ຄໍາເຫັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ

11:20 | 22/03/2021

ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດ ອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນ​ໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນ ດາເຜົ່າ.

ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ ການເຄື່ອນໄຫວຄ້າຍພັກແລ້ງ “ຄະນະຊາວໜຸ່ມ ກ້າວຂຶ້ນຢ່າງເຂັ້ມແຂງ” ປີ 2021
ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ ລາວ: ນັບແຕ່ທ້າຍປີ 2020 ຮອດວັນທີ 18 ມີນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 156 ຄົນ
ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພີ່ນ້ອງຮ່ວມຊາດ, ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກ ທີ່​ຮັກ​ແພງ​ທັງຫລາຍ!

ວັນທີ 22 ມີນາ 2021 ທີ່ຈະເຖິງນີ້ ແມ່ນ​ວັນ​ສ້າງ­ຕັ້ງ​ພັກ​ ປະ­ຊາ­ຊົນປະ­ຕິ­ວັດ​ລາວ ເຊິ່ງເປັນວັນທີ່ ໄດ້ໃຫ້ກຳເນີດພັກ ຂອງຊົນຊັ້ນຜູ້ອອກ ແຮງງານ, ພັກທຳອິດ ຂອງປະເທດເຮົາ ແລະ ເປັນພັກທີ່ຖືໄດ້ວ່າເປັນຜູ້ຈັດຕັ້ງ, ນໍາພາ ພາລະກິດປະຕິວັດ ຊາດ-ປະຊາທິປະໄຕ ແລະ ການປົກ ປັກຮັກສາ ແລະພັດທະ ນາປະເທດຊາດ ຕະຫລອດໄລຍະ 66 ປີ ແລະ ວັນທີ 22 ມີນາ ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.

ໃນໂອກາດອັນ​ມີ ​ຄວາມ​ໝາຍສຳ​ຄັນ ທາງປະຫວັດສາດນີ້, ຂ້າພະເຈົ້າ ຕາງ​ໜ້າຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຂໍ​ສົ່ງ​ຄວາມ​ຢ້ຽມ​ຢາມ ​ຖາມ​ຂ່າວ ​ອັນ​ອົບ​ອຸ່ນ, ຄວາມ​ສາ​ມັກ​ຄີ​ຮັກ​ແພງ ອັນ​ສະ​ໜິດ​ສະ​ໜົມແລະ ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ ໄປ​ຍັງບັນດາສະຫາຍ ອະດີດການນໍາ, ​ນັກ​ປະ​ຕິ​ວັດ​ອາ​ວຸ​ໂສ, ນັກຮົບ​ແຂ່ງ​ຂັນ, ວິ​ລະ​ຊົນ​ແຫ່ງ​ຊາດ, ສະ​ມາຊິກ​ພັກ-ພະ​ນັກ​ງານ, ທະ​ຫານ, ຕຳຫລວດ ແລະ ປະ​ຊາ​ຊົນ​​ລາວບັນ​ດາ​ເຜົ່າ ຂໍຈົ່ງມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຫ້າວຫັນໝັ້ນຍືນ, ມີຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວຂອງຕົນ.

