| ແນະນຳຊຸດເສື້ອຍາວ ແລະ ວັດທະນະທຳ ຫວຽດນາມ ໄປເຖິງໝູ່ປະຊາຊົນ ປາກິດສະຖານ ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ |
ຢູ່ທີ່ວາລະເຮັດວຽກ, ທ່ານ ເອກອັກຄະລັດຖະທູດ Kohdayar Marri ໃຫ້ຮູ້ວ່າ, ໜຶ່ງໃນບັນດາເປົ້າໝາຍຕໍ່ໄປ ແມ່ນການໜູນຊ່ວຍວິສາຫະກິດ ປາກິດສະຖານ ເຊື່ອມໂຍງກັບ ວິສາຫະກິດ ຫວຽດນາມ, ໂດຍຜ່ານນັ້ນ ຊຸກຍູ້ການເຄື່ອນໄຫວດ້ານການຄ້າສອງຝ່າຍ. ທ່ານ ເອກອັກຄະລັດຖະທູດ ມຸ່ງຫວັງວ່າ ວິສາຫະກິດ ປາກິດສະຖານ ແລະ ວິສາຫະກິດ ເກີນເທີ ຈະເພີ່ມທະວີການເຊື່ອມໂຍງ, ແລກປ່ຽນ, ຊຸກຍູ້ການຮ່ວມມື ແລະ ເລັ່ງການສົ່ງອອກ - ນຳເຂົ້າ ບັນດາລາຍເຄື່ອງທີ່ມີທ່າແຮງຂອງສອງຝ່າຍ.
![]() |
| ປະທານຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ທ່ານ ເຈືອງແກັງຕວຽນ ມອບຂອງຂວັນທີ່ທີ່ລະນຶກ ໃຫ້ແກ່ທ່ານ Kohdayar Marri, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ. |
ພາຍໃນຂົງເຂດການທ່ອງທ່ຽວ, ທ່ານ ເອກອັກຄະລັດຖະທູດ Kohdayar Marri ມຸ່ງຫວັງວ່າ ເກີນເທີ ຈະໜູນຊ່ວຍ ເພື່ອໃຫ້ນັກທ່ອງທ່ຽວ ປາກິດສະຖານ ສາມາດຂໍວີຊາໄດ້ຢ່າງສະດວກ, ສ້າງເງື່ອນໄຂເພີ່ມຈຳນວນນັກທ່ອງທ່ຽວ ລະຫວ່າງ ສອງຝ່າຍ, ພ້ອມດຽວກັນນັ້ນກໍຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ. ທ່ານ ເອກອັກຄະລັດຖະທູດ ກໍມຸ່ງຫວັງເພີ່ມທະວີການແລກປ່ຽນຄູອາຈານ, ນັກສຶກສາຕ່າງປະເທດ ລະຫວ່າງ ບັນດາມະຫາວິທະຍາໄລຂອງ ເກີນເທີ ແລະ ບັນດາມະຫາວິທະຍາໄລຢູ່ທີ່ ປາກິດສະຖານ.
ແລກປ່ຽນກັບຄະນະຜູ້ແທນ, ປະທານຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ທ່ານ ເຈືອງກັຍຕວຽນ ໃຫ້ຮູ້ວ່າ, ຫວຽດນາມ ແລະ ປາກິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດຕັ້ງແຕ່ປີ 1972. ຜ່ານໄລຍະເວລາກວ່າ 50 ປີ, ມິດຕະພາບມູນເຊື້ອ ໄດ້ຮັບການເພີ່ມພູນຄູນສ້າງໂດຍຫຼາຍເຊັ່ນຄົນການນຳ ແລະ ປະຊາຊົນສອງປະເທດ, ສ້າງພື້ນຖານເພື່ອໃຫ້ສອງຝ່າຍ ສືບຕໍ່ຂະຫຍາຍການຮ່ວມມື ພາຍໃນຫຼາຍຂົງເຂດ.
ນະຄອນ ເກີນເທີ ມຸ່ງຫວັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - ປາກິດສະຖານ ໂດຍຜ່ານການເພີ່ມທະວີການເຊື່ອມໂຍງ ລະຫວ່າງ ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ຂະຫຍາຍການຮ່ວມມື ພາຍໃນບັນດາຂົງເຂດທີ່ສອດຄ່ອງກັບທ່າແຮງຂອງແຕ່ລະຝ່າຍ.
