ຍສໝ - ຫວ່າງມໍ່ໆມານີ້, ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ຫາກໍ່ຈັດຕັ້ງກອງປະຊຸມພົບປະໃນຕົ້ນປີຢູ່ນະຄອນ Incheon, ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ.
ຍສໝ - ແຕ່ວັນທີ 17-21 ກຸມພາ, 2 ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon - Sejong ແລະ ນະຄອນ Seoul (ສ.ເກົາຫຼີ) ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ເມືອງ ເກີນເຢີ (ນະຄອນ ໂຮ່ຈີມິງ) ແລະ ເມືອງ ຢ່າຫວຽນ (ແຂວງ ນີ່ງບີງ). ນີ້ແມ່ນໂອກາດເພື່ອໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ແລະ ພ້ອມກັນຮ່ວມມືເພື່ອຍົກສູງພາລະກຳດ້ານມະນຸດສະທຳ, ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ.
ຍສໝ - ໃນລະຫວ່າງ 2 ມື້ (17-18 ກຸມພາ), ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ສົມທົບກັບອົງການ The Corea Peace3000 ແລະ ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ກ່າເມົາ ໄດ້ມອບທຶນການສຶກສາ 50 ທຶນໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ນີ້ແມ່ນຊຸດມອບທຶນການສຶກສາທີສອງໃນສົກຮຽນປີ 2024-2025, ເປັນຂອງລາຍການທຶນການສຶກສາ The Corea Peace3000.
ຍສໝ - ຫວຽດນາມ ຍັງສືບຕໍ່ຮັກສາຕຳແໜ່ງອັນດັບ 1 ໃນການຈັດອັນດັບຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວໃຫ້ກັບຄອບຄົວທີ່ມີເດັກນ້ອຍອາຍຸຕ່ຳກວ່າ 10 ປີໃນ ສ.ເກົາຫຼີ, ຍ້ອນອາກາດອົບອຸ່ນ, ບັນດາການເຄື່ອນໄຫວທີ່ບັນເທິງຫຼາກຫຼາຍ ແລະ ບັນດາຣີສອດທີ່ຫຼູຫຼາ.
ຍສໝ - ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກເຮືອຫວຽດນາມ ທັງ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju (ສ.ເກົາຫຼີ).
ຍສໝ - ກຸ່ມບໍລິສັດ Vatech Networks, ແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງໂລກໃນຂົງເຂດອຸປະກອນການແພດຂະແໜງທັນຕະແພດ, ໄດ້ດຳເນີນບັນດາໂຄງການສຶກສາຢູ່ ຫວຽດນາມ ຢ່າງເປັນທາງການ ເພື່ອແນໃສ່ບຳລຸງສ້າງຊາວໜຸ່ມໃຫ້ກາຍເປັນຜູ້ຊ່ຽວຊານໃນຂົງເຂດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ພາສາເກົາຫຼີ. ນີ້ແມ່ນໂອກາດເພື່ອຊ່ວຍໃຫ້ເຂົາເຈົ້າສາມາດບືນຕົວຂຶ້ນ ແລະ ປັບປຸງຊີວິດການເປັນຢູ່, ພິເສດແມ່ນສຳລັບເປົ້າໝາຍເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຍາກ.
ຍສໝ - ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju – Jeonnam (ສ.ເກົາຫຼີ) ຫາກໍ່ຈັດຕັ້ງພິທີເປີດຫ້ອງການໃໝ່ຢ່າງສົມກຽດ, ສົມທົບກັບລາຍການຕ້ອນຮັບປີໃໝ່ວົງຄະນະຍາດທີ່ມີຄວາມໝາຍຢູ່ສູນການຄ້າ Gwangju Outlet.
ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ.
ຍສໝ - ທ່ານ Park Hang Seo ອະດີດຫົວໜ້າຄູຝຶກທີມບານເຕະແຫ່ງຊາດ ຫວຽດນາມ ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກຂອງແຂວງ Jeolla ເໜືອ (Jeonbuk) ເພື່ອຊ່ວຍຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.