ທຸກໆຄັ້ງ ເມື່ອພວກເຮົາລະນຶກເຖິງ ວັນສຳຄັນອັນເປັນ ປະຫວັດສາດນີ້ທົ່ວພັກເຮົາ ຍິ່ງຄິດຄະ​ນຶງ​ຫາ​ ປະ​ທານໄກ​ສອນ ພົມ​ວິ​ຫານ ຜູ້​ນຳ​ທີ່ແສນ​ເຄົາລົບ​ຮັກ, ຜູ້​ນຳ​ພາ​ກໍ່​ຕັ້ງພັກເຮົາ, ນຳ​ພາ​ພາ​ລະ​ກິດ​ປະ​ຕິ​ວັດ​,​ ນຳ​ພາ​ສ້າງ​ຕັ້ງ​ລະ​ບອບ ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ແລະ​ ນຳ​ພາພາລະກິດ ປ່ຽນແປງໃໝ່ຮອບ​ດ້ານ ມີຫລັກ​ການຂອງພັກ​; ພ້ອມນີ້ກໍ​ສະແດງຄວາມຮູ້ບຸນຄຸນ ​ແລະ ​ຈົດ​ຈໍາ​ລໍ້າ​ລຶກ​ ຕໍ່ວິ​ລະ​ກຳອັນ​ລ້ຳ​ເລີດ, ຄຸນ​ງາມ​ຄວາມ​ດີ ແລະ ການ​ເ​ສຍ​ສະຫລະ​ອັນ ​ໃຫຍ່ຫລວງ​ ຂອງ​ບັນ​ດາ​ຜູ້​ນຳ​ ແຕ່​ລະ​ຮຸ່ນ, ນັກ​ຮົບ​ປະ​ຕິ​ວັດ, ຜູ້​ຮັກ​ຊາດ ແລະ ປະ​ຊາ​ຊົນ​​ລາວບັນ​ດາ​ເຜົ່າ ທີ່​ໄດ້​ອຸ​ທິດ​ຊີວິດ, ເລືອ​ດ​ເນື້ອ, ເຫື່ອ​ແຮງ ແລະ ສະ​ຕິ​ປັນ​ຍາ ເພື່ອ​ພາ​ລະ​​ກິດ​ປະ​ຕິ​ວັດ​ ໃນເມື່ອກ່ອນ ກໍຄື ພາ​ລະ​ກິດ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ພີ່ນ້ອງຮ່ວມຊາດ, ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກທີ່​ຮັກ​ແພງ​ທັງຫລາຍ!

ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955 ແມ່ນການສະໜອງຕອບ ຕໍ່ການເລັ່ງທວງອັນ ຮີບດ່ວນຂອງຊາດ ແລະ ສັງຄົມໃນເວລານັ້ນ ທີ່ຮຽກຮ້ອງໃຫ້ມີການ ນຳພາຊີ້ນຳລວມສູນ ເປັນເອກະພາບ ຂອງຂະບວນການຕໍ່ສູ້ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວມ ແຜ່ຂະຫຍາຍ ໃນຂອບເຂດທົ່ວປະເທດ ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ​ແລະ ລະບອບ​ການ​ປົກຄອງ ທີ່ເປັນຕີນມືຂອງພວກເຂົາ; ມັນ​ແມ່ນ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​​ ຂະ​ບວນການ​ຕໍ່ສູ້​ ທາງການ​ເມືອງ ທີ່ເປັນໄປຕາມທ່າອ່ຽງລວມ ແຫ່ງການຂະຫຍາຍຕົວ ຂອງຍຸກສະໄໝ ໃນເວລານັ້ນ, ເຊິ່ງແມ່ນ ເຫດການ ດ້ານການເມືອງ-ສັງຄົມ ທີ່​ເປັນບາດລ້ຽວ ປະຫວັດສາດ ສຳຄັນຂອງຊາດ ແລະ ຂອງການປະຕິວັດລາວ, ການປະຕິວັດ ໄດ້ມີພັກການເມືອງ ທີ່ມີອຸດົມການ ແລະ ເປົ້າໝາຍຍຸດທະສາດ ອັນຈະແຈ້ງເປັນຜູ້ນຳພາ ເຊິ່ງສາມາດສົມທົບ ໄດ້ຢ່າງສອດ ຄ່ອງລະຫວ່າງຍຸດທະສາດ ແລະ ຍຸດໂທບາຍ, ການປະຕິວັດຊາດ-ປະຊາທິປະໄຕ ຂອງລາວເຮົາ ຕິດພັນ ແລະ ຕໍ່ເນື່ອງກັບການ ປະຕິວັດສັງຄົມນິຍົມ, ກາຍເປັນສ່ວນໜຶ່ງທີ່ຕິດແໜ້ນ ກັບການປະຕິວັດ ຢູ່ອິນດູຈີນ​ ແລະ ໃນໂລກ.

ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນ​ໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນ ດາເຜົ່າ.

ພາຍຫລັງສະຖາປະນາ ສປປ ລາວ, ພັກເຮົາໄດ້ກາຍເປັນ ແກນນໍາໃນລະບົບ ການເມືອງປະຊາທິ ປະໄຕປະຊາຊົນ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ໃນຕະຫລອດ 45 ປີຜ່ານມາ. ໂດຍກຳແໜ້ນ ສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບການສາກົນ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໄດ້ມີຄວາມສະດຸ້ງໄວ, ມີຄວາມກ້າຫານ ປະດິດສ້າງ ແລະ ມີຄວາມຮັບຜິດຊອບ ຢ່າງເຕັມປ່ຽມ ໃນການລິ່ເລີ່ມ ແລະ ນຳພາຈັດຕັ້ງປະຕິບັດ ພາລະກິດປ່ຽນແປງ ໃໝ່ຮອບດ້ານມີຫລັກ ການຂອງພັກ ໃຫ້ເກີດຜົນເປັນຈິງ ເປັນກ້າວໆມາ, ສ້າງປະຖົມປັດໄຈກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວໆ.

ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກ, ພີ່ນ້ອງປວງຊົນລາວ ທີ່ຮັກແພງທັງຫລາຍ !

ຕະຫລອດຍ່ານທາງ 66 ປີ, ພັກເຮົາໄດ້ຜ່ານການ ຝຶກຝົນຫລໍ່ຫລອມ, ທົດສອບນາໆປະການ ໃນແປວໄຟປະຕິວັດ ອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ເຕັມໄປດ້ວຍການ ເສຍສະຫລະບໍ່ຈັກວ່າເທົ່າໃດ; ພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ຍາມໃດກໍໃຫ້ ຄວາມເຊື່ອໝັ້ນ, ສະໜັບສະໜູນ, ຊ່ວຍເຫລືອກໍ່ສ້າງອັນຈິງໃຈ, ບໍລິສຸດຕໍ່ພັກເຮົາ ແລະ ພວມຕັ້ງໜ້າເປັນເຈົ້າ ເຂົ້າຮ່ວມພາລະກິດ ແຫ່ງ​ການ​ປົກປັກຮັກສາ ແລະ ກໍ່ສ້າງ​ປິ​ຕິ​ພູມ​ອັນ​ແສນ​ຮັກ ​ຂອງ​ຕົນຕາມ​ເສັ້ນ ທາງສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ເຮັດໃຫ້ຈຸດໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເຊິ່ງອັນນັ້ນແມ່ນ ພາລະກໍາປະຫວັດສາດ ອັນໃຫຍ່ຫລວງ, ຮອບດ້ານ, ໜັກໜ່ວງ ແລະ ທັງ​ແມ່ນ​ຈຸດ​ໝາຍຍາວນານ ຂອງພັກເຮົາທີ່ຕ້ອງ ບັນລຸໃຫ້ປະກົດຜົນເປັນຈິງ.

ບັນ​ດາ​ສະ​ຫາຍ ​ແລະ ເພື່ອນມິດທີ່ຮັກແພງທັງຫລາຍ !

ດ້ວຍເຫດໃດພັກເຮົາ ຈຶ່ງສາມາດດໍາລົງທີ່ຕັ້ງ, ບົດບາດນໍາພາໃນທົ່ວລະບົບການເມືອງ ແລະ ໃນທົ່ວສັງຄົມຢ່າງໜັກແໜ້ນ ມາໄກຈົນເຖິງ ທຸກວັນນີ້, ພວກເຮົາກໍ່ຄົງມີຄຳຕອບ ທີ່ຊັດເຈນແລ້ວວ່າ ພັກເຮົາ ຍາມໃດກໍຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ໃນທາດແທ້ປະຕິວັດ, ມູນເຊື້ອອັນ ສະຫງ່າງາມຂອງຕົນນັ້ນ ຄື:

- ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ອຸ​ດົມ​ການ​ສັງ​ຄົມ​ນິ​ຍົມ, ບັນດາຫລັກມູນພື້ນຖານ ຂອງການກໍ່ສ້າງພັກ ຕາມລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ, ທິດສະດີ ຂອງພັກ; ບໍ່ຄຳພີຕາຍຕົວ ​ແຕ່ປະດິດສ້າງ ໃນການໝູນໃຊ້ທິດ​ສະ​ດີ ​ແລະ ບົດຮຽນດ້ານ​ຕ່າງໆ ເຂົ້າກັບເງື່ອນໄຂຕົວ​ຈິງ ແລະ ສະພາບ​ຈຸດ​ພິ​ເສດ​ ຂອງ​ປະ​ເທດ​ຊາດ; ມີ​ການ​ສະຫລຸບ​ຖອດ​ຖອນ ​ບົດຮຽນຈາກ​ພຶດຕິ​ກໍາ ​ແລະ ປັບປຸງ​ບູລະນະ​ແນວທາງ ການ​ເມືອງ​ຂອງ​ພັກ​ ໃຫ້​ສອດຄ່ອງກັບ​ ສະ​ພາບ​ການ​ຕົວ​ຈິງ ​ຂອງ​ປະ​ເທດ​ຊາດ ໃນ​ແຕ່​ລະ​ໄລ​ຍະ;

