| ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch ໄດ້ຮັບຫຼຽນໄຊມິດຕະພາບ ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າສາກົນ ໃຫ້ແກ່ສິນຄ້າຫວຽດນາມ |
ຢູ່ທີ່ວາລະເຮັດວຽກດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ Mariano Assanami Sabino Lopes ໃຫ້ຮູ້ວ່າ ການຜະລິດພາຍໃນປະເທດ ປະຈຸບັນແມ່ນພຽງແຕ່ ປະຕິບັດຕາມຄວາມຕ້ອງການສະບຽງອາຫານຂອງ ຕິມໍແລັດສະເຕ ໄດ້ປະມານ 40% ເທົ່ານັ້ນ. ພາຍໃນບໍລິບົດດັ່ງກ່າວ, ການຍົກສູງຄວາມສາມາດໃນການຜະລິດ ໄດ້ຮັບການກຳນົດວ່າແມ່ນໜ້າທີ່ອັນສຳຄັນ, ບໍ່ພຽງແຕ່ຊ່ວຍເພີ່ມຄວາມສາມາດໃນການກຸ້ມຕົນເອງດ້ານສະບຽງອາຫານເທົ່ານັ້ນ ແຕ່ຍັງປະກອບສ່ວນປັບປຸງໂພຊະນາການ, ຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ຮັບປະກັນແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ບັນດາຄົວເຮືອນຢູ່ເຂດຊົນນະບົດ.
ແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມື ລະຫວ່າງ ສອງປະເທດ, ທ່ານ ອຸປະທູດ ຟ່າມບິ່ງດາມ ຖືວ່າ ຫວຽດນາມ ແລະ ຕິມໍແລັດສະເຕ ສາມາດເສີມຂະຫຍາຍຈຸດແຂ່ງຕາມທິດທາງປັບປຸງ/ປົກປ້ອງຊ່ວຍເຫຼືອເຊິ່ງກັນແລະກັນ. ເບື້ອງຕົ້ນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນສະໜອງແຫຼ່ງເຂົ້າສານທີ່ໝັ້ນຄົງ, ຮັບປະກັນຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ຕິມໍແລັດສະເຕ, ໂດຍຜ່ານນັ້ນ ຮັກສາບົດບາດຂອງມັດສິນຄ້ານີ້ ພາຍໃນການແລກປ່ຽນການຄ້າສອງຝ່າຍ.
ກ່ຽວກັບໄລຍະຍາວ, ການຮ່ວມມືສາມາດຂະຫຍາຍຕົວເທື່ອລະກ້າວ ນັບຕັ້ງແຕ່ການແລກປ່ຽນການຄ້າ ຮອດການໜູນຊ່ວຍ ຕິມໍແລັດສະເຕ ຍົກສູງຄວາມສາມາດໃນການຜະລິດຢູ່ກັບທີ່. ດ້ວຍບົດຮຽນພາຍໃນການພັດທະນາການເກສັດ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບພັນພືດ, ເຕັກນິກການປູກຝັງ, ຊົນລະປະທານ, ການຫັນເປັນກົນຈັກ, ການຮັກສາຫຼັງການເກັບກ່ຽວ ກໍຄືການສ້າງສາຍໂສ້ຄຸນຄ່າຜົນຜະລິດກະສິກຳ.
ອີກຂົງເຂດໜຶ່ງທີ່ສອງຝ່າຍໄດ້ສະຫງວນເວລາຫຼາຍພໍສົມຄວນໃນການແລກປ່ຽນ ແມ່ນການພັດທະນາເສດຖະກິດທະເລ ແລະ ການປະມົງ. ຕາມທ່ານ ຮອງນາຍົກລັດຖະມົນຕີ Mariano Assanami Sabino Lopes ແລ້ວ, ຕິມໍແລັດສະເຕ ມມີເຂດທະເລທີ່ມີເນື້ອທີ່ໃຫຍ່ກວ່າເນື້ອທີ່ດິນເລກ 4 ເທົ່າ, ດ້ວຍແຫຼ່ງຊັບພະຍາກອນສັດນ້ຳອັນອຸດົມສົມບູນ. ແນວໃດກໍຕາມ, ຄວາມສາມາດໃນການຂຸດຄົ້ນ, ຮັກສາ ແລະ ແປຮູບພາຍໃນປະເທດ ແມ່ນຍັງມີຂໍ້ຈຳກັດ, ເຮັດໃຫ້ການປະກອບສ່ວນຂອງຂະແໜງການປະມົງ ຕໍ່ກັບເສດຖະກິດທີ່ບໍ່ແມ່ນນ້ຳມັນມົນ ຍັງບໍ່ທັນສົມຄູ່ກັບທ່າແຮງເທື່ອ.
ຕິມໍແລັດສະເຕ ມີຄວາມມຸ່ງຫວັງຢາກເພີ່ມທະວີການແລກປ່ຽນບົດຮຽນກັບ ຫວຽດນາມ ພາຍໃນການຂຸດຄົ້ນ, ການລ້ຽງ ແລະ ການແປຮູບສັດນ້ຳ. ເບື້ອງຕົ້ນ, ການພັດທະນາຂົງເຂດນີ້ ໄດ້ຮັບການຄາດຫວັງວ່າຈະປະກອບສ່ວນປັບປຸງແຫຼ່ງສະໜອງອາຫານ, ສ້າງວຽກເຮັດງານທຳ ແລະ ການດຳລົງຊີວິດເພີ່ມຕື່ມໃຫ້ແກ່ປະຊາຊົນເຂດຊາຍຝັ່ງທະເລ; ເທື່ອລະກ້າວມຸ່ງໄປສູ່ການຂະຫຍາຍການເຄື່ອນໄຫວການຄ້າ ແລະ ການສົ່ງອອກ.
