ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຍສໝ - ຢູ່ທີ່ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ຈີນ ສືບຕໍ່ຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າ, ໂດຍສະເພາະແມ່ນ ຜະລິດຕະພັນກະສິກຳຂອງ ຫວຽດນາມ; ພ້ອມດຽວກັນນັ້ນກໍສ້າງເງື່ອນໄຂໃຫ້ ຫວຽດນາມ ເປັນປະເທດຫົວຂໍ້ຫຼັກຂອງເຄື່ອນໄຫວ "ແບ່ງປັນຕະຫຼາດໃຫຍ່: ສ່ງອອກໄປ ຈີນ".
ຍສໝ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ.
ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ "ຮ່ວມກັນສ້າງສັນ" ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ.
ຍສໝ - ຕາມຕົວເລກຂໍ້ມູນ ໂດຍອົງການທ່ອງທ່ຽວ ສ.ເກົາຫຼີ (KTO) ປະກາດໃນເດືອນ 7/2026, ຫວຽດນາມ ຢືນຢູ່ອັນດັບທີສອງ ພາຍໃນລາຍຊື່ບັນດາຈຸດໝາຍປາຍທາງຢູ່ຕ່າງປະເທດ ທີ່ນັກທ່ອງທ່ຽວ ສ.ເກົາຫຼີ ເລືອກໃຊ້ບໍລິການ, ເປັນຮອງພຽງແຕ່ ຍີ່ປຸ່ນ ເທົ່ານັ້ນ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.
ຍສໝ - ຕັ້ງແຕ່ວັນທີ 19-21 ກໍລະກົດ, ຄະນະຜູ້ແທນຂອງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຮວ່າງກົງຖຸຍ, ຮອງປະທານ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການຕ່າງປະເທດປະຊາຊົນ, ເພີ່ມທະວີການເຊື່ອມໂຍງຊຸມຊົນນັກທຸລະກິດ, ຜູ້ຊ່ຽວຊານ, ນັກປາດອາຈານ ຊາວຫວຽດນາມ ຢູ່ທີ່ ສ.ເກົາຫຼີ.
ຍສໝ - ໃນ 6 ເດືອນຕົ້ນປີ 2026, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ ໄດ້ລະດົມທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ ໄດ້ຫຼາຍກວ່າ 1,36 ລ້ານໂດລາສະຫະລັດ, ໃນນັ້ນ ໄດ້ເບີກຈ່າຍຕົວຈິງແລ້ວຫຼາຍກວ່າ 1,1 ລ້ານໂດລາສະຫະລັດ. ໃນໄລຍະຕໍ່ໜ້ານີ້, ນະຄອນຈະໃຫ້ບຸລິມະສິດໃນການຂະຫຍາຍການຮ່ວມມື ທາງດ້ານການຮັບມືກັບການປ່ຽນແປງດິນຟ້າອາການ, ການລ້ຽງຊີບຢ່າງຍືນຍົງ, ການສຶກສາ, ສາທາລະນະສຸກ ແລະ ການຫັນເປັນດິຈິຕອນ.
ຍສໝ - ເນື່ອງໃນໂອກາດ ກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM 59) ຢູ່ທີ່ ຟີລິບປິນ, ທ່ານ ເຈີນດຶກບິ່ງ, ຫົວໜ້າກົມອາຊຽນ, ເອກອັກຄະລັດຖະທູດ ໄດ້ແບ່ງປັນກັບ ຫນັງສືພິມ TG&VN (ໂລກ ແລະ ຫວຽດນາມ) ກ່ຽວກັບຄວາມໝາຍຂອງກອງປະຊຸມ ແລະ ການເຂົ້າຮ່ວມຂອງ ຫວຽດນາມ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ນະຄອນຫຼວງ Dili, ທ່ານ ຟ່າມບິ່ງດາມ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ເລສເຕ ໄດ້ເຮັດວຽກກັບທ່ານ Mariano Assanami Sabino Lopes ຮອງນາຍົກລັດຖະມົນຕີ, ຣັດຖະມົນຕີປະສານງານວຽກງານສັງຄົມ, ທັງເປັນ ຣັດຖະມົນຕີກະຊວງພັດທະນາຊົນນະບົດ ແລະ ທີ່ຢູ່ອາໄສຊຸມຊົນ ຕິມໍແລັດສະເຕ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການເພີ່ມທະວີການຮ່ວມມື ພາຍໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊົນນະບົດ, ການຂຸດຄົ້ນຊັບພະຍາກອນທະເລຢ່າງຍືນຍົງ ແລະ ການກໍ່ສ້າງ/ຝຶກອົບຮົມແຫຼ່ງທຶນມະນຸດ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ ຮາໂນ້ຍ, ທ່ານນາງ ຟານທິຖັງ, ຮອງຣັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ Paul ເລ, ຮອງປະທານຮັບຜິດຊອບວຽກງານສົ່ງເສີມການຄ້າ ແລະ ການສົ່ງອອກ ຂອງກຸ່ມບໍລິສັດ Central Retail. ສອງຝ່າຍໄດ້ແລກປ່ຽນກ່ຽວກັບແຜນການຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມໂຍງວິສາຫະກິດ ແລະ ຂະຫຍາຍໂອກາດໃນການນຳເອົາສິນຄ້າຫວຽດນາມ ເຂົ້າສູ່ລະບົບສູນຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ.