- ເວລາ​ໃດ​ກໍຢຶດໝັ້ນ ໃນທາດແທ້ຊົນຊັ້ນ, ຖືປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ, ມີຄວາມຈົ່ງຮັກພັກດີ ຕໍ່ຜົນປະໂຫຍດລວມ ຂອງຊາດ-ຂອງ ປະຊາຊົນ; ເຄື່ອນໄຫວຕິດແທດ ກັບປະຊາຊົນ, ອີງໃສ່ມະຫາຊົນ ແລະ ຝຶກຝົນຫລໍ່ຫລອມ ຜ່ານຂະບວນການ ປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະ ຫຍາຍພັກ;

- ພັກ​ໄດ້​ຢຶດໝັ້ນ ​ແລະ ປະຕິບັດຫລັກການ ລວມສູນປະຊາທິປະໄຕ, ເວລາໃດກໍຖື​ສໍາຄັນ​ ການເສີມສ້າງຄວາມ ສາມັກຄີເປັນເອກະພາບ ບົນ​ພື້ນຖານ​ແນວທາງ, ​ແຜນ​ນະ​ໂຍບາຍ, ກົດລະບຽບ​ຂອງພັກ; ຖື​ສໍາຄັນ​ການ​ເສີມ ​ຂະຫຍາຍ​ປະຊາທິປະ​ໄຕ​ ໄປ​ຄຽງຄູ່​ກັບ ​ການ​ປະຕິບັດ​ລະບຽບ ວິໄນຂອງ​ພັກ ກໍຄືລະບອບ​ດໍາ​ເນີນ ​ຊີວິດ​ການ​ເມືອງ, ຕໍາ​ນິຕິຊົມກັນເປັນກົດເກນ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ;

- ​​ເ​ຊີດ​ຊູລັກສະນະນຳໜ້າຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ ມີຄວາມເດັດຂາດ, ​ເຂັ້ມງວດໃນການກຳຈັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ເຮັດໃຫ້ພັກເຊື່ອມເສຍ ອິດທິພົນບົດບາດ ​ແລະ ຂາດ​ຄວາມ​ເຊື່ອໝັ້ນ ຈາກ​ປະຊາຊົນ, ພັກ​ໄດ້​ເປັນ​ເຈົ້າ​ການ ​ປັບປຸງ​ປ່ຽນ​ແປງ​ຕົນ​ເອງ,ເອົາ​ໃຈ​ໃສ່ບຳລຸງ ສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນຳໜ້າ, ​ເປັນ​ກໍາລັງ​ແຮງ ​ສູ້​ຮົບໃນທຸກຂົງເຂດວຽກງານ; ຕ້ານ​ລັດທິ​ອາດຍາ​ສິດ, ລັດທິເອກະຊົນ, ​ເຈົ້າ​ໂຄດ, ອະນາ​ທິປະ​ໄຕ, ​ລັດທິສວຍໂອກາດໃນທຸກຮູບແບບ.

- ພັກເຮົາໄດ້ສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ;​ ໃນ​ການ​ເຄື່ອນ​ໄຫ​ວ ນໍາພາ​ຂອງພັກ​ເຮົາ, ​ເວລາ​ໃດ​ກໍຢຶດໝັ້ນ ຈິດໃຈຊາດເອກະລາດ ເປັນເຈົ້າຕົນເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເສີມຂະຫຍາຍກໍາລັງແຮງ ສັງລວມພາຍໃນ ຊາດສົມທົບກັບການ ຍາດແຍ່ງເອົາການສະໜັບ ສະໜູນຊ່ວຍເຫລືອ ຈາກພາຍນອກຢ່າງ ມີຫລັກການ; ພົວພັນ​ຮ່ວມ​ມື​ກັບ ​ພັກ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ຢ່າງ​ສະ​ເໝີຕົ້ນ​ສະ​ເໝີປາຍ.