ການຄ້າ Halal ແລະ ຜະລິດຕະພັນກະສິກຳ: ປະທານຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ສະໜັບສະໜູນການເພີ່ມທະວີການເຄື່ອນໄຫວດ້ານການຄ້າ ລະຫວ່າງ ວິສາຫະກິດຂອງນະຄອນ ແລະ ບັນດາຄູ່ຮ່ວມມື ປາກິດສະຖານ, ກໍຄືຊຸກຍູ້ການຮ່ວມມື ພາຍໃນຂົງເຂດການສຶກສາ. ປະຈຸບັນ, ຢູ່ທີ່ນະຄອນ ມີປະມານ 70 ວິສາຫະກິດປຸງແຕ່ງຜະລິດຕະພັນກະສິກຳ ຕາມມາດຕະຖານ Halal, ສ້າງພື້ນຖານຢ່າງສະດວກ ເພື່ອຂະຫຍາຍການຮ່ວມມືກັບ ປາກິດສະຖານ.
ຄາດຫວັງຈາກການຢ້ຽມຢາມ: ເກີນເທີ ມຸ່ງຫວັງວ່າ, ໂດຍຜ່ານການຢ້ຽມຢາມຂອງ ທ່ານ ເອກອັກຄະລັດຖະທູດ Kohdayar Marri, ວິສາຫະກິດຂອງນະຄອນ ແລະ ບັນດາຄູ່ຮ່ວມມື ປາກິດສະຖານ ຈະມີໂອກາດແລກປ່ຽນ, ຮູ້ຈັກກັນຕື່ມອີກ, ກ້າວໄປສູ່ການຮູບແບບບັນດາໂຄງການຮ່ວມມືສະເພາະ, ປະກອບສ່ວນຊຸກຍູ້ການຄ້າຜະລິດຕະພັນກະສິກຳ, ຜະລິດຕະພັນປະມົງ ແລະ ບັນດາຜະລິດຕະພັນ Halal ລະຫວ່າງ ເກີນເທີ ແລະ ປາກິດສະຖານ.
ຂົງເຂດເຕັກໂນໂລຊີ ແລະ ແຫຼ່ງທຶນມະນຸດ: ຄຽງຂ້າງນັ້ນ, ນະຄອນ ມຸ່ງຫວັງຊຸກຍູ້ການຮ່ວມມືກັບ ບັນດາຄູ່ຮ່ວມມື ປາກິດສະຖານ ພາຍໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາແຫຼ່ງທຶນມະນຸດ; ພ້ອມດຽວກັນນັ້ນກໍຂະຫຍາຍການຮ່ວມມື ຢູ່ທີ່ບັນດາຂົງເຂດທີ່ມີທ່າແຮງຫຼາຍ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ, ນວັດຕະກຳ, ການຫັນເປັນດິຈິທັອນ ແລະ ກະສິກຳເຕັກໂນໂລຊີສູງ.
ຕາມຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ແລ້ວ, ພາຍໃນ 6 ເດືອນຕົ້ນປີ 2026, ນະຄອນ ສືບຕໍ່ດຶງດູດ 20 ໂຄງການລົງທຶນພາຍໃນປະເທດ ດ້ວຍທຶນຈົດທະບຽນຮວມ ກວ່າ 38.600 ຕື້ດົ່ງ. ປະຈຸບັນ, ເກີນເທີ ມີ 123 ໂຄງການລົງທຶນໂດຍຕ່າງປະເທດ (FDI) ທີ່ຍັງມີຜົນບັງຄັບໃຊ້, ດ້ວຍທຶນຈົດທະບຽນຮວມ ເກືອບ 7,1 ຕື້ USD.
ຍສໝ - ທ່ານໝໍ ໂງຫາຍເຊີນ ແມ່ນນັກປີນພູທີ່ມີສັນຊາດ ຫວຽດນາມ ຄົນທຳອິດທີ່ຂຶ້ນພູ K2 ຂອງ ປາກິດສະຖານ ຢ່າງສຳເລັດຜົນ. K2 ແມ່ນຈອມພູທີ່ສູງອັນດັບສອງໃນໂລກ ແລະ ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ເປັນຫຼາຍເທົ່າ. |
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ. |
ມິງດຶກ