![]() |
| ທ່ານ ຟ່າມບິ່ງດາມ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕິມໍແລັດສະເຕ (ເບື້ອງຊ້າຍ) ແລະ ທ່ານ Mariano Assanami Sabino ຮອງນາຍົກລັດຖະມົນຕີ ຕິມໍແລັດສະເຕ. |
ທ່ານ ອຸປະທູດ ຟ່າມບິ່ງດາມ ຕີຄ່າວ່າ ຄວາມສາມາດຂອງບັນດາວິສາຫະກິດຫວຽດນາມ ພາຍໃນບາງຂົງເຂດ ສາມາດປະຕິບັດຕາມຄວາມຕ້ອງການພັດທະນາຂະແໜງການປະມົງຂອງ ຕິມໍແລັດສະເຕ, ນັບຕັ້ງແຕ່ການຕໍ່ເຮືອ, ການຖ່າຍທອດເຕັກນິກການຂຸດຄົ້ນ ແລະ ການລ້ຽງສັດນ້ຳ ຮອດການລົງທຶນລະບົບຮັກສາ, ໂຮງເຢັນ ແລະ ພື້ນຖານການແປຮູບ.
ບົນພື້ນຖານດັ່ງກ່າວ, ວິສາຫະກິດຂອງສອງປະເທດ ສາມາດຄົ້ນຄວ້າຜັນຂະຫຍາຍບັນດາຮູບແບບການຮ່ວມມືຜະລິດ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຢູ່ທີ່ ຕິມໍແລັດສະເຕ. ຂະບວນການລົງທຶນ ຈຳເປັນຕ້ອງຕິດພັນກັບການຮັບສະໝັກ ແລະ ຝຶກອົບຮົມແຮງງານປະເທດເຈົ້າພາບ, ທັງຖ່າຍທອດເຕັກນິກເທື່ອລະກ້າວ ເພື່ອໃຫ້ປະຊາຊົນທ້ອງຖິ່ນສາມາດເຂົ້າຮ່ວມໂດຍກົງ ແລະ ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການ.
ຄຽງຂ້າງແຫຼ່ງທຶນ ແລະ ເຕັກນິກແລ້ວ, ສອງຝ່າຍໄດ້ກຳນົດວ່າ ຄຸນນະພາບແຫຼ່ງທຶນມະນຸດ ແມ່ນໜຶ່ງໃນບັນດາປັດໄຈອັນສຳຄັນ ເພື່ອໃຫ້ບັນດາໂຄງການຮ່ວມມືດຳເນີນງານຢ່າງມີປະສິດທິຜົນ ແລະ ມີຄວາມສາມາດຂະຫຍາຍຕົວ. ທ່ານ ຮອງນາຍົກລັດຖະມົນຕີ Mariano Assanami Sabino Lopes ໃຫ້ຮູ້ວ່າ ຕິມໍແລັດສະເຕ ມີກຳລັງແຮງງານໜຸ່ມຢ່າງອຸດົມສົມບູນ, ແຕ່ທັກສະວິຊາສະເພາະ ແມ່ນຍັງມີຂໍ້ຈຳກັດຢູ່.
ທ່ານ ອຸປະທູດ ຟ່າມບິ່ງດ່າມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະສານງານກັບ ຕິມໍແລັດສະເຕ ພາຍໃນການຝຶກອົບຮົມວິຊາຊີບ ແລະ ຍົກສູງຄວາມສາມາດໃຫ້ແກ່ຜູ້ອອກແຮງງານ. ນີ້ກໍແມ່ນໜຶ່ງໃນບັນດາທິດທາງຫັນບັນດາຂໍ້ຕົກລົງການຮ່ວມມືການສຶກສາ ທີ່ສອງປະເທດໄດ້ລົງນາມ ພາຍໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ນາຍົກລັດຖະມົນຕີ ຕິມໍແລັດສະເຕ Kay Rala Xanana Gusmão ໃນເດືອນມິຖຸນາ ປີ 2026 ໃຫ້ປະກົດເປັນຈິງ.
ເມື່ອສິ້ນສຸດວາລະເຮັດວຽກ, ສອງຝ່າຍໄດ້ເຫັນດີສືບຕໍ່ຮັກສາການແລກປ່ຽນ ແລະ ກຳນົດບັນດາຂົງເຂດບຸລິມະສິດໂດຍໄວ ເພື່ອຫັນໃຫ້ເປັນບັນດາໂຄງການ, ໂຄງການຮ່ວມມື. ຕາມນັ້ນແລ້ວ, ການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຈະໄດ້ຮັບການຕິດພັນກັບການພັດທະນາຊົນນະບົດ, ຂະຫຍາຍການດຳລົງຊີວິດ, ສ້າງວຽກເຮັດງານທຳ ແລະ ຍົກສູງຄຸນນະພາບແຫຼ່ງທຶນມະນຸດ, ປະກອບສ່ວນໜູນຊ່ວຍເປົ້າໝາຍການພັດທະນາຢ່າງໝັ້ນຄົງ ແລະ ຍາວນານຂອງ ຕິມໍແລັດສະເຕ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ. |
ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ. |
ມິງດຶກ
