ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ

13:13 | 23/07/2026

ຍສໝ - ເນື່ອງໃນໂອກາດ ກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM 59) ຢູ່ທີ່ ຟີລິບປິນ, ທ່ານ ເຈີນດຶກບິ່ງ, ຫົວໜ້າກົມອາຊຽນ, ເອກອັກຄະລັດຖະທູດ ໄດ້ແບ່ງປັນກັບ ຫນັງສືພິມ TG&VN (ໂລກ ແລະ ຫວຽດນາມ) ກ່ຽວກັບຄວາມໝາຍຂອງກອງປະຊຸມ ແລະ ການເຂົ້າຮ່ວມຂອງ ຫວຽດນາມ.

ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN) ຫວຽດນາມ ມຸ່ງໄປສູ່ Top 3 ອາຊຽນ ກ່ຽວກັບກຳລັງແຮງອ່ອນ

ຂໍຮຽນທ່ານ ເອກອັກຄະລັດຖະທູດ, ທ່ານສາມາດບອກໃຫ້ຮູ້ກ່ຽວກັບ ບັນດາຈຸດສຸມບຸລິມະສິດ ຂອງກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59, ເຊິ່ງຈັດຂຶ້ນພຽງແຕ່ກວ່າ 2 ເດືອນ ຫຼັງຈາກຄວາມປະສົບຜົນສຳເລັດ ຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ບໍ?

ກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະຈັດຂຶ້ນຕັ້ງແຕ່ວັນທີ 20-23 ກໍລະກົດ ຢູ່ທີ່ ມານີລາ, ຟີລິບປິນ. ສາມາດສະຫຼຸບກອງປະຊຸມຄັ້ງນີ້ ຢູ່ທີ່ບາງຈຸດສຸມໃຫຍ່. ປະການທຳອິດ, ແມ່ນການຊຸກຍູ້ການຜັນຂະຫຍາຍ ວິໄສທັດປະຊາຄົມ ອາຊຽນ 2045, ຫັນປ່ຽນຢ່າງແຂງແຮງ ນັບຕັ້ງແຕ່ທິດທາງ ສູ່ການກະທຳ, ນັບຕັ້ງແຕ່ມະຕິຕົກລົງ ສູ່ການຈັດຕັ້ງປະຕິບັດ. ນີ້ແມ່ນໜ້າທີ່ກຸນແຈ ເພື່ອຮັກສາທ່າແຮງການສ້າງສາປະຊາຄົມ, ປັບປຸງພື້ນຖານຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຍົກສູງຄວາມສາມາດໃນການປັບໂຕຂອງ ອາຊຽນ ຕໍ່ກັບບັນດາສິ່ງທ້າທາຍທີ່ເກີດຂຶ້ນໃໝ່.

ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ
ທ່ານ ຫົວໜ້າກົມອາຊຽນ, ເອກອັກຄະລັດຖະທູດ ເຈີນດຶກບິ່ງ.

ຈຸດສຸມທີສອງ: ແມ່ນການສືບຕໍ່ຫັນບັນດາບຸລິມະສິດ, ຄວາມຄິດປະດິດສ້າງ ຂອງປີປະທານ ອາຊຽນ 2026 ໃຫ້ປະກົດເປັນຈິງ. ບົນພື້ນຖານຜົນງານຂອງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48, ບັນດາຣັດຖະມົນຕີ ຄາດວ່າຈະກວດກາ, ຊຸກຍູ້ການຜັນຂະຫຍາຍ ບັນດາຄຳມັ້ນສັນຍາຂອງ ການນຳຂັ້ນສູງ, ພາຍໃນນັ້ນມີ ແຖລັງການຮ່ວມ ກ່ຽວກັບການຮັບມືກັບວິກິດການ ຕາເວັນອອກກາງ, ແນໃສ່ເພີ່ມທະວີການປະສານງານລະຫວ່າງຂະແໜງການ, ການແຈ້ງເຕືອນຕັ້ງແຕ່ຕົ້ນ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຮັກສາຄວາມສະໝໍ່າສະເໝີຂອງສາຍໂສ້ການສະໜອງ ແລະ ໜູນຊ່ວຍພົນລະເມືອງ ພາຍໃນບັນດາສະພາບການສຸກເສີນ.

