ຍສໝ - ໃນທົ່ວປະເທດເອີຣົບ, ໃນຕົວເມືອງທີ່ຄຶກຄື້ນເຊັ່ນ: Prague, Berlin, Paris ຫຼື Warsaw, ມັນບໍ່ຍາກທີ່ຈະຊອກຫາຮ້ານຄ້າ, ບໍລິສັດ, ຮ້ານອາຫານຫຼືສູນການຄ້າທີ່ມີເຄື່ອງຫມາຍຫວຽດນາມ. ພາຍຫຼັງ 3 ທົດສະວັດແຫ່ງການເຊື່ອມໂຍງ, ປະຊາຄົມວິສາຫະກິດຫວຽດນາມ ຢູ່ສະຫະພາບເອີລົບ (ອີຢູ) ໄດ້ກາຍເປັນໜຶ່ງໃນບັນດາຮູບພາບທີ່ສົດໃສ ແລະ ພາກພູມໃຈທີ່ສຸດຂອງຈິດໃຈຫວຽດນາມ: ດຸໝັ່ນ, ອົດທົນ, ນ້ຳໃຈສາມັກຄີ ແລະ ຍາມໃດກໍ່ຫວນຄືນສູ່ກົກເຄົ້າເຫງົ້າກໍ.
ຍສໝ - ໃນສະພາບການນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ລະເບີດຂຶ້ນ, ບັນດານັກທຸລະກິດແມ່ຍິງຫວຽດນາມ ໄດ້ຢືນຢັນທີ່ຕັ້ງທີ່ສຳຄັນນັບມື້ນັບສູງຂຶ້ນ. ແມ່ຍິງຫວຽດນາມ ພວມພິສູດໃຫ້ເຫັນວ່າເຂົາເຈົ້າບໍ່ພຽງແຕ່ເປັນພື້ນຖານດ້ານຫຼັງອັນໜັກແໜ້ນເທົ່ານັ້ນ, ຫາກຍັງເປັນກຳລັງບຸກເບີກໃນການນຳເສດຖະກິດຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ໃນຍຸກໃໝ່.
ຍສໝ - ວິສາຫະກິດທ່ອງທ່ຽວຫວຽດນາມ ມີການຄ້າກັບກຸ່ມທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ, ເປີດກວ້າງການຮ່ວມມື ແລະ ຊຸກຍູ້ການເຕີບໂຕຂອງນັກທ່ອງທ່ຽວສາກົນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.
ຍສໝ - ທ່ານເອກອັກຄະລັດຖະທູດ ເທບທະວອນ ໄດ້ເນັ້ນໜັກວ່າ ນັບແຕ່ໄດ້ຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ຜ່ານຜ່າຄວາມຫຍຸ້ງຍາກນັບມື້ນັບສະຫງ່າຜ່າເຜີຍ, ຮັກສາເອກະລາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງບໍ່ຢຸດຢັ້ງ.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.
ຍສໝ - ພາຍຫຼັງວາລະປະຊຸມທີ່ພິທີເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ - ລາວ; ທັດສະນະ ແລະ ວິທີແກ້ໄຂເພື່ອສືບຕໍ່ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ; ພັດທະນາເສດຖະກິດມໍລະດົກຫວຽດນາມ ແລະ ລາວ - ບັນດາການແນະນຳນະໂຍບາຍ).
ຍສໝ - ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ.
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ ຮັບປະກັນບັນດາມາດຕະການປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງມີລັກສະນະຕົວຈິງ ແລະ ວິທະຍາສາດສູງ.
ຍສໝ - ວັນທີ 15 ພຶດສະພາ 1975, ຫວຽດນາມ ແລະ ເນປານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ເປີດໜ້າໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. 50 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ເນປານ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແທດຈິງໃນຫລາຍຂົງເຂດ...
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ)ໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງການສຳມະນາວິທະຍາສາດສາກົນກ່ຽວກັບນະວັດຕະກໍາ, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ປີ 2025: “ພັດທະນາເສດຖະກິດ ແລະ ການຄ້າ Halal ຫວຽດນາມ”.
ຍສໝ - ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາ ແລະ ບຳລຸງສ້າງສາກົນ (ມະຫາວິທະຍາໄລສ້າງຄູຮ່າໂນ້ຍ) ໄດ້ລົງນາມໃນບົດບັນທຶກກັບສູນສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (ມະຫາວິທະຍາໄລ Osaka, ປະເທດ ຍີ່ປຸ່ນ) ເພື່ອຜັນຂະຫຍາຍການຄົ້ນຄວ້າ, ສອນພາສາຫວຽດນາມ ແລະ ຈັດຕັ້ງການສອບເສັງເພື່ອຕີລາຄາກຳລັງຄວາມສາມາດພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດຢູ່ຍີ່ປຸ່ນ.
ຍສໝ - ແຕ່ວັນທີ 10 ຫາວັນທີ 12 ກຸມພາ, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການກະທໍາກ່ຽວກັບປັນຍາປະດິດ (AI) ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.
ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.
ຍສໝ - ໃນໄລຍະມໍ່ໆມານີ້, ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາມາດຕະການ, ປະກາດໃຊ້ບັນດານະໂຍບາຍ, ຍົກອອກຂໍ້ສະເໜີ ເພື່ອພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນຂອງສອງປະເທດ ຕາມທິດທັນສະໄໝ, ຍືນຍົງ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດງົບປະມານແຫ່ງລັດ ປີ 2024, ແຜນງົບປະມານແຫ່ງລັດ, ແຜນຈັດແບ່ງງົບປະມານສູນກາງປີ 2025.
ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ກອງປະຊຸມ “ເສີມຂະຫຍາຍກຳລັງແຮງພາຍໃນ, ເພີ່ມທະວີການຮ່ວມມືສາກົນ ເພື່ອຍູ້ແຮງການພັດທະນາຂະແໜງການ Halal ຫວຽດນາມ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ມີ 3 ພື້ນຖານສຳຄັນ ເພື່ອພັດທະນາຂະແໜງການ Halal.
ຍສໝ - ເລື່ອງການນຳສອງປະເທດເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນໝາກຜົນທີ່ເປັນທຳມະຊາດຂອງການພົວພັນທີ່ມີປະຫວັດສາດອັນຍາວນານ, ເລິກເຊິ່ງ.
ຍສໝ - ວັນທີ 15 ຕຸລາ, ສະຖານທູດກາຊັກສະຖານ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ກ່ຽວກັບສານປະຈຳປີ 2024 ຂອງປະທານາທິບໍດີ ກາຊັກສະຖານ Kassym-Jomart Tokaev. ກ່າວຄຳປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ກາຊັກສະຖານ ປະຈຳ ຫວຽດນາມ Kanat Tumysh ເນັ້ນໜັກວ່າ ກາຊັກສະຖານ ຈະແມ່ນປະຕູເພື່ອຊ່ວຍ ຫວຽດນາມ ເຂົ້າສູ່ຕະຫຼາດອາຊີກາງ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.