| ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ |
![]() |
| ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ກ່າວປາໄສໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ແຕ່ວັນທີ 19-29 ກໍລະກົດ. |
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຮອງປະທານຄະນະກຳມະການປະຊາຊົນ ນະຄອນຮາໂນ້ຍ, ໄຮຟອງ, ເຫວ້, ບັນດາແຂວງ ກວ້າງນິງ ແລະ ນິງບິ່ງ; ເອກອັກຄະລັດຖະທູດຫວຽດນາມ ປະຈຳ UNESCO, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຫົວໜ້າກົມມໍລະດົກວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ບັນດາທ່ານການນຳພະແນກ, ຂະແໜງການທ້ອງຖິ່ນ, ຄະນະຄຸ້ມຄອງເຂດມໍລະດົກໂລກ ນະຄອນ ດານັງ, ກວ້າງຈິ, ຄະນະເລຂາທິການຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ພ້ອມດ້ວຍທີມງານຊ່ຽວຊານຂອງຫວຽດນາມ.
ໃນການກ່າວຄຳປາໄສຢູ່ທີ່ກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ໂງເລວັນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ສູນມໍລະດົກໂລກ ແລະ ບັນດາປະເທດສະມາຊິກ ໃນການຜັນຂະຫຍາຍສົນທິສັນຍາມໍລະດົກໂລກ. ຕໍ່ໜ້າສິ່ງທ້າທາຍທົ່ວໂລກ ເຊັ່ນ: ຂໍ້ຂັດແຍ່ງ, ການປ່ຽນແປງດິນຟ້າອາການ, ໄພທຳມະຊາດ, ການຫຼຸດລົງຂອງຄວາມຫຼາກຫຼາຍທາງຊີວະພາບ ແລະ ການຂະຫຍາຍໂຕຢ່າງວ່ອງໄວຂອງເຕັກໂນໂລຊີ, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມືສາກົນ ເຂົ້າໃນວຽກງານການປົກປັກຮັກສາມໍລະດົກ. ຫວຽດນາມ ຍິນດີຕ້ອນຮັບຈິດໃຈຂອງ ຖະແຫຼງການ ປູຊານ ທີ່ເນັ້ນໜັກເຖິງປັດໄຈ “ການຮ່ວມມື” ຢູ່ພາຍໃນລະບົບມໍລະດົກໂລກ.
![]() |
| ບັນດາຜູ້ແທນຫວຽດນາມ ຢູ່ທີ່ກອງປະຊຸມ. |
ທ່ານຮອງລັດຖະມົນຕີ ໄດ້ສະເໜີ 3 ບຸລິມະສິດ ໂດຍສຸມໃສ່: ການເພີ່ມທະວີການຮ່ວມມືສາກົນ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາປະເທດສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພັດທະນາ; ຊຸກຍູ້ວຽກງານການປົກປັກຮັກສາ ບົນພື້ນຖານວິທະຍາສາດ, ຮັບປະກັນຄວາມກົມກຽວກັນ ລະຫວ່າງການປົກປັກຮັກສາ ແລະ ການພັດທະນາ ໂດຍມີປະຊາຄົມທ້ອງຖິ່ນເປັນສູນກາງ; ເພີ່ມທະວີການປະສານງານ ລະຫວ່າງບັນດາສົນທິສັນຍາ ແລະ ໂຄງການທີ່ກ່ຽວຂ້ອງ, ພ້ອມທັງປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະທານ (AI) ເຂົ້າໃນການປົກປັກຮັກສາມໍລະດົກຢ່າງມີຄວາມຮັບຜິດຊອບ.
ໂດຍຢືນຢັນວ່າ ວັດທະນະທຳ ແລະ ມໍລະດົກ ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ແມ່ນແຫຼ່ງທຶນພາຍໃນ ແລະ ເປັນກຳລັງຂັບເຄື່ອນອັນສຳຄັນ ໃຫ້ແກ່ການພັດທະນາຢ່າງຍືນຍົງ, ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ແຈ້ງໃຫ້ຮູ້ວ່າ ຫວຽດນາມ ຈະເປັນເຈົ້າພາບຈັດ “ການເຈລະຈາ ອາຊີ - ປາຊີຟິກ ກ່ຽວກັບມໍລະດົກ ແລະ ຄວາມທ່ຽງແທ້” ຢູ່ທີ່ນະຄອນຮາໂນ້ຍ ແຕ່ວັນທີ 27 ຫາ 30 ສິງຫາ 2026.
ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກອີກວ່າ, ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮ່ວມມືຢ່າງແໜ້ນແຟ້ນກັບ ສູນມໍລະດົກໂລກ, ICOMOS, IUCN ແລະ ICCROM; ໂດຍຢືນຢັນວ່າ ໂຄງການປົກປັກຮັກສາ ແລະ ບູລະນະເຂດສູນກາງພະລາຊະວັງ ຮ່າງທັງ (Hoàng Thành Thăng Long), ເຊິ່ງເປັນບ່ອນເກັບຮັກສາປະຫວັດສາດຫຼາຍກວ່າ 1.300 ປີ ແລະ ບັນດາຊັ້ນວັດທະນະທຳທີ່ໂດດເດັ່ນ, ແມ່ນຫຼັກຖານຕົວແບບໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນນີ້, ຮັບປະກັນຄວາມທ່ຽງແທ້, ຄວາມສົມບູນແບບ ແລະ ວິທີການປົກປັກຮັກສາ ບົນພື້ນຖານວິທະຍາສາດ.
![]() |
| ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ແຕ່ວັນທີ 19-29 ກໍລະກົດ |
ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ໄດ້ເຂົ້າຮ່ວມໂຄງການ Roadshow ແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະ ໝູ່ບ້ານຫັດຖະກຳເຫວ້ ເຊິ່ງຈັດຂຶ້ນໂດຍ ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ຢູ່ທີ່ ປູຊານ. ໃນການກ່າວປາໄສທີ່ງານ, ທ່ານຮອງລັດຖະມົນຕີ ໂງ ເລ ວັນ ໄດ້ເນັ້ນໜັກວ່າ ການຈັດໂຄງການຢູ່ທີ່ ປູຊານ - ເຈົ້າພາບກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ - ມີຄວາມໝາຍພິເສດ, ບໍ່ພຽງແຕ່ແນະນຳບັນດາຄຸນຄ່າທີ່ໂດດເດັ່ນຂອງເມືອງເກົ່າເຫວ້ເທົ່ານັ້ນ ແຕ່ຍັງຢືນຢັນບົດບາດຂອງວັດທະນະທຳ, ມໍລະດົກ ເຊິ່ງເປັນຄືນ້ຳແຈ່ງເຊື່ອມໂຍງບັນດາປະຊາຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ເກົາຫຼີ ເລິກເຊິ່ງຍິ່ງໆຂຶ້ນ. ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ງານໃນຄັ້ງນີ້ຈະເປີດການເຊື່ອມໂຍງໃໝ່ໆ ເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກ, ການພັດທະນາການທ່ອງທ່ຽວ, ອຸດສາຫະກຳວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
![]() |
| ທ່ານຮອງລັດຖະມົນຕີ ໂງເລວັນ ກ່າວປາໄສໃນງານ Roadshow ແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະ ໝູ່ບ້ານຫັດຖະກຳເຫວ້ |
ກ່າວຄຳປາໄສໃນງານ, ການນຳຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ແນະນຳວ່າ ເຫວ້ ແມ່ນນະຄອນທີ່ຄອບຄອງ 8 ນາມມະຍົດ ທີ່ໄດ້ຮັບການຮັບຮອງຈາກ UNESCO, ພວມກຳນົດຕຳແໜ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ, ການພັກຜ່ອນທີ່ມີຄຸນນະພາບສູງ ແລະ ເສດຖະກິດໝູນວຽນ. ນະຄອນ ມີຄວາມມຸ່ງມາດປາດຖະໜາ ຢາກຍູ້ຮ່ວມການຮ່ວມມືສະເພາະຕົວຈິງ ກັບບັນດາສາຍການບິນ, ວິສາຫະກິດທ່ອງທ່ຽວ ແລະ ນັກລົງທຶນເກົາຫຼີ, ພ້ອມທັງກຳນົດສ້າງສະພາບແວດລ້ອມການລົງທຶນທີ່ໂປ່ງໃສ, ສະດວກສະບາຍໃຫ້ແກ່ຄູ່ຮ່ວມມືເກົາຫຼີ.
![]() |
| ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. |
ຢູ່ທີ່ງານ Roadshow, ໄດ້ມີຫຼາຍກິດຈະກຳຈັດສະແດງ, ສາທິດໝູ່ບ້ານຫັດຖະກຳປະເພນີ, ແນະນຳອາຫານເຫວ້, ການສະແດງດົນຕີພະລາຊະວັງ ແລະ ການເຊື່ອມໂຍງວິສາຫະກິດ ລະຫວ່າງ ເຫວ້ ກັບ ບັນດາຄູ່ຮ່ວມມືເກົາຫຼີ ໃນຂົງເຂດການທ່ອງທ່ຽວ, ສາຍການບິນ, ອຸດສາຫະກຳວັດທະນະທຳ ແລະ ການລົງທຶນ.
ແທັງຮັ່ງ