ຈຸດສຸມທີສາມ: ແມ່ນການຫັນສາຍພົວພັນ ລະຫວ່າງ ອາຊຽນ ພ້ອມກັບ ບັນດາຄູ່ຮ່ວມມື ໃຫ້ເລິກເຊິ່ງກວ່າເກົ່າ ໂດຍຜ່ານບັນດາຂອບເຂດ ອາຊຽນ+1, ອາຊຽນ+3, EAS ແລະ ARF, ໂດຍຜ່ານນັ້ນ ສືບຕໍ່ຢັ້ງຢືນບົດບາດສູນກາງ, ຄວາມສາມາດໃນການ “ໂຮມໂຮມ” ແລະ ການປະສານງານຂອງ ອາຊຽນ ພາຍໃນໂຄງສ້າງພູມິພາກທີ່ພວມກຳນົດຮູບຮ່າງ.

ບັນດາກອງປະຊຸມ ຈະແມ່ນໂອກາດ ເພື່ອໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມື ເພີ່ມທະວີການເຈລະຈາ, ສ້າງຕັ້ງຄວາມເຊື່ອໝັ້ນ, ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງ ພາຍໃນບັນດາຂົງເຂດບຸລິມະສິດ; ພ້ອມດຽວກັນນັ້ນກໍແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບບັນດາວັນຫາອິນເຕີ ແລະ ພູມິພາກ ທີ່ຮ່ວມກັນໃຫ້ຄວາມສົນໃຈ ໂດຍອີງໃສ່ກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງ ອາຊຽນ.

ໂອກາດນີ້ ກໍຈະມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງສັນຍາມິດຕະພາບ ແລະ ການຮ່ວມມື ຢູ່ຕາເວັນອອກອາຊີໃຕ້ (TAC), ເຊິ່ງແມ່ນເອກະສານ ທີ່ມີບັນດາຫຼັກການພື້ນຖານ ປັບປຸງສາຍພົວພັນ ລະຫວ່າງ ບັນດາປະເທດໃນພູມິພາກ ແລະ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື. ການຢັ້ງຢືນຄຸນຄ່າ ແລະ ການປະຕິບັດຕາມບັນດາຫຼັກການຂອງ TAC ມີຄວາມໝາຍຄືນໃໝ່ຫຼາຍ ພາຍໃນບໍລິບົດປະຈຸບັນ, ປະກອບສ່ວນປັບປຸງວັດທະນະທຳການເຈລະຈາ, ຄວາມເຊື່ອໝັ້ນທາງຍຸດທະສາດ, ການເຄົາລົບກົດໝາຍສາກົນ ແລະ ການແກ້ໄຂຄວາມແຕກຕ່າງຢ່າງມີສັນຕິພາບ.

ເນື່ອງໃນໂອກາດນີ້, ບັນດາກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ-ອາເມຣິກາ, ແມ່ຂອງ-ຍີ່ປຸ່ນ ແລະ ແມ່ຂອງ-ເກົາຫຼີໃຕ້ ຄາດວ່າຈະໄດ້ຮັບການຈັດຕັ້ງຂຶ້ນ, ປະກອບສ່ວນຊຸກຍູ້ການຮ່ວມມືຂະແໜງການຍ່ອຍ, ຕິດພັນການຮ່ວມມືແມ່ຂອງ ໃສ່ກັບວິວັດທະນາການສ້າງສາປະຊາຄົມ ອາຊຽນ ຢ່າງມີປະສິດທິຜົນ, ມຸ່ງໄປສູ່ການພັດທະນາກວມລວມ, ຍືນຍົງ ແລະ ຫຼຸດຜ່ອນໄລຍະຫ່າງການພັດທະນາ.

