| ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ບູຣຸນດີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື |
ຊຸມຊົນຊາວຫວຽດນາມກວ່າ 6,5 ລ້ານຄົນ ທີ່ພວມອາໄສຢູ່ຕ່າງປະເທດ ມີຖານະບົດບາດທີ່ພິເສດຍິ່ງ. ໃນຖານະເປັນສ່ວນໜຶ່ງທີ່ບໍ່ອາດແຍກອອກຈາກປະຊາຊາດຫວຽດນາມ, ຊາວຫວຽດນາມໃນຕ່າງປະເທດ ຍັງເປັນແຫຼ່ງກຳລັງອັນສຳຄັນ ດ້ານເສດຖະກິດ, ຄວາມຮູ້, ວິທະຍາສາດ-ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ, ເຄືອຂ່າຍການຮ່ວມມື ແລະ ຊື່ສຽງໃນປະເທດທີ່ອາໄສຢູ່. ຊາວຫວຽດນາມໃນຕ່າງປະເທດ ທັງເປັນຜູ້ໄດ້ຮັບການເອົາໃຈໃສ່, ສະໜັບສະໜູນ ແລະ ປົກປ້ອງ, ພ້ອມທັງ ເປັນຜູ້ມີບົດບາດໂດຍກົງ ໃນການປະຕິບັດພາລະກິດດ້ານການຕ່າງປະເທດ, ເຊື່ອມໂຍງແຫຼ່ງກຳລັງສາກົນ ກັບຄວາມຕ້ອງການພັດທະນາຂອງປະເທດ ແລະ ຂອງແຕ່ລະທ້ອງຖິ່ນ.
ດັ່ງທີ່ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ: “ລູກຫຼານຊາວຫວຽດທຸກຄົນ - ບໍ່ວ່າຈະອາໄສຢູ່ໃສ ຫຼື ມີອະດີດແນວໃດ - ລ້ວນແຕ່ສາມາດຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ ແລະ ປະກອບສ່ວນສ້າງອະນາຄົດທີ່ສົດໃສໃຫ້ແກ່ຊາດ. ພັກ ແລະ ລັດ ຍຶດໝັ້ນນະໂຍບາຍເປີດກວ້າງອ້ອມກອດ, ໃຫ້ຄຸນຄ່າຕໍ່ທຸກການປະກອບສ່ວນ, ຮັບຟັງທຸກຄວາມຄິດເຫັນອັນສ້າງສັນ ແລະ ເສີມສ້າງຄວາມສາມັກຄີຈາກຊຸມຊົນຊາວຫວຽດນາມໃນຕ່າງປະເທດ - ຜູ້ທີ່ພວມປະກອບສ່ວນເຊື່ອມໂຍງ ຫວຽດນາມ ກັບໂລກ.”
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ພົບປະກັບຄະນະຜູ້ແທນຊາວຫວຽດນາມໃນຕ່າງປະເທດດີເດັ່ນ ທີ່ເຂົ້າຮ່ວມໂຄງການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ປີ 2026. |
ແຫຼ່ງກຳລັງພິເສດຂອງວຽກງານການຕ່າງປະເທດ ຫວຽດນາມ ໃນຍຸກໃໝ່
ໃນປັດຈຸບັນ, ຄວາມເຂັ້ມແຂງຂອງໜຶ່ງປະເທດ ບໍ່ໄດ້ຖືກກຳນົດດ້ວຍຈຳນວນປະຊາກອນ, ຊັບພະຍາກອນ ຫຼື ທຶນຮອນ ເທົ່ານັ້ນ, ແຕ່ນັບມື້ນັບຂຶ້ນກັບຄວາມສາມາດໃນການເຂົ້າເຖິງຄວາມຮູ້, ເຕັກໂນໂລຊີ, ຕະຫຼາດ ແລະ ເຄືອຂ່າຍການຮ່ວມມືສາກົນ. ດ້ວຍການອາໄສຢູ່ທົ່ວກວ່າ 130 ປະເທດ ແລະ ດິນແດນ, ຊຸມຊົນຊາວຫວຽດນາມໃນຕ່າງປະເທດ ມີຈຸດແຂງພິເສດ ໃນການເຊື່ອມໂຍງ ຫວຽດນາມ ກັບໂລກ.
