ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ

14:12 | 23/07/2026

ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.

ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທະວິພາຄີ ຫວຽດນາມ - ຍີ່ປຸ່ນ VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຢູ່ທີ່ວາລະຕ້ອນຮັບ, ທ່ານ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ ພັກ LDP ບັນລຸໄດ້ ພາຍໃນໄລຍະຜ່ານມາ ແລະ ໄຊຊະນະຂອງພັກ ພາຍໃນການເລືອກຕັ້ງສະພາຕ່ຳ ຕົ້ນປີ 2026.

ສະຫາຍ ໄດ້ຂອບໃຈຕໍ່ການສະໜັບສະໜູນຂອງ ພັກ LDP ທີ່ມີຕໍ່ ຫວຽດນາມ ແລະ ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຕະຫຼອດຫຼາຍປີທີ່ຜ່ານມາ, ກໍຄືການທີ່ການນຳ ພັກ LDP ໄດ້ສົ່ງໂທລະເລກຊົມເຊີຍຄວາມປະສົບຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ
ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ກ່າວຄຳເຫັນຢູ່ທີ່ ວາລະເຈລະຈາກັບ ທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ. (ພາບ: Phương Hoa)

ທ່ານ ຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ ກໍໄດ້ແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໄລຍະຜ່ານມາ, ບັນດາຄວາມພະຍາຍາມຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ຜົນງານຂອງການຈັດກົດ, ປັບປຸງກົງຈັກການເມືອງໃຫ້ກະທັດຮັດ ຫຼັງຈາກ 1 ປີແຫ່ງການປະຕິບັດ.

ຢັ້ງຢືນວ່າ ຫວຽດນາມ ຍຶດໝັ້ນຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືອັນສຳຄັນແຖວໜ້າ ແລະ ໄລຍະຍາວ, ສະຫາຍ ເຈິ່ນເກິມຕູ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ພັດທະນາ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ ຢູ່ພູມິພາກ ແລະ ຢູ່ທີ່ໂລກ.

ສະແດງຄວາມພໍໃຈຕໍ່ກັບບັນດາກ້າວຂະຫຍາຍໂຕຢ່າງແຂງແຮງ ຂອງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ໄລຍະຜ່ານມາ, ທ່ານ ຜູ້ປະຈຳການຄະນະເລຂາທິການ ຕີຄ່າວ່າ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ພາຍໃນເດືອນ 5 ທີ່ຜ່ານມາ ໄດ້ເປີດຫຼາຍໂອກາດການຮ່ວມມືໃໝ່ ລະຫວ່າງ ສອງປະເທດ ພາຍໃນບັນດາຂົງເຂດເສດຖະກິດ, ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ ແລະ ນວັດຕະກຳ.

ເພີ່ມທະວີການຮ່ວມມືລະຫວ່າງສອງພັກ: ສະຫາຍ ເຈິ່ນເກິມຕູ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີ, ຫັນສາຍພົວພັນ ແລະ ການແລກປ່ຽນ ລະຫວ່າງ ສອງພັກກຳອຳນາດ ໃຫ້ເລິກເຊິ່ງກວ່າເກົ່າ, ຖືນີ້ນັ້ນແມ່ນພື້ນຖານອັນສຳຄັນ ປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ. ສອງຝ່າຍ ຈຳເປັນຕ້ອງສ້າງຕັ້ງກົນໄກການແລກປ່ຽນປະຈຳປີ ລະຫວ່າງ ສອງພັກ ແລະ ບັນດາຄະນະວິຊາການ, ໂດຍຜ່ານນັ້ນ ສ້າງຊ່ອງທາງການແລກປ່ຽນ, ປະສານງານຊຸກຍູ້ການຮ່ວມມື ຕາມຊ່ອງທາງພັກ ແລະ ສາຍພົວພັນຮວມ ລະຫວ່າງ ສອງປະເທດ ພາຍໃນບັນດາຂົງເຂດ ເຊັ່ນ: ການຄຸ້ມຄອງພາຍໃນ, ການປັບປຸງສະຖາບັນ, ໂມເດລ ແລະ ການຈັດຕັ້ງກົງຈັກຄຸ້ມຄອງ ພາຍໃນພັກ.