ເບິ່ງໂດຍຮວມ, AMM 59 ບໍ່ພຽງແຕ່ແມ່ນໂອກາດກວດກາຄວາມຄືບໜ້າການຮ່ວມມື ອາຊຽນ ພາຍໃນປີ 2026 ເທົ່ານັ້ນ, ແຕ່ຍັງແມ່ນກ້າວຕຽມພ້ອມອັນສຳຄັນ ເພື່ອໃຫ້ ອາຊຽນ ຫັນບັນດາທິດທາງຍຸດທະສາດ ໃຫ້ເປັນການກະທຳສະເພາະ, ປັບປຸງຄວາມສາມັກຄີ ແລະ ຄວາມຕ່າງກຸ້ມຕົນເອງພາຍໃນກຸ່ມ, ພ້ອມດຽວກັນນັ້ນກໍເສີມຂະຫຍາຍບົດບາດສູນກາງ ພາຍໃນການຊຸກຍູ້ສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ ຢູ່ພູມິພາກ.

ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ
ການພົບປໍ້ານອກທາງການ ລະຫວ່າງ ບັນດາຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ພ້ອມກັບ ຣັດຖະມົນຕີກະຊວງການຕ່າງປະເທດ ມຽນມາ ຢູ່ທີ່ ໄທ ໃນວັນທີ 12 ກໍລະກົດ.

ເວທີປາໄສອະນາຄົດ ອາຊຽນ ປີ 2026 (ASEAN Future Forum 2026) ທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ຫວ່າງເບື້ອງຕົ້ນນີ້ ໄດ້ຮັບການຖືວ່າແມ່ນຈຸດປະທັບໃຈ ພາຍໃນປີ ອາຊຽນ 2026. ດ້ວຍທ່າແຮງດັ່ງກ່າວ, ຫວຽດນາມ ມີບັນດາຂໍ້ຄວາມອັນສຳຄັນໃດທີ່ຢາກແຜ່ກະຈາຍ ຢູ່ທີ່ກອງປະຊຸມຄັ້ງນີ້, ທານ ເອກອັກຄະລັດຖະທູດ?

ເວທີປາໄສອະນາຄົດ ອາຊຽນ ປີ 2026 ໄດ້ດຳເນີນໄປຢ່າງປະສົບຜົນສຳເລັດ ດ້ວຍຫຼາຍຜົນງານທີ່ແທດຕົວຈິງ. ບັນດາຄວາມຄິດປະດິດສ້າງ ແລະ ແນວຄິດທີ່ໄດ້ຍົກຂຶ້ນຢູ່ທີ່ ເວທີປາໄສຄັ້ງນີ້ ມີລັກສະນະເປີດກວ້າງສູງ, ສາມາດກາຍເປັນແຫຼ່ງອ້າງອີງ ເພື່ອໃຫ້ບັນດາປະເທດຄົ້ນຄວ້າ, ປຶກສາຫາລືຢ່າງເລິກເຊິ່ງກວ່າເກົ່າ. ຕາມນັ້ນແລ້ວ, ພວກຂ້າພະເຈົ້າ ຢາກແບ່ງປັນບັນດາເນື້ອໃນ ດັ່ງຕໍ່ໄປນີ້:

ປະການທຳອິດ: ຄວາມພະຍາຍາມຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມສະຫງົບ ຢູ່ພູມິພາກ ແລະ ການປະຕິບັດຕາມກົດໝາຍສາກົນ. ສະພາບແວດລ້ອມພູມິພາກທີ່ມີສັນຕິພາບ, ຄວາມສະຫງົບ ແມ່ນຊັບສິນທາງຍຸດທະສາດທີ່ມີຄຸນຄ່າທີ່ສຸດຂອງ ອາຊຽນ ຕະຫຼອດໄລຍະເວລາ 6 ທົດສະວັດທີ່ຜ່ານມາ. ເພື່ອປົກປ້ອງຜົນງານນີ້, ອາຊຽນ ຈຳເປັນຕ້ອງຍຶດໝັ້ນຍົກສູງກົດໝາຍສາກົນ ແລະ ສ້າງຕັ້ງລະບຽບຮຽບຮ້ອຍພູມິພາກ ໂດຍອີງໃສ່ກົດລະບຽບ, ຊຸກຍູ້ວັດທະນະທຳການເຈລະຈາ, ສ້າງຕັ້ງຄວາມເຊື່ອໝັ້ນ ແລະ ຜ່ອນຄາຍ ບັນດາຄວາມສ່ຽງການປະທະກັນ ຕັ້ງແຕ່ຕົ້ນ.

