| ນັກທ່ອງທ່ຽວສັງກາດ ສ.ເກົາຫຼີ ນັບມື້ນັບນິຍົມຊົມຊອບຈຸດໝາຍປາຍທາງ ຫວຽດນາມ ເສີມຂະຫຍາຍແຫຼ່ງພະລັງຂອງຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ |
ຕາມຍຸດທະສາດ, ຫວຽດນາມ ຈະເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ, ນຳເອົາບັນດາຄຸນຄ່າວັດທະນະທຳຂອງຊາດ ເຂົ້າໃກ້ຊິດກັບສາທາລະນະຊົນສາກົນຫຼາຍກວ່າເກົ່າ, ທັງຄັດເລືອກ ແລະ ຮັບເອົາຍອດຍິ່ງວັດທະນະທຳຂອງມະນຸດໂລກ. ໂດຍຜ່ານນັ້ນ, ວັດທະນະທຳ ໄດ້ຖືກກຳນົດວ່າແມ່ນແຫຼ່ງພະລັງງານອັນສຳຄັນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງ, ປະກອບສ່ວນຍົກສູງທີ່ຕັ້ງ, ອິດທິພົນ ແລະ ຂອບເຂດອິດທິພົນຂອງຫວຽດນາມ ໃນເວທີສາກົນ.
ໃນໄລຍະ 2026-2030, ຫວຽດນາມ ວາງເປົ້າໝາຍຂະຫຍາຍ ແລະ ຍົກສູງປະສິດທິຜົນການຮ່ວມມືທາງດ້ານວັດທະນະທຳ ກັບບັນດາປະເທດ, ດິນແດນ, ອົງການຈັດຕັ້ງ ແລະ ອົງການວັດທະນະທຳ, ກໍຄືບັນດາກຸ່ມບໍລິສັດ ທີ່ເຄື່ອນໄຫວໃນຂົງເຂດອຸດສາຫະກຳວັດທະນະທຳ. ບັນດາຂົງເຂດທີ່ມີທ່າແຮງ ເຊັ່ນ: ຮູບເງົາ, ສິລະປະການສະແດງ, ການທ່ອງທ່ຽວວັດທະນະທຳ ແລະ ມໍລະດົກ ຈະໄດ້ຮັບບຸລິມະສິດ ແນໃສ່ສ້າງແຮງຊຸກດັນການພັດທະນາຕື່ມອີກ.
ໜຶ່ງໃນບັນດາເປົ້າໝາຍທີ່ໜ້າເອົາໃຈໃສ່ ແມ່ນການສູ້ຊົນໃຫ້ໄດ້ຮັບລາງວັນສາກົນທີ່ມີອິດທິພົນ ຢ່າງນ້ອຍ 5 ລາງວັນ ໃນບັນດາຂົງເຂດວັດທະນະທຳ, ສິລະປະ, ໂດຍສຸມໃສ່ ດົນຕີ, ຮູບເງົາ ແລະ ວັນນະຄະດີ. ຫວຽດນາມ ກໍມຸ່ງໄປສູ່ການສ້າງຕັ້ງ ແລະ ດຳເນີນງານຢ່າງມີເສຖຽນລະພາບ ໃຫ້ແກ່ 5 ງານບຸນສິລະປະສາກົນ ທີ່ມີເຄື່ອງໝາຍການຄ້າສະເພາະຕົວຂອງບັນດາທ້ອງຖິ່ນຈຸດສຸມ, ກ້າວໄປເຖິງການກາຍເປັນບັນດາຈຸດໝາຍປາຍທາງວັດທະນະທຳທີ່ໂດດເດັ່ນໃນພູມມີພາກ ເທື່ອລະກ້າວ.
