ນັກທ່ອງທ່ຽວສັງກາດ ສ.ເກົາຫຼີ ນັບມື້ນັບນິຍົມຊົມຊອບຈຸດໝາຍປາຍທາງ ຫວຽດນາມ

00:42 | 21/07/2026

ຍສໝ - ຫວຽດນາມ ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ດ້ວຍທ່າແຮງທາງດ້ານໄລຍະທາງພູມສາດ, ຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ແລະ ລະບົບເສັ້ນທາງບິນທີ່ນັບມື້ນັບໄດ້ຮັບການຂະຫຍາຍກວ້າງອອກ.

ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ນັກທ່ອງທ່ຽວສັງກາດ ສ.ເກົາຫຼີ ນັບມື້ນັບນິຍົມຊົມຊອບຈຸດໝາຍປາຍທາງ ຫວຽດນາມ
ນັກທ່ອງທ່ຽວ ສ.ເກົາຫຼີ ເຂົ້າຢ້ຽມຊົມຂົວຄຳ (ດານັງ).

ຕາມຕົວເລກສະຖິຕິຂອງ ອົງການທ່ອງທ່ຽວ ສ.ເກົາຫຼີ (KTO), ມີພົນລະເມືອງ ສ.ເກົາຫຼີ ປະມານ 2,34 ລ້ານຄົນ ໄດ້ເດີນທາງອອກນອກປະເທດເພື່ອໄປທ່ອງທ່ຽວໃນເດືອນພຶດສະພາປີນີ້, ເພີ່ມຂຶ້ນ 2,4% ເມື່ອສົມທຽບໃສ່ກັບເດືອນກ່ອນໜ້ານັ້ນ. ນີ້ແມ່ນຄັ້ງທຳອິດທີ່ຈຳນວນນັກທ່ອງທ່ຽວເດີນທາງໄປຕ່າງປະເທດໄດ້ເພີ່ມຂຶ້ນຄືນໃໝ່ ນັບຕັ້ງແຕ່ຕົ້ນປີເປັນຕົ້ນມາ.

ປະເທດຍີ່ປຸ່ນ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກຊາວ ສ.ເກົາຫຼີ, ໂດຍມີນັກທ່ອງທ່ຽວເດີນທາງໄປປະມານ 951.000 ເທື່ອຄົນໃນເດືອນພຶດສະພາ, ກວມເອົາ 40,6% ຂອງຈຳນວນນັກທ່ອງທ່ຽວທີ່ເດີນທາງອອກນອກປະເທດທັງໝົດ. ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ຢູ່ນຳໜ້າເປັນອັນດັບທີສອງ ດ້ວຍຈຳນວນນັກທ່ອງທ່ຽວປະມານ 278.000 ເທື່ອຄົນ, ຖັດມາແມ່ນ ອາເມລິກາ, ໄຕ້ຫວັນ (ຈີນ), ໄທ, ຟີລິບປິນ ແລະ ຮົງກົງ (ຈີນ).

ວົງການນັກວິເຄາະ ສ.ເກົາຫຼີ ຕີລາຄາວ່າ ເຖິງແມ່ນວ່າຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄວາມຜັນຜວນຂອງອັດຕາແລກປ່ຽນເງິນຕາ ຍັງຄົງແມ່ນບັນດາປັດໄຈທີ່ມີຜົນກະທົບຕໍ່ການຕັດສິນໃຈໄປທ່ອງທ່ຽວຂອງປະຊາຊົນກໍຕາມ, ແຕ່ຄວາມຕ້ອງການໄປທ່ອງທ່ຽວສາກົນຂອງຊາວ ສ.ເກົາຫຼີ ແມ່ນຍັງຄົງຮັກສາໄວ້ຢູ່ໃນລະດັບສູງ. ດ້ວຍທ່າແຮງທາງດ້ານໄລຍະທາງພູມສາດ, ຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ແລະ ລະບົບເສັ້ນທາງບິນທີ່ນັບມື້ນັບໄດ້ຮັບການຂະຫຍາຍກວ້າງອອກ, ຫວຽດນາມ ໄດ້ຖືກຄາດຄະເນວ່າ ຈະສືບຕໍ່ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆ ຂອງນັກທ່ອງທ່ຽວ ສ.ເກົາຫຼີ ໃນຕໍ່ໜ້າ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