ປະການທີສອງ: ການກຳນົດບົດບາດຂອງ ອາຊຽນ ຄືນໃໝ່ ພາຍໃນບໍລິບົດໃໝ່ ແລະ ການປັບປຸງບົດບາດສູນກາງຂອງ ອາຊຽນ ຢ່າງບໍ່ຢຸດຢັ້ງ. ຕໍ່ກັບບັນດາການຜັນແປຢ່າງສັບສົນຂອງສະພາບພັນການໂລກ, ພູມິພາກ ແລະ ຄວາມກົດດັນທາງດ້ານເສດຖະກິດ, ອາຊຽນ ຈຳເປັນຕ້ອງຫັນປ່ຽນ ນັບຕັ້ງແຕ່ສະພາວະຕັ້ງຮັບ ແລະ ແກ້ໄຂວິກິດການ ສູ່ການເປັນເຈົ້າການນຳພາ, ກຳນົດໂຄງສ້າງ. ນີ້ກໍແມ່ນວິທີການເຂົ້າເຖິງຂອງ ອາຊຽນ ເມື່ອສ້າງຕັ້ງ ວິໄສທັດປະຊາຄົມ ອາຊຽນ 2045. ຄຽງຂ້າງນັ້ນ, ອາຊຽນ ຈຳເປັນຕ້ອງສືບຕໍ່ປັບປຸງບົດບາດສູນກາງ ແລະ ຄວາມເປັນເຈົ້າຕົນເອງທາງຍຸດທະສາດ ໂດຍຜ່ານການຍົກສູງຄວາມສາມາດໃນການຕ່າງກຸ້ມຕົນເອງຂອງພູມິພາກ, ການຄຸ້ມຄອງວິກິດການຢ່າງມີປະສິດທິຜົນ ແລະ ຮັກສາບັນດາກົນໄກ ທີ່ ອາຊຽນ ເປັນບ່ອນຫວ່າງໃນການເຈລະຈາ, ສ້າງຕັ້ງຄວາມເຊື່ອໝັ້ນ ແລະ ການຮ່ວມມືຢ່າງແທດຕົວຈິງ.

ປະການທີສາມ: ສະຫງວນບຸລິມະສິດສູງ ໃຫ້ແກ່ການຍົກສູງຄວາມສາມາດໃນການຕ່າງກຸ້ມຕົນເອງຂອງພູມິພາກ ໂດຍຜ່ານການສືບຕໍ່ຊຸກຍູ້ຢ່າງແຂງແຮງ ການເຊື່ອມໂຍງ ແລະ ການຮ່ວມມືພູມິພາກ, ພ້ອມດຽວກັນນັ້ນກໍຫັນສາຍພົວພັນກັບບັນດາຄູ່ຮ່ວມມືໃຫ້ມີຄວາມຫຼາກຫຼາຍ, ເພີ່ມທະວີການເຊື່ອມໂຍງສາຍໂສ້ການສະໜອງ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ການຫັນເປັນດິຈິທັອນ, ສ້າງຕັ້ງມາດຕະຖານຮວມກ່ຽວກັບການຄຸ້ມຄອງ AI, ການຮ່ວມມືຄວາມປອດໄພທາງໄຊເບີ ແລະ ເລັ່ງຊຸກຍູ້ການຫັນປ່ຽນພະລັງງານຂຽວ; ຍົກສູງຄວາມສາມາດໃນການຄາດກະ, ການປັບໂຕ ແລະ ການຟື້ນໂຕຂອງ ອາຊຽນ ຕໍ່ກັບບັນດາເຫດການກະທົບ.

