| ເສີມຂະຫຍາຍແຫຼ່ງພະລັງຂອງຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ | |
| ນັກທ່ອງທ່ຽວສັງກາດ ສ.ເກົາຫຼີ ນັບມື້ນັບນິຍົມຊົມຊອບຈຸດໝາຍປາຍທາງ ຫວຽດນາມ |
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ທີ່ສູນອະນຸບານແລະປິ່ນປົວທະຫານເສຍອົງຄະ ກິມບາງ, ແຂວງ ນິງບິ່ງ, ໃນຕອນເຊົ້າວັນທີ 16 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ (27/7/1947 - 27/7/2026) |
ວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃນປີ 2026 ພວມໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ຮອບດ້ານກວ່າເກົ່າ, ບໍ່ພຽງແຕ່ຢຸດຢູ່ທີ່ການເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີເທົ່ານັ້ນ ແຕ່ຫາກຍັງສຸມໃສ່ການປັບປຸງນະໂຍບາຍອຸດໜູນໃຫ້ສົມບູນແບບ, ຍູ້ແຮງການຫັນເປັນດິຈິຕອນພາຍໃນການເບີກຈ່າຍເງິນອຸດໜູນ ແລະ ການປະຍຸກໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ.
ນີ້ກໍແມ່ນປີທີ່ມີຄວາມໝາຍອັນພິເສດ ເມື່ອທົ່ວປະເທດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ ແລະ ຕັ້ງໜ້າກຽມພ້ອມໃຫ້ແກ່ຂີດໝາຍຄົບຮອບ 80 ປີ ໃນປີ 2027 - ອັນແມ່ນໂອກາດແຫ່ງການລະນຶກຄຸນອັນເລິກເຊິ່ງ ຕໍ່ກັບບັນດາຜູ້ທີ່ໄດ້ອຸທິດສ່ວນ ແລະ ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ.
ຍູ້ແຮງ "ບັ້ນຮົບ 500 ວັນແລະຄືນ", ນຳພານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາ
ໜຶ່ງໃນບັນດາໜ້າທີ່ຈຸດສຸມທີ່ພວມໄດ້ຮັບການຜັນຂະຫຍາຍແມ່ນ "ບັ້ນຮົບ 500 ວັນແລະຄືນ" ເພື່ອຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ.
ບັ້ນຮົບໄດ້ວາງເປົ້າໝາຍຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ປະມານ 7.000 ອັດຖິ; ກວດສອບ DNA ປະມານ 18.000 ຕົວຢ່າງອັດຖິ ແລະ ເກັບກຳຕົວຢ່າງຊີວະພາບເກືອບ 300.000 ຕົວຢ່າງຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອເກັບຮັກສາ, ປຽບທຽບ ແລະ ສ້າງທະນາຄານຢີນ (Gene bank) ໃນຂອບເຂດທົ່ວປະເທດ.
ເບື້ອງຫຼັງຂອງຕົວເລກເຫຼົ່ານັ້ນ ແມ່ນຄວາມມຸ່ງຫວັງທີ່ຈະນຳພານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາພ້ອມກັບຊື່ແລະນາມສະກຸນຂອງຕົນ, ຊ່ວຍໃຫ້ບັນດາຄອບຄົວໄດ້ສິ້ນສຸດການເດີນທາງຄົ້ນຫາຍາດຕິພີ່ນ້ອງທີ່ແກ່ຍາວມາເປັນເວລາຫຼາຍສິບປີ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງອັນສຳຄັນເທົ່ານັ້ນ ແຕ່ຍັງແມ່ນຄຳສັ່ງຈາກຫົວໃຈ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຄວາມຮູ້ບຸນຄຸນຂອງພັກ, ລັດ ແລະ ປະຊາຊົນ ຕໍ່ກັບບັນດານັກຮົບວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ.
ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ນີ້, ກະຊວງພາຍໃນພວມສຸມໃສ່ປັບປຸງບັນດາກົນໄກ, ນະໂຍບາຍອັນສຳຄັນໃຫ້ສົມບູນແບບ ແນໃສ່ແກ້ໄຂຄວາມຫຍຸ້ງຍາກຕ່າງໆ ພາຍໃນວຽກງານຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີການກວດສອບ DNA. ຂັ້ນຕອນການປະສານງານຢັ້ງຢືນຕົວຕົນ ແລະ ການແບ່ງເຂດຮັບຜິດຊອບໃນການຮັບ, ກວດສອບຕົວຢ່າງອັດຖິ ໃຫ້ແກ່ບັນດາຫົວໜ່ວຍຊ່ຽວຊານ ກໍພວມໄດ້ຮັບການປັບປຸງໃຫ້ສົມບູນແບບເຊັ່ນກັນ.
