ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 8 ປີ 2026 ພາຍໃຕ້ຫົວຂໍ້ “ອ້ອມກອດແຫ່ງມິດຕະພາບ”, ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ ຢູ່ ນະຄອນໂຮ່ຈີມິນ. |
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ທີ່ຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ. |
ມິງດຶກ

