| VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ |
ກອງປະຊຸມ ໂດຍທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ດຳເນີນເປັນປະທານຮ່ວມ. ເຫດການໄດ້ຈັດຕັ້ງຂຶ້ນ ພາຍໃນກອບ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໂດຍມີການເຂົ້າຮ່ວມຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງ ຈາກບັນດາປະເທດ ແມ່ນ້ຳຂອງ ແລະ ຍີ່ປຸ່ນ.
ຕາມເວັບໄຊຂໍ້ມູນຂ່າວສານເອເລັກໂຕຣນິກ ກະຊວງການຕ່າງປະເທດ, ກ່າວຄຳເຫັນໄຂກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດ ສອງທ່ານ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ: ບົດບາດອັນສຳຄັນ: ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຫຼັງຈາກເກືອບສອງທົດສະວັດ ໄດ້ກາຍເປັນກົນໄກອັນສຳຄັນ ຊຸກຍູ້ການເຊື່ອມໂຍງ, ການພັດທະນາຢ່າງຍືນຍົງ ແລະ ການຮັບມືກັບບັນດາສິ່ງທ້າທາຍຂ້າມຊາຍແດນ ຢູ່ທີ່ເຂດອ່າງນ້ຳ. ສ້າງສັນຄວາມສະຫງົບ: ພ້ອມດຽວກັນນັ້ນ, ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ພ້ອມກັບບັນດາກົນໄກທີ່ດຳເນີນໂດຍ ອາຊຽນ ໄດ້ຮ່ວມກັນສ້າງສັນເຂດ ອາຊີ - ໄທປິ່ງຝອງ (Asia-Pacific) ແລະ ອິນເດຍຢາ - ໄທປິ່ງຝອງ (Indo-Pacific) ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມເຂັ້ມແຂງ ແລະ ການພັດທະນາ. ລັດຖະມົນຕີ ສອງທ່ານ ເນັ້ນໜັກວ່າ ພາຍໃນບໍລິບົດທີ່ພູມິພາກ ພວມປະເຊີນໜ້າກັບຄວາມຜັນແປຢ່າງຫຼວງຫຼາຍ, ໂອກາດການຮ່ວມມືໃໝ່ ໄດ້ສັບປ່ຽນກັບບັນດາສິ່ງທ້າທາຍ, ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຈຳເປັນຕ້ອງສືບຕໍ່ປັບປຸງປ່ຽນແປງໃໝ່ ເພື່ອດັດປັບໂຕໃຫ້ເໝາະສົມກັບສະພາບການ, ຕອບສະໜອງໄດ້ດີກວ່າເກົ່າ ຕໍ່ຄວາມຕ້ອງການຂະຫຍາຍຂອບເຂດການພັດທະນາ ຂອງບັນດາປະເທດ ແມ່ນ້ຳຂອງ ແລະ ຍີ່ປຸ່ນ.
![]() |
| ຫວຽດນາມ ດຳເນີນເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17. |
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ໄດ້ເນັ້ນໜັກວ່າ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຈຳເປັນຕ້ອງສືບຕໍ່ດັດປັບໂຕ, ປັບປຸງປ່ຽນແປງໃໝ່ ແລະ ນຳເອົາບັນດາຜົນປະໂຫຍດທີ່ແທດຕົວຈິງກວ່າເກົ່າ ມາໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທ່ານ ລັດຖະມົນຕີ ສະເໜີວ່າ ເພື່ອໃຫ້ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍປະສິດທິຜົນ, ຈຳເປັນຕ້ອງເອົາຈິດໃຈ “ຮ່ວມກັນສ້າງສັນ” ເປັນທິດທາງຕະຫຼອດຮອດ. ຕາມນັ້ນແລ້ວ, ບັນດາປະເທດ ແມ່ນ້ຳຂອງ ແລະ ຍີ່ປຸ່ນ ຈະຮ່ວມກັນກຳນົດບຸລິມະສິດ, ສ້າງສັນຂໍ້ລິເລີ່ມ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມື ໂດຍອີງໃສ່ພື້ນຖານຄວາມຕ້ອງການ ແລະ ຜົນປະໂຫຍດຮ່ວມກັນ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະເໜີໃຫ້ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ພາຍໃນໄລຍະຈະມາເຖິງ ສຸມໃສ່ 5 ຂົງເຂດບຸລິມະສິດ ລວມມີ: ເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ; ຊຸກຍູ້ຫ່ວງໂສ້ການສະໜອງທີ່ມີຄວາມເຂັ້ມແຂງ/ຕ້ານທານໄດ້ດີ; ເລັ່ງການຫັນເປັນດິຈິທັອນ ຕິດພັນກັບການພັດທະນາແຫຼ່ງທຶນມະນຸດດິຈິທັອນ; ຍົກສູງຂີດຄວາມສາມາດຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມສາມາດຮັບມືກັບການປ່ຽນແປງສະພາບພູມອາກາດ; ຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບຄວາມໝັ້ນຄົງທາງໄຊເບີ ແລະ ການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.
