Viettel ເປັນວິສາຫະກິດແຫ່ງທໍາອິດ ແລະໜຶ່ງດຽວຢູ່ຫວຽດນາມ ທີ່ໄດ້ຮັບ 2 ໃບຢັ້ງຢືນຈາກສອງອົງການທີ່ມີຊື່ສຽງທີ່ສຸດຢູ່ໃນໂລກ ກ່ຽວກັບສູນຂໍ້ມູນ

06:30 | 17/08/2020

ຍສໝ - ສູນຂໍ້ມູນຂ່າວສານ ຮວ່າລາກ ຂອງບໍລິສັດໃຫຍ່ເຄືອຂ່າຍ Viettel (Viettel Networks) ໄດ້ຮັບໃບຢັ້ງຢືນກຽດຕິຍົດ Uptime Tier III ກ່ຽວກັບການອອກແບບສູນຂໍ້ມູນຢ່າງເປັນທາງການຂອງອົງການທີ່ມີຊື່ສຽງແຖວໜ້າໃນໂລກ Uptime Institute (ອາເມລິກາ).

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ ຫວຽດນາມ: ການສົ່ງອອກບັນລຸຫຼາຍກ່ວາ 25 ຕື້ໂດລາສະຫະລັດໃນເຄິ່ງເດືອນ

ຍສໝ - ໄລ່ຮອດທ້າຍເດືອນກໍລະກົດ, ຍອດມູນຄ່າການສົ່ງອອກຂອງຫວຽດນາມບັນລຸໄດ້ 147,61 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,5%, ເທົ່າກັບ 2,11 ຕື້ໂດລາທຽບໃສ່ໄລຍະດຽວກັນຂອງປີ 2019.

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ ຜ່ານການຮັບຮອງເອົາສັນຍາ EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ

ຍສໝ - ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ.

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ
ພາບປະກອບ

ວັນທີ 14 ສິງຫາ, ສູນຖານຂໍ້ມູນຂອງ ກຸ່ມບໍລິສັດ Viettel ຢູ່ ຮ່ວາລາກ ໄດ້ຮັບໃບຢັ້ງຢືນ Uptime Tier III ກ່ຽວກັບການອອກແບບສູນຖານຂໍ້ມູນ ຈາກ ອົງການ Uptime Institute ຂອງ ອາເມລິກາ ຊື່ງແມ່ນອົງການທີ່ມີຊື່ສຽງແຖວຫນ້າໂລກ.

ກ່ອນໜ້ານັ້ນ, ໃນເດືອນທັນວາ ປີ 2019, ອົງການ Enterprise Products Integration Pte Ltd (EPI) ກໍໄດ້ມອບໃບຢັ້ງຢືນ ANSI/TIA-942 Rated 3 ກ່ຽວກັບການກໍ່ສ້າງສູນຂໍ້ມູນໃຫ້ Viettel IDC. ເພາະສະນັ້ນ, ປັດຈຸບັນ, Viettel ເປັນວິສາຫະກິດແຫ່ງທໍາອິດ ແລະໜຶ່ງດຽວຢູ່ຫວຽດນາມ ທີ່ໄດ້ຮັບ 2 ໃບຢັ້ງຢືນຈາກສອງອົງການທີ່ມີຊື່ສຽງທີ່ສຸດຢູ່ໃນໂລກ ກ່ຽວກັບສູນຂໍ້ມູນ.

ວັນທີ 10 ສິງຫາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໃຫ້ຮູ້ວ່າ ໃນການແຂ່ງຂັນວິສາຫະກິດດີເດັ່ນ ແລະຍືນຍົງຢູ່ອາຊີ (Asia’s Most Prestigious Leadership & Sustainability Award - ACES), Viettel ໄດ້ຮັບການຮັບຮອງເປັນບໍລິສັດຫວຽດນາມ ທີ່ມີຜົນສະທ້ອນໃຫຍ່ທີ່ສຸດຢູ່ອາຊີ. Viettel ແມ່ນບໍລິສັດໜຶ່ງດຽວຢູ່ຫວຽດນາມ ທີ່ໄດ້ຮັບລາງວັນດັ່ງກ່າວ.

