ຍສໝ - ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ທີ່ ກົວລາລຳເປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການປະສານງານລະຫວ່າງຫວຽດນາມ ແລະ ບັນດາປະເທດເພື່ອນບ້ານໃນການຄຸ້ມຄອງການປະມົງ ແລະ ປ້ອງກັນການຂຸດຄົ້ນຊັບສິນທະເລທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ຕາມກຳນົດ(IUU), ໂດຍຖືວ່ານີ້ແມ່ນໜ້າທີ່ພາກພື້ນເພື່ອມຸ່ງໄປເຖິງການພັດທະນາການປະມົງແບບຍືນຍົງ ແລະ ການຍົກເລີກ “ບັດເຫຼືອງ” ຂອງ EC ສຳລັບອາຫານທະເລຫວຽດນາມໂດຍໄວ.
ຍສໝ - ສວນມໍລະດົກອາຊຽນໃໝ່ 3 ແຫ່ງຂອງຫວຽດນາມ ແມ່ນພົ້ນເດັ່ນດ້ວຍຄວາມຫຼາກຫຼາຍດ້ານນິເວດ, ວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ທິວທັດທຳມະຊາດທີ່ປະຖົມປະຖານ.
ຍສໝ - ຖະແຫຼງການ Kuala Lumpur ກ່ຽວກັບການນຳໃຊ້ເຄືອຂ່າຍສັງຄົມທີ່ມີຄວາມຮັບຜິດຊອບກວ່າ ຄາດວ່າຈະແມ່ນໜຶ່ງໃນເອກະສານສຳຄັນທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ຈະມາເຖິງ.
ຍສໝ - ພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ”
ຍສໝ - ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນວ່າ ດ້ວຍການໜູນຊ່ວຍ ແລະ ສົມທົບກັນຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມື ອາຊຽນ - ນູແວນເຊລັງ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຂຶ້ນສູ່ລະດັບສູງໃໝ່ ແລະ ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 2 ຝ່າຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ.
ຍສໝ - ໂດຍປະເຊີນໜ້າກັບນະໂຍບາຍອັດຕາພາສີຂອງອາເມລິກາ, ອາຊຽນໄດ້ເລືອກເຟັ້ນເອົາວິທີທີ່ຄ່ອງຕົວ, ສົມທົບກັນລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່ເຈລະຈາທີ່ສະເພາະຂອງແຕ່ລະປະເທດສະມາຊິກ. ຕາມບັນດານັກຊ່ຽວຊານສາກົນແລ້ວ, ນີ້ແມ່ນວິທີແກ້ໄຂທີ່ແທດຈິງທີ່ທັງສອງຝ່າຍໄດ້ຊ່ວຍໃຫ້ພາກພື້ນຮັກສາຊ່ອງທາງການເຈລະຈາ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດໃນສະພາບການເພີ່ມທະວີການແຂ່ງຂັນຍຸດທະສາດ ແລະ ລັດທິປົກປ້ອງການຄ້າທົ່ວໂລກ.
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ.
ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ເພື່ອໃຫ້ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນໂລກຕ້ອງມີຄວາມສາມັກຄີ, ຈິນຕະນາການບຸກທະລຸ, ຍຸດທະສາດຢ່າງແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ການກະທຳທີ່ຂ້ຽວຂາດ.
ຍສໝ - ໃນລະຫວ່າງວັນທີ 25-28 ກຸມພາ, ທ່ານ ນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2.
ຍສໝ - ວັນທີ 18 ກຸມພາ 2025, ກົງສຸນໃຫຍ່ບັນດາປະເທດອາຊຽນ ປະຈຳ ກວາງໂຈ່ ໄດ້ສົມທົບຈັດຕັ້ງການພົບປະກັບກົງສຸນຄະນະ ແລະ ການນຳຂອງກົມການພົວພັນຕ່າງປະເທດ ແຂວງ ກວາງຕຸ້ງ ເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບປະຊາຄົມ ອາຊຽນ ກໍ່ຄືຫົວຂໍ້ບຸລິມະສິດໃນປີ 2025 ໂດຍມາເລເຊຍ ເປັນປະທານ.
ຍສໝ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.
ຍສໝ - ຕອນເຊົ້າວັນທີ 8 ມັງກອນ ປີ 2025, ກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈຳ ຮ່າໂນ້ຍ (AWCH) ໄດ້ຈັດຕັ້ງການພົບປະອັນສະຫນິດສະຫນົມເນື່ອງໃນໂອກາດປີໃໝ່ 2025.
ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ 2025, ຈາກແຕ່ 4,0% ໃນ ປີ 2023.
ຍສໝ - ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກຳລັງພ້ອມກັບບັນດາປະເທດຄູ່ຮ່ວມມືເພື່ອສ້າງບັນດາບາດກ້າວພັດທະນາທີ່ສຳຄັນຂອງພາກພື້ນເວົ້າສະເພາະ ແລະໃນໂລກເວົ້າລວມ. ພິເສດ, ບົດບາດໃຈກາງຂອງ ອາຊຽນ ຍາມໃດກໍ່ໄດ້ຮັບການຖືເປັນສໍາຄັນຈາກບັນດາຄູ່ຮ່ວມມືດ້ວຍຄວາມປາດຖະໜາຢາກໃຫ້ການຮ່ວມມືຢ່າງແໜ້ນແຟ້ນ, ເລິກເຊິ່ງກວ້າງຂວາງກ່ວາອີກ.
ຍສໝ - ກອງປະຊຸມສໍາມະນາສາກົນກ່ຽວກັບແຜນການຍຸດທະສາດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ (ASCC) ປີ 2025 ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 31 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມຜູ້ນໍາປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດອາຊຽນ ຄັ້ງທີ 1 (AMICLC-1).
ຍສໝ - ທີ່ກອງປະຊຸມ, ສະແດງຄວາມເຫັນດີເຫັນພ້ອມກັບຫົວຂໍ້ອາຊຽນ 2024 ກ່ຽວກັບ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີວ່າ ກວ່າເວລາໃດໝົດ, ອາຊຽນ ຕ້ອງຖືການສ້າງຄວາມເຂັ້ມແຂງດ້ວຍຕົນເອງເປັນພື້ນຖານເພື່ອບືນຂຶ້ນ, ຖືການເຊື່ອມຕໍ່ເປັນຈຸດສຸມເພື່ອບຸກທະລຸ ແລະຖືການປ່ຽນແປງໃໝ່ປະດິດຄິດສ້າງເປັນກໍາລັງໜູນເພື່ອນໍາໜ້ານໍາພາ. ບົນພື້ນຖານນັ້ນ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນບັນດາທິດທາງສຳຄັນຂອງອາຊຽນ ໃນໄລຍະຈະມາເຖິງ.
ຍສໝ - ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງອາຊຽນ ບັນລຸໄດ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມປະຕິບັດສຳເລັດເປົ້າໝາຍ ແລະບຸລິມະສິດທີ່ລາວ ວາງອອກໃນປີເປັນປະທານອາຊຽນ 2024 ດ້ວຍຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.