ຊ່ຽວຊານລັດເຊຍ: ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ

10:05 | 22/06/2020

ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ.    

ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ ຫວຽດນາມ ແບ່ງປັນບົດຮຽນໃນການນໍາໃຊ້ເຕັກໂນໂລຢີນິວເຄຼຍເຂົ້າໃນການຮັບມືກັບພະຍາດໂຄວິດ-19
ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ ຮູບແບບຫໍສະໝຸດທີ່ໄດ້ຮັບການສະໜັບສະໜູນ ໂດຍ ChilFund ຫວຽດນາມ ຊ່ວຍໃຫ້ນັກຮຽນປະຖົມມີຄວາມໝັ້ນໃຈ
ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ
ພາບປະກອບ

ທ່ານ Pavel Gudev ເປັນນັກຮຽນຮູ້ທີ່ສະຖາບັນຄົ້ນຄວ້າເສດຖະກິດໂລກ ແລະ ການພົວພັນສາກົນຂອງສະພາບັນດິດວິທະຍາສາດລັດເຊຍ (IMEMO) ໄດ້ເນັ້ນໜັກເຖິງການຮຽບຮຽງ ແລະ ລົງນາມໃນກົດລະບຽບການປະພຶດຂອງບັນດາຝ່າຍໃນທະເລຕາເວັນອກ (COC) ທີ່ມີການຜູກມັດທາງກົດໝາຍ ແມ່ນປັດໃຈທີ່ສໍາຄັນໃນການຄວບຄຸມການປະພຶດຂອງຝ່າຍຕ່າງໆໃນການຂັດແຍ້ງ.

ທ່ານ ສາດສະດາຈານ, ດຣ. Dmitri Mosyako ຜູ້ອຳນວຍການສູນຄົ້ນຄວ້າອາຊຽນ, ອົດສະຕາລີ ແລະ ທະວີບມະຫາສະໝຸດ ຂອງສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໃຫ້ຮູ້ວ່າ, ຫວຽດນາມໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັກສາສັນຕິພາບໃນພາກພື້ນນີ້, ປະກອບສ່ວນເຂົ້າໃນການເສີມຂະຫຍາຍທີ່ຕັ້ງ ແລະ ບົດບາດຂອງອາຊຽນໃນໂລກ.

ຕາມທ່ານ ດຣ Dmitri Mosyakov ແລ້ວ, ຫວຽດນາມ ຍຶດໝັ້ນໃນວິທີການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ສະໜັບສະໜູນການປະຕິບັດສຳເລັດ ແລະ ປະຕິບັດ COC ໂດຍໄວ. ຄຽງຂ້າງນັ້ນ, ດ້ວຍນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືອາຊີ ແລະ ບັນດາປະເທດໃນທົ່ວໂລກ, ຜ່ານນັ້ນມີຜົນດີຕໍ່ການຫຼຸດຜ່ອນຄວາມກົດດັນ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.

ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດຄຳເຫັນກັບ ທ່ານ ດຣ. D. Mosyakov, ໂດຍເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີ ປາຍຂອງຫວຽດນາມໃນການແກ້ໄຂຂໍ້ຂັດແຍ່ງໃນທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ກ່ອນອື່ນໝົດແມ່ນສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS).

ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ ໜັງສືພິມໄທ: ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ Covid-19

ຍສໝ - ໃນການວິເຄາະທີ່ມີຫົວຂໍ້ວ່າ "ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ ໄວຣັດ" ທີ່ລົງພິມໃນໜັງ ສືພິມ Bangkok Post ເມື່ອມໍ່ໆມານີ້, ນັກຂ່າວ Kavi Chongkittavorn ໄດ້ມີການຢັ້ງຢືນວ່າກອງປະຊຸມສຸດຍອດອາຊຽນ ອອນລາຍ ຄັ້ງທີ 36 ທີ່ຈະມາເຖິງ ແມ່ນການເລີ່ມຕົ້ນໃໝ່ ຂອງອາຊຽນ ເຊິ່ງມີຄວາມສາມັກຄີ ແລະ ເປັນເຈົ້າການໃນການປັບຕົວ ກວ່າເກົ່າ. ...

ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ ພິທີມອບຮັບຈົດໝາຍທາງການທີ່ປະກາດ ຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ ເອກອັກຄະລັດຖະທູດ EU

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ ທີ່ຮ່າໂນ້ຍ, ທ່ານບຸ່ຍແທງເຊີນ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຈົດໝາຍທາງການທີ່ປະກາດ ປະເທດຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ.

ຊ ຽວຊານລ ດເຊຍ ນະໂຍບາຍການຕ າງປະເທດຂອງຫວຽດນາມປະກອບສ ວນຊ ກຍ ສ ນຕ ພາບ ແລະ ສະຖຽນລະພາບຢ ທະເລຕາເວ ນອອກ ຫວຽດນາມ ໄດ້ຮຽກຮ້ອງທົ່ວໂລກຈົ່ງແບ່ງປັນຄວາມຫຍຸ້ງຍາກ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ

ຍສໝ - ວັນທີ 18 ມິຖຸນານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍເພື່ອຮັບຟັງການລາຍງານຂອງ ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ. ໃນກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.