ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ

ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ

ຍສໝ - ດ້ວຍຄຳຂວັນ "ຂົວຕໍ່ຈາກອາຊີອອກສູ່ໂລກ - Bridging Asia to the World", ງານມະໂຫລານຮູບເງົາອາຊີ ດານັງ ຄັ້ງທີ IV (DANAFF IV) ໄດ້ໄຂຂຶ້ນພາຍໃນຄຳຄືນວັນທີ 28 ມິຖຸນາ, ຢູ່ທີ່ ນະຄອນ ດານັງ (TP. Đà Nẵng).

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.

ດານັງ - Turku (ແຟງລັງ) ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ

ດານັງ - Turku (ແຟງລັງ) ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ

ຍສໝ​ - ພາຍໃດຂອບເຂດການເຄື່ອນໄຫວວຽກງານ ຢູ່ທີ່ປະເທດ ຟິນແລນ ໃນວັນທີ 17 ມິຖຸນາ, ຄະນະປະຕິບັດງານ ນະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອຳນາດການປົກຄອງນະຄອນ Turku (ແຟງລັງ). ນີ້ແມ່ນກິດຈະກຳການຕ່າງປະເທດອັນສຳຄັນ ແນໃສ່ສືບຕໍ່ຮັດແໜ້ນ, ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ລະຫວ່າງ ດານັງ - Turku ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 2018, ໃນຂະນະດຽວກັນ ກໍເພື່ອແລກປ່ຽນ, ສະເໜີບັນດາທິດທາງການຮ່ວມມືພາຍໃດໄລຍະຕໍ່ໜ້າ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ລາວທີ່ມະຫາວິທະຍາໄລສຶກສານະຄອນດານັງ

ນັກສຶກສາລາວຕ້ອນຮັບບຸນປີໃໝ່ລາວທີ່ມະຫາວິທະຍາໄລສຶກສານະຄອນດານັງ

ຍສໝ - ຕອນບ່າຍວັນທີ 8 ເມສາ, ມະຫາວິທະຍາໄລສຶກສາສາດ - ດານັງ ໄດ້ຈັດງານບຸນບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ, ເຊິ່ງເປັນການສ້າງພື້ນທີ່ວັດທະນະທຳ ແລະ ເພີ່ມທະວີການເຊື່ອມຕໍ່ພາຍໃນຊຸມຊົນນັກສຶກສາສາກົນ.

ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ທີ່ແຂວງສາລະວັນ (ລາວ)

ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ທີ່ແຂວງສາລະວັນ (ລາວ)

ຍສໝ - ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ໃຫ້ແຂວງສາລະວັນ (ລາວ)ໃນວັນທີ 2 ເມສາ, ທີ່ເມືອງຄົງເຊໂດນ, ແຂວງສາລະວັນ (ລາວ), ຄະນະຜູ້ແທນຈາກນະຄອນດານັງໄດ້ເຂົ້າຮ່ວມພິທີເປີດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ - ໂຄງການທີ່ມີຄວາມໝາຍຕົວຈິງໃນການຮ່ວມມືດ້ານການສຶກສາລະຫວ່າງສອງທ້ອງຖິ່ນ.

ນະຄອນ ດານັງ ຈັດການຍ່າງເພື່ອສັນຕິພາບໃນວັນທີ 7 ເມສາ

ນະຄອນ ດານັງ ຈັດການຍ່າງເພື່ອສັນຕິພາບໃນວັນທີ 7 ເມສາ

ຍສໝ - ໂຄງການຍ່າງສັນຕິພາບປີ 2026, ພາຍໃຕ້ຫົວຂໍ້ "ບາດກ້າວສູ່ສັນຕິພາບ" ຈະຈັດຂຶ້ນໃນເວລາ 6:30 ໂມງເຊົ້າຂອງວັນທີ 7 ເມສາ, ທີ່ຖະໜົນຊູວັນແຮ້ງ, ຕາແສງຫງູແຮ້ງເຊີນ, ນະຄອນ ດານັງ.

ຄະນະປະຕິບັດງານນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ແກ່ຊຸມຊົນຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື (ລາວ)

ຄະນະປະຕິບັດງານນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ແກ່ຊຸມຊົນຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື (ລາວ)

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງລາວ, ໃນຕອນເຊົ້າວັນທີ 31 ມີນາ, ຄະນະຜູ້ແທນຂັ້ນສູງຈາກນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນລາວບຸນປີໃໝ່ 2026 ໃຫ້ແກ່ສະມາຄົມຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື.