ACES ແມ່ນການແຂ່ງຂັນທີ່ສະຫງວນໃຫ້ບັນດາວິສາຫະກິດທີ່ມີຄວາມຍືນຍົງ ແລະນໍາໜ້າຢູ່ອາຊີ, ມີກໍາລັງຜົນສະທ້ອນເຖິງປະຊາຊົນ ແລະບັນດາສາຍພົວພັນສາກົນ. ບັນດາວິສາຫະກິດໄດ້ຮັບການຄັດເລືອກແມ່ນອີງໃສ່ກໍາລັງເຕີບໂຕ, ຊັບພະຍາກອນມະນຸດ, ລະດັບການປະດິດສ້າງ, ລະດັບຜົນສະທ້ອນຂອງເຄື່ອງໝາຍການຄ້າຢູ່ອາຊີ ແລະລະດັບໃຫ້ຄໍາໝັ້ນສັນຍາຕໍ່ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຢູ່ຫວຽດນາມ, Viettel ກໍ່ນໍາໜ້າກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. Viettel ໄດ້ມີເຄື່ອງມືປົກປ້ອງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຢ່າງມີປະສິດທິຜົນ ແລະເປັນກໍາລັງຫຼັກແຫຼ່ງແກ່ນສານໃນການປົກປ້ອງຫຼາຍລະບົບສໍາຄັນຂອງລັດຖະບານ, ກະຊວງ, ຂະແໜງການ ແລະຫຼາຍວິສາຫະກິດຂະໜາດໃຫຍ່.

Viettel ໄດ້ນໍາ 5 ປະເທດຢູ່ອາຊີ ເປັນຕົ້ນຄື: ຫວຽດນາມ, ກໍາປູເຈຍ, ລາວ, ຕີມໍ ແລັດສະເຕ ແລະມຽນມາ ໄດ້ມີລາຍຊື່ຢູ່ໃນບັນຊີບັນດາປະເທດທີ່ມີກ້າວໜ້າກະໂດດຂັ້ນ ແລະນໍາໜ້າກ່ຽວກັບດ້ານໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານໃນໂລກ.

ວັນທີ 6 ສິງຫາ, ທີ່ໂຮງໝໍຫົວໃຈຮ່າໂນ້ຍ ໄດ້ດໍາເນີນເຫດການເປີດນໍາໃຊ້ລະບົບໜູນຊ່ວຍ, ກວດ ແລະປິ່ນປົວພະຍາດແບບທາງໄກໂດຍບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ສົມທົບກັນສ້າງຂຶ້ນ.

ບັນດາແພດໝໍຢູ່ໂຮງໝໍຫົວໃຈຮ່າໂນ້ຍ ໄດ້ບໍລິຫານການຜ່າຕັດຫົວໃຈກໍລະນີທໍາອິດຢູ່ຫວຽດນາມ ແບບທາງໄກໃຫ້ແກ່ຄົນເຈັບຢູ່ໂຮງໝໍຫຼາຍຂະແໜງແຂວງຝູເທາະຜ່ານລະບົບ Telehealth ຂອງ Viettel. ລະບົບ Telehealth ໂດຍ Viettel ເປັນເຈົ້າພາບສ້າງຂຶ້ນໄດ້ຕອບສະໜອງ 6 ຂົງເຂດຕາມມາດຕະຖານລະບົບກວດ ແລະປິ່ນປົວພະຍາດແບບທາງໄກຂອງກະຊວງສາທາລະນະສຸກ. ດ້ວຍການສະສົມເຕັກໂນໂລຢີສົ່ງສັນຍານຮູບພາບທີ່ທັນສະໄໝ, ເຕັກໂນໂລຢີເຊື່ອມຕໍ່ກັບສັບພະສິ່ງສົມທົບກັບສາຍສົ່ງດ້ວຍຄວາມໄວສູງ, ລະບົບດັ່ງກ່າວມີຄວາມສາມາດແກ້ໄຂຕາມເວລາຕົວຈິງ, ຮັບປະກັນຄວາມຊັດເຈນສູງໃຫ້ແກ່ການຜ່າຕັດທາງໄກ.

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຈະແກ້ໄຂບັນດາສິ່ງກີດຂວາງຍ້ອນເຊື້ອພະຍາດໂຄວິດ-19 ກໍ່ຂຶ້ນ, ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ເຫັນດີເປັນເອກະພາບລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

viettel ເປ ນວ ສາຫະກ ດແຫ ງທ າອ ດ ແລະໜ ງດຽວຢ ຫວຽດນາມ ທ ໄດ ຮ ບ 2 ໃບຢ ງຢ ນຈາກສອງອ ງການທ ມ ຊ ສຽງທ ສ ດຢ ໃນໂລກ ກ ຽວກ ບສ ນຂ ມ ນ ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.