ຍສໝ - ວັນນທີ 27 ເມສາ, ຢູ່ສຳນັກງານກົງສູນໃຫຍ່ ໄດ້ມອບຂອງຂວັນ 25 ພູດໃຫ້ແກ່ 25 ຄອບຄົວຊາວຫວຽດນາມພວມປະສົບກັບຄວາມຫຍຸ້ງຍາກ. ແບ່ງປັນກັບກົງສູນໃຫຍ່, ບັນດາຄອບຄົວຊາວຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າ ດຳເນີນຊີວິດໃນສະຖານທີ່ແດງ, ແຕ່ສະພາບການການດຳລົງຊີວິດຂອງເຂົາເຈົ້າພວມປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ອຳນາດການປົກຄອງຂອງທ້ອງຖິ່ນ ຈຶ່ງອະນຸຍາດໃຫ້ເຂົາເຈົ້າໄປຍັງສະຖານທູດເພື່ອຮັບຂອງຂວັນໜູນຊ່ວຍ.
ຍສໝ - ໂດຍໄດ້ຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຮຸ່ງທັ້ງ, ຮອງຫົວໜ້າ, ເສນາທິການໃຫຍ່ກົມໃຫຍ່ພະລາທິການເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ.
ຍສໝ - ເນື່ອງໃນໂອກາດນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງກຽນຢາງ ແລະ ສະຫະພັນບັນດາອົງການມິດຕະພາບ ແຂວງ ໄດ້ມອບຂອງຂວັນ 69 ພູດ ແລະ ທຶນການສຶກສາ 12 ທູນໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ກຽນຢາງ.
ຍສໝ - ໃນງານບຸນຕ້ອນຮັບປີໃໝ່, ບັນດານັກສຶກສາ ລາວ ແລະ ກຳປູເຈຍ ໄດ້ແນະນຳພິທີກຳຕ້ອນຮັບປີໃໝ່ທີ່ເປັນມູນເຊື້ອຂອງແຕ່ລະປະເທດ, ປະຕິບັດພິທີບາສີສູ່ຂວັນ, ພິທີກຳຫົດນ້ຳ, ແນະນຳວັດທະນະທຳອາຫານການກິນທີ່ເປັນມູນເຊື້ອ…
ຍສໝ - ຝ່າຍ ຫວຽດນາມມີທ່ານ ຫງວຽນວັນຊີງ, ກຳມະການຜູ້ປະຈຳການຄະນະພັກແຂວງ, ຫວົໜ້າຄະນະໂຄສະນາສຶກສາຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍ ແຂວງ ບ່າເຣີຍ - ຫວຸງເຕົ່າ, ທ່ານນາງ ເຈິ່ນທິທູຖຸຍ - ຫົວໜ້າຫ້ອງການຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປະຈຳພາກໃຕ້ ແລະ ການນຳບັນດາພະແນກ, ຄະນະ, ຂະແໜງການ.
ຍສໝ - ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ.
ຍສໝ - ການນຳນະຄອນເຊື່ອໝັ້ນວ່າ ນັກສຶກສາລາວ, ກຳປູເຈຍ ພ້ອມກັບຊາວໜຸ່ມນະຄອນ ແມ່ນປັດໄຈຕັ້ງໜ້າ ທີ່ຈະປະກອບສ່ວນເຂົ້າໃນການຮັກແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນ ສາມປະເທດໃຫ້ຫຼາຍກ່ວາອີກ.
ຍສໝ - ຕາມແຜນການແລ້ວ, ໃນຕອນເຊົ້າວັນທີ 12 ເມສາ ຈະມາເຖິງ, ທ່ານ ຫວູງອກລີ໊ ຫົວໜ້າກົງສູນໃຫຍ່ ຈະພົບປະກັບທ່ານ Kouch Chamroeun ເຈົ້າແຂວງແຂວງ Preah Sihanouk ເພື່ອມອບຜ້າອັດປາກດັ່ງ 10.000 ອັນເພື່ອປະກອບສ່ວນເຂົ້າການໜູນຊ່ວຍອຳນາດການປົກຄອງແຂວງ Preah Sihanouk (ຊຶ່ງແມ່ນໜຶ່ງໃນ 3 ທ້ອງຖິ່ນຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19) ເພື່ອສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ແລະ ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູເວືອງວຽດ ໄດ້ມອບຊໍ່ດອກໄມ້ ແລະ ພ້ອມກັນນັ້ນກໍ່ໄດ້ສົ່ງຄຳອວຍພອນໄປຍັງທ່ານເອກອັກຄະລັດຖະທູດ Chay Navuth ພ້ອມດ້ວຍພັນລະຍາ ແລະ ພະນັກງານທັງ ໝົດ ຂອງສະຖານທູດກຳປູເຈຍ ປະຈຳ ຫວຽດນາມຈົ່ງມີສຸຂະພາບທີ່ເຂັ້ມແຂວງ ,ມີຄວາມສຸກ ແລະ ປະສົບຜົນສຳເລັດໃນປີ ໃໝ່.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານພັນເອກ ເຈິ່ນຕຽນຫ໋າຍ, ຜູ້ບັນຊາການທະຫານປ້ອງກັນຊາຍແດນ ຢາລາຍໄດ້ແບ່ງປັນບັນດາບົດຮຽນປະສົບການທີ່ດີ, ວິທີການເຮັດວຽກທີ່ມີຫົວຄິດປະດິດສ້າງໃນການຄຸ້ມຄອງບໍລິຫານ, ປົກປ້ອງເຂດຊາຍແດນ, ປ້ອງກັນ ຕ້ານອາດຊະຍາກຳຊະນິດຕ່າງໆ ແລະ ໄພທຳມະຊາດ, ໂລກລະບາດ, ພິເສດແມ່ນໂລກລະບາດໂຄວິດ - 19.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານມາຍດຶກງວຽນ, ຮອງເລຂາທິການ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາເທາະໄຕໄດ້ເນັ້ນໜັກວ່າ ໜ່ວຍສະມາຄົມຕ້ອງມີຄວາມຮັບຜິດຊອບສືບທອດ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫວຽດນາມ - ກຳປູເຈຍ.