ທ່ານ ລັດຖະມົນຕີ ກໍໄດ້ຢັ້ງຢືນເຖິງບົດບາດອັນຈຳເປັນ ຂອງຂະແໜງການເອກະຊົນ ພາຍໃນການລະດົມແຫຼ່ງທຶນ ເພື່ອຊຸກຍູ້ນວັດຕະກຳ, ປະກອບສ່ວນເຂົ້າໃນການພັດທະນາຢ່າງໄວວາ ແລະ ຍືນຍົງ. ບັນດາປະເທດສະມາຊິກ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການສ້າງຕັ້ງເວທີນຶ່ງ ເພື່ອໃຫ້ວິສາຫະກິດ ຍີ່ປຸ່ນ ແລະ ບັນດາປະເທດ ແມ່ນ້ຳຂອງ ເຊື່ອມໂຍງ, ເພີ່ມທະວີການເຈລະຈາ ແລະ ການເປັນຄູ່ຮ່ວມມືປະຊາຊົນ - ເອກະຊົນ (PPP), ຊຸກຍູ້ບັນດາໂອກາດດ້ານການຄ້າ ແລະ ການລົງທຶນ.
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ຢັ້ງຢືນວ່າ ຍີ່ປຸ່ນ ສືບຕໍ່ໃຫ້ຄວາມສຳຄັນຕໍ່ສາຍພົວພັນຄູ່ຮ່ວມມືກັບ ເຂດອ່າງນ້ຳແມ່ໂຄງ, ຮ່ວມກັບບັນດາປະເທດ ແມ່ນ້ຳຂອງ ຮ່ວມກັນສ້າງສັນອະນາຄົດທີ່ຍືນຍົງ, ເຂັ້ມແຂງ ແລະ ມັ່ງຄັ່ງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງແທດຕົວຈິງ, ໂດຍສະເພາະແມ່ນ ພາຍໃນການຄຸ້ມຄອງແຫຼ່ງນ້ຳ, ການປົກປັກຮັກສາສະພາບແວດລ້ອມ, ການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ການຫັນເປັນດິຈິທັອນ, ຄວາມໝັ້ນຄົງທາງໄຊເບີ, ການເຊື່ອມໂຍງພື້ນຖານໂຄງລ່າງ ແລະ ການສ້າງຄວາມສະດວກດ້ານການຄ້າ.
ທ່ານ Motegi Toshimitsu ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການປະສານງານ ລະຫວ່າງ ບັນດາອົງການການທູດ ແລະ ອົງການຈັດຕັ້ງປະຕິບັດກົດໝາຍ ແນໃສ່ຮັບມືຢ່າງມີປະສິດທິຜົນ ຕໍ່ກັບອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ, ໂດຍສະເພາະແມ່ນອາດຊະຍາກຳທາງໄຊເບີ.
ຢູ່ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະພາບ ສືບຕໍ່ຜັນຂະຫຍາຍ ຍຸດທະສາດການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ 2024 ຢ່າງມີປະສິດທິຜົນ, ເພີ່ມທະວີລັກສະນະປັບປຸງເສີມຊ່ວຍ ລະຫວ່າງ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ພ້ອມກັບ ອາຊຽນ (ASEAN) ແລະ ບັນດາກອບການຮ່ວມມືເຂດອ່າງນ້ຳແມ່ໂຄງອື່ນໆ, ໂດຍຜ່ານນັ້ນ ເສີມຂະຫຍາຍປະສິດທິຜົນແຫຼ່ງທຶນ ແລະ ຍົກສູງຂີດຄວາມສາມາດດັດປັບໂຕ, ຄວາມເຂັ້ມແຂງຂອງເຂດອ່າງນ້ຳ. ບັນດາລັດຖະມົນຕີ ເຫັນດີປະສານງານຢ່າງແໜ້ນແຟ້ນ ກະກຽມໃຫ້ແກ່ ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 13 ແນໃສ່ກຳນົດທິດທາງການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ພາຍໃນໄລຍະການພັດທະນາໃໝ່.
ກອງປະຊຸມ ໄດ້ອອກ ຖະແຫຼງການປະທານຮ່ວມ, ຢັ້ງຢືນຄຳມັ້ນສັນຍາສ້າງແຮງຍູ້ໃໝ່ ໃຫ້ແກ່ສາຍພົວພັນຄູ່ຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ ແມ່ນ້ຳຂອງ, ນຳເອົາຜົນງານຢ່າງແທດຕົວຈິງມາໃຫ້.
ພາຍໃນປີ 2026, ຫວຽດນາມ ສືບຕໍ່ຮັບອາສາສະໝັກຮັບບົດບາດເປັນປະທານຮ່ວມ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ເປັນປີທີສອງຕິດຕໍ່ກັນ.
ຍສໝ - ຢູ່ທີ່ສູນກິລາ ຊານເຄ (Sankei), ນະຄອນ ໄຊຕາມະ (Saitama), ແຂວງ ໄຊຕາມະ (ປະເທດຍີ່ປຸ່ນ), ການແຂ່ງຂັນບານເຕະເພື່ອການກຸສົນ FAVIJA Charity Cup ຄັ້ງທີ 4 ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດ, ເຊິ່ງໄດ້ເຜີຍແຜ່ນ້ຳໃຈກິລາ, ຄວາມສາມັກຄີ ແລະ ການແບ່ງປັນເພື່ອປະຊາຄົມ. |
ຍສໝ - ທ່ານ Koizumi Shinjiro, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານພົນເອກ ຟານວັນຢາງ ແມ່ນຂີດໝາຍການຢ້ຽມຢາມ ຍີ່ປຸ່ນ ຄັ້ງທຳອິດ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພາຍຫຼັງໄລຍະເວລາ 5 ປີ. |
ມິງດຶກ