ຮອດປີ 2030, ຫວຽດນາມ ສູ້ຊົນໃຫ້ມີມໍລະດົກ ແລະ ນາມມະຍົດ ເພີ່ມຕື່ມຢ່າງນ້ອຍ 5 ແຫ່ງ/ຮູບແບບ ທີ່ໄດ້ຮັບການຮັບຮອງ ຫຼື ຂຶ້ນທະບຽນໂດຍ UNESCO ແລະ ບັນດາອົງການສາກົນຊ່ຽວຊານ; ສ້າງຕັ້ງຈຸດໝາຍປາຍທາງການທ່ອງທ່ຽວວັດທະນະທຳ - ມໍລະດົກ ຢ່າງນ້ອຍ 10 ແຫ່ງ ໃຫ້ກາຍເປັນເຄື່ອງໝາຍການຄ້າລະດັບຊາດ ທີ່ມີຄວາມສາມາດແຂ່ງຂັນ ແລະ ຄວາມສາມາດໃນການຈົດຈຳຢູ່ໃນຕະຫຼາດສາກົນ. ຄຽງຂ້າງນັ້ນ, ຄາດວ່າຈະມີການສ້າງຕັ້ງ ສູນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ ໃໝ່ ຕື່ມອີກ 1-3 ແຫ່ງ ຢູ່ບັນດາເຂດແຄວ້ນຍຸດທະສາດ.
![]() |
| ສາວຣັດເຊຍ ສະແດງຄວາມມ່ວນຊື່ນ, ຕື່ນເຕັ້ນ ເມື່ອໄດ້ລອງໃສ່ໝວກກຸບ ຫວຽດນາມ. |
ວິໄສທັດ ຮອດປີ 2045, ຫວຽດນາມ ມຸ່ງໄປສູ່ການກາຍເປັນໜຶ່ງໃນບັນດາສູນວັດທະນະທຳ ແລະ ຄວາມປະດິດສ້າງອັນດັບຕົ້ນໆຂອງພູມມີພາກ, ສ້າງບາດກ້າວຂະຫຍາຍຕົວຢ່າງແຂງແຮງ ກ່ຽວກັບກຳລັງແຮງອ່ອນທາງດ້ານວັດທະນະທຳ ບົນພື້ນຖານເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ຫວຽດນາມ ທັງວາງເປົ້າໝາຍຢັ້ງຢືນທີ່ຕັ້ງຂອງປະເທດຊາດ ທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳ, ມີຄວາມສາມາດຈັດຕັ້ງ, ບໍລິຫານບັນດາເຫດການໃຫຍ່ຂອງພູມມີພາກ ແລະ ສາກົນ, ເປັນເຈົ້າການເຂົ້າຮ່ວມໃນບັນດາທຸກຂະບວນການພັດທະນາ ວັດທະນະທຳທົ່ວໂລກ.
ຕາມບັນດາຄາດໝາຍທີ່ວາງອອກ, ຮອດປີ 2045, ຫວຽດນາມ ສູ້ຊົນໃຫ້ໄດ້ຮັບລາງວັນສາກົນທີ່ມີອິດທິພົນ ເພີ່ມຕື່ມຢ່າງນ້ອຍ 15 ລາງວັນ ກ່ຽວກັບວັດທະນະທຳ, ສິລະປະ ແລະ ອຸດສາຫະກຳວັດທະນະທຳ; ເປັນເຈົ້າພາບ, ຈັດຕັ້ງປະສົບຜົນສຳເລັດຢ່າງນ້ອຍ 1 ເຫດການ ຂະໜາດລະດັບໂລກ ເຊັ່ນ: World EXPO, EXPO ເອກະເທດ ຫຼື ເຫດການວັດທະນະທຳ, ກິລາ ລະດັບໂລກ.