ຄຽງຂ້າງນັ້ນ, ທາງກະຊວງພວມສະເໜີຕໍ່ຂັ້ນເທິງທີ່ມີອຳນາດ ເພື່ອດັດແກ້, ເພີ່ມເຕີມລັດຖະບັນຍັດວ່າດ້ວຍການອຸດໜູນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສ້າງບັນດາກົດລະບຽບໃໝ່ກ່ຽວກັບລະດັບເງິນອຸດໜູນ, ເງິນຊ່ວຍເຫຼືອ ແລະ ລະບອບນະໂຍບາຍອຸດໜູນຕ່າງໆ, ປະກອບສ່ວນປັບປຸງລະບົບບັນດານະໂຍບາຍ ທີ່ສະຫງວນໃຫ້ແກ່ຜູ້ມີຄຸນງາມຄວາມດີໃນໄລຍະໃໝ່ ໃຫ້ສົມບູນແບບ.
ຜັນຂະຫຍາຍການເຄື່ອນໄຫວເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຢ່າງກວ້າງຂວາງ ແລະ ເລິກເຊິ່ງ
ບັນດາການເຄື່ອນໄຫວເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ໄດ້ສືບຕໍ່ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ ໃນໄລຍະ 6 ເດືອນຕົ້ນປີ 2026.
ພາຍໃນການມອບຂອງຂວັນບຸນເຕັດ 2 ຄັ້ງ, ມີຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງປະມານ 1,6 ລ້ານຄົນ ໄດ້ຮັບຂອງຂວັນ ດ້ວຍງົບປະມານທັງໝົດປະມານ 1,1 ພັນຕື້ດົ່ງ, ເພີ່ມຂຶ້ນກວ່າ 100% ເມື່ອສົມທຽບໃສ່ປີ 2025, ເທົ່າກັບເພີ່ມຂຶ້ນຕື່ມ 656 ຕື້ດົ່ງ.
ໃນ 6 ເດືອນຕົ້ນປີ, ບັນດາຄະນະຜູ້ແທນການນຳພັກ, ລັດ ແລະ ກະຊວງພາຍໃນ ໄດ້ເຂົ້າຢ້ຽມຢາມຖາມຂ່າວໂດຍກົງ ຕໍ່ຜູ້ມີຄຸນງາມຄວາມດີຫຼາຍກວ່າ 900 ທ່ານ ພ້ອມກັບຮາກຖານລ້ຽງດູຜູ້ມີຄຸນງາມຄວາມດີ 6 ແຫ່ງໃນທົ່ວປະເທດ. ຢູ່ບັນດາທ້ອງຖິ່ນ, ມີ 34/34 ແຂວງ, ນະຄອນ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງເກືອບ 3,1 ລ້ານເທື່ອຄົນ ດ້ວຍງົບປະມານທັງໝົດເກືອບ 2,61 ພັນຕື້ດົ່ງ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ, ມີຜູ້ມີຄຸນງາມຄວາມດີ 1.600 ທ່ານ ໄດ້ຮັບຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດ ດ້ວຍງົບປະມານທັງໝົດ 8 ຕື້ດົ່ງ. ແລະ ໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ ໃນປີນີ້, ຜູ້ມີຄຸນງາມຄວາມດີຫຼາຍກວ່າ 1,5 ລ້ານຄົນ ຈະໄດ້ຮັບຂອງຂວັນ ດ້ວຍງົບປະມານທັງໝົດກວ່າ 475 ຕື້ດົ່ງ.
ບັນດາຂອງຂວັນແຫ່ງການລະນຶກຄຸນເຫຼົ່ານີ້ ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດຖຸເທົ່ານັ້ນ ແຕ່ຫາກຍັງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຊອບຂອງພັກ, ລັດ ຕໍ່ກັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງ, ປະກອບສ່ວນແຜ່ຂະຫຍາຍຄຸນສົມບັດສິນທຳ "ກິນນ້ຳຄຶດຫາແຫຼ່ງນ້ຳ" (Uống nước nhớ nguồn) ໃຫ້ເລິກເຊິ່ງກວ້າງຂວາງໃນທົ່ວສັງຄົມ.
ກຽມພ້ອມຢ່າງຮອບຄອບ ໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງ ຄົບຮອບ 79 ປີ ແລະ ມຸ່ງໄປສູ່ 80 ປີ ວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ພວມໄດ້ຮັບການກຽມພ້ອມຢ່າງຮອບຄອບ, ບໍ່ພຽງແຕ່ສຳລັບໂອກາດຄົບຮອບ 79 ປີ ພາຍໃນປີນີ້ເທົ່ານັ້ນ ແຕ່ຫາກຍັງມຸ່ງໄປສູ່ຂີດໝາຍຄົບຮອບ 80 ປີ ໃນປີ 2027 ອີກດ້ວຍ.