ປະການທີສີ່: ເນັ້ນໜັກເຖິງຄວາມສົມບູນແບບ ລະຫວ່າງ ການຮ່ວມມືຂະແໜງການຍ່ອຍ ໃສ່ກັບວິວັດທະນາການພັດທະນາຮວມຂອງ ອາຊຽນ. ດ້ວຍທິດທາງຂອງ ວິໄສທັດປະຊາຄົມ ອາຊຽນ 2045 ແມ່ນການສ້າງຕັ້ງ ອາຊຽນ ທີ່ປະດິດສ້າງ, ຄຶກຄື້ນ, ຕ່າງກຸ້ມຕົນເອງ ແລະ ເອົາປະຊາຊົນເປັນສູນກາງ, ການຮ່ວມມືພັດທະນາຂະແໜງການຍ່ອຍ ມີບົດບາດທີ່ຂາດບໍ່ໄດ້, ຊ່ວຍຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ຂຸດຄົ້ນທ່າແຮງ, ຈຸດແຂ່ງຂອງບັນດາຂະແໜງການຍ່ອຍ, ນຳເອົາຜົນປະໂຫຍດຢ່າງແທດຕົວຈິງ ແລະ ໂອກາດການພັດທະນາຢ່າງສະເໝີພາບມາໃຫ້ແກ່ປະຊາຊົນ, ປະກອບສ່ວນສ້າງຕັ້ງ ປະຊາຄົມ ອາຊຽນ ທີ່ເອົາປະຊາຊົນເປັນສູນກາງ.

ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ
ເວທີປາໄສອະນາຄົດ ອາຊຽນ ປີ 2026 (ASEAN Future Forum 2026) ໄດ້ສ້າງຄວາມປະທັບໃຈອັນດີງາມ ດ້ວຍຫຼາຍຄວາມຄິດປະດິດສ້າງອັນແທດຕົວຈິງ.

ກ່າວຄຳປາໄສຢູ່ທີ່ ກອງປະຊຸມຮຽນຮູ້, ກຳແໜ້ນ ມະຕິຂອງກົມການເມືອງ ກ່ຽວກັບແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຫວ່າງເບື້ອງຕົ້ນນີ້, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ການທູດຫວຽດນາມ ຈຳເປັນຕ້ອງ “ນັບຕັ້ງແຕ່ເຕີບໃຫຍ່ຂະຫຍາຍຕົວໂດຍສະເພາະ ສູ່ການພ້ອມກັບ ອາຊຽນ ເຕີບໃຫຍ່ຂະຫຍາຍຕົວ”, ທ່ານ ເອກອັກຄະລັດຖະທູດ ມີຄຳເຫັນຕີຄ່າແນວໃດ ຕໍ່ກັບທິດທາງອັນສຳຄັນນີ້?

ທິດທາງ “ນັບຕັ້ງແຕ່ເຕີບໃຫຍ່ຂະຫຍາຍຕົວໂດຍສະເພາະ ສູ່ການພ້ອມກັບ ອາຊຽນ ເຕີບໃຫຍ່ຂະຫຍາຍຕົວ” ແມ່ນທັດສະນະທີ່ມີຄວາມໝາຍຍຸດທະສາດ ຕໍ່ກັບ ຫວຽດນາມ ກໍຄື ບັນດາປະເທດສະມາຊິກ, ທັງຢັ້ງຢືນວ່າ ຜົນປະໂຫຍດຂອງບັນດາປະເທດ ແມ່ນຕິດພັນຢ່າງແໜ້ນແຟ້ນກັບຜົນປະໂຫຍດຮວມຂອງ ອາຊຽນ ແລະ ພູມິພາກ. ຄວາມເຂັ້ມແຂງ, ຖານະບົດບາດ ແລະ ຄວາມສາມາດເປັນເຈົ້າຕົນເອງທາງຍຸດທະສາດຂອງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຈະໄດ້ຮັບການທະວີຄູນຂຶ້ນ ເມື່ອ ອາຊຽນ ມີຄວາມສາມັກຄີ, ຕ່າງກຸ້ມຕົນເອງ, ພັດທະນາຢ່າງຄຶກຄື້ນ ແລະ ຮັກສາບົດບາດສູນກາງ ພາຍໃນໂຄງສ້າງພູມິພາກໄວ້ຢ່າງໝັ້ນຄົງ.