ຍສໝ - ວັນທີ 4 ມັງກອນ 2025, ທີ່ສະໜາມກິລາແຂວງ ບິ່ງເຢືອງ ໄດ້ດຳເນີນການແຂ່ງຂັນບານເຕະມິດຕະພາບລະຫວ່າງ ທີມພະນັກງານ-ລັດຖະກອນ ແຂວງ ບິ່ງເຢືອງ ແລະ ທີມສະຫະພັນບານເຕະ Daejeon (ສ.ເກົາຫຼີ).
ຍສໝ - ຕອນຄ່ຳວັນທີ 4 ທັນວາ, ຢູ່ແຂວງ ເລີມດົ່ງ, ໄດ້ດໍາເນີນງານພົບປະແລກປ່ຽນວັດທະນະທຳ ແລະ ສິລະປະລະຫວ່າງ 2 ນະຄອນ ດ່າລາດ (ຫວຽດນາມ) ແລະ Chuncheon (ສ.ເກົາຫຼີ). ການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 5 ປີແຫ່ງວັນນະຄອນ ດ່າລາດ ແລະ ນະຄອນ Chuncheon ສ້າງຕັ້ງການພົວພັນລະຫວ່າງ 2 ນະຄອນ. ນີ້ກໍແມ່ນເຫດການຕອບສະໜອງ Festival ດອກໄມ້ດ່າລາດ ຄັ້ງທີ X – 2024.
ຕອນເຊົ້າວັນທີ 8 ພະຈິກ, ກໍາປັ່ນຕໍາຫຼວດທະເລ 8004 ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ອອກຈາກທ່າກໍາປັ່ນ Yeosu, ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນກັບວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ດ້ວຍຜົນສຳເລັດອັນຈົບງາມ. ທ່ານພົນຈັດຕະວາ Han Sang-Chul, ຫົວໜ້າວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ເຂົ້າຮ່ວມພິທີສົ່ງກໍາປັ່ນ.
ຍສໝ - ນີ້ແມ່ນຂໍ້ສະເໜີຂອງອຳນາດການປົກຄອງແຂວງ Kyungsang ເໜືອ ແລະ ເມືອງ Bonghwa ທີ່ການພົບປະເຮັດວຽກກັບ ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສ.ເກົາຫຼີ Yoo In-chon ໃນວັນທີ 13 ມີຖຸນາ.
ວັນທີ 4 ພະຈິກ, ກໍາປັ່ນຕໍາຫຼວດທະເລ 8004 ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ນໍາໂດຍທ່ານພັນເອກພິເສດ ເລແທັງຫາຍ, ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 1 ໄດ້ເຂົ້າທຽບທ່າກໍາປັ່ນ Yeosu (ສ.ເກົາຫຼີ) ເລີ່ມຕົ້ນການຢ້ຽມຢາມ ແລະເຮັດວຽກຢູ່ ສ.ເກົາຫຼີ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ ສ.ເກົາຫຼີ ເປັນອັນດັບທີໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.
ຍສໝ - ນີ້ແມ່ນຄຳສະເໜີຂອງທ່ານ ຫຼີເຊື່ອງກັ່ນ, ເອກອັກຄະລັດຖະທູດການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ອ່ານຟ່ອງ ໃນວັນທີ 24 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 3 ຕຸລາ, ຢູ່ສູນວາງສະແດງສິນຄ້າສາກົນ WTC Expo (ແຂວງ ບິ່ງເຢືອງ) ໄດ້ຈັດພິທີເປີດ “ງານບຸນຕົວລະຄອນສັນຍາລັກ ແລະ ລິຂະສິດ ຫວຽດນາມ - ສ.ເກົາຫຼີ ແລະ Festival ລິຂະສິດ 2024” ຂຶ້ນໂດຍອົງການເນື້ອໃນປະດິດສ້າງຂອງ ສ.ເກົາຫຼີ ຢູ່ ຫວຽດນາມ ສົມທົບກັບສູນການຄ້າໂລກ WTC ບິ່ງເຢືອງ.
ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.ເກົາຫຼີ, ທ່ານ ຫວູວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ, ພົບປະແລກປ່ຽນ ແລະ ມອບຕູ້ປຶ້ມພາສາ ຫວຽດນາມ ໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.