ນະຄອນດານັງ ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມື Dubai ແລະ ນັກລົງທຶນສາກົນ

ນະຄອນດານັງ ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມື Dubai ແລະ ນັກລົງທຶນສາກົນ

ຍສໝ - ໃນຕອນເຊົ້າຂອງວັນທີ 25 ກຸມພາ, ນະຄອນດານັງ ໄດ້ຈັດກອງປະຊຸມກັບບັນດາຄູ່ຮ່ວມງານຈາກເມືອງດູໄບ ແລະ ນັກລົງທຶນສາກົນ ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ການຮ່ວມມືລະຫວ່າງນະຄອນດານັງ ແລະ ອົງການຈັດຕັ້ງສາກົນ, ບໍລິສັດເຕັກໂນໂລຊີ ແລະ ນັກລົງທຶນທົ່ວໂລກ.

ດານັງ ແລະ

ດານັງ ແລະ "ສູດ" 3 ບາດກ້າວໃຫ້​ແກ່​ການ​ທູດ​ປະຊາຊົນແບບຍືນຍົງ

ຍສໝ - ພາຍຫຼັງເກືອບ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດານັງ (ສະຫະພັນ ດານັງ) ໄດ້ຢັ້ງຢືນທີ່ຕັ້ງຂອງຕົນເປັນຈຸດທີ່ສົດໃສໃນວຽກງານການຕ່າງປະເທດຂອງປະຊາຊົນ - ຮູບແບບການດຳເນີນງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບເພື່ອນມິດສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຊື່ອມໂຍງນະຄອນບົນແມ່ນ້ຳຮ່ານ.

ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ຢູ່ນະຄອນ ດານັງ

ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ຢູ່ນະຄອນ ດານັງ

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກະຊວງ​ອຸດສາຫະກຳ ແລະ ​ການ​ຄ້າ​ແລ້ວ, ​ແຕ່​ວັນ​ທີ 28-29 ພະຈິກ, ​ເວທີ​ປາ​ໃສ Logistics ​ຫວຽດນາມ 2025 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ ດານັງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ໃຫຍ່​ປະຈຳ​ປີ​ຂອງ​ຂະ​ແໜງ logistics ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂີດ​ໝາຍ​ຍຸດ​ທະ​ສາດ, ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃຫ້​ແກ່​ການ​ບໍລິການ logistics ຂອງ​ຫວຽດນາມ.

ກຸ່ມກຸສົນ ດານັງ ມອບຂອງຂວັນໃຫ້ຊາວລາວຢູ່ ກາລຶມ 1.200 ພູດ

ກຸ່ມກຸສົນ ດານັງ ມອບຂອງຂວັນໃຫ້ຊາວລາວຢູ່ ກາລຶມ 1.200 ພູດ

ຍສໝ - ແຕ່ວັນທີ 30 ເມສາ ຫາວັນທີ 4 ພຶດສະພາ, ກຸ່ມກຸສົນຄອບຄົວ ທວາໆ ຢູ່ນະຄອນ ດານັງ (ຫວຽດນາມ) ໄດ້ມອບຂອງຂວັນ 1.200 ພູດ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກາລຶມ ແຂວງເຊກອງ (ລາວ) ດ້ວຍມູນຄ່າທັງໝົດເກືອບ 1,6 ຕື້ດົ່ງ.

ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

ຍສໝ - ນັ້ນ​ແມ່ນ​ຄວາມຫວັງ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ນັ້ງ ​ເລ​ວັນ​ຈູງ ທີ່​ການ​ຕ້ອນຮັບ​ທ່ານ Frank Joyce - ຫົວໜ້າ​ສະພາຜູ້ອາວຸໂສແຫ່ງຊາດ ອາ​ເມ​ລິ​ກາ ພ້ອມ​ກັບ​ຜູ້ຕາງໜ້າ​ກອງ​ທຶນຄືນດີ ​ແລະ ພັດທະນາ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າຫ​ນັງ ​ໃນ​ຕອນ​ບ່າຍ​ວັນ​ທີ 23 ເມສາ.

ດານັງ: ການເຕີບໂຕແບບຍືນຍົງຜ່ານການພົວພັນທາງການທູດປະຊາຊົນ

ດານັງ: ການເຕີບໂຕແບບຍືນຍົງຜ່ານການພົວພັນທາງການທູດປະຊາຊົນ

ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.