ນອກຈາກການປະກອບສ່ວນດ້ານການເງິນ ຜ່ານກະແສເງິນໂອນຂອງຊາວຫວຽດນາມໃນຕ່າງປະເທດ ແລະ ໂຄງການລົງທຶນ, ຊາວຫວຽດນາມໃນຕ່າງປະເທດ ຍັງໄດ້ປະກອບສ່ວນດ້ານຄວາມຮູ້, ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ, ຂໍ້ມູນຕະຫຼາດ ແລະ ຄວາມສາມາດເຂົ້າເຖິງທ່າອ່ຽງການພັດທະນາໃໝ່. ນີ້ແມ່ນແຫຼ່ງກຳລັງອັນຈຳເປັນ ໃນຂະນະທີ່ ຫວຽດນາມ ກຳລັງປັບປ່ຽນຮູບແບບການເຕີບໂຕ, ພັດທະນາວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ຍົກສູງຂີດຄວາມສາມາດແຂ່ງຂັນຂອງປະເທດ.
ການປະກອບສ່ວນທີ່ໂດດເດັ່ນຂອງຊຸມຊົນ ຍັງຢູ່ທີ່ຄວາມສາມາດໃນການສ້າງເຄືອຂ່າຍເຊື່ອມໂຍງຊາວຫວຽດນາມທົ່ວໂລກ. ນັກທຸລະກິດແຕ່ລະຄົນ ທີ່ເປີດຕະຫຼາດໃໝ່ໃຫ້ສິນຄ້າຫວຽດນາມ, ນັກວິທະຍາສາດແຕ່ລະຄົນ ທີ່ຖ່າຍທອດຄວາມຮູ້, ຊ່ຽວຊານແຕ່ລະຄົນ ທີ່ເຊື່ອມໂຍງໂຄງການເຕັກໂນໂລຊີ ຫຼື ນັກວິຊາການແຕ່ລະຄົນ ທີ່ປະກອບຄວາມຄິດເຫັນດ້ານນະໂຍບາຍ ລ້ວນແຕ່ປະກອບສ່ວນຂະຫຍາຍພື້ນທີ່ການພັດທະນາໃຫ້ແກ່ປະເທດ.
ຕໍ່ໜ້າຄວາມຮຽກຮ້ອງຂອງໄລຍະການພັດທະນາໃໝ່, ວຽກງານການທູດ ບໍ່ພຽງແຕ່ເປັນຂົວເຊື່ອມ ແຕ່ຕ້ອງກາຍເປັນຕົວເລັ່ງ ເພື່ອເຊື່ອມໂຍງຈຸດແຂງຂອງຊາວຫວຽດນາມໃນຕ່າງປະເທດ ກັບຄວາມຕ້ອງການບຸລິມະສິດຂອງປະເທດ ແລະ ຂອງແຕ່ລະທ້ອງຖິ່ນ.
ບັນດາສຳນັກງານຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຄວນລິເລີ່ມຄົ້ນພົບ, ລວບລວມ ແລະ ເຊື່ອມໂຍງນັກທຸລະກິດ, ນັກວິຊາການ, ຜູ້ຊ່ຽວຊານ ແລະ ສະມາຄົມຕ່າງໆ ທີ່ມີທ່າແຮງ. ບັນດາທ້ອງຖິ່ນໃນປະເທດ ຄວນກຳນົດຄວາມຕ້ອງການໃຫ້ຈະແຈ້ງ, ສ້າງບັນຊີໂຄງການ ແລະ ກົນໄກການຮັບເອົາທີ່ເໝາະສົມ. ເມື່ອການເຊື່ອມໂຍງລະຫວ່າງ “ອຸປະທານ - ອຸປະສົງ” ມີປະສິດທິຜົນ, ແຫຼ່ງກຳລັງຂອງຊາວຫວຽດນາມໃນຕ່າງປະເທດ ຈຶ່ງຈະສາມາດຖືກປ່ຽນໃຫ້ເປັນຄຸນຄ່າການພັດທະນາຢ່າງແທ້ຈິງ.