ພັດທະນາແຫຼ່ງທຶນມະນຸດ ແລະ ການແລກປ່ຽນ: ທ່ານ ຜູ້ປະຈຳການຄະນະເລຂາທິການ ກໍສະເໜີໃຫ້ເພີ່ມທະວີການຮ່ວມມືພັດທະນາແຫຼ່ງທຶນມະນຸດທີ່ມີຄຸນນະພາບສູງ; ຍົກສູງການແລກປ່ຽນ ລະຫວ່າງ ສະມາຊິກສະພາໜຸ່ມ, ສະມາຊິກສະພາທ້ອງຖິ່ນ ແລະ ສະມາຊິກສະພາປະຊາຊົນ; ຊຸກຍູ້ການສ້າງຕັ້ງ ເພີ່ມຕື່ມບັນດາພັນທະມິດສະມາຊິກສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ທີ່ບັນດາທ້ອງຖິ່ນຂອງ ຍີ່ປຸ່ນ. ພ້ອມດຽວກັນນັ້ນ, ສະເໜີໃຫ້ ພັກ LDP ໃຫ້ຄວາມສົນໃຈ, ສ້າງສະພາບແວດລ້ອມການເຮັດວຽກ, ການດຳລົງຊີວິດ ຢ່າງສະເໝີພາບ ແລະ ສະດວກ ໃຫ້ແກ່ຊຸມຊົນເກືອບ 700.000 ຄົນ ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ທີ່ ຍີ່ປຸ່ນ.

ຢູ່ທີ່ວາລະຕ້ອນຮັບ, ສອງຝ່າຍ ໄດ້ສະແດງຄວາມດີໃຈ ຕໍ່ກັບການພັດທະນາຢ່າງໄວວາ, ແທດຕົວຈິງ ແລະ ມີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ, ພາຍໃນນັ້ນມີສາຍພົວພັນ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ LDP.

ສອງຝ່າຍ ເຫັນດີເປັນເອກະພາບ ປະສານງານຢ່າງແໜ້ນແຟ້ນ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນຳຂັ້ນສູງສອງປະເທດ ພາຍໃນການຢ້ຽມຢາມ ຫວຽດນາມ ຂອງ ທ່ານນາງ ນາຍົກລັດຖະມົນຕີ Takaichi Sanae ພາຍໃນເດືອນ 5 ທີ່ຜ່ານມາ; ເພີ່ມທະວີການເຊື່ອມໂຍງເສດຖະກິດ ແລະ ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ການຮ່ວມມືວິທະຍາສາດ - ເຕັກໂນໂລຊີ; ຊຸກຍູ້ບັນດາໂຄງການຮ່ວມມືສະເພາະ ພາຍໃນບັນດາຂົງເຂດໃໝ່ ເຊັ່ນ: ການຫັນເປັນດິຈິທັອນ, ການຫັນເປັນພະລັງງານຂຽວ, ນວັດຕະກຳ, ວິທະຍາສາດ - ເຕັກໂນໂລຊີ, ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI).

ສອງຝ່າຍ ກໍເຫັນດີເປັນເອກະພາບ ຊຸກຍູ້ການລົງນາມ ຂໍ້ຕົກລົງການຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ LDP ໃຫ້ໄວ, ພ້ອມດຽວກັນນັ້ນກໍຜັນຂະຫຍາຍ ກົນໄກການແລກປ່ຽນຕາມໄລຍະເວລາ ລະຫວ່າງ ສອງພັກກຳອຳນາດ ໃຫ້ໄວ.

