ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ເຄົາລົບແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ

11:30 | 28/01/2021

ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”;  ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ

ບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະບານເອກະສານ, ສະເໜີ ຊີ້ແຈ້ງວ່າ: ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”; ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.

ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ເຄົາລົບແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. (ພາບ: VOV)

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ຈາກພຶດຕິກຳຕົວຈິງແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ສາມາດຖອດຖອນໄດ້ 5 ບົດຮຽນທີ່ລ້ຳຄ່າ. ໃນນັ້ນມີບົດຮຽນຖືປະຊາຊົນເປັນກົກ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ.

“ຖືປະຊາຊົນເປັນໃຈກາງ, ເປັນເຈົ້າຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມມາຈາກຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມຜາສຸກ, ອິ່ມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ. ຮັດແໜ້ນສາຍພົວພັນສະໜິດແໜ້ນລະຫວ່າງພັກ ກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ”.

ຕາມຜູ້ແທນຫຼາຍທ່ານແລ້ວ, ນີ້ແມ່ນໜຶ່ງໃນບັນດາບົດຮຽນອັນລ້ຳຄ່າ, ປະກອບສ່ວນສ້າງຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດແຫ່ງການປ່ຽນແປງໃໝ່ເປັນເວລາເກືອບ 35 ປີຜ່ານມາ.

ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຄັ້ງນີ້ສືບຕໍ່ເນັ້ນໜັກເຖິງວຽກງານກໍ່ສ້າງ, ປັບປຸງພັກ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຮອບດ້ານ, ຄົບຊຸດ, ເປັນປະຈຳ, ມີປະສິດທິຜົນນັບທັງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ. ທ່ານສະມາຊິກສະພາແຫ່ງຊາດ ເຢືອງວັນທ໊າຍ, ເລຂາພັກແຂວງ ແຂວງບັ໊ກຢາງ, ໃຫ້ຮູ້ວ່າ.

“ພັກກອມມູນິດຫວຽດນາມ ໄດ້ກຳນົດໜ້າທີ່ຈຸດສຸມນັ້ນແມ່ນ ສືບຕໍ່ຍູ້ແຮງວຽກງານກໍ່ສ້າງພັກ, ປັບປຸງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງ. ອາດເວົ້າໄດ້ວ່າ, ໃນວຽກງານກໍ່ສ້າງພັກ ໄດ້ສຸມໃສ່ຮອບດ້ານ ນັບທັງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ວຽກງານພະນັກງານ, ໃນນັ້ນວຽກງານພະນັກງານເປັນແກ່ນສານ ເພື່ອສ້າງຖັນແຖວພະນັກງານ, ພິເສດແມ່ນຖັນແຖວພະນັກງານຄຸ້ມຄອງທຸກຂັ້ນຕ້ອງມີລະດັບຄວາມຮູ້ ແລະ ອິດທິພົນຊື່ສຽງຢ່າງພຽງພໍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.”

ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.

ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ກ່ອນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ ແລະບົດບາດຂອງພັກກອມມູນິດຫວຽດນາມ ເພື່ອບັນລຸໄດ້ບັນດາຜົນງານເສດຖະກິດ-ສັງຄົມໃນຊຸມປີຜ່ານມາ. ຕໍ່ໄປນີ້ແມ່ນເນື້ອໃນບົດຕອບສຳພາດ:

vovworld.vn

ເຫດການ
302 Found

Found

The document has moved here.