ເຄືອຂ່າຍ ສູນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ ຈະສືບຕໍ່ໄດ້ຮັບການຂະຫຍາຍກວ້າງອອກ, ດ້ວຍເປົ້າໝາຍສ້າງຕັ້ງຕື່ມຢ່າງນ້ອຍ 5 ສູນ ຢູ່ບັນດາເຂດແຄວ້ນ ທີ່ສອດຄ່ອງກັບຄວາມຕ້ອງການທາງດ້ານການຕ່າງປະເທດ. ຫວຽດນາມ ກໍວາງເປົ້າໝາຍໃຫ້ມີມໍລະດົກ ແລະ ນາມມະຍົດ ເພີ່ມຕື່ມ 15 ແຫ່ງ/ຮູບແບບ ທີ່ໄດ້ຮັບການຮັບຮອງ ຫຼື ຂຶ້ນທະບຽນໂດຍ UNESCO ແລະ ບັນດາອົງການສາກົນຊ່ຽວຊານ, ທັງສູ້ຊົນໃຫ້ຕິດຢູ່ໃນ Top 3 ອາຊຽນ ແລະ Top 30 ຂອງໂລກ ກ່ຽວກັບ ດັດຊະນີກຳລັງແຮງອ່ອນລະດັບຊາດ (Soft Power Index).
ເພື່ອຫັນບັນດາເປົ້າໝາຍຂ້າງເທິງໃຫ້ປະກົດເປັນຈິງ, ຍຸດທະສາດໄດ້ກຳນົດວ່າ ການພັດທະນາແຫຼ່ງທຶນມະນຸດ (ຊັບພະຍາກອນມະນຸດ) ຄຸນນະພາບສູງ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ. ພະນັກງານຄວບຕຳແໜ່ງວຽກງານວັດທະນະທຳ ຢູ່ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ຈະໄດ້ຮັບການຈັດວາງໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂຂອງແຕ່ລະເຂດແຄວ້ນ, ບົນພື້ນຖານຮັບປະກັນແນວທາງການກະທັດຮັດກົນໄກການຈັດຕັ້ງ, ບໍ່ສ້າງໃຫ້ເກີດມີຂັ້ນຕອນການຈັດຕັ້ງເພີ່ມຕື່ມ ຫຼື ເພີ່ມຈຳນວນລັດຖະກອນ ທີ່ປະຈຳການຢູ່ຕ່າງປະເທດ.
ການຜັນຂະຫຍາຍທີ່ປຶກສາຝ່າຍວັດທະນະທຳ ຢູ່ບັນດາອົງການຕາງໜ້າການທູດ ກໍໄດ້ຮັບການກຳນົດທິດທາງປະຕິບັດໄປເທື່ອລະກ້າວ. ຮອດປີ 2030, ບຸລິມະສິດບັນດາປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ; ຮອດປີ 2045, ຂະຫຍາຍການບຸລິມະສິດໄປສູ່ເຂດແຄວ້ນຂອງບັນດາປະເທດຄູ່ຮ່ວມມືຍຸດທະສາດຂຶ້ນໄປ.
ຖັນແຖວຜູ້ເຮັດວຽກງານວັດທະນະທຳຕ່າງປະເທດ ຢູ່ສູນກາງ ແລະ ທ້ອງຖິ່ນ ຈະໄດ້ຮັບການເອົາໃຈໃສ່ກຳນົດວາງແຜນ, ບຳລຸງ ແລະ ກໍ່ສ້າງ ຕາມທິດທາງທີ່ທັງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຂອງຊາດ, ທັງມີຄວາມຮູ້ກ່ຽວກັບວັດທະນະທຳຂອງໂລກ. ບັນດາຄວາມສາມາດ ກ່ຽວກັບການເຈລະຈາ, ກົດໝາຍສາກົນ, ຈັດສັນກຳມະສິດທາງປັນຍາ, ການຈັດຕັ້ງເຫດການ, ສື່ມວນຊົນຫຼາຍຮູບແບບ ແລະ ການຄຸ້ມຄອງວັດທະນະທຳໃນເກມ/ພື້ນທີ່ດິຈິຕອນ ໄດ້ຖືກກຳນົດວ່າແມ່ນບັນດາເນື້ອໃນທີ່ຈຳເປັນຕ້ອງບຸລິມະສິດ. ພະນັກງານ ກໍໄດ້ຮັບການຊຸກຍູ້ໃຫ້ຍົກສູງຄວາມສາມາດໃນການປະຍຸກໃຊ້ບັນດາເຕັກໂນໂລຊີໃໝ່ ເຊັ່ນ: ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data), ຄວາມເປັນຈິງເສືອນ (VR) ແລະ ຄວາມເປັນຈິງເສີມ (AR).