ໝາກຜົນແຫ່ງການນໍາພາ ຂອງພັກເຮົາໃນ 66 ປີ ແມ່ນໃຫຍ່ຫລວງ ແລະ ສົມຄວນໃຫ້ແກ່ຄວາມເອກອ້າງ ແລະ ພາກພູມໃຈ, ແຕ່ພວກເຮົາກໍຕ້ອງຮັບຮູ້ ນຳກັນຢ່າງຈະແຈ້ງວ່າ ບົນເສັ້ນທາງແຫ່ງການ ກ້າວຂຶ້ນໃນຕໍ່ໜ້ານັ້ນ ແມ່ນເຕັມໄປດ້ວຍສິ່ງທ້າທາຍ ທົດສອບຢ່າງຂຽວຂາດ ແລະ ໃຫຍ່ຫລວງ. ສະນັ້ນເວລານີ້ຍິ່ງກວ່າ ເວລາໃດໝົດ, ມູນເຊື້ອ, ບົດຮຽນໃນການນໍາພາ ຂອງພັກເຮົາຕະຫລອດ ໄລຍະທີ່ຜ່ານມາ ຕ້ອງໄດ້ຮັບ ການເສີມ ຂະຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາຕ້ອງເພີ່ມທະວີ ຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາ, ພ້ອມ​ທັງເສີມ ຂະຫຍາຍ ຈິດໃຈຮັກຊາດ, ຮັກ​ລະ​ບອບ​ປະ​ຊາ ​ທິ​ປະ​ໄຕ​ປະ​ຊາ​ຊົນ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃຫ້ຫລາຍຂຶ້ນເທົ່າ ທີ່ຈະຫລາຍໄດ້, ກ່ອນອື່ນພວກເຮົາ ຕ້ອງຕັ້ງໜ້າສູ້ຊົນ ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ.

ບັນດາສະຫາຍ ທີ່ຮັກແພງ!

ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາ ມີໜ້າທີ່ນໍາພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນ ທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ເຊິ່ງເນື້ອແທ້ ແມ່ນການສືບຕໍ່ຢຶດໝັ້ນ ແລະ ຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກບົນພື້ນຖານ ເງື່ອນໄຂໃຫ້ແທດເໝາະ ກັບສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບແວດລ້ອມສາກົນ ໃນເງື່ອນໄຂໃໝ່. ປີນີ້ ຖືເປັນປີທີ 35 ແຫ່ງການນໍາພາຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການ ຂອງພັກ, ສູນກາງພັກ ຈະໄດ້ທົບທວນ, ຕີລາຄາ ໝາກຜົນດັ່ງກ່າວ ຢ່າງພາວະວິໄສ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ປະເທດເຮົາກ້າວຂຶ້ນ ຢ່າງໜັກແໜ້ນ ຕໍ່ໄປ.

ເພື່ອສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເຂົ້າສູ່ ຂະບວນການ ວຽກງານຕົວຈິງນັ້ນ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ເພື່ອນໍາພາຊີ້ນໍາ ຈັດຕັ້ງປະຕິບັດ ຢູ່ແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ-ຮາກຖານ ໃຫ້ເກີດເປັນຈິງ, ຂ້າພະເຈົ້າຮຽກຮ້ອງ ມາຍັງທົ່ວພັກ ໃຫ້ເອົາໃຈໃສ່ ດັ່ງນີ້:

ໜຶ່ງ: ຊີ້ນໍາ​ການຈັດຕັ້ງ​​ເຊື່ອມ​ຊຶມ, ສ້າງຄວາມຮັບຮູ້ເຂົ້າໃຈ, ກໍາແໜ້ນ ແລະ ຜັນ​ຂະ​ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້​ເລິກເຊິ່ງ, ​ຟົດ​ຟື້ນ, ກວ້າງ​ຂວາງ ທົ່ວເຖິງ ແລະ ຕໍ່ເນື່ອງ, ກາຍເປັນຂະບວນການ ທີ່ແຂງແຮງ ຂອງໝົດທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ. ຄະນະພັກແຕ່ລະຂັ້ນ ເປັນ​ເຈົ້າ​ການ ແລະ ມີຄວາມຮັບ​ຜິດ​ຊອບ​ ໂດຍ​ກົງໃນການນຳ​ພາ​ ຊີ້​ນຳເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິ XI ຂອງພັກ, ໃຫ້ຖືເປັນຂະບວນການ ວຽກງານສໍາຄັນບຸລິມະສິດ ຂອງ​ຕົນໂດຍສະເພາະ ການຫັນ​​ເປັນແຜນງານ, ໂຄງ​ການ​, ແຜນປະຕິບັດງານ ທີ່ລະ​ອຽດຈະແຈ້ງ​ ໃນ​​ແຕ່ລະຂະ​ແໜງ​ການ ແລະ​ ທ້ອງ​ຖິ່ນໃຫ້ສອດ​ຄ່ອງ​ ກັບສະ​ພາ​ວະ​ຕົວ​ຈິງ ຢູ່ແຕ່​ລະ​ບ່ອນ ​ແລະ ​ເຂົ້າ​ສູ່​ຊີ​ວິດ​​ຕົວ​ຈິງ, ອັນສໍາຄັນ ຕ້ອງສ້າງຄວາມ ເປັນເອກະພາບ ທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ທັງສ້າງຄວາມຕັດສິນໃຈ ເພື່ອແກ້ໄຂບັນຫາຢ່າງຈິງຈັງ ແລະ ເດັດຂາດ, ສ້າງໃຫ້ໄດ້ພື້ນຖານ ອັນໜັກແໜ້ນໃນການແກ້ໄຂບັນຫາ ຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ອຸປະສັກອັດຕັນ ການພັດທະນາ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນ​ໃສ່ສ້າງ​ການ​ຫັນ ​ປ່ຽນ​ຢ່າງ​ແຂງ​ແຮງ, ເລິກ​ເຊິ່ງ ແລະ ຮອບ​ດ້ານໃນທົ່ວສັງຄົມ;