ຄຽງຄູ່ກັບການສືບຕໍ່ປັບປຸງກົນໄກ ແລະ ນະໂຍບາຍ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງພີ່ນ້ອງຮ່ວມຊາດ, ຈຳເປັນຕ້ອງກຳນົດຄວາມຮັບຜິດຊອບໃນການປະສານງານ ລະຫວ່າງອົງການສູນກາງ, ສຳນັກງານຕາງໜ້າ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງ. ວຽກງານຊາວຫວຽດນາມໃນຕ່າງປະເທດ ຕ້ອງຖືກຈັດຕັ້ງຢ່າງເປັນເອກະພາບໃນທົ່ວຂະແໜງການຕ່າງປະເທດ ພ້ອມທັງ ຜູກພັນຢ່າງແໜ້ນແຟ້ນ ກັບຍຸດທະສາດການພັດທະນາຂອງແຕ່ລະຂະແໜງ, ແຕ່ລະຂົງເຂດ ແລະ ແຕ່ລະທ້ອງຖິ່ນ.
ການຫັນເປັນດິຈິຕອນ ຄວນກາຍເປັນເຄື່ອງມືສຳຄັນ ໃນການສ້າງຖານຂໍ້ມູນ, ເຊື່ອມໂຍງຜູ້ຊ່ຽວຊານ, ຮັບຂໍ້ລິເລີ່ມ, ສະໜອງຂໍ້ມູນ ແລະ ຕິດຕາມປະສິດທິຜົນຂອງການຮ່ວມມື. ທຸກການເຊື່ອມໂຍງ ຄວນມຸ່ງໄປສູ່ຜົນຜະລິດທີ່ເປັນຮູບປະທຳ; ທຸກກິດຈະກຳ ຕ້ອງສ້າງໂອກາດເພີ່ມເຕີມ ດ້ານການລົງທຶນ, ການຄ້າ, ເຕັກໂນໂລຊີ, ຄວາມຮູ້ ຫຼື ເສີມສ້າງສາຍພົວພັນມິດຕະພາບ.
ນຳແຫຼ່ງກຳລັງຂອງຊາວຫວຽດນາມໃນຕ່າງປະເທດ ເຂົ້າໃກ້ຄວາມຕ້ອງການພັດທະນາຂອງທ້ອງຖິ່ນຫຼາຍຂຶ້ນ
ໃນຊຸມປີມໍ່ໆມານີ້, ຫຼາຍທ້ອງຖິ່ນ ໄດ້ລິເລີ່ມ ແລະ ຕັ້ງໜ້າປະຕິບັດວຽກງານການຕ່າງປະເທດ ແລະ ວຽກງານຕໍ່ຊາວຫວຽດນາມໃນຕ່າງປະເທດ. ທ້ອງຖິ່ນ ແມ່ນບ່ອນຈັດຕັ້ງປະຕິບັດເປົ້າໝາຍການພັດທະນາໂດຍກົງ, ຮັບການລົງທຶນ, ນຳໃຊ້ເຕັກໂນໂລຊີ, ຂະຫຍາຍຕະຫຼາດ ແລະ ເບິ່ງແຍງຊີວິດຄວາມເປັນຢູ່ຂອງປະຊາຊົນ. ສະນັ້ນ, ການຍົກລະດັບວຽກງານການຕ່າງປະເທດຂອງທ້ອງຖິ່ນ ຕ້ອງຜູກພັນກັບຄວາມສາມາດໃນການລະດົມ, ຮັບເອົາ ແລະ ນຳໃຊ້ແຫຼ່ງກຳລັງສາກົນຢ່າງມີປະສິດທິຜົນ, ໃນນັ້ນ ມີແຫຼ່ງກຳລັງຂອງຊາວຫວຽດນາມໃນຕ່າງປະເທດ.
ແຕ່ລະທ້ອງຖິ່ນ ມີຄວາມຕ້ອງການ, ຈຸດແຂງ ແລະ ຍຸດທະສາດການພັດທະນາ ທີ່ແຕກຕ່າງກັນ. ເພື່ອນຳໃຊ້ແຫຼ່ງກຳລັງໃຫ້ເກີດປະໂຫຍດສູງສຸດ, ຈຳເປັນຕ້ອງເພີ່ມທະວີການປະສານງານ ລະຫວ່າງທ້ອງຖິ່ນ ກັບ ກະຊວງການຕ່າງປະເທດ, ບັນດາສຳນັກງານຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ແລະ ບັນດາສະມາຄົມຊາວຫວຽດນາມ; ສ້າງຖານຂໍ້ມູນກ່ຽວກັບນັກວິຊາການ, ນັກທຸລະກິດ ແລະ ຄູ່ຮ່ວມມື; ສ້າງຈຸດປະສານງານທີ່ມີຂີດຄວາມສາມາດ ເພື່ອຕິດຕາມ, ເຊື່ອມໂຍງ ແລະ ສະໜັບສະໜູນໂຄງການ ນັບແຕ່ຂັ້ນຕອນສະເໜີ ຈົນເຖິງການຈັດຕັ້ງປະຕິບັດ.