ຍສໝ - ບໍ່ດົນນານມານີ້, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານງານກັບ ສະມາຄົມມິດຕະພາບ ຫວຽດນາມ-ໂອຕຣິດ ຈັດຕັ້ງພິທີມອບ-ຮັບຫຼຽນໄຊມິດຕະພາບ ຂອງປະທານປະເທດ ໃຫ້ແກ່ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch - ປະທານກິດຕິມະສັກ ສະມາຄົມ ໂອຕຣິດ-ຫວຽດນາມ, ຍ້ອນໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ໂອຕຣິດ.
ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ.
ຍສໝ - ຮອດເວລາ 16:00 ໂມງ ຂອງວັນທີ 18 ກໍລະກົດ, ພາຍຫຼັງ 13 ວັນ ແຫ່ງການຂຸດຄົ້ນຢູ່ສວນສາທາລະນະ ເລທິຮ່ຽງ (ແຂວງ/ເມືອງ ຮວ່າຮຶງ, ນະຄອນໂຮ່ຈີມິນ), ກຳລັງປະຕິບັດໜ້າທີ່ ສາມາດຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດໄດ້ 100 ສະຫາຍ, ອັດຖິລວມ (ສຸມສານ) 2 ຊຸດ ພ້ອມດ້ວຍວັດຖຸພັນຈຳນວນນຶ່ງ. ວຽກງານການຊອກຫາ ແມ່ນພວມສືບຕໍ່ດຳເນີນໄປຢ່າງລະມັດລະວັງ, ໂດຍປະສົມປະສານກັບເອກະສານທາງປະຫວັດສາດ, ຂໍ້ມູນຈາກພະຍານບຸກຄົນ ແລະ ບັນດາວິທີການທາງວິທະຍາສາດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ.
ຍສໝ - ນັບຕັ້ງແຕ່ບັນດານະໂຍບາຍການເບິ່ງແຍງດູແລອັນແທດຕົວຈິງ ທີ່ສະຫງວນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ຊາດ ຕະຫຼອດຮອດການເດີນທາງຄົ້ນຫາແລະຄືນຊື່ໃຫ້ແກ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຜ່ານ "ບັ້ນຮົບ 500 ວັນແລະຄືນ", ວຽກງານ "ຕອບບຸນແທນຄຸນ" ພວມໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບແລະຄົບຊຸດໃນທົ່ວປະເທດ, ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ແລະ ຄວາມຮັບຜິດຊອບຂອງພັກ, ລັດ ກໍຄືທົ່ວສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ, ທັງມຸ່ງໄປສູ່ຂີດໝາຍຄົບຮອບ 80 ປີ ຂອງວັນບຸນແຫ່ງການລະນຶກຄຸນອັນພິເສດນີ້.
ຍສໝ - ຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ ໃນປັດຈຸບັນ ມີຊາວຫວຽດນາມຫຼາຍກວ່າ 350.000 ຄົນ ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ແຫ່ງນີ້, ພາຍໃນນັ້ນ ມີແມ່ຍິງຫວຽດນາມ (ເຈົ້າສາວຫວຽດ) ເກືອບ 100.000 ຄົນ ຢູ່ໃນບັນດາຄອບຄົວຫຼາຍວັດທະນະທຳ ແລະ ມີນັກສຶກສາຕ່າງປະເທດຫຼາຍກວ່າ 100.000 ຄົນ.
ຍສໝ - ຫວຽດນາມ ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ດ້ວຍທ່າແຮງທາງດ້ານໄລຍະທາງພູມສາດ, ຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ແລະ ລະບົບເສັ້ນທາງບິນທີ່ນັບມື້ນັບໄດ້ຮັບການຂະຫຍາຍກວ້າງອອກ.
ຍສໝ - ທ່ານ Akbar Ghasemi Ali Abadi, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ຄົນໃໝ່ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ເຕັມໄປດ້ວຍເອກະລັກ, ດ້ວຍປະຊາຊົນທີ່ມີຄວາມທົນທານໜຽວແໜ້ນ ແລະ ມີແງ່ຫວັງຫຼາຍຢ່າງໃນການພັດທະນາ.