ສອງ: ສືບຕໍ່ປັບປຸງລະບອບ ນໍາພາແບບແຜນເຮັດວຽກ ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ເຂົ້າສູ່ລະບອບແບບ ແຜນຢ່າງເຂັ້ມງວດ ແລະ ຖືກຕ້ອງ ຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດລະບຽບພັກ ແລະ ກົດໝາຍ ແລະ ລະບຽບການ ຂອງລັດ, ທັງມີຫລັກ ວິທະຍາສາດ, ແທດຕົວຈິງ, ຈໍາກັດ ແລະ ແກ້ໄຂໃຫ້ໄດ້ແບບແຜນ ວິທີເຮັດວຽກແບບ ອາດຍາສິດ, ອຸ້ມວຽກ, ເຮັດວຽກບໍ່ມີແຜນການ, ຂາດຈຸດສຸມ, ບໍ່ມີການຕິດຕາມ, ກວດກາ, ສະຫລຸບຖອດຖອນບົດຮຽນ, ການຖອດຖອນບົດຮຽນ ຕ້ອງດຳເນີນເປັນແຕ່ລະວຽກ, ແຕ່ລະໄລຍະເວລາທີ່ແນ່ນອນ;

ສາມ: ຄະນະພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມເປັນ ແບບຢ່າງນໍາໜ້າ ດ້ານມານະຈິດປະຕິວັດ, ຄຸນທາດການເມືອງ, ສ້າງຕົນເອງ ໃຫ້ເປັນຄົນ ມີລະບຽບວິໄນເຂັ້ມງວດ, ບຸກບືນສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ມີຄວາມຮັບຜິດຊອບ ໃນການແກ້ໄຂ ພະຍາດຕ່າງໆ ພາຍໃນພັກ ເປັນຕົ້ນແມ່ນ ການເຊື່ອມຖອຍທາງດ້ານ ແບບແຜນດຳລົງຊີວິດ, ຕິດແສດແບບແຜນ ຫລີ້ນກິນຟຸມເຟືອຍ, ຊ່ວງເສັງກັນ ໄປໃນທາງທີ່ບໍ່ຖືກ, ສໍ້ລາດບັງຫລວງ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ; ຕ້ອງປັບປຸງຕົນເອງ ໃຫ້ເປັນຜູ້ປອດໃສ ຂາວສະອາດ, ໃຊ້​ຈ່າຍ​ຢ່າງປະຢັດ, ສັດຊື່ບໍ​ລິ​ສຸດ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ; ເຄື່ອນໄຫວນຳພາ ໃຫ້ຖືກຕາມກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງເຂັ້ມງວດ; ອັນໃດກີດຂວາງ, ບໍ່ສອດຄ່ອງກັບ ຜົນປະໂຫຍດຂອງປະຊາຊົນ ຕ້ອງໄດ້ຕ້ານ-ສະກັດກັ້ນ, ກຳຈັດປັດເປົ່າ ອອກຈາກການເຄື່ອນໄຫວ ນຳພາຂອງພັກ ແລະ ການຄຸ້ມຄອງ ຂອງລັດເຮົາ, ພະນັກງານຂອງພັກ, ສະມາຊິກພັກຕ້ອງ ໃຫ້ເປັນຜູ້ ຮັບໃຊ້ ປະຊາຊົນຢ່າງບໍລິສຸດ ພຸດຜ່ອງແທ້;