ປະຕິບັດຕາມຂໍ້ຕົກລົງສະບັບເລກທີ 692/QĐ-TTg ຂອງທານນາຍົກລັດຖະມົນຕີ, ກະຊວງພາຍໃນໄດ້ເປັນເຈົ້າການເປັນເສນາທິການ ເພື່ອສ້າງຕັ້ງຄະນະຊີ້ນຳການຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນທະຫານເສຍອົງຄະ - นັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ, ທັງປັບປຸງແຜນການ ແລະ ກົດລະບຽບການເຄື່ອນໄຫວຂອງຄະນະຊີ້ນຳໃຫ້ສົມບູນແບບ.
ບັນດາການເຄື່ອນໄຫວອັນມີຄວາມໝາຍຫຼາຍປະການ ຈະໄດ້ຮັບການຈັດຕັ້ງຂຶ້ນໃນຕໍ່ໜ້າ ເຊັ່ນ: ກອງປະຊຸມລະນຶກຄຸນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ການສົ່ງມອບວັດຖຸທີ່ລະນຶກຄືນໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມກັບໂຄງການພົບປະ, ຢ້ຽມຢາມຖາມຂ່າວ, ລະນຶກຄຸນຜູ້ມີຄຸນງາມຄວາມດີໃນຂອບເຂດທົ່ວປະເທດ.
ບັນດາທ້ອງຖິ່ນກໍສືບຕໍ່ໄດ້ຮັບການແນະນຳໃຫ້ປະຕິບັດການຢັ້ງຢືນ, ແກ້ໄຂລະບອບນະໂຍບາຍຕໍ່ກັບຜູ້ມີຄຸນງາມຄວາມດີ ຕາມການແບ່ງຂັ້ນຄຸ້ມຄອງ, ຮັບປະກັນຄວາມທັນການ, ເປີດເຜີຍ ແລະ ໂປ່ງໃສ.
ຍູ້ແຮງການຫັນເປັນດິຈິຕອນ ພາຍໃນວຽກງານຜູ້ມີຄຸນງາມຄວາມດີ
ຄຽງຂ້າງການປັບປຸງນະໂຍບາຍໃຫ້ສົມບູນແບບແລ້ວ, ການຫັນເປັນດິຈິຕອນກໍພວມນຳມາຊຶ່ງການຫັນປ່ຽນອັນຕັ້ງໜ້າ ພາຍໃນວຽກງານຜູ້ມີຄຸນງາມຄວາມດີ.
ມາຮອດປັດຈຸບັນ, ມີຜູ້ມີຄຸນງາມຄວາມດີ 803.656 ທ່ານ ໄດ້ຮັບການເບີກຈ່າຍເງິນອຸດໜູນຜ່ານບັນຊີທະນາຄານ, ບັນລຸ 79,27% ຂອງຈຳນວນເປົ້າໝາຍທັງໝົດ ທີ່ໄດ້ຮັບນະໂຍບາຍສະຫວັດດິການສັງຄົມເປັນປະຈຳ ພາຍໃຕ້ການຄຸ້ມຄອງຂອງຂະແໜງພາຍໃນ. ງົບປະມານທັງໝົດຂອງການເບີກຈ່າຍແບບບໍ່ໃຊ້ເງິນສົດ ນັບຕັ້ງແຕ່ຕົ້ນປີ 2023 ມາຮອດປັດຈຸບັນ ແມ່ນບັນລຸໄດ້ຫຼາຍກວ່າ 51.451 ຕື້ດົ່ງ.
ກະຊວງພາຍໃນກໍພວມໜູນຊ່ວຍຫຼາຍກວ່າ 30 ແຂວງ, ນະຄອນ ໃນການຍົກລະດັບຊອບແວຄຸ້ມຄອງການເງິນເງິນອຸດໜູນ ໃຫ້ແກ່ຜູ້ມີຄຸນງາມຄວາມດີ ຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ຫັນປ່ຽນຂໍ້ມູນການເບີກຈ່າຍໄປສູ່ຮູບແບບໃໝ່.
ການຍູ້ແຮງການເບີກຈ່າຍແບບບໍ່ໃຊ້ເງິນສົດ ບໍ່ພຽງແຕ່ຊ່ວຍຍົກສູງຄວາມໂປ່ງໃສ, ຄວາມຖືກຕ້ອງພາຍໃນຂະບວນການປະຕິບັດນະໂຍບາຍເທົ່ານັ້ນ ແຕ່ຫາກຍັງສ້າງຄວາມສະດວກສະບາຍກວ່າເກົ່າໃຫ້ແກ່ຜູ້ຮັບຜົນປະໂຫຍດ, ປະກອບສ່ວນຊຸກຍູ້ການຫັນເປັນດິຈິຕອນພາຍໃນຂົງເຂດສະຫວັດດິການສັງຄົມ.
