ນໍ້າໃຈມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ

ນໍ້າໃຈມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ

ໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ-ລາວ; ຫວຽດນາມ-ກໍປູເຈຍ

ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ

ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ

ຍສໝ​ - ສຸກສາລາການເເພດທະຫານ ແລະ ປະຊາຊົນ ມິດຕະພາບຊາຍແດນ ຫວຽດນາມ - ລາວ (ຂຶ້ນກັບຄ້າຍທະຫານຊາຍແດນ ລ໋ອງ​ເຊິບ - ທະຫານຊາຍແດນແຂວງ ເຊີນລາ) ຢືນຢູ່ຕາແສງ ລ໋ອງ​ເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ. ນີ້​ແມ່ນ​ບ່ອນທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ສອງ​ຟາກຊາຍ​ແດນ​ເມື່ອ​ຕ້ອງ​ກວດ, ປິ່ນປົວ​ພະຍາດ ​ແລະ ເບິ່ງແຍງດູແລສຸຂະພາບ.

ຊາຍຄາຫວຽດນາມ ທີ່ອົບອຸ່ນຂອງນັກສຶກສາລາວ

ຊາຍຄາຫວຽດນາມ ທີ່ອົບອຸ່ນຂອງນັກສຶກສາລາວ

ຍສໝ - ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ” ໄດ້ສ້າງເປັນຊາຍຄາທີ່ອົບອຸ່ນ, ຊ່ວຍໃຫ້ໄວໜຸ່ມທີ່ຢູ່ຫ່າງໄກບ້ານເກີດຊອກໄດ້ຄວາມເຫັນໃຈກັນ ແລະ ຄວາມຮັກແພງຈາກພໍ່ແມ່ຫວຽດນາມ, ປຸກລະດົມຈິດໃຈສາມັກຄີ ແລະ ມິດຕະພາບ ລະຫວ່າງ​ສາມ​ຊາດ.

ສ້າງຄວາມຮັກແພງ​ອ້າຍ​ນ້ອງ​ຢູ່ດິນແດນ​ລາວ - ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້​ຂອງ​ອະ​ດີດ​ນັກ​ຊ່ຽວ​ຊານ​​ການທະ​ຫານ​ຫວຽດ​ນາມ

ສ້າງຄວາມຮັກແພງ​ອ້າຍ​ນ້ອງ​ຢູ່ດິນແດນ​ລາວ - ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້​ຂອງ​ອະ​ດີດ​ນັກ​ຊ່ຽວ​ຊານ​​ການທະ​ຫານ​ຫວຽດ​ນາມ

ຍສໝ - ພາຍຫຼັງ 43 ປີ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່​ລາວ, ອະດີດນັກຊ່ຽວຊານ​ການ​ທະຫານ ຫງວຽນ​ວັນ​ຫງຽບ ໄດ້​ຈົດຈຳຄວາມຜູກພັນຮັກໄຄ່ຂອງ​ປະຊາຊົນ​ປະ​ເທດລາວ ຢູ່ໃນໃຈຕະຫຼອດມາ. ໃນນັ້ນ ມີຜົວເມຍອ້ານ ກີ໋ - ເອື້ອຍ ຈອມ, ບັນດາຜູ້ທີ່ເຄີຍມັດແຂນ, ຮັບທ່ານເປັນນ້ອງຮັກ, ໄດ້ຕັ້ງຊື່ລາວ ທີ່ຮັກແພງໃຫ້ທ່ານວ່າ: ຄຳຈັນ - ດວງເດືອນຄຳ.

ສຸມກຳລັງແຮງໃສ່ການພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ “ປຸກລຸກ” ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ

ສຸມກຳລັງແຮງໃສ່ການພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ “ປຸກລຸກ” ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ

ຍສໝ - ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແຕ່​ສູນ​ກາງລົງຮອດທ້ອງ​ຖິ່ນ ​ໄດ້ຜັນຂະຫຍາຍ​ບັນດາ​ມາດ​ຕະການ, ປະກາດ​ໃຊ້ບັນດານະ​ໂຍບາຍ, ຍົກອອກຂໍ້​ສະ​ເໜີ​ ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ ຕາມທິດທັນ​ສະ​ໄໝ, ​ຍືນ​ຍົງ ເພື່ອປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ສອງ​ປະ​ເທດ.

ຊຸມມື້ທີ່ສວຍງາມຢູ່ ຫວຽດນາມ

ຊຸມມື້ທີ່ສວຍງາມຢູ່ ຫວຽດນາມ

ຍສໝ - ຫວຽດນາມ​ ແມ່ນ​ປະ​ເທດ​ທີ່​ສວຍ​ງາມ. ຊາວ​ຫວຽດ​ນາມ ມີ​​ໃຈກຸສົນ​, ຮັກແພງແຂກຄົນ ແລະ ມອບນ້ຳ​ໃຈ​ຮັກ​ແພງໃຫ້ແກ່ເພື່ອນມິດ ​ຊາວ​ລາວ. ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ນັກ​ສຶກສາ​ລາວ ​ຫຼາຍ​ຄົນ​ໃນ​ໄລຍະສຶກສາຮ່ຳ​ຮຽນ​ຢູ່​ ຫວຽດນາມ.