ສີ່: ເຄົາລົບສິດ, ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ; ພັກເຮົາບໍໍ່ມີຜົນ ປະໂຫຍດອັນໃດ ນອກເໜືອຈາກຜົນປະໂຫຍດ ຂອງປະເທດຊາດ ແລະ ຂອງປະຊາຊົນ. ດັ່ງນັ້ນ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງເສີມຂະຫຍາຍ ມູນເຊື້ອຂອງພັກເຮົາ, ຢຶດໝັ້ນການເດີນ ຕາມແນວທາງມະຫາຊົນ, ເອົາປະຊາຊົນ ເປັນກົກ“ເອົາຊົນນະບົດເປັນເປົ້າໝາຍ ໃນການພັດທະນາ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ”.

ຫ້າ: ເດັດດ່ຽວແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດ ການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງ ຂອງການຈັດ ຕັ້ງທຸກຂັ້ນ; ສືບຕໍ່ປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຮັບປະກັນລັກສະນະຊົນຊັ້ນ ຂອງກໍາມະກອນ, ຊາວຜູ້ອອກແຮງງານ, ລັກສະນະນໍາໜ້າ ແລະ ລັກສະນະຕໍ່ສູ້ ແນໃສ່ຍົກສູງ ຄວາມສາມາດນໍາພາ ຂອງຄະນະພັກ ໃຫ້ສົມຖານະເປັນແກນນໍາໃນລະບົບການເມືອງ ຢູ່ແຕ່ລະຂັ້ນ, ກ່ອນອື່ນໝົດ ແມ່ນຕ້ອງຍົກສູງ ຄວາມສາມາດ ໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນຕົວຈິງ;

ຫົກ: ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນໍາພາຊີ້ນໍາ ແລະ ດໍາເນີນມາດຕະການ ທີ່ຮັດກຸມກວ່າເກົ່າ, ເຂັ້ມງວດກວ່າເກົ່າ ໃນການສະກັດກັ້ນ, ຕ້ານ, ປ້ອງກັນ ແລະ ແກ້ໄຂບັນຫາພະຍາດໂຄວິດ-19; ພ້ອມນັ້ນ ໃນເງື່ອນໄຂໂຄວິດ-19 ຕ້ອງເພີ່ມທະວີສ້າງ ການຫັນ ປ່ຽນໃໝ່ ຍິ່ງກວ່າເວລາໃດໝົດ ຕາມວິຖີດໍາລົງຊີວິດແບບໃໝ່, ນໍາພາສ້າງຄ່ານິຍົມ ທີ່ຖືກຕ້ອງໃນສັງຄົມລາວ, ສົ່ງເສີມຜູ້ມີຫົວຄິດ ປະດິດສ້າງໃໝ່, ສະດຸ້ງໄວ ແລະ ກ້າຫານໃນການ ສ້າງສາພັດທະນາ ເພື່ອແກ້ໄຂບັນຫາ ຢ່າງຖືກຕ້ອງ, ສອດ ຄ່ອງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງ ແລະ ບັນດາສະຫາຍ ສະມາຊິກພັກທຸກຖ້ວນໜ້າ !