ໃນຕໍ່ໜ້າ, ວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບ ຄົບຊຸດ ຕາມທິດທາງທັນການ, ເປີດເຜີຍ ແລະ ມີປະສິດທິຜົນ. ຈຸດສຸມແມ່ນສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລ, ຍົກສູງຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີດ້ວຍບັນດາການເຄື່ອນໄຫວອັນມີຄວາມໝາຍ, ແທດຕົວຈິງ ແລະ ມີປະສິດທິຜົນ; ຍູ້ແຮງບັນດາຂະບວນການ "ຕອບບຸນແທນຄຸນ"; ກຽມພ້ອມຢ່າງຮອບຄອບໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ ແລະ ບັນດາເຫດການມຸ່ງໄປສູ່ການສະເຫຼີມສະຫຼອງຄົບຮອບ 80 ປີ ໃນປີ 2027.
ພ້ອມກັນນັ້ນ, ການເບີກຈ່າຍເງິນອຸດໜູນສະຫວັດດິການສັງຄົມແບບບໍ່ໃຊ້ເງິນສົດ ຈະສືບຕໍ່ຮັບການຂະຫຍາຍກວ້າງອອກ ຕໍ່ກັບບັນດາເປົ້າໝາຍທີ່ມີບັນຊີແລ້ວ, ຮັບປະກັນຄວາມວ່ອງໄວ, ຖືກຕ້ອງ ແລະ ສະດວກສະບາຍໃຫ້ແກ່ຜູ້ຮັບຜົນປະໂຫຍດ. ບັນດາທ້ອງຖິ່ນກໍຈະສືບຕໍ່ກວດກາຄືນ, ປັບປຸງຖານຂໍ້ມູນຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບ, ສ້າງລະຫັດກຳນົດຕົວຕົນ (ID) ໃຫ້ແກ່ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຍົກສູງປະສິດທິຜົນການຄຸ້ມຄອງ, ປະຕິບັດນະໂຍບາຍບົນພື້ນຖານດິຈິຕອນ.
ສຳລັບ "ບັ້ນຮົບ 500 ວັນແລະຄືນ", ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈະເພີ່ມທະວີການປະສານງານພາຍໃນວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ, ປະກອບສ່ວນຫັນເປົ້າໝາຍໃນການນຳພານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ຄອບຄົວ, ບ້ານເກີດເມືອງນອນ ພາຍຫຼັງຫຼາຍປີແຫ່ງການຄອຍຖ້າ ໃຫ້ປະກົດເປັນຈິງ.
ການເດິນທາງລະນຶກຄຸນບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອປະເທດຊາດໃນມື້ນີ້ ບໍ່ພຽງແຕ່ສະແດງອອກດ້ວຍບັນດາຂອງຂວັນ ຫຼື ລະບອບນະໂຍບາຍອຸດໜູນເທົ່ານັ້ນ, ແຕ່ຫາກຍັງສະແດງອອກດ້ວຍຄວາມພະຍາຍາມຄົ້ນຫາ, ທ້ອນໂຮມ ແລະ ນຳພານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາພ້ອມກັບຊື່ແລະນາມສະກຸນຂອງຕົນ. ແຕ່ລະຕົວຢ່າງ DNA ທີ່ໄດ້ຮັບການປຽບທຽບສຳເລັດ, ແຕ່ລະສຳນວນເອກະສານທີ່ໄດ້ຮັບການແກ້ໄຂຢ່າງທັນການ ຫຼື ແຕ່ລະນະໂຍບາຍທີ່ໄດ້ຮັບການປັບປຸງໃຫ້ສົມບູນແບບ ລ້ວນແຕ່ປະກອບສ່ວນເສີມຂະຫຍາຍຄຸນສົມບັດສິນທຳ "ກິນນ້ຳຄຶດຫາແຫຼ່ງນ້ຳ" ໃຫ້ຍືນຍົງ, ມຸ່ງໄປສູ່ການສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ ດ້ວຍຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມ.
| “ບັ້ນຮົບ 500 ວັນ ແລະ ຄືນ”: ບໍ່ປ່ອຍໃຫ້ການເສຍສະຫຼະໃດໆ ຖືກຫຼົງລືມ ຍສໝ - ພາຍຫຼັງຜັນຂະຫຍາຍເປັນເວລາຫຼາຍກວ່າສີ່ເດືອນ, "ບັ້ນຮົບ 500 ວັນ ແລະ ຄືນ" ໄດ້ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ແລະ ຕັ້ງໜ້າທີ່ສຸດ ເທົ່າທີ່ເຄີຍມີມາ ພາຍໃນວຽກງານຊອກຫາ, ທ້ອນໂຮມ ແລະ ພິສູດເອກະລັກອັດຖິ ຂອງບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. |
| ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ... |