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ຍສໝ​ - ການແຮກສ່ຽວ ບ້ານ-ບ້ານ ​ໄດ້ ແລະ ພວມ​ສ້າງ​ຂົວ​ເຊື່ອມ​ຕໍ່​ທີ່ໝັ້ນຄົງ, ສະໜິດຕິດພັນປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ. ຍ້ອນ​ຮູບ​ແບບ​ນີ້, ບັນດາໝູ່​ບ້ານ​ຂອງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງ​ເພື່ອຕິດປີກຄວາມໄຝ່ຝັນຂະແໜງການແພດ​​ໃຫ້ນັກ​ສຶກ​ສາ​ລາວ

ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງ​ເພື່ອຕິດປີກຄວາມໄຝ່ຝັນຂະແໜງການແພດ​​ໃຫ້ນັກ​ສຶກ​ສາ​ລາວ

ຍສໝ - ດ້ວຍສະພາບແວດລ້ອມແຫ່ງການຮຽນຮູ້ທີ່ເປັນມິດ ແລະ ຖັນແຖວຄູອາຈານທີ່ມີປະສົບການ, ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດີສຳລັບນັກສຶກສາລາວ ຫຼາຍຄົນທີ່ມຸ່ງໝັ້ນຄວາມໄຝ່ຝັນໃນຂະແໜງການແພດ. ບັນດາຄວາມຮູ້ ແລະ ທັກສະທາງດ້ານການແພດທີ່ຝຶກຝົນຢູ່ທີ່ນີ້ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການປະຕິບັດອາຊີບເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບທາງການແພດໃນບ້ານເກີດເມືອງນອນນຳອີກ.

ກິດຈະກຳຊົນລະປະທານເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບ​ຫວຽດນາມ - ລາວ

ກິດຈະກຳຊົນລະປະທານເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບ​ຫວຽດນາມ - ລາວ

ຍສໝ - ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ກິດຈະກຳ ແລະ ໂຄງການຊ່ວຍເຫຼືອຊົນລະປະທານໃຫ້​ແກ່​ລາວ, ສຸມ​ໃສ່​ເຂົ້າໃນການພັດທະນາ​ກະສິກຳ​ແບບ​ຍືນ​ຍົງ​ຢູ່​ເຂດຫ່າງ​ໄກ​ສອກຫຼີກ ​ແລະ ບໍລິເວນທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບັນດາໂຄງການນີ້ ໄດ້ນຳມາເຊິ່ງໝາກຜົນຕົວຈິງ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບ ແລະ ໜູນຊ່ວຍປະຊາຊົນລາວ ຫຼຸດຜ່ອນຄວາມອຶດຫີວ, ຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່. ຍ້ອນ​ແນວ​ນັ້ນ, ການຮັບປະກັນຊີວິດສັງຄົມ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ຮັບປະກັນ, ປະກອບສ່ວນ​ສ້າງ​ພື້ນຖານ​ເສດຖະກິດ​ກະສິກຳທີ່​ໝັ້ນຄົງ ແລະ ຍືນ​ຍົງ​ໃຫ້​ແກ່​ປະຊາຊົນ​ລາວ.

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຍສໝ - ກ້າວ​ຂຶ້ນ​ສູ່​ເວທີຂອງລາຍການ “ພົບປະ​ແລກປ່ຽນ​ວຽກ​ງານ​ການ​ເມືອງ ​ແລະ ນາຍທະຫານຫນຸ່ມຂອງກອງທັບສອງປະເທດ ຫວຽດນາມ - ລາວ: ຄວາມເຊື່ອໝັ້ນທີ່ຊື່ສັດຈິງໃຈ” ​ໃນ​ເດືອນ​ຕຸລາ ປີ 2024 ຢູ່​ເມືອງ ມົກ​ເຈົາ, ແຂວງ ເຊີນ​ລາ, ນາງ ຕຸ່ນ​ແພງ ຄຳ​ສີ, ນັກຮຽນ​ຊັ້ນ ມ6 ຂອງ​ໂຮງຮຽນ​ມັດ​ທະ​ຍົມ​ປາຍ ກຸ່ມສີ​ບຸນ​ເຮືອງ, ​ເມືອງ​ ສົບເບົາ, ​ແຂວງ​ຫົວພັນ (ລາວ) ​ຍິ້ມ​ແຍ້ມ​ ເມື່ອໄດ້​ພົບ​ປະ​ກັບ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ຫວຽດນາມ​ອີກ.

1 2 3
ເຫດການ
ຂ່າວໜ້າສົນໃຈ