| Tzu Chi ມອບທຶນການສຶກສາ 700 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາ ຜູ້ທີ່ຫຍຸ້ງຍາກຢູ່ ຫາຍຟອງ ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ |
ຜົນໄດ້ຮັບດັ່ງກ່າວ ຫາກໍ່ໄດ້ຮັບການປະກາດໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງໜ້າທີ່ 6 ເດືອນທ້າຍປີ 2026 ຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໄຮຟອງ.
![]() |
| ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງໜ້າທີ່ 6 ເດືອນທ້າຍປີ 2026 ຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ. |
ຕາມຂໍ້ມູນຈາກ ເວັບໄຊທາງການຂອງນະຄອນ ໄຮຟອງ, ແຫຼ່ງທຶນຊ່ວຍເຫຼືອທີ່ລະດົມໄດ້ນັ້ນ ໄດ້ປະກອບສ່ວນເພີ່ມແຫຼ່ງທຶນສາກົນ ເພື່ອຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍການພັດທະນາຂອງນະຄອນ. ຄຽງຄູ່ກັນນັ້ນ, ບັນດາກິດຈະກຳສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ຍືດຍຸ່ນ; ວຽກງານຂໍ້ມູນຂ່າວສານການຕ່າງປະເທດ ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ບົນພື້ນຖານໂຄງຮ່າງດິຈິຕອນ.
ພາຍຫຼັງ 1 ປີ ແຫ່ງການໂຮມເຂົ້າກັນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໄຮຟອງ ໄດ້ມີຄວາມສະຫງົບທາງດ້ານການຈັດຕັ້ງ, ປັບປຸງບູລະນະຄະນະພະນັກງານວິຊາສະເພາະ ຕາມທິດກະທັດຮັດ ແລະ ກໍ່ສ້າງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສະມາຊິກໃຫ້ເຂັ້ມແຂງເທື່ອລະກ້າວ. ແນວໃດກໍ່ຕາມ, ຄຸນນະພາບການເຄື່ອນໄຫວຢູ່ຮາກຖານ, ການຫັນເຍົາວະຊົນເປັນສະມາຊິກ ແລະ ການຂະຫຍາຍເຄືອຂ່າຍສາຂາສະມາຄົມ ຍັງແມ່ນບັນຫາທີ່ຕ້ອງສືບຕໍ່ສຸມໃສ່ໃນໄລຍະຕໍ່ໜ້າ.
ໃນ 6 ເດືອນທ້າຍປີ 2026, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໄຮຟອງ ໄດ້ກຳນົດວ່າ ຈະເພີ່ມທະວີການລະດົມບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ, ຕິດພັນການຮັບ ແລະ ນຳໃຊ້ທຶນຊ່ວຍເຫຼືອ ເຂົ້າກັບເປົ້າໝາຍການພັດທະນາ ກໍ່ຄືຄວາມຕ້ອງການທາງດ້ານການເມືອງ, ການຕ່າງປະເທດຂອງນະຄອນ.
ບັນດາຂົງເຂດທີ່ໄດ້ຮັບບຸລິມະສິດ ລວມມີ: ການຮັບມືກັບການປ່ຽນແປງດິນຟ້າອາການ, ການພັດທະນາການລ້ຽງຊີບຢ່າງຍືນຍົງ, ການສຶກສາ, ສາທາລະນະສຸກ ແລະ ການຫັນເປັນດິຈິຕອນ. ນີ້ແມ່ນບັນດາຂົງເຂດທີ່ຕິດພັນໂດຍຕົ່ງກັບຊີວິດການເປັນຢູ່ຂອງປະຊາຊົນ, ທັງມີຄວາມຕ້ອງການລະດົມແຫຼ່ງທຶນ, ບົດຮຽນປະສົບການ ແລະ ວິທີການແກ້ໄຂຈາກສາກົນ.
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໄຮຟອງ ຍັງຈະຫັນເນື້ອໃນ, ຮູບແບບການແລກປ່ຽນລະຫວ່າງປະຊາຊົນໃຫ້ມີຄວາມຫຼາກຫຼາຍ; ຍົກສູງຄຸນນະພາບຂໍ້ມູນຂ່າວສານການຕ່າງປະເທດ; ປັບປຸງຖານຂໍ້ມູນຄູ່ຮ່ວມມືສາກົນ; ເພີ່ມທະວີການເຊື່ອມຕໍ່ກັບຊາວໄຮຟອງຢູ່ຕ່າງປະເທດ ແລະ ເສີມຂະຫຍາຍແຫຼ່ງທຶນຂອງຊາວຫວຽດນາມຢູ່ຕ່າງປະເທດ (ກ່ຽວບາວ).
ຄຽງຄູ່ກັບການຈັດຕັ້ງ, ໂຮມບັນດາອົງການຈັດຕັ້ງສະມາຊິກໃຫ້ຮຽບຮ້ອຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໄຮຟອງ ຈະຍູ້ຮ່າງການຫັນເປັນດິຈິຕອນ ແລະ ນຳໃຊ້ຄຳໂລກ “6 ຈະແຈ້ງ” ໃນການມອບໝາຍໜ້າທີ່, ລວມມີ: ຈະແຈ້ງຄົນ, ຈະແຈ້ງວຽກ, ຈະແຈ້ງເວລາ, ຈະແຈ້ງຄວາມຮັບຜິດຊອບ, ຈະແຈ້ງຜະລິດຕະພັນ ແລະ ຈະແຈ້ງຂອບເຂດສິດທຳອຳນາດ.
ແທັງຮັ່ງ