ວັນທີ 22 ມີນາ2021 ພໍດີກັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວເຮົານັ້ນ, ກອງປະຊຸມຄັ້ງປະຖົມມະເລິິກ ຂອງສະພາແຫ່ງຊາດ ຊຸດທີ IX ກໍ່ຈະໄຂຂຶ້ນພໍດີ ຊິ່ງເປັນເຫດ ການທີ່ສຳຄັນອີກຄັ້ງໜຶ່ງ ຂອງປະຫວັດສາດ ຂອງລັດປະຊາທິປະໄຕ ຂອງພວກເຮົາ ທັງເປັນເຫດການສຳຄັນໜຶ່ງ ເພື່ອຫັນເອົາມະຕິ XI ຂອງພັກເຮົາໃຫ້ເຂົ້າສູ່ ການປະຕິບັດຕົວຈິງ, ຂ້າພະເຈົ້າຂໍອວຍພອນໄຊ ອັນປະເສີດໃຫ້ແກ່ກອງປະຊຸມ ຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດ ຈົ່ງດຳເນີນໄປດ້ວຍ ຄວາມສຳເລັດ ຢ່າງສະຫງ່າງາມ, ພ້ອມກັນນັ້ນຂໍຮຽກຮ້ອງ ມາຍັງປະຊາຊົນລາວ ບັນດາເຜົ່າ ຈົ່ງອອກແຮງ ເສີມຂະຫຍາຍ ມູນເຊື້ອຮັກຊາດ, ຮັກລະບອບປະ​ຊາ​ ທິ​ປະ​ໄຕ​ປະ​ຊາ​ຊົນ, ປະຕິບັດສິດເປັນເຈົ້າ ປະເທດຊາດຢ່າງແຂງແຮງ, ເປັນເຈົ້າການຕິດຕາມ, ກວດກາການເຄື່ອນໄຫວ ຂອງການຈັດຕັ້ງພັກ, ຂອງສະມາຊິກພັກ, ພ​ະນັກ​ງານ ຢ່າງເປັນປົກກະຕິ; ຊ່ວຍເຫລືອປັບປຸງ, ກໍ່ສ້າງພັກເສີມ ຂະຫຍາຍ ຈຸດດີ, ແກ້ໄຂຈຸດອ່ອນແລະ ຂໍ້ຂາດຕົກບົກພ່ອງຕ່າງໆ ເພື່ອ​ສ້າງການຫັນປ່ຽນ ທີ່ຈະແຈ້ງ, ແຂງ​ແຮງ, ເລິກ​ເຊິ່ງ ແລະ ຮອບ​ດ້ານໃນທົ່ວສັງຄົມເຮົາ.

ພີ່ນ້ອງຮ່ວມຊາດ, ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກ ທີ່​ຮັກ​ແພງ​ທັງຫລາຍ!

ພວກເຮົາມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການ ເສຍສະຫລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ເຊິ່ງປະຊາ ຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ​ເສີມຂະຫຍາຍ ແລະ ຍົກລະດັບຢ່າງບໍ່ຢຸດຢັ້ງ ດ້ວຍຄວາມຈົ່ງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນ​ທັງ​ຊາດ.

ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ຈົ່ງໄດ້ເສີມຂະຫຍາຍ ມູນເຊື້ອອັນສະຫງ່າ ອົງອາດ ຂອງພັກ ເຂົ້າສູ່ລວງເລິກ, ຮ່ວມແຮງ ຮ່ວມໃຈກັນ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃນປີເລີ່ມຕົ້ນນີ້ ໃຫ້ໄດ້ຕາມລະດັບ ຄາດໝາຍທີ່ວາງໄວ້, ປະກອບສ່ວນສໍາຄັນ ໃນການປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ ​ປະ​ເທດຊາດ ໃຫ້​ມີຄວາມ​ຮຸ່ງ​ເຮືອງ​ ສີ​ວິ​ໄລ​ຂຶ້ນ​ໄປ​ເລື້ອຍໆ.

ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!

ຂໍຂອບໃຈ!

ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ ການເຊື່ອມໂຍງພຸດທະສາສະໜາ ເພື່ອສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ

ໃນວັນທີ 12 ມີນາ 2021 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະ ຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະ ເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ.

ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ ວັນທີ 19 ມີນາ: ກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ

ກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ 1971 ຄຸນຄ່າປະຫວັດສາດ ແລະ ຄວາມເປັນຈິງ”, ຄາດວ່າ ຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ ຢູ່ແຂວງ ກ໋ວາງຈີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ (1971 - 2021).

ຄ າເຫ ນຂອງ ສະຫາຍ ທອງລ ນ ສ ສ ລ ດ ເລຂາທ ການໃຫຍ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນໂອກາດວ ນສ າງຕ ງພ ກປະຊາຊ ນປະຕ ວ ດລາວຄ ບຮອບ 66 ປ ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021

ວັນທີ 10 ມີນາ, ບໍລິສັດຫຸ້ນສ່ວນການລາຍງານ, ຕີລາຄາ ຫວຽດນາມ (Vietnam Report) ໄດ້ສົມທົບກັບ ໜັງສືພິມ VietnamNet ປະກາດ ຕາຕະລາງຈັດອັນດັບ FAST500 – TOP 500 ວິສາຫະກິດ ທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.