ຄຽງຂ້າງກຳລັງສະເພາະກິດແລ້ວ, ຍຸດທະສາດໄດ້ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງ ນັກສຶກສາຕ່າງປະເທດ, ນັກຄົ້ນຄວ້າ, ຜູ້ອອກແຮງງານ ແລະ ຊ່ຽວຊານຫວຽດນາມ ຢູ່ຕ່າງປະເທດ ພາຍໃນການໂຄສະນາວັດທະນະທຳຂອງຊາດ. ບັນດາກຸ່ມຄົນເຫຼົ່ານີ້ ຈະໄດ້ຮັບການເພີ່ມທະວີການບຳລຸງຄວາມຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ທັກສະການສື່ສານ ກ່ອນທີ່ຈະເດີນທາງໄປຕ່າງປະເທດເພື່ອສຶກສາຮໍ່າຮຽນ, ເຮັດວຽກ. ຄົນຮຸ່ນໜຸ່ມ ກໍໄດ້ຮັບການເອົາໃຈໃສ່ສຶກສາອົບຮົມດ້ານຄວາມງາມ, ບຳລຸງຄວາມພູມໃຈທາງດ້ານວັດທະນະທຳຂອງຊາດ ແລະ ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມການເຊື່ອມໂຍງເຂົ້າກັບສາກົນ.
![]() |
| ບູດວາງສະແດງໂຄສະນາອາຫານຫວຽດນາມ ຢູ່ ປະເທດເຢຍລະມັນ. |
ໜ້າທີ່ອັນສຳຄັນອີກຢ່າງໜຶ່ງ ແມ່ນການປ່ຽນແປງໃໝ່ໂຄງສ້າງ ແລະ ວິທີການໂຄສະນາ, ການສື່ສານເຄື່ອງໝາຍການຄ້າວັດທະນະທຳລະດັບຊາດ. ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວວັດທະນະທຳຕ່າງປະເທດ ແລະ ການທູດວັດທະນະທຳ ພາຍໃນຂອບເຂດບັນດາການຢ້ຽມຢາມ, ເຮັດວຽກຂອງຜູ້ນຳຂັ້ນສູງຫວຽດນາມ ຢູ່ຕ່າງປະເທດ ກໍຄືຜູ້ນຳບັນດາປະເທດທີ່ເດີນທາງມາຢ້ຽມຢາມ ຫວຽດນາມ ຈະໄດ້ຮັບການລົງທຶນຍົກສູງຄຸນນະພາບ, ປ່ຽນແປງໃໝ່ທັງເນື້ອໃນ ແລະ ຮູບແບບ.
ບັນດາໂຄງສານ ສັບປະດາວັດທະນະທຳ, ວັນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ ຈະໄດ້ຮັບການຈັດຕັ້ງຂຶ້ນ ຕາມທິດທາງເພີ່ມທະວີການຮ່ວມມື, ຮ່ວມສະແດງກັບນັກສິນລະປິນຂອງປະເທດເຈົ້າພາບ, ຂະຫຍາຍຂະໜາດມວນຊົນ ແລະ ຍົກສູງປະສິດທິຜົນຂອງການສື່ສານ. ບັນດາການເຄື່ອນໄຫວປະສົບການກິລາດັ້ງເດີມ, ມວຍພື້ນເມືອງ ແລະ ການຫຼິ້ນພື້ນເມືອງຂອງຫວຽດນາມ ກໍໄດ້ຮັບການຊຸກຍູ້ໃຫ້ສອດແຊກເຂົ້າກັນ ແນໃສ່ສ້າງໃຫ້ເກີດມີບັນດາຮູບແບບການໂຄສະນາທີ່ຊີວິດຊີວາ, ມິລັກສະນະໂຕ້ຕອບ.