ທາງຝ່າຍ ຍີ່ປຸ່ນ, ທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ພັກ LDP ໄດ້ສະແດງຄວາມຊົມເຊີຍ ຄວາມປະສົບຜົນສຳເລັດຂອງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ຄະນະນຳພາໃໝ່ ຫຼັງຈາກກອງປະຊຸມໃຫຍ່; ສະແດງຄວາມຍົກຍ້ອງ ຕໍ່ກັບບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ ພາຍໃນການພັດທະນາເສດຖະກິດ - ສັງຄົມ ແລະ ການປັບປຸງການບໍລິຫານ ໄລຍະຜ່ານມາ.

ທ່ານ Hagiuda Koichi ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ທີ່ການນຳ ຫວຽດນາມ ສະຫງວນໃຫ້ແກ່ ຄະນະທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ ພາຍໃນການຢ້ຽມຢາມທີ່ຜ່ານມາ; ຢັ້ງຢືນວ່າ ພັກ LDP, ຣັດຖະບານ ຍີ່ປຸ່ນ ແລະ ບັນດາພັກ ຢູ່ທີ່ ຍີ່ປຸ່ນ ຕ່າງກໍສະໜັບສະໜູນ, ໃຫ້ຄວາມສຳຄັນ ແລະ ມຸ່ງຫວັງສືບຕໍ່ຊຸກຍູ້ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ.

ຕີຄ່າສູງຕໍ່ບົດບາດຂອງ ພັນທະມິດສະມາຊິກສະພາມິດຕະພາບ ຫວຽດ - ຍີ່ ຕໍ່ກັບສາຍພົວພັນສອງປະເທດ, ທ່ານ Hagiuda Koichi ສະເໜີໃຫ້ເພີ່ມທະວີການຮ່ວມມື, ການແລກປ່ຽນ ລະຫວ່າງ ສະມາຊິກສະພາທ້ອງຖິ່ນສອງປະເທດ, ໂດຍຜ່ານນັ້ນ ປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - ຍີ່ປຸ່ນ ພາຍໃນໄລຍະຈະມາເຖິງ.

ຂອບໃຈຕໍ່ຄຳເຊີນ ເຂົ້າຮ່ວມ ເວທີປາໄສການຮ່ວມມືທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 2, ເຊິ່ງຄາດວ່າຈະຈັດຕັ້ງຂຶ້ນພາຍໃນເດືອນ 9/2026, ທ່ານ ຜູ້ຮັກສາການເລຂາທິການໃຫຍ່ Hagiuda Koichi ຢັ້ງຢືນວ່າ ທາງຝ່າຍ ຍີ່ປຸ່ນ ຈະຕັ້ງໜ້າຮ່ວມມື ເພື່ອຈັດຕັ້ງເວທີປາໄສ ໃຫ້ປະສົບຜົນສຳເລັດ.

ຕີຄ່າສູງຕໍ່ບົດບາດຂອງ ຊຸມຊົນຊາວຫວຽດນາມ ຢູ່ທີ່ ຍີ່ປຸ່ນ, ທ່ານ Hagiuda Koichi ຢັ້ງຢືນວ່າ ຣັດຖະບານ ຍີ່ປຸ່ນ ຈະສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ຊຸມຊົນຊາວຫວຽດນາມ ດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ທີ່ ຍີ່ປຸ່ນ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ
ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.
ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ
ຍສໝ - ໃນວັນທີ 1 ກໍລະກົດ, “ສັບປະດາປຶ້ມຍີ່ປຸ່ນ” ພາຍໃຕ້ຫົວຂໍ້ “ຍີ່ປຸ່ນໃນທຸກໜ້າປຶ້ມ” ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ ຮ້ານປຶ້ມ ຟາຮາຊາ ຫງວຽນເຫວ້ (Fahasa Nguyễn Huệ), ນະຄອນ ໂຮ່ຈີມິນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