ພ້ອມກັນນັ້ນ, ບັນດາໂຄງການສົ່ງເສີມຂອງທ້ອງຖິ່ນ ຄວນປ່ຽນຈາກການແນະນຳສັກກະຍະພາບໂດຍລວມ ມາເປັນການສະໜອງຂໍ້ມູນສະເພາະ ກ່ຽວກັບໂຄງການ, ກົນໄກ, ນະໂຍບາຍ ແລະ ໜ່ວຍງານຮັບຜິດຊອບ. ສິ່ງທີ່ຊາວຫວຽດນາມໃນຕ່າງປະເທດ ຕ້ອງການ ບໍ່ແມ່ນພຽງແຕ່ຄຳເຊີນຊວນ, ແຕ່ແມ່ນສະພາບແວດລ້ອມທີ່ໂປ່ງໃສ, ຂັ້ນຕອນທີ່ສະດວກ ແລະ ການຮ່ວມເດີນທາງຢ່າງເປັນຮູບປະທຳ.
ເມື່ອວຽກງານການຕ່າງປະເທດຂອງທ້ອງຖິ່ນ ມີຄວາມລິເລີ່ມຫຼາຍຂຶ້ນ, ເປັນມືອາຊີບຫຼາຍຂຶ້ນ ແລະ ຜູກພັນແໜ້ນແຟ້ນກັບຄວາມຕ້ອງການການພັດທະນາ, ແຫຼ່ງກຳລັງຂອງຊາວຫວຽດນາມໃນຕ່າງປະເທດ ຈະຖືກລະດົມໄດ້ຖືກທິດທາງ, ຖືກນຳໃຊ້ຕາມຈຸດແຂງ ແລະ ສ້າງຜົນສຳເລັດທີ່ສາມາດວັດແທກໄດ້.
ແຫຼ່ງກຳລັງເພື່ອຍົກສູງຖານະບົດບາດສາກົນ ແລະ ເຜີຍແຜ່ຄຸນຄ່າຂອງ ຫວຽດນາມ
ບົດບາດບຸກເບີກຂອງວຽກງານການຕ່າງປະເທດ ບໍ່ພຽງແຕ່ສະແດງອອກ ໃນການລະດົມແຫຼ່ງກຳລັງເພື່ອການພັດທະນາ, ແຕ່ຍັງຢູ່ໃນການລິເລີ່ມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຂະຫຍາຍສາຍພົວພັນມິດຕະພາບ ແລະ ລະດົມການສະໜັບສະໜູນຈາກປະຊາຄົມສາກົນ.
ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ຫວຽດນາມ ແລະ ສັງຄົມຂອງປະເທດທີ່ອາໄສຢູ່, ພ້ອມກັບຊື່ສຽງທີ່ສ້າງຂຶ້ນ ຜ່ານຂະບວນການຮຽນຮູ້, ເຮັດວຽກ ແລະ ອຸທິດຕົນ, ຊາວຫວຽດນາມໃນຕ່າງປະເທດ ເປັນຂົວເຊື່ອມທຳມະຊາດ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ຄູ່ຮ່ວມມື. ຜ່ານການແລກປ່ຽນລະຫວ່າງປະຊາຊົນ, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ການສຶກສາ, ວັດທະນະທຳ ແລະ ກິດຈະກຳຊຸມຊົນ, ພີ່ນ້ອງຮ່ວມຊາດ ໄດ້ປະກອບສ່ວນສ້າງຮາກຖານທາງສັງຄົມ ໃຫ້ແກ່ສາຍພົວພັນການຕ່າງປະເທດ ແລະ ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ຕໍ່ ຫວຽດນາມ.