ນັບຕັ້ງແຕ່ປີ 1995, ອາຊຽນ ຍາມໃດກໍແມ່ນບ່ອນຫວ່າງທີ່ມີຄວາມໝາຍຍຸດທະສາດໂດຍກົງ ຕໍ່ກັບ ຫວຽດນາມ ທັງທາງດ້ານຄວາມນິລະໄພ/ຄວາມໝັ້ນຄົງ, ການພັດທະນາ ແລະ ການຕ່າງປະເທດ. ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນຢ່າງແທດຕົວຈິງ, ມີປະສິດທິຜົນ ໃຫ້ແກ່ບັນດາກ້າວຂະຫຍາຍໂຕອັນສຳຄັນຂອງ ອາຊຽນ. ຍ້ອນແນວນັ້ນ, “ການພ້ອມກັບ ອາຊຽນ ເຕີບໃຫຍ່ຂະຫຍາຍຕົວ” ບໍ່ພຽງແຕ່ແມ່ນຄວາມຕ້ອງການພາວະວິໄສ ຂອງການເຊື່ອມໂຍງພູມິພາກເທົ່ານັ້ນ, ແຕ່ຍັງແມ່ນການເລືອກສັນທາງຍຸດທະສາດ ທີ່ສອດຄ່ອງກັບຜົນປະໂຫຍດໄລຍະຍາວຂອງ ຫວຽດນາມ.

ປະການທຳອິດ: ອາຊຽນ ທີ່ມີຄວາມສາມັກຄີ, ຕ່າງກຸ້ມຕົນເອງ ແລະ ມີບົດບາດສູນກາງ ແມ່ນ “ບ່ອນອີງ” ອັນສຳຄັນ ເພື່ອໃຫ້ ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກ ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຂອງພູມິພາກ, ທັງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມ, ພ້ອມດຽວກັນນັ້ນກໍຮັກສາສະພາບແວດລ້ອມພູມິພາກໃຫ້ມີສັນຕິພາບ, ຄວາມສະຫງົບ ແລະ ຊຸກຍູ້ການພັດທະນາ. ຍ້ອນແນວນັ້ນ, ການປັບປຸງຄວາມສາມັກຄີ ແລະ ບົດບາດສູນກາງຂອງ ອາຊຽນ ສືບຕໍ່ແມ່ນບຸລິມະສິດສູງ ພາຍໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

ປະການທີສອງ: “ການພ້ອມກັບ ອາຊຽນ ເຕີບໃຫຍ່ຂະຫຍາຍຕົວ” ແມ່ນການຕິດພັນການພັດທະນາຂອງ ຫວຽດນາມ ໃສ່ກັບວິວັດທະນາການເຊື່ອມໂຍງ ແລະ ການຮ່ວມມືພູມິພາກ. ເມື່ອ ອາຊຽນ ກາຍເປັນຂົ້ວການເຕີບໂຕທີ່ຄຶກຄື້ນ, ຕ່າງກຸ້ມຕົນເອງ ແລະ ກວມລວມກວ່າເກົ່າ, ຫວຽດນາມ ກໍຈະມີເງື່ອນໄຂສະດວກເພີ່ມຕື່ມ ເພື່ອປະຕິບັດບັນດາເປົ້າໝາຍການພັດທະນາຢ່າງໄວວາ ແລະ ຍືນຍົງ.

ປະການທີສາມ: ຫວຽດນາມ ກໍຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງ ນັບຕັ້ງແຕ່ຈິນຕະນາການ “ເຂົ້າຮ່ວມຢ່າງຕັ້ງໜ້າ” ສູ່ “ການປະກອບສ່ວນຢ່າງເປັນເຈົ້າການ, ປະດິດສ້າງ ແລະ ນຳພາ ພາຍໃນບັນດາຂົງເຂດທີ່ມີຄວາມສາມາດ”, ໂດຍຜ່ານການເປັນເຈົ້າການສະເໜີຄວາມຄິດປະດິດສ້າງ, ຊຸກຍູ້ຄວາມເປັນເອກະພາບ, ເຂົ້າຮ່ວມການກຳນົດວາລະປະຊຸມພູມິພາກ ແລະ ປະກອບສ່ວນຢ່າງແທດຕົວຈິງ ເຂົ້າໃນຄວາມສາມາດທາງການກະທຳ, ອິດທິພົນ ແລະ ສຽງເວົ້າຮວມຂອງ ອາຊຽນ.