ຫວຽດນາມ ທັງຈະເພີ່ມທະວີການປະກົດຕົວຢູ່ບັນດາເຫດການວັດທະນະທຳ, ສິລະປະສາກົນທີ່ມີອິດທິພົນ ເຊັ່ນ: ງານນິທັດສະການ, ງານບຸນຮູບເງົາ, ງານນິທັດສະການວິຈິດສິນ ແລະ ງານມະຫາກຳປຶ້ມສາກົນ; ເປັນເຈົ້າການແນະນຳວັດທະນະທຳ, ພາບພົດປະເທດຊາດ ຢູ່ທີ່ບັນດາເຫດການເສດຖະກິດ, ການເມືອງສາກົນອັນສຳຄັນ.
ການທູດວັດທະນະທຳ - ກິລາ ກໍໄດ້ຮັບການກຳນົດວ່າແມ່ນຊ່ອງທາງອັນສຳຄັນ ເພື່ອເພີ່ມກຳລັງແຮງອ່ອນຂອງຊາດ. ຫວຽດນາມ ຈະຍູ້ແຮງການເປັນເຈົ້າພາບ, ຈັດຕັ້ງ ແລະ ເຂົ້າຮ່ວມບັນດາການແຂ່ງຂັນສາກົນ, ງານກິລາພູມມີພາກ ແລະ ທະວີບ; ທັງໂຄສະນາບັນດາມົນກິລາ ແລະ ຮູບແບບສິລະປະດັ້ງເດີມອັນໂດດເດັ່ນ ໂດຍຜ່ານບັນດາໂຄງການພົບປະແລກປ່ຽນ, ງານບຸນ, ງານມະຫາກຳ ແລະ ງານນິທັດສະການສາກົນ.
ໂດຍຜ່ານການຜັນຂະຫຍາຍບັນດາໜ້າທີ່ຂ້າງເທິງຢ່າງເປັນລະບົບຄົບຊຸດ, ຍຸດທະສາດມຸ່ງໄປສູ່ການນຳເອົາວັດທະນະທຳກາຍເປັນແຫຼ່ງພະລັງອັນສຳຄັນ ຂອງການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນແຜ່ຂະຫຍາຍພາບພົດຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປະດິດສ້າງ, ເຕັມໄປດ້ວຍເອກະລັກ, ທັງຍົກສູງທີ່ຕັ້ງ ແລະ ຄວາມດຶງດູດຂອງປະເທດຊາດໃນເວທີສາກົນ.
ຍສໝ - ຫວຽດນາມ ເຂົ້າຮ່ວມໃນຖານະເປັນແຂກກິດຕິມະສັກ ຢູ່ທີ່ງານບຸນລະດູຮ້ອນຫຼາຍວັດທະນະທຳ Augsburg 2026 ຊຶ່ງໄດ້ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ, ທັງຢັ້ງຢືນເຖິງບົດບາດຂອງການທູດວັດທະນະທຳ ພາຍໃນການຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ. |
ຍສໝ - ທ່ານ Akbar Ghasemi Ali Abadi, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ຄົນໃໝ່ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ເຕັມໄປດ້ວຍເອກະລັກ, ດ້ວຍປະຊາຊົນທີ່ມີຄວາມທົນທານໜຽວແໜ້ນ ແລະ ມີແງ່ຫວັງຫຼາຍຢ່າງໃນການພັດທະນາ. |
ມິງດຶກ

