ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%

06:30 | 29/03/2020

ຍສໝ- ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%...

ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%

ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%.

ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%... ບົນພື້ນຖານການຄາດຄະເນບັນດາຜົນກະທົບໂດຍທາງກົງແລະທາງອ້ອມຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ, ກົມໃຫຍ່ສະຖິຕິໄດ້ສ້າງ 2 ແຜນການການເຕີບໂຕດ້ວຍການຄາດຄະເນທີ່ວ່າຖ້າຫາກວ່າໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມຢ່າງທັນການໃນໄຕມາດທີ 2/2020 ຫຼືແກ່ຍາວໄປຮອດໄຕມາດທີ 3/2020 ນັ້ນ, ການເຕີບໂຕ GDP ຂອງທັງປີລ້ວນແຕ່ບັນລຸຫຼາຍກວ່າ 5%.

ຫວຽດນາມ ພວມຜັນຂະຫຍາຍການປະຕິບັດ2ເປົ້າໝາຍຄວບຄູ່ ນັ້ນແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຢ່າງມີປະສິດທິຜົນ ແລະ ຮັບປະກັນໃຫ້ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດສັງຄົມ. ໃນສະພາບຕົວຈິງແລ້ວ, ໂຄງປະກອບປະເພດສິນຄ້ານຳເຂົ້າ-ສົ່ງອອກຂອງ ຫວຽດນາມ ໃນ 2 ເດືອນຕົ້ນປີ ກໍ່ມີບັນດາການປ່ຽນແປງ, ໃນນັ້ນ ວົງເງິນສົ່ງອອກຂອງບັນດາປະເພດສິນຄ້າຄື: ຜະລິດຕະພັນກະເສດ, ສິນໃນນ້ຳ ເຊິ່ງເຄີຍແມ່ນທ່າແຮງຂອງ ຫວຽດນາມ, ລ້ວນແຕ່ໄດ້ຫລຸດລົງ. ຜູ້ນຳຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ອົງການທີ່ກ່ຽວຂ້ອງ ຈົ່ງຮີບເຮັ່ງຕີລາຄາ ແລະ ສ້າງແຜນການຮັບມືຕໍ່ບັນດາການຜັນແປໃໝ່ຂອງຕະຫລາດທີ່ພວມ ແລະ ອາດຈະຜັນແປຢ່າງສັບສົນກ່ຽວກັບໂລກລະບາດດັ່ງກ່າວ, ພິເສດແມ່ນບັນດາຕະຫລາດທີ່ເປັນຄູ່ຄ້າສົ່ງອອກໃຫຍ່ຂອງ ຫວຽດນາມ ຄື: ເອີຣົບ, ອາເມລິກາ ແລະ ບາງຕະຫລາດຢູ່ພາກພື້ນ ອາຊີ.

ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%

ຍູ້ແຮງການພັດທະນາພື້ນຖານໂຄງລ່າງການຄ້າເອເລັກໂຕນິກ ເພື່ອພັດທະນາລະບົບສະໜອງສິນຄ້າໃນຕະຫລາດພາຍໃນ.

ໂດຍຜັນຂະຫຍາຍການປະຕິບັດໜ້າທີ່ນີ້, ກົມນຳເຂົ້າ-ສົ່ງອອກຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ດຳເນີນການກວດກາບັນດາຕະຫລາດຈຸດສຸມ, ເປັນຕົ້ນແມ່ນບັນດາຕະຫລາດທີ່ຍັງບໍ່ທັນໄດ້ຮັບຜົນສະທ້ອນຫຼາຍຈາກໂລກລະບາດ Covid-19, ເພື່ອເປີດກ້ວາງຕະຫລາດໃໝ່ໃຫ້ແກ່ວິສາຫະກິດ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ກໍ່ແນະນຳໃຫ້ບັນດາວິສາຫະກິດຜັນຂະຫຍາຍການສົ່ງອອກໄປຍັງຕະຫລາດ ຈີນ, ສ.ເກົາຫຼີ, ຍີ່ປຸ່ນຄືນໃໝ່ ໃນຂະນະທີ່ການຄວບຄຸມໂລກລະບາດຢູ່ບັນດາປະເທດດັ່ງກ່າວ ພວມຄ່ອຍໆດີຂຶ້ນກ່ວາ.

ໃນສະພາບການໂລກລະບາດແກ່ຍາວ ແລະ ສົ່ງຜົນສະທ້ອນເຖິງການຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຫລຸດຜ່ອນລະບອບລະບຽບການບໍລິຫານລົງ, ດ້ວຍປະມານ 205 ເງື່ອນໄຂການລົງທຶນດຳເນີນທຸລະກິດໃນປີ 2020. ການນຳກະຊວງກໍ່ຮຽກຮ້ອງໃຫ້ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ມີມາດຕະການໜູນຊ່ວຍວິສາຫະກິດ ຍູ້ແຮງການພັດທະນາພື້ນຖານໂຄງລ່າງການຄ້າເອເລັກໂຕນິກ ເພື່ອພັດທະນາລະບົບສະໜອງສິນຄ້າໃນຕະຫລາດພາຍໃນ.

(ໄຊພອນ)

ເຫດການ