ໃນສະພາບທີ່ສື່ດິຈິຕອນ ແລະ ທັດສະນະສາທາລະນະ ນັບມື້ນັບສົ່ງອິດທິພົນຢ່າງແຮງ ຕໍ່ສາຍພົວພັນສາກົນ, ຊາວຫວຽດນາມໃນຕ່າງປະເທດ ແຕ່ລະຄົນ ຍັງສາມາດກາຍເປັນທູດແຫ່ງປະເທດຊາດໄດ້. ພາບພົດ, ຜົນສຳເລັດ ແລະ ສຽງຂອງຊາວຫວຽດນາມໃນຕ່າງປະເທດ ໄດ້ປະກອບສ່ວນເຜີຍແຜ່ພາບລັກຂອງ ຫວຽດນາມ ທີ່ສະຫງົບສຸກ, ໝັ້ນຄົງ, ມີພະລັງ, ສ້າງສັນ ແລະ ມີຄວາມຮັບຜິດຊອບ; ຊ່ວຍໃຫ້ມິດສະຫາຍສາກົນ ເຂົ້າໃຈຢ່າງຖືກຕ້ອງຍິ່ງຂຶ້ນ ກ່ຽວກັບປະເທດ, ປະຊາຊົນ, ແນວທາງ ແລະ ນະໂຍບາຍຂອງ ຫວຽດນາມ.
ກອງປະຊຸມການທູດ ຄັ້ງທີ 33 ໄດ້ວາງຂໍ້ກຳນົດ ໃຫ້ເສີມຂະຫຍາຍບົດບາດບຸກເບີກ ແລະ ປະຕິບັດໜ້າທີ່ສຳຄັນ, ຖາວອນ ຂອງວຽກງານການຕ່າງປະເທດ ຫວຽດນາມ ຢ່າງມີປະສິດທິຜົນ. ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ໄດ້ເນັ້ນໜັກໜ້າທີ່ ໃນການຍົກລະດັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ລະດົມແຫຼ່ງກຳລັງສາກົນ ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ການພັດທະນາ. ການເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມໃນຕ່າງປະເທດ ແມ່ນໜຶ່ງໃນຂົງເຂດ ທີ່ສະແດງໃຫ້ເຫັນຢ່າງຊັດເຈນ ການເຊື່ອມໂຍງລະຫວ່າງສອງຂໍ້ກຳນົດດັ່ງກ່າວ.
ໃນລະດັບຍຸດທະສາດ, ນີ້ແມ່ນໜ້າທີ່ໃນການເສີມຂະຫຍາຍພະລັງແຫ່ງມະຫາສາມັກຄີຂອງປວງຊົນ, ປະສານພະລັງແຫ່ງຊາດ ກັບ ພະລັງແຫ່ງຍຸກສະໄໝ. ໃນລະດັບການຈັດຕັ້ງປະຕິບັດ, ນີ້ແມ່ນຂະບວນການເຊື່ອມໂຍງມະນຸດ, ຄວາມຮູ້, ເຕັກໂນໂລຊີ, ທຶນຮອນ, ຕະຫຼາດ ແລະ ສາຍພົວພັນສາກົນ ກັບຄວາມຕ້ອງການພັດທະນາອັນເປັນຮູບປະທຳ ຂອງປະເທດ ແລະ ແຕ່ລະທ້ອງຖິ່ນ.
ໃນຍຸກໃໝ່, ຊາວຫວຽດນາມໃນຕ່າງປະເທດ ແຕ່ລະຄົນ ບໍ່ພຽງແຕ່ເປັນສະມາຊິກຂອງຊຸມຊົນແຫ່ງຊາດ, ແຕ່ຍັງສາມາດເປັນຂົວເຊື່ອມ, ເປັນທູດ ແລະ ເປັນຜູ້ມີສ່ວນຮ່ວມສ້າງອະນາຄົດຂອງປະເທດ. ການປຸກລະດົມຄວາມປາຖະໜາໃນການອຸທິດຕົນ, ເສີມສ້າງຄວາມເຊື່ອໝັ້ນ ແລະ ສ້າງກົນໄກ ເພື່ອໃຫ້ຊາວຫວຽດນາມໃນຕ່າງປະເທດ ຮ່ວມເດີນທາງກັບປະເທດຊາດ ກໍຄືການປ່ຽນພະລັງຂອງຊຸມຊົນຊາວຫວຽດນາມທົ່ວໂລກ ໃຫ້ກາຍເປັນແຫຼ່ງກຳລັງ ເພື່ອຮັບໃຊ້ການພັດທະນາ ແລະ ປົກປັກຮັກສາປິຕຸພູມຢ່າງໝັ້ນຄົງ.
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ທີ່ຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ. |
ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ. |
ມິງດຶກ