ໄຂ​ເຫດ​ການ “ພົບ​ປະ​ອາ​ຊຽນ ຢູ່​ດານັງ ປີ 2025”

ໄຂ​ເຫດ​ການ “ພົບ​ປະ​ອາ​ຊຽນ ຢູ່​ດານັງ ປີ 2025”

ຍສໝ - ແຕ່ວັນທີ 9 – 11 ເມສາ, ເຫດການໄດ້ດຳເນີນບັນດາວາລະປຶກສາຫາລືເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ດ່ານັ້ງ ກັບບັນດາຄູ່ຮ່ວມມືຂຶ້ນກັບພາກພື້ນ ອາຊຽນ.

ການ​ເດີນ​ທາງ

ການ​ເດີນ​ທາງ "ຫົວ​ໃຈເພື່ອຫົວ​ໃຈ" ຢູ່ ດານັງ ຂອງ​ຜົວເມຍສາດສະດາຈານຊາວເຢຍ​ລະ​ມັນ

ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ​ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນະຄອນ ດານັງ ໄດ້​ມອບ​ລາງວັນ “ອຸທິດ​ຕົນ​ໃຫ້​ນະຄອນ ດານັງ” ​ໃນ​ວັນ​ທີ 18 ມີນາ.

ຊຸກຍູ້ການ​ຕ່າງປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ທ້ອງ​ຖິ່ນ

ຊຸກຍູ້ການ​ຕ່າງປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ທ້ອງ​ຖິ່ນ

ຍສໝ - ພາຍຫຼັງ​ຜົນສຳເລັດຂອງ​ເວທີ​ປາ​ໄສບັນດານະຄອນມິດຕະພາບ ແລະ ການ​ຮ່ວມ​ມື - ດາ​ນັງ 2025, ​ແຜນທີ່​ການ​ຮ່ວມ​ມື​ສາກົນ​ນະຄອນ ດາ​ນັງ ໄດ້​ຮັບ​ການເປີດກ້ວາງ​ໄປ​ຍັງ 50 ທ້ອງ​ຖິ່ນ​ຂອງ 24 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ເພື່ອ​ຫັນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ສາກົນເປັນລະອຽດ, ດາ​ນັງ ພວມເປັນເຈົ້າການໃນການ​ຍົກ​ລະດັບ, ຍົກສູງການ​ພົວພັນ​ຕ່າງປະ​ເທດ, ​ເປີດ​ກ້ວາງໃຫ້ການ​ການ​ພັດທະນາ​ຂອງ​ນະຄອນ.

ດານັງ ​ຍົກ​ລະດັບ​ການ​ທູດ​ປະຊາຊົນ​ໃນ​ປີ 2025

ດານັງ ​ຍົກ​ລະດັບ​ການ​ທູດ​ປະຊາຊົນ​ໃນ​ປີ 2025

ຍສໝ​ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດານັງ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມສະຫຼູບວຽກ​ງານການ​ທູດ​ປະຊາຊົນ​ໃນ​ປີ 2024 ​ແລະ ຜັນ​ຂະຫຍາຍ​ໜ້າທີ່ປີ 2025.

ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການ​ທູດ​ປະຊາຊົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ

ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການ​ທູດ​ປະຊາຊົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ

ຍສໝ -​ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງຂວາງ ແລະ ບົດບາດຂອງການ​ພົວພັນ​ທາງ​ການ​ທູດປະຊາຊົນນັບ​ມື້​ນັບໄດ້ຮັບການຖືເປັນ​ສຳຄັນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດານັງ (ສະຫະພັນ​ມິດຕະພາບ​ນະຄອນ​ ດາ​ນັງ) ໄດ້​ສ້າງຂີດໝາຍຢ່າງເດັ່ນຊັດໃນ​ໄລຍະ 2019-2024. ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ການທູດ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ, ສະຫະພັນ​ມິດຕະພາບ​ນະຄອນ ດານັງ ບໍ່​ພຽງ​ແຕ່​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ນະຄອນ​ເທົ່າ​ນັ້ນ ຫາກ​ຍັງ​ໂຄສະນາ​ຮູບ​ພາບ​ນະຄອນ ດານັງ - ນະຄອນ​ທີ່ເປັນມິດ, ທີ່ຂະຫຍັນຂັນເຄື່ອນ, ໜ້າຢູ່ ໄປເຖິງ​ເພື່ອນ​ມິດ​ສາກົນ.

ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ)

ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ)

ຍສໝ - ການ​ເຄື່ອນ​ໄຫວ​ນີ້​ໄດ້​ຮັບ​ການ​ສົມທົບ​ກັນປະຕິບັດໂດຍ 3 ທ້ອງ​ຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນ​ວັນ​ທີ 13 ກັນຍາ ຢູ່​ນະຄອນ Sydney (ອົດສະຕຣາລີ).

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.