ຍສໝ - ນະທີ່ນີ້, ສະຫະພັນຊາວໜຸ່ມ ຫວຽດນາມ ແຂວງໄຕນີງ ໄດ້ມອບຜ້າອັດປາກດັງ 20.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 1000 ຕຸກ ໃຫ້ແກ່ທ່ານ Toch Polyva ຮອງເຈົ້າແຂວງ Svay Rieng, ຮອງປະທານສະຫະພັນຊາວໜຸ່ມ ແຂວງ Svay Rieng, ເພື່ອແນໃສ່ໜູນຊ່ວຍແຂວງ Svay Riengໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງການປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການເງິນ.
ຍສໝ - ຕາມແຜນການແລ້ວ, ໂຮງຮຽນໄດ້ດຳເນີນໃນຮອບເວລາ 17 ອາທິດດ້ວຍ 2 ວິຊາແມ່ນພາສາຫວຽດ ແລະ ຄະນິດສາດ ໂດຍຄູອາຈານ ຄົນໜຶ່ງຮັບຜິດຊອບ. ສະມາຄົມສົ່ງເສີມການຮຽນເມືອງ ບິ່ງຟູ໊ ແລະ ບັນດາຜູ້ອຸປະຖຳ ມອບປຶ້ມ, ໜັງສື, ອຸປະກອນການຮຽນ ແລະ ຊຸດຮຽນ. ປັດຈຸບັນ, ທ້ອງຖິ່ນຍັງສືບຕໍ່ຂົນຂວາຍອຸປະກອນວັດຖຸຕ່າງໆໃຫ້ແກ່ພວກນ້ອງກັບມາໂຮງຮຽນ.
ຍສໝ - ທ່ານ ຫງວຽນດຶກຈິງ ຮອງປະທານຄະນະກຳມະການແຂວງກຽນຢາງໃຫ້ຮູ້ວ່າ ແຂວງໄດ້ສ້າງເງື່ອນໄຂສະດວກໃນວິວັດການປະຕິບັດໜ້າທີ່ລະຫວ່າງບັນດາອົງການ, ໜ່ວຍງານທີ່ຕິດພັນກັບການໂຄສະນາ, ເຜີຍແຜ່ບັນດາເນື້ອໃນຂອງບົດບັດທຶກຊ່ວຍຈຳ.
ຍສໝ - ເຂົ້າຮ່ວມພິທີ ມີການຮອງສາດສະດາຈານ ປ.ອ ເວືອງດຶກຮ່ວາງກວນ - ປະທານ HUFO, ທ່ານນາງ ເຈິ່ນແຄງເວິນ ຮອງປະທານ HUFO, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພ້ອມກັບນັກສຶກສາ 20 ຄົນ ທີ່ເປັນຜູ້ຕາງໜ້າໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ 240 ຄົນທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.
ຍສໝ - ໃນໂອກາດນີ້, ທະຫານປ້ອງກັນຊາຍແດນ ແຂວງ ລອງອານໄດ້ມອບໃຫ້ແກ່ກຳລັງປະກອບອາວຸດແຂວງ Prey Veng ວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ - ດັງອະນາໄມ 7500 ອັນ, ຢາຂ້າເຊື້ອ 180 ລິດ, ຢາລ້າງມືຂ້າເຊື້ອ 226 ຕຸກ ແລະ ເງິນເປັນຈຳນວນ 60 ລ້ານດົ່ງ.
ຍສໝ - ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Preah Sihanouk ໄດ້ສົມທົບກັບຜູ້ໃຈບູນເຊື້ອຊາດ ຫວຽດນາມ ຢູ່ບໍລິເວນ ເພື່ອສົ່ງເງິນເປັນຈຳນວນ 1000 USD ເພື່ອໜູນຊ່ວຍຮີບດ່ວຍໃຫ້ແກ່ 219 ຄອບຄົວເຊື້ອຊາດ ຫວຽດນາມ ຢູ່ຕາແສງ Prek Tamlop, ເມືອງ Loeuk Duek ແຂວງ Kandal.
ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ
ຍສໝ - ຫວ່າງແລ້ວນີ້, ສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍໄດ້ໄປເຖິງສະຖານທູດ ກຳປູເຈຍປະຈຳ ຫວຽດນາມ ເພື່ອມອບເງິນ ແລະ ວັດຖຸອຸປະກອນການແພດເຊິ່ງສະມາຄົມ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງສະມາຄົມບໍລິຈາກ ເພື່ອແນໃສ່ປະກອບສ່ວນເຂົ້າໃນການແບ່ງປັນ,ໜູນຊ່ວຍປະຊາຊົນກຳປູເຈຍໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.