ເບິ່ງພາຍໃນມຸມມອງອື່ນ, ພາຍໃນບໍລິບົດທີ່ໂລກ ແລະ ພູມິພາກ ມີການຜັນແປຢ່າງໄວວາ, ຍາກທີ່ຈະຄາດເດົາໄດ້, ບໍ່ມີປະເທດໃດສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງໄດ້ ຖ້າແຍກອອກຈາກສະພາບແວດລ້ອມອ້ອມຂ້າງ. ບັນດາປະເທດຄູ່ຮ່ວມມືຢູ່ເຂດຕ່າງໆໃນໂລກ ນັບມື້ນັບໃຫ້ຄວາມສົນໃຈ ແລະ ມີຄວາມມຸ່ງຫວັງຢາກສ້າງຕັ້ງ, ຂະຫຍາຍສາຍພົວພັນ ແລະ ການຮ່ວມມືຢ່າງແທດຕົວຈິງກັບ ອາຊຽນ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍຮວມ ໂດຍຜ່ານບັນດາຂອບເຂດທີ່ ອາຊຽນ ເປັນຜູ້ນຳພາ ເພື່ອສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາ. ນີ້ກໍແມ່ນໂອກາດ ເພື່ອໃຫ້ ຫວຽດນາມ, ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ສືບຕໍ່ປັບປຸງ ແລະ ຂະຫຍາຍບ່ອນຫວ່າງການພັດທະນາ, ຫັນຕະຫຼາດ ແລະ ສາຍໂສ້ການສະໜອງໃຫ້ມີຄວາມຫຼາກຫຼາຍ, ເປີດຊ່ອງທາງແຫຼ່ງທຶນການລົງທຶນ ໂດຍຜ່ານເຄືອຂ່າຍບັນດາ FTA+, ຮັບໃຊ້ມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາປະເທດຊາດ.

ຍ້ອນແນວນັ້ນ, ສາມາດຢັ້ງຢືນໄດ້ວ່າ, ອາຊຽນ ທີ່ເຕີບໃຫຍ່ຂະຫຍາຍຕົວ ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດຂອງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ເທົ່ານັ້ນ, ແຕ່ຍັງປະຕິບັດຕາມຄວາມມຸ່ງຫວັງຮວມຂອງຫຼາຍຄູ່ຮ່ວມມື ກ່ຽວກັບພູມິພາກທີ່ມີສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ. ດ້ວຍຈິດໃຈດັ່ງກ່າວ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ປະກອບສ່ວນຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ ເຂົ້າໃນວິວັດທະນາການສ້າງສາ ຄຸ້ມຄອງປະຊາຄົມ ອາຊຽນ, ເພື່ອໃຫ້ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນຢ່າງແໜ້ນແຟ້ນ, ຄຽງຄູ່ກັນໄປກັບ ຄວາມເຕີບໃຫຍ່ຂະຫຍາຍຕົວຮວມຂອງ ອາຊຽນ.

ຂໍຂອບໃຈທ່ານທູດ!

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ
ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ
ຍສໝ - ເຫດການດັ່ງກ່າວ ບໍ່ພຽງແຕ່ຢືນຢັນເຖິງບົດບາດສູນກາງຂອງ ອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ເຫັນຢ່າງພົ້ນເດັ່ນເຖິງຄວາມເປັນເຈົ້າການຂອງ ຫວຽດນາມ ພ້ອມກັບບັນດາປະເທດພາຍໃດພາກພື້ນ ພາຍໃດການຮ່ວມແຮງຮ່ວມໃຈສາມັກຄີ ແລະ ພັດທະນາ ຕໍ່ໜ້າບັນດາຄວາມຜັນແປທາງດ້ານພູມສາດການເມືອງໃນທົ່ວໂລກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